ຈຸດ​ເລີ່ມ​ຕົ້ນ​ໃໝ່​ໃນ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - EU

06:30 | 10/06/2020

ຍ​ສໝ - ເລື່ອງ​ສັນ​ຍາ EVFTA​ ໄດ້​ຮັບ​ການ​ໃຫ້​ສັດ​ຕະ​ຍາ​ບັນ​ຈາກ​ຫວຽດ​ນາມ ແລະ ບັນ​ດາ​ສະ​ມາ​ຊິກ ​EU ແມ່ນ​ຂີດ​ໝາຍ​ໃຫ້​ແກ່​ຈຸດ​ເລີ່ມ​ຕົ້ນ​ໃໝ່​ໃນ​ການ​ພົວ​ພັນ​ລ​ະ​ຫວ່າງ ຫວຽດ​ນາມ ແລະ EU.

ຈ ດ ເລ ມ ຕ ນ ໃໝ ໃນ ການ ພ ວ ພ ນ ລະ ຫວ າງ ຫວຽດ ນາມ eu ບາດ​ກ້າວ​ບຸກ​ທະ​ລຸ​ໃນ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - EU
ຈ ດ ເລ ມ ຕ ນ ໃໝ ໃນ ການ ພ ວ ພ ນ ລະ ຫວ າງ ຫວຽດ ນາມ eu ຄຳ​ເຫັນ​ຂອງວິ​ສາ​ຫະ​ກິດ​ກ່ຽວ​ກັບ​ສັນ​ຍາ EVFTA
ຈ ດ ເລ ມ ຕ ນ ໃໝ ໃນ ການ ພ ວ ພ ນ ລະ ຫວ າງ ຫວຽດ ນາມ eu
ທ່ານ Nicolas Audier ປະ​ທານ​ຫ້ອງ​ການ​ການ​ຄ້າ ເອີ​ລົບ​ປະ​ຈຳ​ຫວຽດ​ນາມ (ພາບ: TTXVN)

ພາຍຫຼັງ ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ໃຫ້​ສັດ​ຕະ​ຍາ​ບັນ​ສັນ​ຍາ​ການ​ຄ້າ​ເສ​ລີ ລະ​ຫວ່າງ ຫວຽດ​ນາມ - ສະ​ຫະ​ພາບ​ເອີ​ລົບ (EVFTA) ແລະ ສັນ​ຍາ​ອາ​ລັກ​ຂາ​ການ​ລົງ​ທຶ​ນ​ລະ​ຫວ່າງ ຫວຽດ​ນາມ - ສະ​ຫະ​ພາບ​ເອີ​ລົບ (EVIPA) ໃນ​ຕອນ​ເຊົ້າ​ວັນ​ທີ 8 ມິ​ຖຸ​ນາ, ທ່ານ Nicolas Audier ປະ​ທານ​ຫ້ອງ​ການ​ການ​ຄ້າ ເອີ​ລົບ​ປະ​ຈຳ​ຫວຽດ​ນາມ (Eurocham) ໃຫ້​ຮູ້​ວ່າ Eurocham ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ເລື່ອງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ປ່ອນ​ບັດ​ຕັ້ງ​ໜ້າ​ໃຫ້​ແກ່​ສັນ​ຍາ​ສອງ​ສະ​ບັບ​ດັ່ງ​ກ່າວ.

ເລື່ອງ​ສັນ​ຍາ EVFTA​ ໄດ້​ຮັບ​ການ​ໃຫ້​ສັດ​ຕະ​ຍາ​ບັນ​ຈາກ​ຫວຽດ​ນາມ ແລະ ບັນ​ດາ​ສະ​ມາ​ຊິກ ​EU ແມ່ນ​ຂີດ​ໝາຍ​ໃຫ້​ແກ່​ຈຸດ​ເລີ່ມ​ຕົ້ນ​ໃໝ່​ໃນ​ການ​ພົວ​ພັນ​ລ​ະ​ຫວ່າງ ຫວຽດ​ນາມ ແລະ EU.

ຕາມ​ທ່ານ Nicolas Audier ແລ້ວ, ຂໍ້​ຕົກ​ລົງ​ປະ​ຫວັດ​ສາດນີ້​ແມ່ນ​ສັນ​ຍະ​ລັກ​ໃຫ້​ແກ່​ການ​ຮັບ​ຮູ້ ແລະ ໄວ້​ວາງ​ໃຈ​ຕໍ່​ຫວຽດ​ນາມ, ໃນ​ຂະ​ນະ​ທີ່​ປະ​ເທດນີ້​ແມ່ນ​ປະ​ເທດ​ທີ 2 ໃນ​ອາ​ຊຽນ ເຊິ່ງ EU ລົງ​ນາມ​ໃນ​ສັນ​ຍາ​ການ​ຄ້າ​ເສ​ລີ. EVFTAຈະ​ເປີ​ດ​ສັງ​ກາດ​ໃໝ່​ກັບ​ການ​ຄ້າ ແລະ ເພີ່ມ​ຂຶ້ນການ​ລົງ​ທຶນ, ເລີ່ມ​ຕົ້ນ​ວິວ​ັດ​ການ​ລົບ​ລ້າງ​​ເກືອບ 90% ພາ​ສີ​ອາ​ກອນ ແລະ ຮົ້ວ​ກີດ​ຂ​ວາງ​ທາງ​ການ​ຄ້າ​ໃນ​ຮອບ​ເວ​ລາ 10 ປີ​ຈະ​ມາ​ເຖິງ. ສັນ​ຍານີ້​ກ​ໍ​ຈະ​ເປີດ​ຕະຫຼາດ​ໃໝ່​ໃນ​ການ​ລົງທຶນ ແລະ ປ່ຽນ​ແປງ​ໃໝ່​ຂອງ ເອີ​ລົບ, ພ້ອມ​ທັງ​ຊຸກ​ຍູ້​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຢູ່​ຫວຽດ​ນາມທ່ານ Nicolas Audier ໃຫ້​ຂ​ໍ​້​ສັງ​ເກດ​ວ່າ:

ປັດ​ຈຸ​ບັນ, ໃນ​ສະ​ພາບ​ການ​ບັນ​ດາ​ສົງ​ຄາມ​ການ​ຄ້າ ແລະ ໂລກ​ລະ​ບາດ ທົ່ວ​ໂລກ​ພວມ​ທຳ​ລາຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ຂອບ​ເຂດ​ຍັ​ງ​ບໍ່​ເຄີຍ​ມີ​ມາ​ກ່ອນ, ເລື່ອງ​ປະ​ຕິ​ບັດ​ສັນ​ຍາ EVFTA ມີ​ຄວາມ​ສຳ​ຄັນ​ເໜືອ​ກ່​ວາ​ເວ​ລາ​ໃດ​ໝົດ. ການ​ຄ້າ​ເສ​ລີ, ສະ​ເໝີ​ພາບ ແລະ ອີງ​ໃສ່ຫຼັກ​ການ​ແມ່ນ​ວິ​ວັດ​ການ​ດີ​ທີ່​ສຸດ​ໃຫ້​ແກ່​ການ​ເຕີບ​ໂຕ​ເສດ​ຖະ​ກິດ. ຫວຽດ​ນາມ​ຈະ​ມີ​ສິດ​ເຂົ້າ​ຕະຫຼາດ​ທີ່​ມີ​ຜູ້​ບໍ​ລິ​ໂພກ​ປະ​ມ​ານ 500 ລ້ານ​ຄົນ​ຂອງ EU, ກົງ​ກັນ​ຂ້າມ​ບັນ​ດາວ​ິ​ສາ​ຫະ​ກິດ ເອີ​ລົບ​ກໍ່​ສາ​ມາດ​ດຳ​ເນີນ​ທຸ​ລະ​ກິດ ແລະ ລົງ​ທຶນ​ເຂົ້າ​ປະ​ເທດ​ທີ່​ມີ​ຄວາມ​ປອດ​ໄພ​ຂອງ​ອາ​ຊີ​ຄື​ຫວຽດ​ນາມ.

ຈ ດ ເລ ມ ຕ ນ ໃໝ ໃນ ການ ພ ວ ພ ນ ລະ ຫວ າງ ຫວຽດ ນາມ eu ບາດ​ກ້າວ​ບຸກ​ທະ​ລຸ​ໃນ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - EU

ຍ​ສ​ໝ - ເລື່ອງ​ສະ​ພາ​ແຫ່ງ​ຊ​າດ​ຫວຽດ​ນາມ​ປ່ອນ​ບັດ​ຮັບ​ຮອງ​ເອົາ​ສັນ​ຍາ​ການ​ຄ້າ​ເສ​ລີ EU - ຫ​ວຽດ​ນາມ (EVFTA) ແລະ ສັນ​ຍາ​ອາ​ລັກ​ຂາ​ການ​ລົງ​ທຶນ (EVIPA) ແມ່ນ​ບາດ​ກ້າວ​ບຸກ​ທະ​ລຸ​ໃນ​ການ​ພົວ​ພັນ​ລະ​ຫວ່ງ ສະ​ຫະ​ພາບ​ເອີ​ລົບ ແລະ ຫວຽດ​ນາມ.

ຈ ດ ເລ ມ ຕ ນ ໃໝ ໃນ ການ ພ ວ ພ ນ ລະ ຫວ າງ ຫວຽດ ນາມ eu EVFTA – EVIPA ຈະ​ນຳ​ມາ​ກະ​ລາ​ໂອ​ກາດ​ກາຍ​ເປັນ​ສູນ​ຜະ​ລິດ​ໃນ​ພາກ​ພື້ນ​ໃຫ້​ແກ່ ຫວຽດ​ນາມ

ຍ​ສໝ - EVFTA – EVIPA ແມ່ນ​ກາ​ລະ​ໂອ​ກາດ​ທີ່​ໃຫຍ່ຫຼວງ​ທີ່​ສຸດ​ໃຫ້​ແກ່​ການ​ເຕີບ​ໂຕ​ນັບ​ທັງ​ກາ​ນ​ຄ້າ ແລະ ການ​ລົງ​ທຶນ, ກໍ່​ຄື​ການ​ເພີ່ມ​ສະ​ວັດ​ດີ​ການ​ໃຫ້​ແກ່​ສັງ​ຄົມ. ຫວຽດ​ນາມ​ອາດ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຢ່າງ​ພຽງ​ພ​ໍ​ເມື່ອ​ບັນ​ດາ​ສັນ​ຍານີ້​ມີ​ຜົນ​ສັກ​ສິດ.

ຈ ດ ເລ ມ ຕ ນ ໃໝ ໃນ ການ ພ ວ ພ ນ ລະ ຫວ າງ ຫວຽດ ນາມ eu EVFTA – EVIPA ນຳ​ບັນ​ດາ​ຜົນ​ປະ​ໂຫຍດ​ມາໃຫ້​​ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ

ຍ​ສ​ໝ - ບົດ​ຂຽນ​ຍັງ​ຖື​ວ່າ EVFTA ແລະ EVIPA ຈະ​ນຳ​ບັນ​ດາ​ຜົນ​ປະ​ໂຫຍດ​ມາໃຫ້​​ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ. ບັນ​ດາ​ນັກ​ສົ່ງ​ອອກ​ຂອງ​ຫວຽດ​ນາມ​ແນ່ນອນ​ວ່າ​ຈະ​ໄດ້​ສຳ​ຜັດ​ກັບ​ຕະຫຼາດ EU ເຊິ່ງ​ມີ​ມູນ​ຄ່າ 18.000ຕື້ USD. ເມື່ອ​ຕີ​ລາ​ຄາ​ຢ່າງ​ລະ​ອຽດ, ສັນ​ຍ​າ​ສອງ​ສະ​ບັບ​ດັ່ງ​ກ່າວ​ຈະ​ຊ່ວຍ​ເປີດ​ກ້​ວາງ​ການ​ຕະຫຼາດ​ຂອງ​ຫວຽດ​ນາມ​ຢູ່ EU ນັບ​ທັງ​ໄລ​ຍະ​ກາງ ແລະ ໄລ​ຍະ​ຍາວ.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.