ສະມາຄົມມິດຕະພາບຫວຽດນາມ - ກໍາປູເຈຍ ຢູ່ນະຄອນເກີ່ນເທີ: ຈັດຕັ້ງການເຄື່ອນໄຫວແທດຈິງຫຼາຍຢ່າງໃນ 6 ເດືອນທ້າຍປີ 2020

16:16 | 03/06/2020

ຍສໝ - ຫຼາຍກິດຈະກຳທີ່ມີຄວາມໝາຍ ເພື່ອສືບຕໍ່ຊຸກຍູ້ການພົວພັນມິດຕະພາບລະຫວ່າງປະຊາຊົນຫວຽດນາມ - ກໍາປູເຈຍ ຈະໄດ້ຮັບການຈັດຕັ້ງໂດຍສະມາຄົມມິດຕະພາບຫວຽດນາມ - ກໍາປູເຈຍ ຢູ່ນະຄອນເກີ່ນເທີໃນ 6 ເດືອນທ້າຍປີ 2020.    

ສະມາຄ ມມ ດຕະພາບຫວຽດນາມ ກ າປ ເຈຍ ຢ ນະຄອນເກ ນເທ ຈ ດຕ ງການເຄ ອນໄຫວແທດຈ ງຫ າຍຢ າງໃນ 6 ເດ ອນທ າຍປ 2020 ຫວຽດນາມ “ດຶງດູດການລົງທືນ” ເກືອບ 14 ຕື້ ໂດລາສະຫະລັດ ໃນ 5 ເດືອນ
ສະມາຄ ມມ ດຕະພາບຫວຽດນາມ ກ າປ ເຈຍ ຢ ນະຄອນເກ ນເທ ຈ ດຕ ງການເຄ ອນໄຫວແທດຈ ງຫ າຍຢ າງໃນ 6 ເດ ອນທ າຍປ 2020 ປົກປ້ອງປະຊາຊົນໃນການປະທະກັນ ແມ່ນບຸລິມະສິດສຳຄັນຂອງຫວຽດນາມ
ສະມາຄ ມມ ດຕະພາບຫວຽດນາມ ກ າປ ເຈຍ ຢ ນະຄອນເກ ນເທ ຈ ດຕ ງການເຄ ອນໄຫວແທດຈ ງຫ າຍຢ າງໃນ 6 ເດ ອນທ າຍປ 2020
ສະຫະພັນບັນດາອົງການມິດຕະພາບນະຄອນເກີ່ນເທີໄດ້ສົມທົບກັບສະມາຄົມມິດຕະພາບຫວຽດນາມ - ກໍາປູເຈຍ ຢູ່ນະຄອນ ເກີ່ນເທີ ຈັດກອງປະຊຸມຄະນະບໍລິຫານງານເພື່ອລາຍງານສະພາບການປະຕິບັດງານໃນ 6 ປີ ຕົ້ນປີ ແລະ ຜັນຂະຫຍາຍບັນດາທິດທາງດຳເນີນງານໃນ 6 ເດືອນທ້າຍປີ 2020.

ຕາມບົດລາຍງານທີ່ກອງປະຊຸມ, ໃນ 6 ເດືອນຕົ້ນປີ 2020 ຍ້ອນຜົນກະທົບຈາກການລະບາດຂອງ COVID-19, ຫຼາຍກິດຈະກຳຂອງສະມາຄົມມິດຕະພາບຫວຽດນາມ - ກໍາປູເຈຍ ບໍ່ໄດ້ຮັບການປະຕິບັດ. ເຖິງຢ່າງໃດກໍ່ຕາມ, ໃນໄລຍະນີ້, ສະມາຄົມມິດຕະພາບຫວຽດນາມ - ກໍາປູເຈຍ ສືບຕໍ່ມານະພະຍາຍາມເພື່ອປະຕິບັດພາລະບົດບາດ ແລະ ໜ້າ ທີ່ຂອງຕົນເພື່ອສຸມໃສ່ໂຄສະນາເຜີຍແຜ່ການປ້ອງກັນ ແລະ ຄວບຄຸມພະຍາດ COVID-19 ຕາມຄຳສັ່ງ ເລກທີ 16/ CT-TTg ໃນວັນທີ 31 ມີນາ 2020 ແລະ ຄຳສັ່ງເລກທີ 19/CT-TTg ໃນວັນທີ 24 ເມສາ 2020 ຂອງນາຍົກລັດຖະມົນຕີ; ຕົກລົງເຫັນດີກ່ຽວກັບການສະໜັບສະໜູນທຶນການສຶກສາ ສຳລັບນັກສຶກສາ ກຳປູເຈຍທີ່ ກຳລັງສຶກສາຢູ່ມະຫາວິທະຍາໄລ ເກີ່ນເທີ ແລະມະຫາວິທະຍາໄລການແພດ ແລະ ການຢາ ເກີ່ນເທີ; ສືບຕໍ່ໂຄສະນາ, ໂຄສະນາພາບພົດ, ແນະນຳ ໃຫ້ປະຊາຊົນສອງປະເທດຫວຽດນາມ ແລະ ກຳປູເຈຍກ່ຽວກັບປະຫວັດສາດ, ວັດທະນະ ທຳ, ປະເທດຊາດ ແລະ ຜູ້ຄົນ, ກ່ຽວກັບການສ້າງສາ ແລະ ການພັດທະນາຂອງແຕ່ລະປະເທດເພື່ອຊຸກຍູ້ການຮ່ວມມື ແລະການເຄື່ອນໄຫວມິດຕະພາບ, ການເຄື່ອນໄຫວພົບປະແລກປ່ຽນດ້ານວັດທະນະທຳ, ເສດຖະກິດ, ວິທະຍາສາດລະຫວ່າງປະຊາຊົນສອງປະເທດ...

ສືບຕໍ່ຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືຫວຽດນາມ - ກໍາປູເຈຍຢູ່ນະຄອນເກີ່ນເທີ, ໃນ 6 ເດືອນທ້າຍປີ 2020, ສະມາຄົມມິດຕະພາບຫວຽດນາມ - ກໍາປູເຈຍ ຈະຈັດຕັ້ງບັນດາການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງເຊັ່ນ: ການພົບປະແລກປ່ຽນມິດຕະພາບຢູ່ ກຳປູເຈຍ; ຈັດກິດຈະກຳກວດ ແລະ ປິ່ນປົວພະຍາດ ໂດຍບໍ່ເສຍຄ່າ, ແຈກຢາຍຢາໃຫ້ແກ່ປະຊາຊົນໃນ ກຳປູເຈຍ; ໄດ້ຈັດຕັ້ງຄະນະຜູ້ແທນໄປຢ້ຽມຢາມ ແລະ ອວຍພອນສະຖານກົງສຸນໃຫຍ່ລາຊະອານາຈັກກຳປູເຈຍຢູ່ນະຄອນໂຮ່ຈີມິນ ໃນໂອກາດສະເຫຼີມສະຫຼອງ 53 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ ແລະ ກຳປູເຈຍ...

ຄຽງຂ້າງນັ້ນ, ສະມາຄົມມິດຕະພາບຫວຽດນາມ - ກໍາປູເຈຍ ຢູ່ນະຄອນ ເກີ່ນເທີ ຈະໂຄສະນາເຜີຍແຜ່, ໂຄສະນາພາບພົດ ແລະ ແນະນຳ ໃຫ້ປະຊາຊົນສອງປະເທດຫວຽດນາມ - ກໍາປູເຈຍ ກ່ຽວກັບປະຫວັດສາດ, ວັດທະນະທຳ, ປະເທດຊາດ, ຜູ້ຄົນ, ກ່ຽວກັບວຽກງານສ້າງສາ ແລະ ການພັດທະນາຂອງແຕ່ລະປະເທດເພື່ອສົ່ງເສີມກິດຈະກຳມິດຕະພາບ ແລະ ການຮ່ວມມື, ການແລກປ່ຽນດ້ານວັດທະນະທຳ, ເສດຖະກິດ ແລະ ວິທະຍາສາດ ລະຫວ່າງປະຊາຊົນຂອງສອງປະເທດ; ສະໜອງ ແລະ ແນະນຳຂໍ້ມູນຂ່າວສານກ່ຽວກັບສະພາບເສດຖະກິດ, ສັງຄົມ, ວັດທະນະທຳ… ຂອງກຳປູເຈຍຕໍ່ບັນດາສະມາຊິກ.

ສະມາຄ ມມ ດຕະພາບຫວຽດນາມ ກ າປ ເຈຍ ຢ ນະຄອນເກ ນເທ ຈ ດຕ ງການເຄ ອນໄຫວແທດຈ ງຫ າຍຢ າງໃນ 6 ເດ ອນທ າຍປ 2020 ຍີ່ປຸ່ນ ຄິດໄລ່ອະນຸຍາດໃຫ້ນັກທ່ອງທ່ຽວຫວຽດນາມ ທີ່ຈະເຂົ້າເມືອງຄືນໃໝ່

ຍສໝ - ຍ້ອນການຄວບຄຸມພະຍາດ COVID-19 ທີ່ດີ, ປະເທດຫວຽດນາມ ໄດ້ຢູ່ແມ່ນໜຶ່ງໃນ 4 ປະເທດທຳອິດ ທີ່ລັດຖະບານຍີ່ປຸ່ນ ພິຈາລະນາອະນຸຍາດໃຫ້ຜ່ອນຜັນ ສຳຫຼັບຄຳສັ່ງຈຳກັດໃນການເຂົ້າເມືອງ.

ສະມາຄ ມມ ດຕະພາບຫວຽດນາມ ກ າປ ເຈຍ ຢ ນະຄອນເກ ນເທ ຈ ດຕ ງການເຄ ອນໄຫວແທດຈ ງຫ າຍຢ າງໃນ 6 ເດ ອນທ າຍປ 2020 ອິນໂດເນເຊຍ ຍົກເວັ້ນການນຳໃຊ້ອັດຕາພາສີສະບັບໃໝ່ ສຳຫຼັບຜ້າແພຂອງ ຫວຽດນາມ

ຍສໝ - ເມື່ອບໍ່ດົນມານີ້, ອິນໂດເນເຊຍ ໄດ້ອອກກົດໝາຍວ່າດ້ວຍອັດຕາພາສີສະບັບໃໝ່, ຕາມນັ້ນ ຮົງກົງ ແລະ ເກົາຫຼີໃຕ້ ໄດ້ຮັບການຍົກເວັ້ນນຳໃຊ້ອັດຕາພາສີສະບັບໃໝ່ ສຳຫຼັບຜະລິດຕະພັນເສັ້ນຜ້າສັງລວມ ແລະ ຜ້າກັ້ງປະຕູ. ພ້ອມກັນນັ້ນ ຜະລິດຕະພັນຜ້າທີ່ນຳເຂົ້າຈາກປະເທດອິນເດຍ ແລະ ຫວຽດນາມ ກໍ່ໄດ້ຮັບການຍົກເວັ້ນພາສີສະບັບໃໝ່.

ສະມາຄ ມມ ດຕະພາບຫວຽດນາມ ກ າປ ເຈຍ ຢ ນະຄອນເກ ນເທ ຈ ດຕ ງການເຄ ອນໄຫວແທດຈ ງຫ າຍຢ າງໃນ 6 ເດ ອນທ າຍປ 2020 ການເປີດໂຕເວບໄຊເພື່ອສະໜັບສະໜູນຄົນຕ່າງປະເທດກ່ຽວກັບ COVID-19 ຂອງກຸ່ມນັກສຶກສາຫວຽດນາມຢູ່ຍີ່ປຸ່ນ

ຍສໝ - ເມື່ອບໍ່ດົນມານີ້, ອະດີດນັກສຶກສາ 70 ຄົນ ແລະ ນັກສຶກສາທີ່ກຳລັງສຶກສາຢູ່ມະຫາວິທະຍາໄລຄົ້ນຄວ້າກ່ຽວກັບການຕ່າງປະເທດໂຕກຽວ ໄດ້ເປີດໂຄງການສ້າງເວັບໄຊ ກ່ຽວກັບ COVID-19, ເຊິ່ງໄດ້ແປເປັນ 13 ພາສາ ໃນນັ້ນມີພາສາຫວຽດນາມ.

ໄຊພອນ

ເຫດການ
302 Found

Found

The document has moved here.