ສະຫລອງບຸນໄຫວ້ພະຈັນ ປະຈຳປີ 2018

12:04 | 24/09/2018

ວິທະຍຸກະຈາຍສຽງ ປະຊາຊົນກວາງຊີ ສປ ຈີນ ຮ່ວມກັບ ໂຮງຮຽນ ມສ ລຽວໂຕ ແລະ ວິທະຍຸ BBR ຈັດກິດຈະກຳ ຕ້ອນຮັບບຸນປະເພນີໄຫວ້ພະຂອງຈີນ ໃນຫົວຂໍ້ “ອຸທິດຄວາມຮັກພາຍໃຕ້ ດວງຈັນດຽວກັນ” ຂຶ້ນໃນວັນທີ 20 ກັນຍາ ທີ່ ໂຮງຮຽນ ມສ ລຽວໂຕ ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງ ທ່ານ ສົມປະສົງ ຈັນທະວົງ ຜູ້ອຳນວຍການໂຮງຮຽນລຽວໂຕ, ທັງເປັນປະທານສະມາຄົມ ລວມຈີນດຽວດ້ວຍສັນຕິ, ມີບັນ ດາຄູ-ອາຈານ, ພ້ອມດ້ວຍນັກຮຽນ ເຂົ້າຮ່ວມ.

ສະຫລອງບຸນໄຫວ້ພະຈັນ ປະຈຳປີ 2018

ການສະແດງ ສິລະປະ ທີ່ເປັນມູນເຊື້ອເອກະລັກຂອງສອງຊາດ ລາວ-ຈີນ.

ໃນພິທີສະເຫລີມສະຫລອງຄັ້ງນີ້, ໄດ້ມີຫລາຍກິດຈະກຳທີ່ໜ້າສົນໃຈ ເປັນຕົ້ນແມ່ນ ການສະແດງ ສິລະປະ ທີ່ເປັນມູນເຊື້ອເອກະລັກຂອງສອງຊາດ ລາວ-ຈີນ, ບົດຟ້ອນ ແລະ ຮ້ອງເພງ, ຖາມ-ຕອບຄຳຖາມ ແລະ ອື່ນໆ ຈາກນ້ອງນັກຮຽນ ມສ ລຽວໂຕ, ເຊິ່ງການສະແດງດັ່ງກ່າວ ແມ່ນສ່ອງແສງໃຫ້ເຫັນ ເຖິງວັດທະນະທຳ, ຮີດຄອງປະເພນີ ອັນໄດ້ສ້າງຄວາມປະທັບໃຈ, ສຽງຫົວ ແລະ ຮ້ອຍຍິ້ມ ໃຫ້ກັບຜູ້ເບິ່ງຜູ້ຊົມ ໂດຍສະເພາະແມ່ນນ້ອງນັກຮຽນ.

ບຸນໄຫວ້ພະຈັນກົງກັບ ມື້ຂຶ້ນ 15 ຄໍ່າເດືອນ 8 ຂອງທຸກປີ ແລະ ຍັງເປັນບຸນ ປະເພນີໜຶ່ງ ທີ່ ສຳຄັນຂອງຊາວຈີນ ຢູ່ປະເທດອາຊຽນ. ນັບແຕ່ປີ 2011 ເປັນຕົ້ນມາ ຊາວຈີນ ທີ່ອາໃສຢູ່ຕ່າງປະເທດ ກໍໄດ້ຈັດງານບຸນດັ່ງກ່າວ, ໃນຫົວຂໍ້ “ອຸ​ທິດຄວາມ ຮັກພາຍໃຕ້ດວງຈັນດຽວກັນ” ຈົນກາຍເປັນກິດຈະກຳ ແລກປ່ຽນວັດທະນະທຳ ລະຫວ່າງ ເຂດກວາງຊີ ສປ ຈີນ ກັບປະເທດອາຊຽນ, ເຊິ່ງໄດ້ສ້າງເປັນເວທີ ເຊື່ອມໂຍງສາຍພົວພັນໄມຕິຈິດ ລະຫວ່າງ ເຂດກວາງຊີ ກັບບັນດາປະເທດອາຊຽນ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ທ່ານອາດຈະມັກ

ເຫດການ