ສໍາລັບ​ການ​ຟື້ນ​ຟູ​ ເສດຖະກິດ​ໄລຍະ​ສັ້ນ ​ແມ່ນ​ຕ້ອງ​ໃຊ້​ທ່າ​ແຮງ​ໃຊ້​ກໍ​ລັງ​ບົ່ມ​ຊ້ອນ ທີ່​ມີ​ຢູ່ພາຍ​ໃນ​ປະ​ເທດ

21:46 | 09/06/2020

ທ່ານ ລີ​ເບີ ລີ​ບົວ​ປາວ ຮັກສາ​ການ​ຫົວໜ້າ​ສະ​ຖາ​ບັນ ​ຄົ້ນຄວ້າ​ເສດຖະກິດ​ແຫ່ງ​ຊາດ ​ໄດ້​ໃຫ້​ສຳພາດ​ຕໍ່​ສື່​ມວນ​ຊົນ ສຳນັກ​ຂ່າວສານ​ປະ​ເທດ​ລາວ ກ່ຽວ​ກັບ​ທ່າ​ແຮງ​ ໃນ​ການ​ຟື້ນ​ຟູ​ເສດຖະກິດ ຫລັງ​ພະຍາດ​ໂຄ​ວິດ-19 ຜ່ອນ​ເບົາ​ລົງ ​ເປັນ​ຕົ້ນ​ແມ່ນ ສົ່ງ​ເສີມ​ການທ່ອງທ່ຽວ ພາຍ​ໃນປະ​ເທດ​ພວກ​ເຮົາ​ ​​ເຊິ່ງປະຊາຊົນລາວ ມີ​ທ່າ​ແຮງໃນ​ການຈັດ​ບຸນ​ປະ​ເພນີ ຫລື ງານ​ບຸນ​ຕ່າງໆ ເຮັດ​ໃຫ້​ປະຊາຊົນທ່ຽວ ​ໄປມາຫາສູ່​ກັນ ​ເກີດມີ​ການ​ໃຊ້​ຈ່າຍ, ​ມີການທ່ອງທ່ຽວພາຍ​ໃນ ສ້າງ​ລາຍ​ຮັບ​ພາຍ​ໃນ ​ເພື່ອ​ສ້າງ​ລາຍ​ຮັບ​ ສ້າງ​ວຽກ​ເຮັດ​ງານ​ທໍາ ດ້ວຍ​ກໍາລັງ​ຂອງ​ພາຍ​ໃນປະ ເທດເຮົາເອງ.

ສ າລ ບ ການ ຟ ນ ຟ ເສດຖະກ ດ ໄລຍະ ສ ນ ແມ ນ ຕ ອງ ໃຊ ທ າ ແຮງ ໃຊ ກ ລ ງ ບ ມ ຊ ອນ ທ ມ ຢ ພາຍ ໃນ ປະ ເທດ ຈຸດ​ເລີ່ມ​ຕົ້ນ​ໃໝ່​ໃນ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - EU
ສ າລ ບ ການ ຟ ນ ຟ ເສດຖະກ ດ ໄລຍະ ສ ນ ແມ ນ ຕ ອງ ໃຊ ທ າ ແຮງ ໃຊ ກ ລ ງ ບ ມ ຊ ອນ ທ ມ ຢ ພາຍ ໃນ ປະ ເທດ ກອງ​ປະ​ຊຸມ​ລະ​ຫວ່າງ​ຄະ​ນະ​ປະ​ຈຳ​ລັດ​ຖະ​ບານ ກັບ​ຄະ​ນະ​ຊີ້ນ​ນຳ​ແຫ່ງ​ຊາດ​ການ​ປ້ອງ​ກັນ, ສະ​ກັດ​ກັ​້ນ​ໂລກ​ລະ​ບາດ Covid-19
ສ າລ ບ ການ ຟ ນ ຟ ເສດຖະກ ດ ໄລຍະ ສ ນ ແມ ນ ຕ ອງ ໃຊ ທ າ ແຮງ ໃຊ ກ ລ ງ ບ ມ ຊ ອນ ທ ມ ຢ ພາຍ ໃນ ປະ ເທດ
ພາບປະກອບ

ທ່ານ ລີ​ເບີ ລີ​ບົວ​ປາວ ຍັງໃຫ້ຮູ້ວ່າ: ສໍາລັບ​ການ​ຟື້ນ​ຟູ​ ເສດຖະກິດ​ໄລຍະ​ສັ້ນ ​ແມ່ນ​ຕ້ອງ​ໃຊ້​ທ່າ​ແຮງ​ໃຊ້​ກໍ​ລັງ​ບົ່ມ​ຊ້ອນ ທີ່​ມີ​ຢູ່ພາຍ​ໃນ​ປະ​ເທດ​, ເຊິ່ງຍັງ​ສາມາດ​ເຮັດ​ໄດ້​ຢູ່ ​​ໂດຍ​ສະ​ເພາະ​ ການ​ທ່ອງ​ທ່ຽວພາຍ​ໃນ ​ແລະ ​ການ​ຜະລິດ​ກະສິກໍາ-​ຜະລິດ ​ສະບຽງອາຫານ ​ສະ​ນັ້ນ ການສົ່ງ​ເສີມ​ຜະລິດ ​ສິນຄ້າ​ຕອບ​ສະໜອງ ພາຍ​ໃນກໍ​ເປັນ​ໂອກາດດີ, ​ເຊິ່ງຜ່ານ​ມາຜູ້​ປະກອບ​ການ ຜູ້​ຜະລິດ​ພາຍ​ໃນ​ ຍັງ​ເປັນ​ຫ່ວງ​ວ່າສິນຄ້າ​ ຈາກ​ຕ່າງປະ​ເທດ​ເຂົ້າ​ມາ​ແລ້ວ ບໍ່ສາມາດ​ແຂ່ງຂັນ​ໄດ້ ຖ້າ​ວ່າ​ປະກິດ​ຈະ​ການ​ ນັ້ນໄປ​ເຮັດ​ແນວ​ອື່ນ, ​ແຕ່​ດຽວນີ້ກໍ​ເປັນ​​ໂອ​ກາດ​ດີ ຖ້າ​ບໍ່ມີ​ສິນຄ້າ​ເຂົ້າ​ມາ​ຫລາຍ ກໍ​ເປັນ​ໂອກາດ​ໃຫ້​ເຮົາ​ ຜະລິດ​ພາຍ​ໃນ ​ແລະ ​ຕອບ​ສະໜອງ ຄວາມຕ້ອງການ​ພາຍ​ໃນ. ນອກ​ນັ້ນ, ​ກໍ​ເປັນ​​ໂອກາດ​ໃນການ ​ຊຸກຍູ້​ສົ່ງ​ເສີມ​ການ​ຜະລິດ​ພາຍ​ໃນ ການ​ບໍລິການ​ພາຍ​ໃນ ທີ່​ວ່າ​ຫລຸດຜ່ອນ​ການ ​ແຂ່ງຂັນ​ກັບ​ພາຍ​ນອກ. ຜ່ານ​ມາ​ຖ້າ​ສິນຄ້າ​ຈາກ​ຕ່າງປະ​ເທດ​ເຂົ້າ​ມາ​ ກໍ​ມີ​ບັນຫາ​ກັບ​ການ​ແຂ່ງຂັນ​ພາຍ​ໃນ​ ນັກທຸ​ລະກິດທີ່ໜຸ່ມນ້ອຍ ບໍ່ສາມາດ​ແຂ່ງຂັນ​ໄດ້ ​ກັບ​ນັກ​ລົງທຶນ​ພາຍ​ນອກ​ໄດ້.

ໃນວັນທີ 9 ມິຖຸນາ 2020 ທີ່ກະຊວງສາທາລະນະສຸກ ໄດ້ລາຍງານສະພາບ ການລະ ບາດຂອງພະຍາດ ໂຄວິດ-19 ໃນ ສປປ ລາວ ໂດຍທ່ານ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມ ພະຍາດຕິດຕໍ່ ກະຊວງສາທາລະນະສຸກ ມີສື່ມວນຊົນ ຈາກຫລາຍພາກສ່ວນເຂົ້າຮ່ວມ.

ທ່ານ ດຣ.ພອນປະເສີດ ແຈ້ງໃຫ້ຮູ້ວ່າ: ສະພາບການເຝົ້າລະວັງ COVID-19 ຢູ່ ສປປ ລາວ ຮອດ 5 ໂມງແລງ ຂອງວັນທີ 08 ມິຖຸນາ 2020 ການຕິດຕາມຜູ້ເດີນທາງ ຢູ່ຈຸດຜ່ານແດນຕ່າງໆ ມີຈໍານວນ ຜູ້ເດີນທາງເຂົ້າມາທັງໝົດ 1.466 ຄົນ, ໃນນັ້ນປະກອບມີແຮງງານລາວ ທີ່ເດີນທາງກັບປະ ເທດ ແລະ ຄົນຂັບລົດຂົນສົ່ງສິນຄ້າ, ທຸກຄົນໄດ້ວັດແທກ ອຸນຫະພູມຮ່າງກາຍ ແລະ ກວດຫາອາການຜິດປົກກະຕິ, ບໍ່ພົບຜູ້ມີອາການເປັນໄຂ້, ທັງໝົດໄດ້ເກັບຕົວຢ່າງ ມາກວດແລ້ວນຳສົ່ງໄປຈຳກັດບໍລິເວນຢູ່ສະຖານທີ່ ທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ.

ສຳລັບວັນທີ 08 ມິຖຸນາ 2020, ໄດ້ເກັບຕົວຢ່າງມາກວດ ວິເຄາະທັງໝົດ 319 ຄົນ, ໃນນັ້ນ ແຮງງານລາວກັບມາແຕ່ໄທ 227 ຄົນ, ແຮງງານຈີນ 77 ຄົນ, ກໍລະນີສົງໄສ 14 ຄົນ ແລະ ຜູ້ຕິດເຊື້ອນອນປິ່ນປົວ ຢູ່ໂຮງໝໍມິດຕະພາບ 01 ຄົນ. ສ່ວນຜົນກວດຂອງແຮງງານລາວ, ແຮງງານຈີນ ແລະ ກໍລະນີສົງໄສ ທີ່ກວດມື້ວານນີ້ແມ່ນບໍ່ພົບເຊື້ອ. ນັບແຕ່ເດືອນມັງກອນ ມາຮອດວັນທີ 2 ມິຖຸນາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 8.926 ຕົວຢ່າງມາກວດ, ກວດພົບເຊື້ອທັງໝົດ 19 ຄົນ (58 ມື້ແລ້ວ ທີ່ບໍ່ມີຜູ້ຕິດເຊື້ອເພີ້ມ). ປັດຈຸບັນ ທົ່ວປະເທດມີສູນຈໍາກັດບໍລິເວນ ທັງໝົດ 80 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 3.262 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.

ສ າລ ບ ການ ຟ ນ ຟ ເສດຖະກ ດ ໄລຍະ ສ ນ ແມ ນ ຕ ອງ ໃຊ ທ າ ແຮງ ໃຊ ກ ລ ງ ບ ມ ຊ ອນ ທ ມ ຢ ພາຍ ໃນ ປະ ເທດ ນັກຮຽນເຂດຫ່າງໄກສອກຫຼີກ ຍັງຂາດໂອກາດຫຼາຍດ້ານ

ໂອ­ກາດ​ເດີນ­ທາງ​ຮ່ວມ​ທີມ​ງານ ໂຄງ­ການ “ກ້າ​ໄມ້ ແຕກ​ໃບ ສົດ­ໃສ ຢືນ​ຕົ້ນ ໃຫຍ່​ງາມ” ເຊິ່ງ​ເປັນ​ການ​ຮ່ວມ​ມື​ລະ­ຫວ່າງ​ບໍ­ລິ­ສັດ ຣາ​ຊ-ລາວ ບໍ­ລິ­ການ ຈຳ­ກັດ ແລະ ກົມ​ພັດ­ທະ­ນາ​ວິ­ຊາ​ຊີບ​ຊາວ​ໜຸ່ມ ສູນ​ກາງ​ຊາວ​ໜຸ່ມ​ປະ­ຊາ­ຊົນ​ປະ­ຕິ­ວັດ​ລາວ (ສຊປລ) ເດີນ­ທາງ​ຕິດ­ຕາມ​ຊຸກ­ຍູ້ ແລະ ມອບ​ທືນ​ໂຄງ­ການ ໃຫ້​ກັບ​ບັນ­ດາ​ຊາວ​ໜຸ່ມ​ຜູ້​ທີ່​ໄດ້​ຮັບ​ທຶນ ຢູ່ 4 ແຂວງ​ພາກ​ເໜືອ ລະ­ຫວ່າງ​ວັນ​ທີ 31 ພຶດ­ສະ­ພາ ...

ສ າລ ບ ການ ຟ ນ ຟ ເສດຖະກ ດ ໄລຍະ ສ ນ ແມ ນ ຕ ອງ ໃຊ ທ າ ແຮງ ໃຊ ກ ລ ງ ບ ມ ຊ ອນ ທ ມ ຢ ພາຍ ໃນ ປະ ເທດ ຍີ່ປຸ່ນ ຊ່ວຍເຫຼືອວຽກງານຄວບຄຸຸມ ແລະ ແກ້ໄຂພະຍາດໂຄວິດຢູ່ລາວ

ພິທີລົງນາມເອກະສານແລກປ່ຽນໂຄງການຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ ເພື່ອນໍາໃຊ້ເຂົ້າໃນວຽກງານປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ຈັດຂຶ້ນວັນທີ 5 ມິຖຸນາ 2020 ຢູ່ກະຊວງການຕ່າງປະເທດ ລະຫວ່າງທ່ານ ທອງສະຫວັນ ພົມວິຫານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ທາເກວາກະ ເຄໂຊ ເອກອັກຄະລາຊະທູດຍີ່ປຸ່ນ ປະຈຳລາວ ເຊິ່ງມີພະນັກງານ-ວິຊາການກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.

ສ າລ ບ ການ ຟ ນ ຟ ເສດຖະກ ດ ໄລຍະ ສ ນ ແມ ນ ຕ ອງ ໃຊ ທ າ ແຮງ ໃຊ ກ ລ ງ ບ ມ ຊ ອນ ທ ມ ຢ ພາຍ ໃນ ປະ ເທດ ລັດຖະບານ ເນັ້ນຕ້ອງຮັບປະກັນໃຫ້ເດັກທຸກຄົນກັບຄືນໄປໂຮງຮຽນຢ່າງປອດໄພ

ປັດຈຸບັນນີ້, ລັດຖະບານ ແຫ່ງ ສປປ ລາວ ກຳລັງເຮັດວຽກຮ່ວມກັບ ອົງການອຸຍນີເຊັບ ປະຈຳ ສປປ ລາວ ເພື່ອຮັບປະກັນໃຫ້ເດັກທຸກຄົນໃນ ສປປ ລາວ ໄດ້ກັບຄືນໄປໂຮງຮຽນຢ່າງປອດໄພ ຈາກພະຍາດໂຄວິດ-19 ພາຍຫລັງທີ່ລັດຖະບານ ໄດ້ອະນຸຍາດ ໃຫ້ເປີດໂຮງຮຽນຄືນໃໝ່ ໃນວັນທີ 2 ມິຖຸນາ 2020 ​ແລະ ມາໃນວັນທີ 5 ...

ໄຊພອນ

ເຫດການ
302 Found

Found

The document has moved here.