ລາວ: ຈະສຸມໃສ່ຫລາຍມາດຕະການຮັກສາສະຖຽນລະພາບເງິນຕາແຫ່ງຊາດ

17:00 | 29/06/2020

ຜູ້ວ່າການທະນາຄານແຫ່ງ ສປປ ລາວ ລະບຸວ່າ ຈະປະຕິບັດນະໂຍບາຍເງິນຕາ ແລະ ອັດຕາແລກປ່ຽນ ໃຫ້ໄດ້ຕາມແຜນທີ່ກໍານົດໄວ້ ເພື່ອຮັບປະກັນໃຫ້ປະລິມານເງິນຂະຫຍາຍຕົວຢູ່ໃນຈັງຫວະທີ່ເສດຖະກິດສາມາດຮັບໄດ້, ບໍ່ສ້າງແຮງກົດດັນໃຫ້ເງິນເຟີ້ເພີ່ມຂຶ້ນ, ທັງສາມາດປະກອບສ່ວນຊຸກຍູ້ການຂະຫຍາຍຕົວຂອງເສດຖະກິດ.

ລາວ ຈະສ ມໃສ ຫລາຍມາດຕະການຮ ກສາສະຖຽນລະພາບເງ ນຕາແຫ ງຊາດ ລາວ: ຫລາຍຄາດໝາຍຂອງລັດຖະບານມີຄວາມສ່ຽງ ຈະບໍ່ບັນລຸຕາມແຜນ
ລາວ ຈະສ ມໃສ ຫລາຍມາດຕະການຮ ກສາສະຖຽນລະພາບເງ ນຕາແຫ ງຊາດ ຮອງນາຍົກຊີ້ແຈງ ມາດຕະການ ຈັດເກັບລາຍຮັບ-ຈຳກັດລາຍຈ່າຍ
ລາວ ຈະສ ມໃສ ຫລາຍມາດຕະການຮ ກສາສະຖຽນລະພາບເງ ນຕາແຫ ງຊາດ
ພາບປະກອບ

ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປລາວ ໄດ້ຊີ້ແຈງຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VIII ກ່ຽວກັບສະພາບເງິນຕາຕ່າງປະເທດ, ອັດຕາແລກປ່ຽນ, ອັດຕາເງິນເຟີ້ ແລະ ມາດຕະການແກ້ໄຂ ໃນອາທິດທີ່ຜ່ານມາ ລະບຸແຈ້ງ ຈະຈັດຕັ້ງປະຕິບັດນະໂຍບາຍເງິນຕາ ແລະ ອັດຕາແລກປ່ຽນ ໃຫ້ໄດ້ຕາມແຜນທີ່ກໍານົດໄວ້ ຊຶ່ງຖ້າໄລ່ລຽງຕາມການຊີ້ແຈງຂອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ສັງຮວມ ບາງເນື້ອໃນສໍາຄັນ ດັ່ງນີ້:

ຈະຈັດຕັ້ງບັນດາມາດຕະການກະຕຸ້ນເສດຖະກິດ ດ້ວຍການສະໜອງທຶນຜ່ານລະບົບທະນາຄານທຸລະກິດ ເພື່ອປ່ອຍຕໍ່ໃຫ້ບຸກຄົນ ຫລື ນິຕິບຸກຄົນ ທີ່ເຮັດແທ້ທໍາຈິງ ໃຫ້ສາມາດເຂົ້າຫາແຫລ່ງທຶນ ທີ່ມີຕົ້ນທຶນຕໍ່າ ໄດ້ສະດວກຍິ່ງຂຶ້ນຢ່າງເປັນຮູບປະທໍາ ເປັນຕົ້ນ ການ ປູກຝັງ, ລ້ຽງສັດ, ການຜະລິດ ແລະ ປຸງແຕ່ງຜະລິດຕະພັນກະສິກໍາ-ອຸດສາຫະກໍາ,​ ຜະລິດສິນຄ້າອຸປະໂພກ-ບໍລິໂພກ, ຂະແໜງການທ່ອງທ່ຽວ-ການບໍລິການທີ່ປິ່ນອ້ອມ, ຫັດຖະກໍາ ແລະ ທຸລະກິດອື່ນທີ່ສົ່ງເສີມການຜະລິດ ແລະ ສົ່ງອອກ.

ຈະຮີບຮ້ອນໃຫ້ສາມາດປະຕິບັດກົນໄກແລກປ່ຽນສະກຸນເງິນທ້ອງຖິ່ນ ກີບ/ຢວນ ກັບທະນາຄານກາງຂອງ ສປ ຈີນ ແລະ ເສີມຂະຫຍາຍໄປສູ່ທະນາຄານກາງປະເທດຄູ່ຄ້າເພີ່ມເຕີມ ເພື່ອສ້າງເງື່ອນໄຂ ເພີ່ມສະພາບຄ່ອງດ້ານເງິນຕາຕ່າງປະເທດໃຫ້ແກ່ປະເທດ ແລະ ຫລຸດຜ່ອນແຮງກົດດັນຈາກການເອື່ອຍອີງເງິນຕາຕ່າງປະເທດສະກຸນໃດໜຶ່ງ ໃນອັດຕາສ່ວນທີ່ຫລາຍ.

ສືບຕໍ່ປະສານຂໍຄວາມຮ່ວມມືກັບທຸກພາກສ່ວນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ຢ່າງເຂັ້ມງວດ ເພື່ອຄຸ້ມຄອງກະແສເງິນ ເຂົ້າ-ອອກປະເທດ ໃຫ້ໄດ້ດີຍິ່ງຂຶ້ນ.

ຈະປະສານສົມທົບກະຊວງການເງິນ ເພື່ອໃຫ້ກະຊວງການເງິນອອກພັນທະບັດຄັງເງິນ ໂດຍຜ່ານການປະມູນຢູ່ທະນາຄານແຫ່ງ ສປປ ລາວ ເພື່ອດຸນດ່ຽງງົບປະມານ.

ຈະສືບຕໍ່ປະສານສົມທົບ ແລະ ເຮັດວຽກຢ່າງເປັນປົກກະຕິ ກັບພາກສ່ວນທີ່ຮັບຜິດຊອບ ເປັນຕົ້ນ ກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງກະສິກໍາ ແລະ ປ່າໄມ້, ນະຄອນຫລວງວຽງຈັນ, ກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ ເພື່ອຮ່ວມກັນແກ້ໄຂບັນຫາທີ່ຕິດພັນກັບການຮັກສາສະຖຽນລະພາບທາງດ້ານລາຄາ ໃຫ້ໄດ້ຢ່າງມີປະສິດທິຜົນ ແລະ ທັນສະພາບ.

ເມື່ອບໍ່ດົນມານີ້, ທ່ານ ລີ​ເບີ ລີ​ບົວ​ປາວ ຮັກສາ​ການ​ຫົວໜ້າ​ສະ​ຖາ​ບັນ​ຄົ້ນຄວ້າ​ເສດຖະກິດ​ແຫ່ງ​ຊາດ ​ໄດ້​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ ສຳນັກ​ຂ່າວສານ​ປະ​ເທດ​ລາວ ກ່ຽວ​ກັບ​ທ່າ​ແຮງ​ ໃນ​ການ​ຟື້ນ​ຟູ​ເສດຖະກິດ ຫລັງ​ພະຍາດ​ໂຄ​ວິດ-19 ຜ່ອນ​ເບົາ​ລົງ ​ເປັນ​ຕົ້ນ​ແມ່ນ ສົ່ງ​ເສີມ​ການທ່ອງທ່ຽວ ພາຍ​ໃນປະ​ເທດ​ພວກ​ເຮົາ​ ​​ເຊິ່ງປະຊາຊົນລາວ ມີ​ທ່າ​ແຮງໃນ​ການຈັດ​ບຸນ​ປະ​ເພນີ ຫລື ງານ​ບຸນ​ຕ່າງໆ ເຮັດ​ໃຫ້​ປະຊາຊົນທ່ຽວ ​ໄປມາຫາສູ່​ກັນ ​ເກີດມີ​ການ​ໃຊ້​ຈ່າຍ, ​ມີການທ່ອງທ່ຽວພາຍ​ໃນ ສ້າງ​ລາຍ​ຮັບ​ພາຍ​ໃນ ​ເພື່ອ​ສ້າງ​ລາຍ​ຮັບ​ ສ້າງ​ວຽກ​ເຮັດ​ງານ​ທໍາ ດ້ວຍ​ກໍາລັງ​ຂອງ​ພາຍ​ໃນປະ ເທດເຮົາເອງ.

ທ່ານ ລີ​ເບີ ລີ​ບົວ​ປາວ ຍັງໃຫ້ຮູ້ວ່າ: ສໍາລັບ​ການ​ຟື້ນ​ຟູ​ ເສດຖະກິດ​ໄລຍະ​ສັ້ນ ​ແມ່ນ​ຕ້ອງ​ໃຊ້​ທ່າ​ແຮງ​ໃຊ້​ກໍ​ລັງ​ບົ່ມ​ຊ້ອນ ທີ່​ມີ​ຢູ່ພາຍ​ໃນ​ປະ​ເທດ​, ເຊິ່ງຍັງ​ສາມາດ​ເຮັດ​ໄດ້​ຢູ່ ​​ໂດຍ​ສະ​ເພາະ​ ການ​ທ່ອງ​ທ່ຽວພາຍ​ໃນ ​ແລະ ​ການ​ຜະລິດ​ກະສິກໍາ-​ຜະລິດ ​ສະບຽງອາຫານ ​ສະ​ນັ້ນ ການສົ່ງ​ເສີມ​ຜະລິດ ​ສິນຄ້າ​ຕອບ​ສະໜອງ ພາຍ​ໃນກໍ​ເປັນ​ໂອກາດດີ, ​ເຊິ່ງຜ່ານ​ມາຜູ້​ປະກອບ​ການ ຜູ້​ຜະລິດ​ພາຍ​ໃນ​ ຍັງ​ເປັນ​ຫ່ວງ​ວ່າສິນຄ້າ​ ຈາກ​ຕ່າງປະ​ເທດ​ເຂົ້າ​ມາ​ແລ້ວ ບໍ່ສາມາດ​ແຂ່ງຂັນ​ໄດ້ ຖ້າ​ວ່າ​ປະກິດ​ຈະ​ການ​ ນັ້ນໄປ​ເຮັດ​ແນວ​ອື່ນ, ​ແຕ່​ດຽວນີ້ກໍ​ເປັນ​​ໂອ​ກາດ​ດີ ຖ້າ​ບໍ່ມີ​ສິນຄ້າ​ເຂົ້າ​ມາ​ຫລາຍ ກໍ​ເປັນ​ໂອກາດ​ໃຫ້​ເຮົາ​ ຜະລິດ​ພາຍ​ໃນ ​ແລະ ​ຕອບ​ສະໜອງ ຄວາມຕ້ອງການ​ພາຍ​ໃນ. ນອກ​ນັ້ນ, ​ກໍ​ເປັນ​​ໂອກາດ​ໃນການ ​ຊຸກຍູ້​ສົ່ງ​ເສີມ​ການ​ຜະລິດ​ພາຍ​ໃນ ການ​ບໍລິການ​ພາຍ​ໃນ ທີ່​ວ່າ​ຫລຸດຜ່ອນ​ການ ​ແຂ່ງຂັນ​ກັບ​ພາຍ​ນອກ. ຜ່ານ​ມາ​ຖ້າ​ສິນຄ້າ​ຈາກ​ຕ່າງປະ​ເທດ​ເຂົ້າ​ມາ​ ກໍ​ມີ​ບັນຫາ​ກັບ​ການ​ແຂ່ງຂັນ​ພາຍ​ໃນ​ ນັກທຸ​ລະກິດທີ່ໜຸ່ມນ້ອຍ ບໍ່ສາມາດ​ແຂ່ງຂັນ​ໄດ້ ​ກັບ​ນັກ​ລົງທຶນ​ພາຍ​ນອກ​ໄດ້.

ລາວ ຈະສ ມໃສ ຫລາຍມາດຕະການຮ ກສາສະຖຽນລະພາບເງ ນຕາແຫ ງຊາດ ພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຕໍ່ເສດຖະກິດປະເທດລາວ ຢ່າງໜັກ

ໂດຍສະເພາະ ໃນຂະແໜງການທ່ອງທ່ຽວ ນັບແຕ່ເດືອນກຸມພາເປັນຕົ້ນມາ, ມາດຕະການປິດດ່ານສາກົນ, ດ່ານທ້ອງຖິ່ນ ແລະ ດ່ານປະເພນີ, ການປິດບໍລິການ ສະຖານທີ່ທ່ອງທ່ຽວ, ສະຖານທີ່ພັກແຮມ, ຮ້ານອາຫານ ແລະ ອື່ນໆ ໄດ້ສົ່ງຜົນກະທົບໂດຍກົງຕໍ່ຫົວໜ່ວຍທຸລະກິດການທ່ອງທ່ຽວ ແລະ ເຄືອຂ່າຍບໍ ລິການການທ່ອງທ່ຽວທັງໝົດ ແລະ ເຮັດໃຫ້ເກືອບທັງໝົດຢຸດການບໍລິການ, ເຊິ່ງຫົວໜວ່ຍທຸລະກິດການ ທ່ອງທ່ຽວທີ່ປິດບໍລິການມີ ໂຮງແຮມ 539 ແຫ່ງ, ຕົວແທນບໍລິສັດທ່ອງທ່ຽວ ...

ລາວ ຈະສ ມໃສ ຫລາຍມາດຕະການຮ ກສາສະຖຽນລະພາບເງ ນຕາແຫ ງຊາດ ຮອງນາຍົກຊີ້ແຈງ ມາດຕະການ ຈັດເກັບລາຍຮັບ-ຈຳກັດລາຍຈ່າຍ

ທ່ານ ສົມ​ດີ ດວງ​ດີ ຮອງ​ນາຍົກລັດຖະມົນຕີ ລັດຖະມົນ ຕີ​ກະຊວງ​ການ​ເງິນ ໄດ້​ຂຶ້ນ​ຊີ້​ ແຈງກ່ຽວ​ກັບ​ນະໂຍບາຍ, ມາດ​ຕະການທາງ​ດ້ານ​ການ​ເງິນ - ງົບປະມານ ໃນ 6 ເດືອນ​ທ້າຍ​ປີ 2020 ແນໃສ່​ເພີ່ມ​ທະວີ​ການ​ຈັດ​ເກັບ​ລາຍ​ຮັບ ໄປ​ພ້ອມ​ກັບ​ການ​ຈໍາ​ກັດ ແລະ ປະຢັດ​ລາຍ​ຈ່າຍ, ລະດົມ​ທຶນ​ຈາກ​ພາຍ​ໃນ ແລະ ຕ່າງປະເທດ ເພື່ອ​ມາ​ດຸ່ນ​ດ່ຽງ​ງົບປະມານ ແລະ ການ​ປະຕິບັດ​ພັນ​ທະ​ຊໍາ​ລະ​ໜີ້​ເງິນ​ກູ້​ຢືມ​ພາຍ​ໃນ ...

ລາວ ຈະສ ມໃສ ຫລາຍມາດຕະການຮ ກສາສະຖຽນລະພາບເງ ນຕາແຫ ງຊາດ ລາວ: ລັດຖະບານ ກຳນົດບາງມາດຕະການຈຸດສຸມ ໃນ 6 ເດືອນທ້າຍປີ 2020

ລັດຖະບານ ຈະສຸມໃສ່ຈັດຕັ້ງປະຕິບັດມາດຕະການຈຸດສຸມຕ່າງໆ ໃນ 6 ເດືອນທ້າຍປີ 2020 ໂດຍຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ ແລະ ການຟື້ນຟູຂະແໜງການບໍລິການ ແລະ ການທ່ອງທ່ຽວ ເພືີ່ອຮັບປະກັນ ໃຫ້ແກ່ການ ຈັດຕັ້ງປະຕິບັດ ບັນດາຄາດໝາຍ ແລະ ວຽກງານຕ່າງໆ ແຕ່ນີ້ຫາທ້າຍປີ 2020 ໃຫ້ບັນລຸໄດ້ຕາມຄາດໝາຍ.

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.