ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ ລະຫວ່າງຫວຽດນາມ ແລະ ສະຫະພາບເອີຣົບ

06:30 | 16/06/2020

ຍສໝ - ອີງຕາມສັນຍາ FPA, ສະຫະພາບເອີຣົບ ໄດ້ເລືອກເອົາຫວຽດນາມ ເປັນປະເທດທີ່ທົດລອງໃນແຜນຍຸດທະສາດຂອງ ສະຫະພາບເອີຣົບ ກ່ຽວກັບການເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ ແລະ ຄວາມໝັ້ນຄົງຢູ່ອາຊີ.

ເພ ມທະວ ການຮ ວມມ ດ ານປ ອງກ ນຊາດ ລະຫວ າງຫວຽດນາມ ແລະ ສະຫະພາບເອ ຣ ບ ວິທະຍາຄານປ້ອງກັນຊາດ ໄດ້ຈັດພິທີປິດຊຸດບໍາລຸງໄລຍະສັ້ນກ່ຽວກັບການບັນຊາ ເສນາທິການຂັ້ນບັ້ນຮົບ ຍຸດທະສາດໃຫ້ແກ່ກອງທັບປະຊາຊົນລາວ ຊຸດທີ 2
ເພ ມທະວ ການຮ ວມມ ດ ານປ ອງກ ນຊາດ ລະຫວ າງຫວຽດນາມ ແລະ ສະຫະພາບເອ ຣ ບ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ ແລະ ສິງກະໂປ

ເມື່ອບໍ່ດົນມານີ້, ທີ່ນະຄອນຫຼວງຮ່າໂນ້ຍ ໄດ້ດຳເນີນການພົບປະແລກປ່ຽນທາງອອນລາຍ ລະຫວ່າງທ່ານພົນໂທ ຫງວຽນຈີວິ້ງ - ກຳມະການສູນກາງພັກ, ຜູ້ປະຈຳການຄະນະກຳມະການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ທ່ານພົນເອກ Claudio Graziano - ປະທານ ຄະນະກຳມະການທະຫານສະຫະພາບເອີຣົບ.

ອີງຕາມສັນຍາ FPA, ສະຫະພາບເອີຣົບ ໄດ້ເລືອກເອົາຫວຽດນາມ ເປັນປະເທດທີ່ທົດລອງໃນແຜນຍຸດທະສາດຂອງ ສະຫະພາບເອີຣົບ ກ່ຽວກັບການເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ ແລະ ຄວາມໝັ້ນຄົງຢູ່ອາຊີ. ກະຊວງປ້ອງກັນປະເທດ ຫວຽດນາມ ກໍ່ໄດ້ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດກັບ ສະຫະພາບເອີຣົບ ເຊິ່ງກາຍເປັນຫຼັກແຫຼ່ງໃນຂອບເຂດສັນຍາຄູ່ຮ່ວມມື ແລະ ການຮ່ວມມືຮອບດ້ານຫວຽດນາມ - ອີຢູ.

ເພ ມທະວ ການຮ ວມມ ດ ານປ ອງກ ນຊາດ ລະຫວ າງຫວຽດນາມ ແລະ ສະຫະພາບເອ ຣ ບ
ທ່ານພົນໂທ ຫງວຽນຈີວິ້ງ - ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ. (ພາບ: TTXVN)

ທີ່ການພົບປະແລກປ່ຽນ, ທ່ານພົນໂທ ຫງວຽນຈີວິ້ງ - ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ຢືນຢັນວ່າ ປະເທດຫວຽດນາມ ຈະສົ່ງຄະນະຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ກອງບັນຊາການປ້ອງກັນປະເທດປີ 2020 ຕາມຄຳເຊີນຂອງ ສະຫະພາບເອີຣົບ. ໃນໂອກາດນີ້, ທ່ານ ພົນໂທ ຫງວຽນຈີວິ້ງ ໄດ້ເນັ້ນໜັກວ່າ ກະຊວງປ້ອງກັນປະເທດຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພົວພັນຮ່ວມມືດ້ານປ້ອງກັນປະເທດກັບ ສະຫະພາບເອີຣົບ, ແລະ ຮຽກຮ້ອງໃຫ້ສອງຝ່າຍເພີ່ມທະວີການຮ່ວມມືໃນຂົງເຂດການແພດທະຫານ ເພື່ອປ້ອງກັນ ແລະ ຕ້ານພະຍາດ COVID-19 ແລະ ຮັບມືກັບສິ່ງທ້າທາຍຕ່າງໆ. ທ່ານພົນໂທ ຫງວຽນຈີວິ້ງ ໄດ້ເນັ້ນໜັກວ່າ ໃນຄັ້ງນີ້ສອງຝ່າຍຄວນກະກຽມຢ່າງຕັ້ງໜ້າ ເພື່ອຊຸກຍູ້ການປະຕິບັດບັນດາຂໍ້ຕົກລົງການຮ່ວມມື ໃນສັນຍາ FPA ໂດຍໄວ.

ທ່ານພົນເອກ Claudio Graziano - ປະທານ ຄະນະກຳມະການທະຫານສະຫະພາບເອີຣົບ ສະແດງການສະໜັບສະໜູນບົດບາດ ເປັນປະທານອາຊຽນ ແລະ ສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020-2021 ຂອງຫວຽດນາມ; ປາດຖະໜາວ່າ ຫວຽດນາມ ໄດ້ສືບຕໍ່ເສີມຂະຫຍາຍບົດບາດເປັນໃຈກາງຂອງອາຊຽນ, ປະກອບສ່ວນເຂົ້າໃນການຮັກສາຄວາມສະຫງົບປອດໄພໃນພາກພື້ນ, ຄວາມສາມັກຄີ, ຄວາມເປັນເອກະພາບ ແລະ ຄວາມຮັບຜິດຊອບຂອງບັນດາປະເທດອາຊຽນ.

ສອງຝ່າຍຍັງໄດ້ເຫັນດີນຳກັນວ່າ ການພົວພັນຮ່ວມມືສອງຝ່າຍຍັງມີຄວາມສາມາດບົ່ມຊ້ອນຫລາຍຢ່າງ, ໂດຍສະເພາະ ແມ່ນໃນການແລກປ່ຽນຄະນະຜູ້ແທນ, ການເຈລະຈາປ້ອງກັນປະເທດ ແລະ ປ້ອງກັນຄວາມສະຫງົບ, ການຝຶກຊ້ອມ, ແກ້ໄຂຜົນຮ້າຍຂອງສົງຄາມ, ປົກປັກຮັກສາສັນຕິພາບ ແລະ ການຮ່ວມມືຄົ້ນຄວ້າຍຸດທະສາດ.

ເພ ມທະວ ການຮ ວມມ ດ ານປ ອງກ ນຊາດ ລະຫວ າງຫວຽດນາມ ແລະ ສະຫະພາບເອ ຣ ບ ຫວຽດນາມ ສະໜັບສະໜູນອົງການ ASEF ໃນການເພີ່ມທະວີການພົວພັນຄູ່ຮ່ວມມື ແລະ ແລກປ່ຽນປະຊາຊົນ ລະຫວ່າງສອງທະວີບອາຊີ ແລະ ເອີຣົບ

ຍສໝ - ໃນຂອບການຮ່ວມມືອາຊີ - ເອີຣົບ (ASEM), ກອງປະຊຸມຄະນະກຳມະການຜູ້ວ່າການກອງທຶນອາຊີ - ເອີຣົບ (ASEF) ຄັ້ງທີ 41 ໄດ້ຈັດຂຶ້ນໃນລະຫວ່າງແຕ່ວັນທີ 13-14 ມິຖຸນາ.

ເພ ມທະວ ການຮ ວມມ ດ ານປ ອງກ ນຊາດ ລະຫວ າງຫວຽດນາມ ແລະ ສະຫະພາບເອ ຣ ບ ຫວຽດນາມ ມີ​ບົດ​ກ່າວ​ປາ​ໄສ​ລວມຢູ່​ສະ​ພາ​ຄວາມໝັ້ນຄົງ ກ່ຽວກັບ ສະພາບ​ການ​ຢູ່​ ອາຟະ​ລິ​ກາ ກາງ

ຍສໝ - ວັນທີ 14 ມິຖຸນາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ດຳເນີນກອງປະຊຸມອອນລາຍ ກ່ຽວກັບສະຖານະການຢູ່ອາຟະລິກາກາງ ແລະ ບັນດາການເຄື່ອນໄຫວຂອງຫ້ອງການສະຫະປະຊາຊາດ ໃນຂົງເຂດນີ້ (UNOCA).

ເພ ມທະວ ການຮ ວມມ ດ ານປ ອງກ ນຊາດ ລະຫວ າງຫວຽດນາມ ແລະ ສະຫະພາບເອ ຣ ບ ທ່ານ ຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບຄະນະຜູ້ແທນວິສາຫະກິດ ປະເທດຈີນ

ຍສໝ - ໃນຕອນບ່າຍວັນທີ 13 ມິຖຸນາ, ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນວິສາຫະກິດ ປະເທດຈີນ ທີ່ພວມລົງທຶນເຂົ້າບັນດາຂົງເຂດຢູ່ຫວຽດນາມ, ເຊັ່ນ: ຕຳແຜ່ນແພ, ສ່ວນປະກອບເຄື່ອງຈັກ ແລະ ຢາງລົດໃຫຍ່.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.