ສະຫະພາບເອີຣົບ ໄດ້ສະໜັບສະໜູນ ອາຊຽນ ຈຳນວນເງິນ 350 ລ້ານເອີໂຣ ເພື່ອຮັບມືກັບພະຍາດ Covid-19

18:21 | 29/04/2020

ຍສໝ - ອີງຕາມຖະແຫຼງການຂອງຄະນະຜູ້ແທນສະຫະພາບເອີຣົບ (ອີຢູ) ຢູ່ ອາຊຽນ ໃຫ້ຮູ້ວ່າ ດ້ວຍເປັນສ່ວນໜຶ່ງຂອງແຜນການສະໜັບສະໜູນບັນດາຄູ່ຮ່ວມມືທົ່ວໂລກ, EU ກຳລັງລະດົມຈຳນວນເງິນ 350 ລ້ານເອີໂຣ ເພື່ອຊ່ວຍເຫຼືອບັນດາປະເທດອາຊຽນ ໃນການປ້ອງກັນການແຜ່ລະບາດຂອງພະຍາດ Covid. -19 ແລະ ຫຼຸດຜ່ອນຜົນກະທົບຈາກພະຍາດຢູ່ພາກພື້ນ.

ສະຫະພາບເອ ຣ ບ ໄດ ສະໜ ບສະໜ ນ ອາຊຽນ ຈຳນວນເງ ນ 350 ລ ານເອ ໂຣ ເພ ອຮ ບມ ກ ບພະຍາດ covid 19 ຫວຽດນາມ ໄດ້ສະໜັບສະໜູນ 50,000 ໂດລາສະຫະລັດ ໃຫ້ກອງທຶນຮັບມືພະຍາດ Covid-19 ຂອງ WHO
ສະຫະພາບເອ ຣ ບ ໄດ ສະໜ ບສະໜ ນ ອາຊຽນ ຈຳນວນເງ ນ 350 ລ ານເອ ໂຣ ເພ ອຮ ບມ ກ ບພະຍາດ covid 19 ສະຖານທູດຫວຽດນາມ ໄດ້ສະໜັບສະໜູນ ລັດຖະບານ ສປປ.ລາວ ໃນການປ້ອງກັນພະຍາດ COVID-19

ຕາມນັ້ນແລ້ວ, ສະຫະພາບເອີຣົບ ຈະສະໜັບສະໜູນບັນດາການເຄື່ອນໄຫວໃນລະດັບຊາດ ແລະ ພາກພື້ນ, ເພື່ອເພີ່ມທະວີສ້າງຄວາມເຂັ້ມແຂງໃຫ້ລະບົບການສາທາລະນະສຸກໃນປະຈຸບັນ, ພ້ອມກັນນັ້ນຫຼຸດຜ່ອນຜົນສະທ້ອນດ້ານເສດຖະກິດ - ສັງຄົມໃຫ້ໜ້ອຍທີ່ສຸດ ຍ້ອນພະຍາດລະບາດ. ພາຍໃຕ້ຂອບແຜນການນີ້ ຢູ່ ຫວຽດນາມ, ອີຢູ ຈະສະໜັບສະໜູນການປະຕິບັດມາດຕະການຕ່າງໆ ເພື່ອຮັບມືກັບຜົນກະທົບຂອງການລະບາດພະຍາດ Covid. -19 ແລະ ປະຕິບັດສັນຍາການຄ້າເສລີຫວຽດນາມ - ອີຢູ (EVFTA) ໂດຍໄວ.

ສະຫະພາບເອ ຣ ບ ໄດ ສະໜ ບສະໜ ນ ອາຊຽນ ຈຳນວນເງ ນ 350 ລ ານເອ ໂຣ ເພ ອຮ ບມ ກ ບພະຍາດ covid 19
ທ່ານ Igor Driesmans - ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈຳ ອາຊຽນ. (ພາບ: ASEAN)

ໃນຖະແຫຼງການ, ທ່ານ Igor Driesmans - ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈຳ ອາຊຽນ ໄດ້ເນັ້ນໜັກວ່າ: “ສະຫະພາບເອີຣົບ ແລະ ອາຊຽນ ແມ່ນບັນດາອົງການຈັດຕັ້ງພາກພື້ນທີ່ມີໄລຍະ 42 ປີແຫ່ງໃນການຮ່ວມມືສາມັກຄີ. ດ້ວຍການລະດົມຈຳນວນເງິນ 350 ລ້ານເອີໂຣ ເພື່ອສະໜັບສະໜູນບັນດາປະເທດ ອາຊຽນ, ສະຫະພາບເອີຣົບ ຈະສະແດງຄວາມມິດຕະພາບກັບປະຊາຊົນໃນພາກພື້ນ.”

ທ່ານ Igor Driesmans - ສະຫະພາບເອີຣົບ ປະຈຳອາຊຽນ ໄດ້ຢືນຢັນວ່າ EU ຈະສະໜັບສະໜູນ ບັນດາມາດຕະການຢ່າງແທດຈິງຂອງອາຊຽນ, ເພື່ອແກ້ໄຂຜົນກະທົບດ້ານການແພດ, ສັງຄົມ ແລະ ເສດຖະກິດໃນພາກພື້ນ. ທ່ານ Igor Driesmans ກ່າວວ່າ "ພວກເຮົາສາມາດເອົາຊະນະການແຜ່ລະບາດຂອງພະຍາດ Covid-19 ໂດຍການຮ່ວມມື, ຄວາມສາມັກຄີ ແລະ ການປະສານງານສາກົນ".

ເມື່ອບໍ່ດົນມານີ້, ກອງປະຊຸມອອນໄລ ອາຊຽນ - ອີຢູ ຄັ້ງທຳອິດກ່ຽວກັບພະຍາດ Covid-19 ໄດ້ຈັດຂຶ້ນໃນວັນທີ 20 ມີນາ. ທີ່ກອງປະຊຸມ, ບັນດາລັດຖະມົນຕີການຕ່າງປະເທດອາຊຽນ ແລະ ອີຢູ ໄດ້ເຫັນດີເພີ່ມທະວີການຮ່ວມມື, ແລກປ່ຽນປະສົບການ, ຮັກສາລະບົບຕ່ອງໂສ້ການສະໜອງທີ່ເປີດກວ້າງ ແລະ ເພີ່ມທະວີການຄົ້ນຄວ້າວິທະຍາສາດ.

ສະຫະພາບເອີຣົບ ຍັງໄດ້ຕັດສິນໃຈເປີດ 18 ໂຄງການຄົ້ນຄ້ວາ ແລະ ປ່ຽນໃໝ່ທີ່ໄດ້ຮັບການສະໜັບສະໜູນໂດຍ ສະຫະພາບເອີຣົບ (ມູນຄ່າ 48,5 ລ້ານເອີໂຣ) ໃນການຮ່ວມມືກັບບັນດາອົງການວິທະຍາສາດອາຊຽນ ກ່ຽວກັບການລະບາດຂອງພະຍາດ Covid-19, ໂດຍສະເພາະກ່ຽວກັບອຸປະກອນປ້ອງກັນພະຍາດ, ປັບປຸງແບບຈຳລອງການລະບາດຂອງພະຍາດ Covid-19, ເຕັກນິກການບົ່ງມະຕິພະຍາດຢ່າງໄວວາ, ພ້ອມທັງການປິ່ນປົວ ແລະ ສັກຢາວັກຊີນ.

ສະຫະພາບເອ ຣ ບ ໄດ ສະໜ ບສະໜ ນ ອາຊຽນ ຈຳນວນເງ ນ 350 ລ ານເອ ໂຣ ເພ ອຮ ບມ ກ ບພະຍາດ covid 19 ເອີລົບສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ດາ​ການ​ກະ​ທຳພຽງ​ລ​ຳ​ຟັງ​ຝ່າຍ​ດຽວ​ຢູ່ ທະ​ເລ​ຕ​າ​ເວັນ​ອອກ

ຍສໝ - ທ່ານ Igor Driesmans ເອກອັກຄະລັດຖະທູດ ເອີລົບ (EU ) ປະຈຳອາຊຽນ ຊີ້ໃຫ້ເຫັນຢ່າງຈະແຈ້ງວ່າ EU ມີຄວາມປາດຖະໜາຢາກໃຫ້ ອາຊຽນ ແລະ ຈີນປະຕິບັດສຳເລັດ ບັນດາການເຈລະຈາຢ່າງກະຈ່າງແຈ້ງກ່ຽວກັບ ກົດແຫ່ງການປະພຶດຂອງບັນດາຝ່າຍ ຢູ່ ທະເລຕາເວັນອອກຢ່າງມີປະສິດທິຜົນ, ແທດຈິງ ແລະ ມີຄວາມຜູກມັດດ້ານນິຕິກຳ.

ສະຫະພາບເອ ຣ ບ ໄດ ສະໜ ບສະໜ ນ ອາຊຽນ ຈຳນວນເງ ນ 350 ລ ານເອ ໂຣ ເພ ອຮ ບມ ກ ບພະຍາດ covid 19 ສະຫະພາບເອີຣົບ ໄດ້ລົງທຶນ 3,5 ລ້ານເອີໂຣ ໃນດ້ານ ຊີວະວິທະຍາຄວາມປອດໄພໃນອາຊຽນ

ຍສໝ - ສະຫະພາບເອີຣົບ (ອີຢູ) ຫາກໍ່ໄດ້ເລີ່ມດຳເນີນໂຄງການລະດັບພາກພື້ນ ມີຄຸນຄ່າ 3.5 ລ້ານເອີໂຣ ເພື່ອສະໜັບສະໜູນການປັບປຸງໃນດ້ານຊີວະວິທະຍາຄວາມປອດໄພ ໃນເຂດອາຊີຕາເວັນອອກສ່ຽງໃຕ້.

ສະຫະພາບເອ ຣ ບ ໄດ ສະໜ ບສະໜ ນ ອາຊຽນ ຈຳນວນເງ ນ 350 ລ ານເອ ໂຣ ເພ ອຮ ບມ ກ ບພະຍາດ covid 19 ຫວຽດນາມ ຮຽກຮ້ອງໃຫ້ ອີຢູ ສືບຕໍ່ສະໜັບສະໜູນ ຫວຽດນາມ ໃນບັນດາເວທີປາໄສສະພາຄວາມໝັ້ນຄົງສະຫະປະຊາຊາດ

ຍສໝ - ພົນໂທ ຫງວຽນວັນແທ່ງ ຮອງລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ, ຫວັງວ່າໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ປະຕິບັດບັນດາລະບຽບການພາຍໃນ, ສ້າງເງື່ອນໄຂສະດວກເພື່ອໃຫ້ສອງສັນຍາການຄ້າເສລີ ຫວຽດນາມ - ສະຫະພາບ ເອີລົບ (EVFTA) ແລະ ສັນຍາອາລັກຂາການລົງທຶນ ຫວຽດນາມ - ສະຫະພາບ ເອີລົບ (EVIPA)

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.