ຫວຽດນາມ ກະກຽມຢ່າງຕັ້ງໜ້າ ເພື່ອເປັນເຈົ້າພາບ ໃນການຈັດກອງປະຊຸມສຸດຍອດອາຊຽນຄັ້ງທີ 36

11:03 | 20/05/2020

ຍສໝ - ວັນທີ 18 ພຶດສະພາ, ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ (SOM) ລະດັບຮອງລັດຖະມົນຕີການຕ່າງປະເທດ ໄດ້ດຳເນີນໃນຮູບແບບການປະຊຸມອອນລາຍ.

ຫວຽດນາມ ກະກຽມຢ າງຕ ງໜ າ ເພ ອເປ ນເຈ າພາບ ໃນການຈ ດກອງປະຊ ມສ ດຍອດອາຊຽນຄ ງທ 36 ສະຖານທູດຫວຽດນາມ ປະຈຳຝລັ່ງ ໄດ້ຈັດພິທີສະເຫຼີມສະຫຼອງ 130 ປີແຫ່ງວັນຄ້າຍວັນເກີດຂອງ ປະທານ ໂຮ່ຈີມິນ
ຫວຽດນາມ ກະກຽມຢ າງຕ ງໜ າ ເພ ອເປ ນເຈ າພາບ ໃນການຈ ດກອງປະຊ ມສ ດຍອດອາຊຽນຄ ງທ 36 ບັນດາປະເທດອາຊຽນ: ຊອກຫາທິດທາງໃໝ່ ພາຍຫຼັງ Covid-19

ທ່ານ ຫງວຽນກວກຢຸງ- ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ຫົວໜ້າ SOM ອາຊຽນ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມໃນຖານະເປັນປະທານອາຊຽນປີ 2020.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຫງວຽນກວກຢຸງ - ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ປັບປຸງສະພາບການຈັດຕັ້ງປະຕິບັດບັນດາກິດຈະກຳ ພາຍຫຼັງກອງປະຊຸມສຸດຍອດພິເສດອາຊຽນ ແລະ ອາຊຽນ +3 (ກັບ ປະເທດຈີນ, ຍີ່ປຸ່ນ, ແລະ ເກົາຫຼີໃຕ້) ກ່ຽວກັບການຕອບໂຕ້ກັບພະຍາດ COVID-19 (14 ເມສາ 2020).

ຫວຽດນາມ ກະກຽມຢ າງຕ ງໜ າ ເພ ອເປ ນເຈ າພາບ ໃນການຈ ດກອງປະຊ ມສ ດຍອດອາຊຽນຄ ງທ 36
ທ່ານ ຫງວຽນກວກຢຸງ- ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ເຂົ້າຮ່ວມກອງປະຊຸມໃນຖານະເປັນປະທານອາຊຽນປີ 2020. (ພາບ: ກະຊວງການຕ່າງປະເທດຫວຽດນາມ)

ທ່ານຫງວຽນກວກຢຸງ ສະເໜີໃຫ້ສຸມໃສ່ຈັດຕັ້ງປະຕິບັດຕາມ 4 ໝາກຜົນຕົ້ນຕໍ ຕາມການຕັດສິນໃຈຂອງບັນດາຜູ້ນຳອາຊຽນ ທີ່ກອງປະຊຸມ, ລວມມີ: ສ້າງຕັ້ງກອງທຶນອາຊຽນ ເພື່ອຮັບມືກັບພະຍາດ COVID-19; ສ້າງສາງສຳເນົາອຸປະກອນການແພດ ໃນພາກພື້ນອາຊຽນ; ພັດທະນາຂັ້ນຕອນມາດຕະຖານຂອງອາຊຽນ ເພື່ອຮັບມືກັບສະຖານະການການແພດສາທາລະນະ ຢ່າງສຸກເສີນ; ແລະພັດທະນາແຜນການຟື້ນຟູອາຊຽນຫຼັງຈາກ COVID-19.

ກ່ຽວກັບກອງປະຊຸມສຸດຍອດອາຊຽນຄັ້ງທີ 36 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ເຊິ່ງໄດ້ຄາດວ່າ ຈະດຳເນີນໃນທ້າຍເດືອນມິຖຸນາປີ 2020, ທ່ານຫງວຽນກວກຢຸງ - ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄດ້ແຈ້ງວ່າ ຫວຽດນາມພວມຜັນຂະຫຍາຍວຽກງານກະກຽມ ໃຫ້ແກ່ກອງປະຊຸມ, ສຸມໃສ່ການປ້ອງກັນຄວາມສະຫງົບ ແລະ ຄວາມປອດໄພສູງສຸດສຳລັບຄະນະຜູ້ແທນທຸກປະເທດ ທີ່ເຂົ້າຮ່ວມກອງປະຊຸມ.

ທ່ານຫງວຽນກວກຢຸງ ສະເໜີໃຫ້ບັນດາປະເທດ ຮ່ວມມືຢ່າງແໜ້ນແຟ້ນກັບປະເທດປະທານ ໃນການກະກຽມເນື້ອໃນ ແລະ ການຕ້ອນຮັບ, ພະລາທິການ ເພື່ອຮັບປະກັນຜົນສຳເລັດຂອງກອງປະຊຸມ.

ໃນການແລກປ່ຽນທີ່ກອງປະຊຸມ, ບັນດາປະເທດອາຊຽນ ໄດ້ຕີລາຄາສູງການເປັນປະທານອາຊຽນ ຂອງຫວຽດນາມ ນັບແຕ່ຕົ້ນປີຈົນຮອດປະຈຸບັນ ທີ່ພາຍໃຕ້ຈິດໃຈ “ຮຄວາມສະໜິດຕິດພັນ ແລະ ເປັນເຈົ້າການໃນການເໝາະສົມ”, ໂດຍສະເພາະໃນການຮັບມືກັບພະຍາດ COVID-19 ຢ່າງມີປະສິດຕິຜົນ. ບັນດາປະເທດອາຊຽນ ໄດ້ຢືນຢັນການສະໜັບສະໜູນ ຂໍ້ສະເໜີຂອງຫວຽດນາມ ໃນການຊຸກຍູ້ການຈັດຕັ້ງປະຕິບັດບັນດາ ໝາກຜົນສຳຄັນຂອງກອງປະຊຸມສຸດຍອດພິເສດອາຊຽນ ແລະ ອາຊຽນ +3 ກ່ຽວກັບການຮັບມືພະຍາດ COVID-19.

ພ້ອມກັນນັ້ນ, ບັນດາປະເທດອາຊຽນ ໄດ້ຮອງຮັບຢ່າງຕັ້ງໜ້າ ແຜນການຜັນຂະຫຍາຍ ສຳຫຼັບບັນດາຜົນໄດ້ຮັບບຸລິມະສິດໃນປີ 2020 ແລະ ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ຮ່ວມມືກັບ ຫວຽດນາມ ເພື່ອໃຫ້ສຳເລັດຜົນສຳຫຼັບບັນດາຜົນໄດ້ຮັບ ຕາມແຜນການທີ່ໄດ້ກຳນົດໄວ້.

ທ່ານຫົວໜ້າຄະນະຜູ້ແທນອາຊຽນກໍ່ ສະແດງຄວາມເຊື່ອໝັ້ນຕໍ່ຜົນສຳເລັດ ຂອງກອງປະຊຸມສຸດຍອດອາຊຽນຄັ້ງທີ 36 ພາຍໃຕ້ການເປັນປະທານຂອງປະເທດຫວຽດນາມ, ແລະ ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ເຮັດວຽກກັບ ປະເທດຫວຽດນາມ ໃນວຽກງານກະກຽມສຳລັບກອງປະຊຸມ.

ຫວຽດນາມ ກະກຽມຢ າງຕ ງໜ າ ເພ ອເປ ນເຈ າພາບ ໃນການຈ ດກອງປະຊ ມສ ດຍອດອາຊຽນຄ ງທ 36 ສະຫະພາບເອີຣົບ ໄດ້ສະໜັບສະໜູນ ອາຊຽນ ຈຳນວນເງິນ 350 ລ້ານເອີໂຣ ເພື່ອຮັບມືກັບພະຍາດ Covid-19

ຍສໝ - ອີງຕາມຖະແຫຼງການຂອງຄະນະຜູ້ແທນສະຫະພາບເອີຣົບ (ອີຢູ) ຢູ່ ອາຊຽນ ໃຫ້ຮູ້ວ່າ ດ້ວຍເປັນສ່ວນໜຶ່ງຂອງແຜນການສະໜັບສະໜູນບັນດາຄູ່ຮ່ວມມືທົ່ວໂລກ, EU ກຳລັງລະດົມຈຳນວນເງິນ 350 ລ້ານເອີໂຣ ເພື່ອຊ່ວຍເຫຼືອບັນດາປະເທດອາຊຽນ ໃນການປ້ອງກັນການແຜ່ລະບາດຂອງພະຍາດ Covid. -19 ແລະ ຫຼຸດຜ່ອນຜົນກະທົບຈາກພະຍາດຢູ່ພາກພື້ນ.

ຫວຽດນາມ ກະກຽມຢ າງຕ ງໜ າ ເພ ອເປ ນເຈ າພາບ ໃນການຈ ດກອງປະຊ ມສ ດຍອດອາຊຽນຄ ງທ 36 ກອງປະຊຸມສຸດຍອດພິເສດອາຊຽນ: ຫວຽດນາມ ໄດ້ນຳສະເໜີຂໍ້ລິເລີ່ມເພື່ອສະກັດກັ້ນ ພະຍາດ COVID-19

ຍສໝ - ວັນທີ 14 ເມສາ, ທີ່ກອງປະຊຸມອອນລາຍຖ່າຍທອດສົດ,ໃນຖານະເປັນປະທານອາຊຽນ 2020, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານກອງປະຊຸມສຸດຍອດພິເສດອາຊຽນ ແລະ ກອງປະຊຸມສຸດຍອດພິເສດອາຊຽນ +3 (ຈີນ, ຍີ່ປຸ່ນ ແລະ ເກົາຫຼີໃຕ້), ໄດ້ສົນທະນາກ່ຽວກັບການຮັບມືພະຍາດ COVID-19.

ຫວຽດນາມ ກະກຽມຢ າງຕ ງໜ າ ເພ ອເປ ນເຈ າພາບ ໃນການຈ ດກອງປະຊ ມສ ດຍອດອາຊຽນຄ ງທ 36 ອາຊຽນ ຈະສາມັກຄີນຳກັນຢ່າງແຫນ້ນແຟ້ນໃນການປ້ອງກັນ ສະກັດກັ້ນໂລກລະບາດ ໂຄວິດ 19

ຍສໝ - ກອງປະຊຸມຄັ້ງທີ 25 ສະພາປະສານງານ ອາຊຽນ ໄດ້ຈັດຂຶ້ນທາງອອກລາຍໃນຕອນເຊົ້າວັນທີ 9 ເມສາປີ 2020.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.