ກອງປະຊຸມຄະນະກໍາມະການຮ່ວມມືລວມ ອາຊຽນ - ການາດາ ຄັ້ງທີ 8

06:57 | 27/02/2020

ຍສໝ - ອາຊຽນ ແລະ ການາດາ ໄດ້ສະແດງຄວາມຍິນດີຕໍ່ໝາກຜົນຂອງການຮ່ວມມືໃນໄລຍະທີ່ຜ່ານມາ, ໂດຍສະເພາະແມ່ນການສຳເລັດການຈັດຕັ້ງປະຕິບັດທຸກແຜນປະຕິບັດງານ ເພື່ອຈັດຕັ້ງປະຕິບັດຖະແຫຼງການຮ່ວມວ່າດ້ວຍການເພີ່ມທະວີການພົວພັນຄູ່ຮ່ວມມື ອາຊຽນ - ການາດາໄລຍະປີ 2016-2020.

ວັນທີ 25 ກຸມພາ, ກອງປະຊຸມຄະນະກໍາມະການຮ່ວມມືລວມ ອາຊຽນ - ການາດາ (ACJCC) ຄັ້ງທີ 8 ໄດ້ຈັດຂຶ້ນຢູ່ສໍານັກງານຄະນະເລຂາທິການ ອາຊຽນ ຢູ່ ຈາກາຕາ, ປະເທດ ອິນໂດເນເຊຍ.

ທີ່ກອງປະຊຸມ, ການາດາ ຢືນຢັນວ່າ ໄດ້ສືບຕໍ່ໃຫ້ຄວາມສຳຄັນຕໍ່ການຮ່ວມມືກັບອາຊຽນ ແລະ ເນັ້ນໜັກວ່າ ອາຊຽນ ແມ່ນເນື້ອໃນບຸລິມະສິດໃນນະໂຍບາຍການຕ່າງປະເທດ. ທ່ານຮອງລັດຖະມົນຕີ ການາດາ, ທ່ານ Jonathan Fried ໄດ້ກ່າວເຖິງຄວາມບຸກບືນທີ່ຈະສືບຕໍ່ສະໜັບສະໜູນ ອາຊຽນ ໃນຄວາມພະຍາຍາມຂອງຕົນໃນການສ້າງປະຊາຄົມ, ສະແດງຄວາມປາດຖະໜາຢາກຍົກລະດັບການຮ່ວມມືກັບອາຊຽນໃຫ້ສູງຂື້ນ.

ກອງປະຊຸມຄະນະກໍາມະການຮ່ວມມືລວມ ອາຊຽນ - ການາດາ ຄັ້ງທີ 8

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. (ພາບ: TTXVN)

ນອກຈາກນັ້ນ, ທີ່ກອງປະຊຸມ 2 ຝ່າຍໄດ້ປຶກສາຫາລືກ່ຽວກັບທິດທາງການຮ່ວມມື, ໂດຍໄດ້ເຫັນດີເປັນເອກະພາບ ຈະຜັນຂະຫຍາຍການຮ່ວມມືຮອບດ້ານໃນທັງ 3 ເສົາຄໍ້າ ການເມືອງ - ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທໍາ-ສັງຄົມ, ສຸມໃສ່ບັນດາຂົງເຂດ ຄື ສະກັດກັ້ນ, ຕ້ານການກໍ່ການຮ້າຍ ແລະ ອາດຊະຍາກໍາຂ້າມຊາດ, ການຄ້າ - ການລົງທຶນ, ຈຸນລະວິສາຫະກິດ, ວິສາຫະກິດຂະໜາດກາງ ແລະ ນ້ອຍ, ວິທະຍາສາດ ແລະ ເຕັກໂນໂລຢີ, ຄວາມປອດໄພທາງເຄືອຂ່າຍອິນເຕີແນັດ, ການເຊື່ອມໂຍງ, ຕົວເມືອງອັດສະລິຍະ, ການປ່ຽນແປງຂອງດິນຟ້າອາກາດ ແລະ ການຄວບຄຸມໄພທໍາມະຊາດ, ການປ້ອງກັນ, ຕ້ານໂລກລະບາດ...

ສອງຝ່າຍກໍໃຫ້ຄໍາໝັ້ນສັນຍາ ສົມທົບກັນສ້າງແຜນການດໍາເນີນງານຮ່ວມລະຫວ່າງ ອາຊຽນ - ການາດາ ໄລຍະ ໃໝ່ 2021 – 2025 ໃຫ້ສໍາເລັດ ເພື່ອຍື່ນສະເໜີຕໍ່ກອງປະຊຸມລັດຖະມົນຕີ ອາຊຽນ - ການາດາ ໃນຕ້ົ້ນເດືອນ ສິງຫາ 2020 ຮັບຮອງເອົາ.

(ຄຳຮຸ່ງ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.