ລັດຖະບານ ເນັ້ນຕ້ອງຮັບປະກັນໃຫ້ເດັກທຸກຄົນກັບຄືນໄປໂຮງຮຽນຢ່າງປອດໄພ

06:30 | 07/06/2020

ປັດຈຸບັນນີ້, ລັດຖະບານ ແຫ່ງ ສປປ ລາວ ກຳລັງເຮັດວຽກຮ່ວມກັບ ອົງການອຸຍນີເຊັບ ປະຈຳ ສປປ ລາວ ເພື່ອຮັບປະກັນໃຫ້ເດັກທຸກຄົນໃນ ສປປ ລາວ ໄດ້ກັບຄືນໄປໂຮງຮຽນຢ່າງປອດໄພ ຈາກພະຍາດໂຄວິດ-19 ພາຍຫລັງທີ່ລັດຖະບານ ໄດ້ອະນຸຍາດ ໃຫ້ເປີດໂຮງຮຽນຄືນໃໝ່ ໃນວັນທີ 2 ມິຖຸນາ 2020 ​ແລະ ມາໃນວັນທີ 5 ມິຖຸນາ 2020 ນີ້, ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບກະຊວງສຶກສາທິການ ແລະ ກິລາ ແລະ ອົງການອຸຍນີເຊັບ ໄດ້ຈັດກອງປະຊຸມການ ມີສ່ວນຮ່ວມຂອງສື່ມວນຊົນ ໃນການໂຄສະນາ “ກັບເຂົ້າໂຮງຮຽນຢ່າງປອດໄພ” ເພື່ອໃຫ້ຂໍ້ມູນແກ່ສື່ມວນຊົນກ່ຽວ ກັບນະໂຍບາຍຂອງລັດຖະບານ ດ້ານວຽກງານສຶກສາ ໃນໄລຍະທີ່ມີການລະບາດຂອງພະຍາດ ໂຄວິດ-19 ແລະ ໂຄສະນາ “ປອດໄພກັບໄປໂຮງຮຽນ”.  

ລ ດຖະບານ ເນ ນຕ ອງຮ ບປະກ ນໃຫ ເດ ກທ ກຄ ນກ ບຄ ນໄປໂຮງຮຽນຢ າງປອດໄພ ລັດຖະມົນຕີກະຊວງ ປທສ ຕ້ອນຮັບທູດ ອາເມລິກາ ປະຈໍາລາວ
ລ ດຖະບານ ເນ ນຕ ອງຮ ບປະກ ນໃຫ ເດ ກທ ກຄ ນກ ບຄ ນໄປໂຮງຮຽນຢ າງປອດໄພ ເຝິກຊ້ອມເທິງແຜນຮ່າງທາງໄກ ການປ້ອງກັນ ແລະ ສະກັດກັ້ກການລະບາດພະຍາດໂຄວິດ-19
ລ ດຖະບານ ເນ ນຕ ອງຮ ບປະກ ນໃຫ ເດ ກທ ກຄ ນກ ບຄ ນໄປໂຮງຮຽນຢ າງປອດໄພ

ພ້ອມກັນນັ້ນ ກໍເພື່ອເປັນການໃຫ້ຂໍ້ມູນສື່ມວນຊົນ ກ່ຽວກັບການຊ່ວຍເຫລືອ ດ້ານສຸຂະພາບຈິດ ແລະ ການສະໜັບສະໜູນດ້ານຈິດໃຈ ແກ່ເດັກ ແລະ ນັກຮຽນ, ຄູອາຈານ ແລະ ພະນັກງານສຶກສາ ພ້ອມທັງພໍ່ແມ່ ແລະ ຜູ້ດູແລເດັກ, ທັງເປັນການປຸກລະດົມ ການມີສ່ວນຮ່ວມຂອງສື່ມວນຊົນ ໃນການສົ່ງເສີມການໂຄສະນາ “ປອດໄພກັບໄປໂຮງຮຽນ” ແລະ ຮັບປະກັນການເຂົ້າເຖິງ ການສະໜັບສະໜູນ ດ້ານຈິດໃຈແກ່ປວງຊົນ ຕາມຄວາມຈຳເປັນ.

ໂອກາດ​ນີ້, ທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ກ່າວວ່າ: ສື່ມວນຊົນເຮົາໄດ້ເຮັດບົດບາດ ຂອງຕົນ ໂດຍຮ່ວມແຮງຮ່ວມໃຈກັນ ປະຕິບັດໜ້າທີ່ການໂຄສະນາ ຕິດຕາມສະພາບການ ການລະບາດ ຂອງພະຍາດໂຄວິດ ທັງພາຍໃນ ແລະ ຕ່າງປະເທດ, ຕິດຕາມ ແລະ ເຄື່ອນໄຫວເອົາຂ່າວທຸກເຫດການ, ກິດຈະກຳຕ່າງໆ ຂອງຄະນະສະເພາະກິດ ເພື່ອໂຄສະນາແນະນຳວິທີປ້ອງກັນ ພະຍາດອອກທຸກຊ່ອງທາງຄື: ສື່ໂທລະພາບ, ວິທະຍຸ, ໜັງສືພິມ, ສື່ອອນລາຍ ​ແລະ ໂທລະໂຄ່ງປະຈຳບ້ານ ເພື່ອໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າ ຮັບຮູ້ເຖິງຜົນອັນຕະລາຍ ຂອງພະຍາດດັ່ງກ່າວ ແລະ ຮູ້ເຖິງວິທີປ້ອງກັນຕົນເອງ ແລະ ຄວບຄົວ ຈາກພະຍາດໂຄວິດ-19.

ພ້ອມກັນນີ້, ທ່ານຮອງລັດຖະມົນຕີ ຍັງໄດ້ເນັ້ນໜັກວ່າ ໃນໄລະການກັບເຂົ້າໂຮງຮຽນນີ້ ຂໍໃຫ້ບັນດາສື່ມວນຊົນທຸກຂົງເຂດ ຈົ່ງນຳເອົາຂໍ້ມູນຂ່າວສານ ທີ່ໄດ້ຮັບໃນມື້ນີ້ໄປເຜີຍແຜ່ອອກ ທຸກຊ່ອງທາງຂອງສື່ ແລະ ສືບຕໍ່ໂຄສະນາເຜີຍແຜ່ ຂໍ້ມູນຂ່າວສານທີ່ເປັນປະໂຫຍດ ແກ່ພໍ່ແມ່ປະຊາຊົນບັນດາເຜົ່າ ແລະ ນັກຮຽນນັກສຶກສາ ຕະຫລອດເຖິງເດັກນ້ອຍໃຫ້ຮັບຮູ້ ແລະ ເອົາໄປປະຕິບັດ.

ກອງປະຊຸມການມີສ່ວນຮ່ວມ ຂອງສື່ມວນຊົນໃນມື້ນີ້ ແມ່ນເນັ້ນໜັກການ ໃຫ້ຂໍ້ມູນຂ່າວສານແກ່ສື່ມວນຊົນ ດ້ານມາດຕະການ ຄວາມປອດໄພຕ່າງໆ ຕໍ່ການເປີດເຂົ້າຮຽນຄືນຂອງນັກຮຽນ, ນັກສຶກສາ ແລະ ເດັກກ່ອນໄວຮຽນ ອີງຕາມຄຳແນະນຳກ່ຽວກັບ ການປະຕິບັດງານຂອງ ໂຮງຮຽນປອດໄພໃນທົ່ວໂລກ, ​ເຊິ່ງໄດ້ດັດແກ້ໃຫ້ເຂົ້າກັບສະພາບການຂອງ ສປປ ລາວ.

ລ ດຖະບານ ເນ ນຕ ອງຮ ບປະກ ນໃຫ ເດ ກທ ກຄ ນກ ບຄ ນໄປໂຮງຮຽນຢ າງປອດໄພ ຍີ່ປຸ່ນ ຊ່ວຍເຫຼືອວຽກງານຄວບຄຸຸມ ແລະ ແກ້ໄຂພະຍາດໂຄວິດຢູ່ລາວ

ພິທີລົງນາມເອກະສານແລກປ່ຽນໂຄງການຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ ເພື່ອນໍາໃຊ້ເຂົ້າໃນວຽກງານປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ຈັດຂຶ້ນວັນທີ 5 ມິຖຸນາ 2020 ຢູ່ກະຊວງການຕ່າງປະເທດ ລະຫວ່າງທ່ານ ທອງສະຫວັນ ພົມວິຫານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານ ທາເກວາກະ ເຄໂຊ ເອກອັກຄະລາຊະທູດຍີ່ປຸ່ນ ປະຈຳລາວ ເຊິ່ງມີພະນັກງານ-ວິຊາການກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.

ລ ດຖະບານ ເນ ນຕ ອງຮ ບປະກ ນໃຫ ເດ ກທ ກຄ ນກ ບຄ ນໄປໂຮງຮຽນຢ າງປອດໄພ ລັດຖະມົນຕີກະຊວງ ປທສ ຕ້ອນຮັບທູດ ອາເມລິກາ ປະຈໍາລາວ

ໃນວັນ​ທີ 3 ມິຖຸນານີ້, ທ່ານ ທັນສະໄໝ ກົມມະສິດ ລັດຖະມົນຕີກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ປີເຕີ ເຮມ໋ອນ (Peter M. Haymond), ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມແຫ່ງ ສະຫະລັດອາເມລິກາ ປະຈຳ ສປປ ລາວ ເນື່ອງ​ໃນ​ໂອກາດມາ ​ດໍາລົງຕໍາແໜ່ງ​​ເປັນ ​ເອກ​ອັກຄະ​ລັດຖະທູດ​ຄົນ​ໃໝ່ ປະຈຳ ສປປ ລາວ.

ລ ດຖະບານ ເນ ນຕ ອງຮ ບປະກ ນໃຫ ເດ ກທ ກຄ ນກ ບຄ ນໄປໂຮງຮຽນຢ າງປອດໄພ ເຝິກຊ້ອມເທິງແຜນຮ່າງທາງໄກ ການປ້ອງກັນ ແລະ ສະກັດກັ້ກການລະບາດພະຍາດໂຄວິດ-19

ເມື່ອບໍ່ດົນມານີ້, ທ່ານ ພັນເອກ ດຣ ສຸລິພັນ ເພັດຈັນທະລາ - ຫົວໜ້າອໍານວຍການໂຮງໝໍສູນກາງ 103 ພ້ອມດ້ວຍຄະນະໄດ້ເຂົ້າຮ່ວມການເຝິກຊ້ອມເທິງແຜນທີ່-ແຜນຮ່າງທາງໄກກ່ຽວກັບການປ້ອງກັນ ແລະ ສະກັດກັ້ນການລະບາດຂອງພະຍາດ COVID-19 ທີ່ກົມພົວພັນຕ່າງປະເທດ, ຫ້ອງວ່າການກະຊວງປ້ອງກັນປະເທດ.

kpl.gov.la

ເຫດການ
302 Found

Found

The document has moved here.