ກອງປະຊຸມ ຜູ້ນຳບັນດາອົງການມິດຕະພາບປະຊາຊົນ ອາຊຽນ - ຈີນ

17:07 | 20/05/2020

ຍສໝ - ບັນດາປະເທດອາຊຽນ ໄດ້ມີການຮ່ວມມືຢ່າງແໜ້ນແຟ້ນກັບອົງການອະນາໄມໂລກ (WHO) ແລະ ບັນດາຄູ່ຮ່ວມມື, ລວມທັງມີປະເທດຈີນ ເພື່ອຮັບມືກັບພະຍາດ Covid-19 ຢ່າງວ່ອງໄວ ແລະ ມີປະສິດຕິຜົນ.

ກອງປະຊ ມ ຜ ນຳບ ນດາອ ງການມ ດຕະພາບປະຊາຊ ນ ອາຊຽນ ຈ ນ ຫວຽດນາມ ກະກຽມຢ່າງຕັ້ງໜ້າ ເພື່ອເປັນເຈົ້າພາບ ໃນການຈັດກອງປະຊຸມສຸດຍອດອາຊຽນຄັ້ງທີ 36
ກອງປະຊ ມ ຜ ນຳບ ນດາອ ງການມ ດຕະພາບປະຊາຊ ນ ອາຊຽນ ຈ ນ ໄຂກອງປະຊຸມອອນລາຍ ລະຫວ່າງບັນດາ​​ເຈົ້າ​ຫ​ນ້າ​ທີ່​ອາ​ວຸ​ໂສປ້ອງກັນປະເທດອາຊຽນ

ໃນຕອນບ່າຍຂອງວັນທີ 19 ພຶດສະພາ, ກອງປະຊຸມພິເສດທາງອອນລາຍ ຂອງຜູ້ນຳບັນດາອົງການມິດຕະພາບປະຊາຊົນ ອາຊຽນ - ຈີນ ກ່ຽວກັບການຮັບມືກັບການລະບາດຂອງ ພະຍາດ Covid-19 ແລະ ການສົ່ງເສີມການແລກປ່ຽນດ້ານປະຊາຊົນ ໃນສະພາບການໃໝ່. ເຂົ້າຮ່ວມກອງປະຊຸມທາງອອນລາຍໃນຄັ້ງນີ້ ມີບັນດາຜູ້ນຳອົງການມິດຕະພາບປະຊາຊົນຂອງ 10 ປະເທດອາຊຽນ ແລະ ປະເທດຈີນ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ຫງວຽນເຟຶອງຫງາ - ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ແບ່ງປັນປະສົບການຂອງຫວຽດນາມ ໃນການປ້ອງກັນ ແລະ ຄວບຄຸມ ພະຍາດ COVID-19 ໃນໄລຍະທີ່ຜ່ານມາ.

ກອງປະຊ ມ ຜ ນຳບ ນດາອ ງການມ ດຕະພາບປະຊາຊ ນ ອາຊຽນ ຈ ນ
ທ່ານນາງ ຫງວຽນເຟຶອງຫງາ, ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ.

ທ່ານນາງ ຫງວຽນເຟຶອງຫງາ ເນັ້ນໜັກວ່າ ດ້ວຍນະໂຍບາຍ “ຕໍ່ສູ້ຕ້ານການພະຍາດ ກໍ່ຄືການຕໍ່ສູ້ຕ້ານສັດຕູ”, ຫວຽດນາມໄດ້ປະຕິບັດຫລາຍມາດຕະການທີ່ດຸເດືອດ, ມີປະສິດທິຜົນ ແລະ ຄົບຊຸດ, ທີ່ໄດ້ປ້ອງກັນຄວາມປອດໄພ ແລະ ຊີວິດຂອງປະຊາຊົນ, ພ້ອມທັງຮັບປະກັນການພັດທະນາ, ເສດຖະກິດ, ແລະ ຄວາມສະຫງົບປອດໄພສັງຄົມ.

ດ້ວຍຄວາມເຊື່ອໝັ້ນຂອງປະຊາຊົນ ສຳຫຼັບພັກ, ລັດຖະບານ ແລະ ຄວາມສາມັກຄີ, ການແບ່ງປັນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນຂອງປະຊາຊົນຫວຽດນາມ ໄດ້ປະກອບສ່ວນສຳຄັນ ໃນການຄວບຄຸມການລະບາດຂອງພະຍາດ COVID-19 ຢູ່ຫວຽດນາມ, ແລະ ຈົນຮອດປະຈຸບັນຍັງບໍ່ມີຄົນເສຍຊີວິດ.

ໃນຖານະທີ່ເປັນ ປະທານອາຊຽນປີ 2020, ດ້ວຍຫົວຂໍ້ວ່າ “ຄວາມສະໜິດຕິດພັນ ແລະ ເປັນເຈົ້າການໃນການປັບຕົວ”, ຫວຽດນາມ ໄດ້ຮ່ວມມືຢ່າງແໜ້ນແຟ້ນ ກັບບັນດາປະເທດສະມາຊິກອາຊຽນ ໃນການຕ້ານໂລກລະບາດ, ດ້ວຍວິທີການທີ່ເປັນເອກະພາບ, ຫຼາຍຂະແໜງການ, ຫລາຍພາກສ່ວນ ແລະ ທົ່ວປວງຊົນ.

ທ່ານນາງ ຫງວຽນເຟຶອງຫງາ - ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ສະເໜີໃຫ້ປະເທດຕ່າງໆ ຕ້ອງຮັກສາສະພາບທີ່ສະຫງົບສຸກ ແລະ ໝັ້ນຄົງ, ຮ່ວມກັນຕໍ່ສູ້ຕ້ານການລະບາດ; ໃນນັ້ນຄວາມສາມັກຄີ ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນແມ່ນສິ່ງສໍາຄັນທີ່ຈະຊ່ວຍໃຫ້ບັນດາປະເທດ ສາມາດຜ່ານຜ່າຄວາມຫຍຸ້ງຍາກນີ້ໄດ້.

ສະຫະພັນບັນດາອົງການມິດຕະພາບຫວຽດນາມ ໃຫ້ຄຳໝັ້ນສັນຍາວ່າ ຈະຮ່ວມມືຢ່າງແໜ້ນແຟ້ນ ກັບບັນດາອົງການມິດຕະພາບໃນພາກພື້ນ, ສືບຕໍ່ຊຸກຍູ້ການແລກປ່ຽນ ແລະ ການຮ່ວມມືລະຫວ່າງບັນດາອົງການມິດຕະພາບປະຊາຊົນອາຊຽນ ແລະ ປະເທດຈີນ.

ທີ່ກອງປະຊຸມ, ບັນດາຜູ້ແທນປະເທດອາຊຽນ ໄດ້ແບ່ງປັນປະສົບການຫຼາຍຢ່າງ ໃນການຮັບມືກັບການລະບາດຂອງພະຍາດ COVID-19; ພ້ອມດຽວກັນນີ້, ບັນດາຜູ້ແທນ ກໍ່ຕີລາຄາສູງຕໍ່ການສະໜັບສະໜູນ, ການຊ່ວຍເຫຼືອ ແລະ ການແລກປ່ຽນຂໍ້ມູນຂ່າວສານປະສົບການຂອງ ປະເທດຈີນ ກັບປະເທດອື່ນໆ.

ຜູ້ນຳອົງການມິດຕະພາບອາຊຽນ ແລະ ຈີນ ໄດ້ເຫັນດີວ່າ ປະເທດຕ່າງໆຄວນສົ່ງເສີມຄວາມສາມັກຄີ, ຫົວຄິດປະດິດສ້າງ ແລະ ການຂຸດຄົ້ນຊັບພະຍາກອນໃນປະຊາຊົນ ເພື່ອຜ່ານຜ່າຄວາມຫຍຸ້ງຍາກຮ່ວມກັນ ແລະ ສືບຕໍ່ພັດທະນາ.

ກອງປະຊ ມ ຜ ນຳບ ນດາອ ງການມ ດຕະພາບປະຊາຊ ນ ອາຊຽນ ຈ ນ 45 ປີແຫ່ງການພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍຫວຽດນາມ - ເມັກຊິໂກ

ຍສໝ - ບໍ່ພຽງແຕ່ມີການພັດທະນາຢ່າງແຮງໃນທຸກດ້ານ, ບໍ່ດົນມານີ້, ລັດຖະບານຫວຽດນາມ - ເມັກຊິໂກ ຕັດສິນໃຈຊຸກຍູ້ມາດຕະການຕ່າງໆເພື່ອກ້າວໄປສູ່ການເປັນຄູ່ຮ່ວມມືຮອບດ້ານເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ ແລະ ສັນຕິພາບ.

ກອງປະຊ ມ ຜ ນຳບ ນດາອ ງການມ ດຕະພາບປະຊາຊ ນ ອາຊຽນ ຈ ນ ເອກອັກຄະລັດຖະທູດລາຊະອານາຈັກ ກຳປູເຈຍປະຈຳ ຫວຽດນາມ ສົ່ງສານອວຍພອນມາຍັງທ່ານນາງ ຫງວຽນເຟືອງງາ ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ

ຍສໝ - ເນື່ອງໃນໂອກາດວັນປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດ ຫວຽດນາມ ເປັນອັນໜຶ່ງອັນດຽວ ຄົບຮອບ 45 ປີ (30/04/1976-30/04/2020), ທ່ານ Chay Navuth ເອກອັກຄະລັດຖະທູດລາຊະອານາຈັກ ກຳປູເຈຍປະຈຳ ຫວຽດນາມ ໄດ້ ສົ່ງສານອວຍພອນມາຍັງທ່ານນາງ ຫງວຽນເຟືອງງາ ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ.

ກອງປະຊ ມ ຜ ນຳບ ນດາອ ງການມ ດຕະພາບປະຊາຊ ນ ອາຊຽນ ຈ ນ ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ມອບຫຼຽນໄຊໃຫ້ ທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ

ຍສໝ - ທ່ານເອກອັກຄະລັດຖະທູດ Umeda Kunio ຍາມໃດກໍ່ໄດ້ປະກອບສ່ວນຢ່າງຕັ້ງໜ້າທີ່ສຸດ ເຂົ້າໃນການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງກ້ວາງຂວາງລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.