ສຶກສາຄວາມເປັນໄປໄດ້ ໃນການພັດທະນາສະຖານທີ່ທ່ອງທ່ຽວ ທ່າຝຣັ່ງ-ສາຍນໍ້າໂດນ

09:16 | 04/05/2018

ໃນ​ຕົ້ນ​ເດືອນ​ທີ່​ຜ່ານ​ມາ ອົງການປົກຄອງແຂວງຄໍາມ່ວນ ແລະ ​ບໍລິສັດ ເຄເຄ ຂົນສົ່ງ ແລະ ບໍລິການຈໍາກັດ ໄດ້​ຈັດ​ພິ​ທີເຊັນບົດບັນທຶກຄວາມເຂົ້າໃຈ (MOU)ເພື່ອສຶກສາ-ສໍາຫລວດຄວາມເປັນໄປໄດ້ ໃນການພັດທະນາສະຖານທີ່ທ່ອງທ່ຽວທ່າຝຣັ່ງ ແລະ ສາຍນໍ້າໂດນ.

ສຶກສາຄວາມເປັນໄປໄດ້ ໃນການພັດທະນາສະຖານທີ່ທ່ອງທ່ຽວ ທ່າຝຣັ່ງ-ສາຍນໍ້າໂດນ

ພິທີ ເຊັນບົດບັນທຶກຄວາມເຂົ້າໃຈ (MOU)

ພິທີ ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາ-ສໍາຫລວດຄວາມເປັນໄປໄດ້ ໃນການພັດທະນາສະຖານທີ່ທ່ອງທ່ຽວທ່າຝຣັ່ງ ແລະ ສາຍນໍ້າໂດນ ບໍລິເວນບ້ານທອກ-ນາຍໍ ຫາທາງເລກທີ 12 ເມືອງທ່າແຂກ ແຂວງຄໍາມ່ວນ ໂດຍການຮ່ວມລົງນາມ ລະຫວ່າງ ອົງການປົກຄອງແຂວງຄໍາມ່ວນ ຕາງໜ້າໂດຍ ທ່ານ ພູຊະນະ ໄຊໂກສີ ຮອງຫົວໜ້າ ພະແນກແຜນການ ແລະ ການລົງທຶນແຂວງ ແລະ ຝ່າຍສຶກສາ-ສໍາຫລວດ ໂດຍແມ່ນທ່ານ ບີຄໍາ ລັດຕະນະວົງ ຜູ້ອໍານວຍການ ບໍລິສັດ ເຄເຄ ຂົນສົ່ງ ແລະ ບໍລິການຈໍາກັດ ໂດຍມີ ທ່ານ ຈັນ ບຸບຜາລີວັນ ເຈົ້າເມືອງໆ ທ່າແຂກ, ມີບັນດາຕາງໜ້າພະແນກການກ່ຽວຂ້ອງ ແລະ ພາກສ່ວນກ່ຽວຂ້ອງ ສອງຝ່າຍ ເຂົ້າຮ່ວມ.

ເນື້ອໃນສໍາຄັນ ຂອງບົດບັນທຶກ ໄດ້ລະບຸໄວ້ວ່າ: ຝ່າຍສຶກສາ-ສໍາຫລວດ ຕ້ອງຍື່ນບົດລາຍງານ ແລະ ຄວາມຄືບໜ້າ ພ້ອມຄ່າໃຊ້ຈ່າຍ ໃນການສຶກສາ-ສໍາຫລວດ ຂອງໂຄງການທຸກໆໄຕມາດ 3 ເດືອນ ແລະ ຍື່ນບົດສຶກສາຄວາມເປັນໄດ້ ຂອງໂຄງການສະບັບສົມບູນ ໃຫ້ແກ່ພະແນກການທີ່ກ່ຽວຂ້ອງ ຂອງແຂວງຄໍາມ່ວນ ຕາມທີ່ໄດ້ລະບຸໄວ້ໃນມາດຕາທີ 12 ຢ່າງຊ້າພາຍໃນ 90 ວັນກ່ອນໝົດອາຍຸ MOU. ຝ່າຍບໍລິສັດ ໄດ້ວາງເງິນຄໍ້າປະກັນ ໂຄງການຈໍານວນ 10.000 ໂດລາສະຫະລັດ ຫລື 80 ລ້ານກີບ ໃນມື້ເຊັນ MOU ເຂົ້າໃນບັນຊີຄັງເງິນແຫ່ງຊາດ ແຂວງຄໍາມ່ວນ ແລະ ຈ່າຍເງິນຕິດຕາມ MOU ຈໍານວນ 2.000 ໂດລາ ສະຫະລັດ ຫລື 16 ລ້ານກີບ ໃຫ້ຝ່າຍລັດ ຕະຫລອດອາຍຸຂອງສັນຍາ. ສ່ວນກໍານົດເວລາຍື່ນຄໍາຮ້ອງດັ່ງກ່າວ ແມ່ນບໍ່ໃຫ້ກາຍ 3 ເດືອນ ພາຍຫລັງ ເຊັນບົດບັນທຶກຄວາມເຂົ້າໃຈ ໂດຍການສຶກສາ ຄວາມເປັນໄປໄດ້ (FS) ຕ້ອງໄດ້ມາດຕະຖານເຕັກນິກ ທີ່ຂະແໜງການກ່ຽວຂ້ອງກໍານົດອອກ, ການສຶກສາປະເມີນຜົນ ກະທົບຕໍ່ສິ່ງແວດລ້ອມ (IEE, EIA) ແລະ ປະເມີນຜົນກະທົບຕໍ່ສັງຄົມ (SIA) ໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍ ສິ່ງແວດລ້ອມຂອງ ສປປ ລາວ, ການສຶກສາດັ່ງກ່າວ ແມ່ນເພື່ອພິຈາລະນາ ທາງດ້ານການເງິນ, ດ້ານເຕັກນິກ, ການສຶກສາຜົນກະທົບ ຕໍ່ສິ່ງແວດລ້ອມ ແລະ ສັງຄົມຂອງໂຄງການ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ເຫດການ
302 Found

Found

The document has moved here.