ຫວຽດນາມ ສະໜັບສະໜູນບົດບາດໃຈກາງຂອງ ສປຊ ໃນໄລຍະຜ່ານມາ | |
ຫວຽດນາມ ບຸລິມະສິດຖືເລື່ອງເຄົາລົບກົດບັດ ສປຊ ໃນການທູດປ້ອງກັນ, ປົກປ້ອງປະຊາຊົນໃນການປະທະກັນ, ການປ່ຽນແປງຂອງດິນຟ້າອາກາດ ເປັນສຳຄັນ |
![]() |
ທ່ານດັ້ງດິ່ງກຸ໊ຍ ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມປະຈຳ ສປຊ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: baoquocte.vn) |
ເຂົ້າຮ່ວມກອງປະຊຸມມີປະມານ 50 ປະເທດ, ໃນນັ້ນທ່ານນາຍົກລັດຖະມົນຕີປະເທດ ເອສໂຕເນຍໄດ້ກ່າວຄຳເຫັນໄຂກອງປະຊຸມ. ທ່ານນາງ Nakamitsu Izumi ຮອງເລຂາທິການໃຫຍ່ ສປຊ ຜູ້ຮັບຜິດຊອບບັນດາບັນຫາ ຫຼຸດຜ່ອນກຳລັງອາວຸດແລະ ການທະຫານ, ໄດ້ສະແດງຄວາມວິຕົກກັງວົນຕໍ່ບັນດາການບຸນໂຈມຕີເຂົ້າລະບົບ ແລະ ການບໍລິການບົນພື້ນຖານເຕັກໂນໂລຢີ ຂ້ມູນຂ່າວສານທີ່ມີທ່າອຽງເພີ່ມຂຶ້ນ, ພິເສດແມ່ນໃນສະພາບການໂລກລະບາດ Covid – 19. ທ່ານນາງໃຫ້ຂໍ້ສັງເກດວ່າ ບັນດາປະເທດສະມາຊິກ ສປຂ ບັນລຸໄດ້ຄວາມຄືບໜ້າຫຼາຍຢ່າງໃນການກໍ່ສ້າງຂອບເຂດນິຕິກຳວ່າດ້ວຍການກະທຳແຫ່ງຊາດໃນສະພາບແວດລ້ອມແຫ່ງເຄືອຂ່າຍອິນເຕີແນດ, ມາດຕະການກໍ່ສ້າງຄວາມໄວ້ວາງໃຈ ແລະ ເພີ່ມທະວີກຳລັງຄວາມສາມາດ.
ທ່ານດັ້ງດິ່ງກຸ໊ຍ ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມປະຈຳ ສປຊ, ໃຫ້ຮູ້ວ່າ ຫວຽດນາມສະໜັບສະໜູນການສ້າງສະພາບແວດລ້ອມແຫ່ງເຄືອຂ່າຍອິນເຕີແນດຢ່າງແອດໄພ, ເປັນມິດ, ເປີດເຜີຍ ແລະ ມີສະຖຽນລະພາບ, ຕອບສະໜອງຄວາມຕ້ອງການ ແລະ ຜົນປະໂຫຍດອັນຊອບທຳຂອງບັນດາປະເທດ, ປະຊາຊົນ, ປະກອບສ່ວນເຂົ້າການ ຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ, ຢັ້ງຢືນກົດໝາຍສາກົນ, ລວມມີບັນດາຫຼັ້ກການພື້ນຖານ, ໄດ້ນຳໃຊ້ໃນເຄືອຂ່າຍ ອິນເຕີແນດ, ທ່ານດັ້ງດິ່ງກຸ໊ຍ ຖືວ່າ ການຮ່ວມມືລະຫວ່າງ ບັນດາປະເທດ ແລະ ລະຫວ່າງບັນດາປະເທດ ກັບພາກພື້ນເອກະຊົນແມ່ນຈຳເປັນ, ແຕ່ຕ້ອງອີງຕາມຄວາມຕ້ອງການ ແລະ ຄວາມຮຽກຮ້ອງຂອງບັນດາປະເທດທີ່ກ່ຽວຂ້ອງ.
![]() | ຫວຽດນາມ ບຸລິມະສິດຖືເລື່ອງເຄົາລົບກົດບັດ ສປຊ ໃນການທູດປ້ອງກັນ, ປົກປ້ອງປະຊາຊົນໃນການປະທະກັນ, ການປ່ຽນແປງຂອງດິນຟ້າອາກາດ ເປັນສຳຄັນ ຍສໝ - ປີ 2020 ກໍ່ແມ່ນປີສະເຫລີມສະຫລອງ 75 ປີ ແຫ່ງວັນສ້າງຕັ້ງ ສປຊ. ເລື່ອງເລືອກເຟັ້ນຫົວຂໍ້ “ ສະເຫລີມສະຫລອງ 75 ປີແຫ່ງວັນສ້າງຕັ້ງ ສປຊ: ເຄົາລົບກົດບັດ ສປຊ ເພື່ອຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ” ໃນເດືອນທຳອິດເປັນປະທານ ສະພາຄວາມໝັ້ນຄົງ ສປຊ, ຫວຽດນາມ ປາດຖະຫນາຢາກຢັ້ງຢືນອີກຄັ້ງຫນຶ່ງເຖິງຄວາມສຳຄັນຂອງອົງການນີ້ ... |
![]() | ຫວຽດນາມ ສົ່ງນາຍທະຫານເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສປຊ ຍສໝ - ເມື່ອມໍ່ໆມານີ້, ທີ່ສໍານັກງານກະຊວງປ້ອງກັນປະເທດ ໄດ້ດໍາເນີນພິທີມອບຂໍ້ຕົກລົງຂອງປະທານປະເທດ ໃຫ້ແກ່ນາຍທະຫານເດີນທາງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ ສະຫະປະຊາຊາດ (ສປຊ) ຈໍານວນ 7 ຄົນ. |
![]() | ຫວຽດນາມ ແລະ ສະພາຄວາມໝັ້ນຄົງ ສປຊ: ກາລະໂອກາດສະແດງໃຫ້ເຫັນບົດບາດເປັນຂົວເຊື່ອມຕໍ່ນໍາມາເຊິ່ງສັນຕິພາບໃຫ້ແກ່່ພາກພື້ນ ແລະ ໃນໂລກ ຂອງຫວຽດນາມ ຫວຽດນາມ ແມ່ນປະເທດອອກສະໝັກເລືອກຕັ້ງໜຶ່ງດຽວຕາງໜ້າໃຫ້ກຸ່ມປະເທດອາຊີ - ປາຊີຟິກ. |
ບຸນຄົງ