ໄຂກອງປະຊຸມອອນລາຍ ລະຫວ່າງບັນດາ​​ເຈົ້າ​ຫ​ນ້າ​ທີ່​ອາ​ວຸ​ໂສປ້ອງກັນປະເທດອາຊຽນ

16:54 | 15/05/2020

ຍສໝ - ໃນຕອນເຊົ້າວັນທີ 15 ພຶດສະພາ ໃນນະຄອນຫຼວງຮ່າໂນ້ຍ (ຫວຽດນາມ) ໄດ້ຈັດກອງປະຊຸມອອນລາຍ ລະຫວ່າງບັນດາ​​ເຈົ້າ​ຫ​ນ້າ​ທີ່​ອາ​ວຸ​ໂສປ້ອງກັນປະເທດອາຊຽນ ເພື່ອປຶກສາຫາລືບັນຫາການສະກັດກັ້ນການລະບາດ ຂອງພະຍາດ Covid-19.

ໄຂກອງປະຊ ມອອນລາຍ ລະຫວ າງບ ນດາ ເຈ າ ຫ ນ າ ທ ອາ ວ ໂສປ ອງກ ນປະເທດອາຊຽນ ຫວຽດນາມ ເຂົ້າຮ່ວມກອງປະຊຸມທາງອອນລາຍຂອງສະພາຄວາມໝັ້ນຄົງສະຫະປະຊາຊາດກ່ຽວກັບສະພາບການ ອີຣັກ
ໄຂກອງປະຊ ມອອນລາຍ ລະຫວ າງບ ນດາ ເຈ າ ຫ ນ າ ທ ອາ ວ ໂສປ ອງກ ນປະເທດອາຊຽນ ອາຊຽນ - ອາເມລິກາ: ຍູ້ແຮງການຮ່ວມມືຫລຸດຜ່ອນຜົນກະທົບດ້ານເສດຖະກິດ - ສັງຄົມຂອງໂລກລະບາດໂຄວິດ-19

ທ່ານພົນໂທ ຫງວຽນຈິວິງ - ເຈົ້າໜ້າທີ່ອາວຸໂສກະຊວງປ້ອງກັນປະເທດ ຫວຽດນາມ ເປັນປະທານກອງປະຊຸມ. ນີ້ແມ່ນກິດຈະກຳ ເພື່ອແນໃສ່ຊຸກຍູ້ການຮ່ວມມືດ້ານປ້ອງກັນປະເທດ ອາຊຽນ ແລະ ຍົກສູງບົດບາດເປັນປະທານອາຊຽນໃນປີ 2020 ຂອງກະຊວງປ້ອງກັນປະເທດຫວຽດນາມ; ພ້ອມກັນນັ້ນ ໄດ້ຜັນຂະຫຍາຍຜົນຂອງກອງປະຊຸມກ່ອນໜ້ານີ້.

ໄຂກອງປະຊ ມອອນລາຍ ລະຫວ າງບ ນດາ ເຈ າ ຫ ນ າ ທ ອາ ວ ໂສປ ອງກ ນປະເທດອາຊຽນ
ທ່ານພົນໂທ ຫງວຽນຈິວິງ ເປັນປະທານກອງປະຊຸມອອນລາຍ ລະຫວ່າງບັນດາ​​ເຈົ້າ​ຫ​ນ້າ​ທີ່​ອາ​ວຸ​ໂສປ້ອງກັນປະເທດອາຊຽນ.(ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນໂທ ຫງວຽນຈິວິງ ໄດ້ສະເໜີສະພາບຂອງອາຊຽນໂດຍຫຍໍ້, ໂດຍສະເພາະແມ່ນຊ່ວງໄລຍະທີ່ພະຍາດພວມລະບາດ, ແລະ ສະແດງຄວາມຂອບໃຈມາຍັງບັນດາປະເທດອາຊຽນ ທີ່ຍາມໃດກໍ່ຍົກສູງຄວາມສາມັກຄີ, ການພົວພັນ ແລະ ຮ່ວມມືກັນເປັນວຽກງານໜຶ່ງທີ່ສໍາຄັນ. ທ່ານພົນໂທ ຫງວຽນຈິວິງ ໄດ້ເນັ້ນໜັກວ່າ: “ໃນຊ່ວງໄລຍະພະຍາດລະບາດທີ່ຮ້າຍແຮງນີ້, ບັນດາປະເທດອາຊຽນ ກໍຄືກະຊວງປ້ອງກັນປະເທດອາຊຽນ ກໍໄດ້ເອົາໃຈໃສ່ແລກປ່ຽນບົດຮຽນໃນການສະກັດກັ້ນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ”.

ນອກຈາກນັ້ນ, ທ່ານພົນໂທ ຫງວຽນຈິວິງ ກໍ່ໄດ້ແບ່ງປັນປະສົບການຂອງກອງກຳລັງປ້ອງກັນປະເທດອາຊຽນ ໃນການຕອບໂຕ້ປະເຊີນໜ້າ ຕໍ່ການລະບາດຂອງພະຍາດ Covid-19, ຢືນຢັນວ່າ ກອງປະຊຸມນີ້ແມ່ນໂອກາດ ເພື່ອໃຫ້ບັນດາປະເທດອາຊຽນໄດ້ແບ່ງປັນ ແລະ ຊ່ວຍເຫລືອລັດຖະບານແຕ່ລະປະເທດ ໃນການປ້ອງກັນ ແລະ ຕ້ານພະຍາດ.

ໄຂກອງປະຊ ມອອນລາຍ ລະຫວ າງບ ນດາ ເຈ າ ຫ ນ າ ທ ອາ ວ ໂສປ ອງກ ນປະເທດອາຊຽນ
ໄຂກອງປະຊຸມອອນລາຍ ລະຫວ່າງບັນດາ​​ເຈົ້າ​ຫ​ນ້າ​ທີ່​ອາ​ວຸ​ໂສປ້ອງກັນປະເທດອາຊຽນ. (ພາບ: TTXVN)

ສ່ວນປະເທດລາວ, ທ່ານພົນຕີ ຄໍາສີ ວົງຄໍາຊາວ - ຫົວໜ້າເຈົ້າໜ້າທີ່ອາວຸໂສກະຊວງປ້ອງກັນປະເທດລາວ ໄດ້ສະແດງຄວາມຂອບໃຈມາຍັງບັນດາເຈົ້າໜ້າທີ່ອາວຸໂສອາຊຽນໃນການໃຫ້ການຮ່ວມມືເພື່ອສະກັດກັ້ນພະຍາດລະບາດໃນຄັ້ງນີ້.

ທ່ານພົນຕີ ຄໍາສີ ວົງຄໍາຊາວ ກ່າວວ່າ ການແຜ່ລະບາດຂອງພະຍາດ Covid -19 ແມ່ນເປັນລັກຊະນະຂ້າມຊາດ ແລະ ຍັງຈະສືບຕໍ່ແຜ່ລາມໃນວົງກວ້າງ, ທົ່ວໂລກກໍ່ລ້ວມແຕ່ໄດ້ຮັບຜົນກະທົບໃນທຸກດ້ານການເມືອງ, ເສດຖະກິດ, ວັດທະນະທໍາ - ສັງຄົມ, ກໍ່ຄືລະບົບສາທາລະນະສຸກ, ແລະ ການດໍາລົງຊີວິດຂອງປະຊາຊົນ. ສະນັ້ນ, ແຕ່ລະປະເທດກໍ່ໄດ້ອອກມາດຕະການຕ່າງໆ ເພື່ອສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດ Covid – 19. ທ່ານພົນຕີ ຄໍາສີ ວົງຄໍາຊາວ ເນັ້ນໜັກວ່າ: ວຽກງານສຳຄັນຕໍ່ໄປ ແມ່ນການຟື້ນຟູເສດຖະກິດໄດ້ຄືນໃໝ່ ຫລັງຈາກພະຍາດ Covid -19 ໄດ້ປ້ອງກັນ ແລະ ສະກັດກັ້ນ.

ໃນສະພາບການລະບາດຂອງພະຍາດ Covid-19 ຍັງສືບຕໍ່ສົ່ງຜົນກະທົບ ຕໍ່ກອງປະຊຸມພາກພື້ນອາຊຽນ, ບັນດາຜູ້ນຳອາຊຽນ ໄດ້ຢືນຢັນອີກຄັ້ງໜຶ່ງຂອງພວກເຂົາໃນການຕໍ່ສູ້ກັບພະຍາດດັ່ງກ່າວ.

ໄຂກອງປະຊ ມອອນລາຍ ລະຫວ າງບ ນດາ ເຈ າ ຫ ນ າ ທ ອາ ວ ໂສປ ອງກ ນປະເທດອາຊຽນ ຫວຽດນາມເຂົ້າຮ່ວມກອງປະຊຸມອອນລາຍ ຄະນະກຳມະການອາຊຽນ ຢູ່ ສະຫະລັດອາເມລິກາ

ຍສໝ - ບັນດາເອກອັກຄະລັດຖະທູດ ແລະ ຜູ້ຕ່າງໜ້າອາຊຽນໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍຫວຽດນາມ ໃນຖານບົດບາດເປັນປະທານອາຊຽນ ໃນສະພາບການຜັນແປຢ່າງສັບສົນ ຂອງການລະບາດພະຍາດ COVID-19.

ໄຂກອງປະຊ ມອອນລາຍ ລະຫວ າງບ ນດາ ເຈ າ ຫ ນ າ ທ ອາ ວ ໂສປ ອງກ ນປະເທດອາຊຽນ ຫວຽດນາມ ຈະສືບຕໍ່ການໜູນຊ່ວຍ ບັນດາປະເທດທີ່ຖືກຮັບຜົນສະທ້ອນຈາກໂລກພະຍາດ Covid-19

ຍສໝ - ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຢືນຢັນວ່າ ຫວຽດນາມຈະສືບຕໍ່ການໜູນຊ່ວຍບັນດາປະເທດທີ່ຖືກຮັບຜົນສະທ້ອນຈາກໂລກພະຍາດ Covid-19, ຮັກສາການເຄື່ອນໄຫວເສດຖະກິດເປັນປົກກະຕິ.

ໄຂກອງປະຊ ມອອນລາຍ ລະຫວ າງບ ນດາ ເຈ າ ຫ ນ າ ທ ອາ ວ ໂສປ ອງກ ນປະເທດອາຊຽນ ບັນດາປະເທດ ອາຊຽນ ຕີລາຄາສູງການກະກຽມໃຫ້ແກ່ກອງປະຊຸມສຸດຍອດ ອາຊຽນ ຂອງຫວຽດນາມ

ຍສໝ - ບັນດາປະເທດ ອາຊຽນ ຕີລາຄາສູງການກະກຽມໃຫ້ແກ່ກອງປະຊຸມສຸດຍອດ ອາຊຽນ ຂອງຫວຽດນາມໂດຍພື້ນຖານ, ເຫັນດີເປັນເອກະພາບກ່ຽວກັບເອກະສານ, ວາລະກອງປະຊຸມ ແລະ ໂຄງການປະຕິບັດງານຂອງກອງປະຊຸມສຸດຍອດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.