ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ມອບຫຼຽນໄຊໃຫ້ ທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ

20:22 | 21/03/2020

ຍສໝ - ທ່ານເອກອັກຄະລັດຖະທູດ Umeda Kunio ຍາມໃດກໍ່ໄດ້ປະກອບສ່ວນຢ່າງຕັ້ງໜ້າທີ່ສຸດ ເຂົ້າໃນການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງກ້ວາງຂວາງລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ.

ຕອນບ່າຍວັນທີ 20 ມີນາ, ຢູ່ຮ່າໂນ້ຍ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ (VUFO) ໄດ້ຈັດພິທີມອບຫຼຽນໄຊທີ່ລະນຶກ “ເພື່ອສັນຕິພາບມິດຕະພາບລະຫວ່າງຊາດ” ໃຫ້ແກ່ທ່ານ Umeda Kunio ເອກອັກຄະລັດຖະທູດຍີ່ປຸ່ນປະຈຳຫວຽດນາມ ເນື່ອງໃນໂອກາດທ່ານສິ້ນສຸດອາຍຸການປະຕິບັດງານຢູ່ ຫວຽດນາມ.

ຕາງໜ້າໃຫ້ສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ, ທ່ານນາງ ຫງວຽນເຟື່ອງຫງາ ໄດ້ມອບຫຼຽນໄຊມິດຕະພາບໃຫ້ແກ່ທ່ານເອກອັກຄະລັດຖະທູດ Umeda Kunio ເຊິ່ງເປັນລາງວັນສູງສຸດສຳລັບເພື່ອນມິດສາກົນ.

ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ມອບຫຼຽນໄຊໃຫ້ ທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ

ທ່ານນາງ ຫງວຽນເຟື່ອງຫງາ ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ມອບຫຼຽນໄຊໃຫ້ ທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ. (ພາບ: thoidai.com.vn)

ກ່າວຄຳເຫັນທີ່ພິທີມອບຫຼຽນໄຊດັ່ງກ່າວ, ທ່ານນາງ ຫງວຽນເຟື່ອງຫງາ ໄດ້ສະແດງຄວາມຂອບໃຈຢ່າງເລິກເຊິ່ງ ສຳຫຼັບ ທ່ານ Umeda Kunio ເອກອັກຄະລັດຖະທູດຍີ່ປຸ່ນປະຈຳຫວຽດນາມ, ເພື່ອແນໃສ່ ແລະ ເຊີດຊູບັນດາການປະກອບສ່ວນອັນມີຄ່າຂອງທ່ານ ໃນການປັບປຸງ ແລະ ເພີ່ມທະວີຄວາມເຂົ້າອົກເຂົ້າໃຈຊື່ງກັນ ແລະ ກັນ, ການພົວພັນມິດຕະພາບ, ນ້ຳໃຈສາມັກຄີ ແລະ ການຮ່ວມມືລະຫວ່າງປະຊາຊົນສອງປະເທດຫວຽດນາມ ແລະ ຍີ່ປຸ່ນ.

ໃນໄລຍະເວລາ 3 ປີເຄິ່ງທີ່ປະຕິບັດງານຢູ່ຫວຽດນາມ, ທ່ານເອກອັກຄະລັດຖະທູດ Umeda Kunio ຍາມໃດກໍ່ໄດ້ປະກອບສ່ວນຢ່າງຕັ້ງໜ້າທີ່ສຸດ ເຂົ້າໃນການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງກ້ວາງຂວາງລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ, ພັດທະນາຮອບດ້ານໃນບັນດາຂົງເຂດການເມືອງ, ການຕ່າງປະເທດ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສດຖະກິດ-ການຄ້າ, ການລົງທຶນ… ທ່ານເອກອັກຄະລັດຖະທູດ Umeda Kunio ກໍ່ຕັ້ງໜ້າຊຸກຍູ້ການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ ລະຫວ່າງບັນດາວິສາຫະກິດ, ທ້ອງຖິ່ນສອງປະເທດ; ຊຸກຍູ້ການປະຕິບັດການຊ່ວຍເຫຼືອຫຼ້າໃຫ້ແກ່ບັນດາໂຄງການອຸປະຖຳຂອງລັດຖະບານຍີ່ປຸ່ນ ຢູ່ບັນດາແຂວງ, ນະຄອນຂອງຫວຽດນາມ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.