ຫວຽດນາມ ເປັນກຳກັບບັນຊາກອງປະຊຸມຄະນະປະຕິບັດງານ ຂອງສະພາຄວາມໝັ້ນຄົງ ກ່ຽວກັບບັນດາສານສາກົນ

11:28 | 04/06/2020

ຍສໝ - ວັນທີ 3 ມິຖຸນາ, ທ່ານດັ້ງດິງກ້ວຍ - ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳສະຫະປະຊາຊາດ, ປະທານຄະນະປະຕິບັດງານບໍ່ເປັນທາງການ ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ກ່ຽວກັບສານສາກົນ, ໄດ້ກຳກັບບັນຊາກອງປະຊຸມຄັ້ງທຳອິດໃນປີ 2020 ຂອງຄະນະປະຕິບັດງານນີ້.

ຫວຽດນາມ ເປ ນກຳກ ບບ ນຊາກອງປະຊ ມຄະນະປະຕ ບ ດງານ ຂອງສະພາຄວາມໝ ນຄ ງ ກ ຽວກ ບບ ນດາສານສາກ ນ ຫວຽດນາມເຂົ້າຮ່ວມກອງປະຊຸມຂອງສະພາຄວາມໝັ້ນຄົງ ສປຊ ກ່ຽວກັບບັນຫາຮັກສາສະຖຽນລະພາບທາງເຄືອຂ່າຍອິນເຕີແນັດ
ຫວຽດນາມ ເປ ນກຳກ ບບ ນຊາກອງປະຊ ມຄະນະປະຕ ບ ດງານ ຂອງສະພາຄວາມໝ ນຄ ງ ກ ຽວກ ບບ ນດາສານສາກ ນ ຫວຽດນາມ ຕາງໜ້າໃຫ້ E10 ເພື່ອສະໜັບສະໜູນການປັບປຸງວິທີການເຮັດວຽກ ທີ່ສະຫະປະຊາຊາດ

ກອງປະຊຸມຄະນະປະຕິບັດງານ ໄດ້ດຳເນີນດ້ວຍໃນຮູບແບບອອນລາຍ, ໂດຍມີການເຂົ້າຮ່ວມຂອງ ທ່ານ Stephen Mathias - ຜູ້ຊ່ວຍເລຂາທິການໃຫຍ່ສະຫະປະຊາຊາດ ເຊິ່ງຮັບຜິດຊອບບັນຫາດ້ານກົດໝາຍ; ຜູ້ພິພາກສາ Carmel Agius - ປະທານສານກົນໄກແກ້ໄຂບັນດາບັນຫາຍັງຄ້າງໄວ້; ພ້ອມດ້ວຍບັນດາຜູ້ຕາງໜ້າບັນດາປະເທດສະມາຊິກ ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ.

ທ່ານ Stephen Mathias - ຜູ້ຊ່ວຍເລຂາທິການໃຫຍ່ສະຫະປະຊາຊາດ ໄດ້ຕີລາຄາສູງຈິດໃຈການຮ່ວມມືຢ່າງຈິງຈັງ ຂອງຄະນະປະຕິບັດງານ ໃນການທົບທວນການດຳເນີນງານຂອງກົນໄກ ແລະ ສະໜັບສະໜູນກົນໄກ ໃນການປະຕິບັດໜ້າທີ່ຕາມມະຕິຕົກລົງ ຂອງສະພາຄວາມໝັ້ນຄົງ.

ຫວຽດນາມ ເປ ນກຳກ ບບ ນຊາກອງປະຊ ມຄະນະປະຕ ບ ດງານ ຂອງສະພາຄວາມໝ ນຄ ງ ກ ຽວກ ບບ ນດາສານສາກ ນ
ກອງປະຊຸມຄະນະປະຕິບັດງານ ຂອງສະພາຄວາມໝັ້ນຄົງ ກ່ຽວກັບບັນດາສານສາກົນ ໄດ້ດຳເນີນດ້ວຍໃນຮູບແບບອອນລາຍ. (ພາບ: TTXVN)

ຄະນະປະຕິບັດງານ ໄດ້ສົນທະນາ, ປະກອບຄຳຄິດຄຳເຫັນກ່ຽວກັບມາດຕະການຕ່າງໆ ເພື່ອຍົກສູງປະສິດທິພາບການດຳເນີນງານ ແລະ ເຮັດສຳເລັດວຽກງານຂອງກົນໄກ, ພ້ອມທັງວາງແຜນການເຮັດວຽກໃນອະນາຄົດອັນໃກ້ນີ້.

ກ່າວຄຳເຫັນທີ່ການເປີດກອງປະຊຸມ, ທ່ານດັ້ງດິງກ້ວຍ - ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ແບ່ງປັນວ່າ ຫວຽດນາມ ໄດ້ຮັບກຽດທີ່ໄດ້ກຳກັບບັນຊາກອງປະຊຸມຄະນະປະຕິບັດງານ, ພ້ອມກັບສອງອົງການທີ່ກ່ຽວຂ້ອງຂອງສະພາຄວາມໝັ້ນຄົງ. ຕາມນັ້ນ ຫວຽດນາມ ໄດ້ແບ່ງປັນຄວາມຮັບຜິດຊອບຂອງບັນດາສະມາຊິກທີ່ບໍ່ຖາວອນ ຂອງສະພາຄວາມໝັ້ນຄົງ, ຢືນຢັນຄຳໝັ້ນສັນຍາຂອງຕົນ ໃນການຊຸກຍູ້ລັດທິຫຼາຍຝ່າຍ, ກົດບັດສະຫະປະຊາຊາດ ແລະ ກົດ ໝາຍສາກົນ.

ທ່ານດັ້ງດິງກ້ວຍ ໃຫ້ຮູ້ວ່າໃນຖານະເປັນກຳກັບບັນຊາຄະນະປະຕິບັດງານ, ຫວຽດນາມ ຈະສະໜັບສະໜູນການຊຸກຍູ້ການເຈລະຈາ ດ້ວຍຈິດໃຈສ້າງສັນ ແລະ ການຮ່ວມມືລະຫວ່າງຄະນະປະຕິບັດງານ, ປະທານ, ອົງການໄອຍະການກົນໄກ ແລະ ຄະນະເລຂາທິການໃຫຍ່ສະຫະປະຊາຊາດ ເພື່ອສຳເລັດວຽກງານຂອງກົນໄກ ຕາມການມອບໝາຍຂອງສະພາຄວາມໝັ້ນຄົງ.

ປະຈຸບັນ, ຫວຽດນາມແມ່ນປະທານ 3 ອົງການໃນສັງກັດ, ປະກອບມີຄະນະປະຕິບັດງານ, ຄະນະກຳມະການ ຊູດານໃຕ້ ແລະ ຄະນະກຳມະການ ເລບານອນ. ອາຍຸຕຳແໜ່ງຂອງປະທານບັນດາອົງການເຫຼົ່ານີ້ ແມ່ນ 2 ປີ ແລະ ດຳເນີນໂດຍບັນດາສະມາຊິກທີ່ບໍ່ຖາວອນຂອງສະພາຄວາມໝັ້ນຄົງ.

ຫວຽດນາມ ເປ ນກຳກ ບບ ນຊາກອງປະຊ ມຄະນະປະຕ ບ ດງານ ຂອງສະພາຄວາມໝ ນຄ ງ ກ ຽວກ ບບ ນດາສານສາກ ນ ຫວຽດນາມ ຕາງໜ້າໃຫ້ E10 ເພື່ອສະໜັບສະໜູນການປັບປຸງວິທີການເຮັດວຽກ ທີ່ສະຫະປະຊາຊາດ

ຍສໝ - ບັນດາສະມາຊິກຂອງສະພາຄວາມໝັ້ນຄົງ ໄດ້ເຫັນດີເປັນເອກະສັນກັນວ່າ ຈະຕ້ອງການສືບຕໍ່ຕັດສິນໃຈປັບປຸງລະບຽບການ ແລະ ວິທີການເຮັດວຽກ ເພື່ອຮັບປະກັນຈຸດປະສົງທີ່ດີທີ່ສຸດ ໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ.

ຫວຽດນາມ ເປ ນກຳກ ບບ ນຊາກອງປະຊ ມຄະນະປະຕ ບ ດງານ ຂອງສະພາຄວາມໝ ນຄ ງ ກ ຽວກ ບບ ນດາສານສາກ ນ ຫວຽດນາມ ປະກອບສ່ວນໃນການແກ້ໄຂຫຼາຍບັນຫາຮ້ອນເຮັ່ງ ໃນເດືອນປະທານສະພາຄວາມໝັ້ນຄົງສະຫະປະຊາຊາດ

ຍສໝ - ໃນ ວັນທີ 5 ກຸມພາ 2020, ຫົວໜ້າກົມອົງການຈັດຕັ້ງສາກົນ (ກະຊວງການຕ່າງປະເທດ), ທ່ານ ໂດ໋ຫູ່ງວຽດ ໃຫ້ຮູ້ວ່າ ຫວຽດນາມໄດ້ປະກອບສ່ວນໃນການແກ້ໄຂບາງບັນຫາທີ່ສັບສົນເຊັ່ນ: ຊີຣີ, ມຽນມາ ແລະ Kashmir...

ຫວຽດນາມ ເປ ນກຳກ ບບ ນຊາກອງປະຊ ມຄະນະປະຕ ບ ດງານ ຂອງສະພາຄວາມໝ ນຄ ງ ກ ຽວກ ບບ ນດາສານສາກ ນ ຫວຽດນາມຈະປະຕິບັດທັງສອງບົດບາດເປັນປະທານອາຊຽນ 2020 ແລະ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ ໃນປີນີ້ເປັນຢ່າງດີ

ຍສໝ - ເມື່ອຕອບສຳພາດຕໍ່ນັກຂ່າວ ວິທະຍຸກະຈາຍສຽງ ຫວຽດນາມ, ທ່ານ ສຸຣີຢາ ຈິນດາວົງ ຫົວໜ້າກົມອາຊຽນສັງກັດ ກະຊວງການຕ່າງປະເທດໄທ, ໄດ້ເນັ້ນໜັກວ່າ: ໄທເຊື່ອໝັ້ນວ່າ ຫວຽດນາມ ຈະ ປະຕິບັດບົດບາດເປັນປະທານອາຊຽນ 2020 ເປັນຢ່າງດີ ແລະ ສະໜັບສະໜູນຫົວຂໍ້ ປີ ອາຊຽນຂອງ ຫວຽດນາມແມ່ນ “ສະໜິດຕິດພັນ ແລະ ...

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.