ໜັງສືພິມຕ່າງປະເທດໄດ້ຮັບຮອງເອົາຄວາມມານະພະຍາຍາມຂອງຫວຽດນາມ ໃນການກອບກູ້ຊີວິດຂອງນັກບິນຊາວອັງກິດ

16:33 | 18/05/2020

ຍສໝ - ໜັງສືພິມຕ່າງປະເທດໄດ້ຮັບຮອງເອົາຄວາມມານະພະຍາຍາມຂອງຫວຽດນາມ ໃນການກອບກູ້ຊີວິດຂອງນັກບິນຊາວອັງກິດ ທີ່ຖືກຕິດເຊື້ອໂຄວິດ- 19.

ໜ ງສ ພ ມຕ າງປະເທດໄດ ຮ ບຮອງເອ າຄວາມມານະພະຍາຍາມຂອງຫວຽດນາມ ໃນການກອບກ ຊ ວ ດຂອງນ ກບ ນຊາວອ ງກ ດ ການກໍ່ສ້າງທີ່ເປັນເອກະລັກສະເພາະຢູ່ສະໜາມຫຼວງ ໂຮ່ຈິມິນ ຢູ່ມົດສະກູ ແລະຄວາມມິດຕະພາບ ຫວຽດນາມ - ລັດເຊຍ
ໜ ງສ ພ ມຕ າງປະເທດໄດ ຮ ບຮອງເອ າຄວາມມານະພະຍາຍາມຂອງຫວຽດນາມ ໃນການກອບກ ຊ ວ ດຂອງນ ກບ ນຊາວອ ງກ ດ ຫວຽດນາມ: 31 ມື້ຢ່າງລຽນຕິດບໍ່ມີຜູ້ຕິດເຊື້ອພະຍາດ Covid – 19 ໃນຊຸມຊົນ
ໜ ງສ ພ ມຕ າງປະເທດໄດ ຮ ບຮອງເອ າຄວາມມານະພະຍາຍາມຂອງຫວຽດນາມ ໃນການກອບກ ຊ ວ ດຂອງນ ກບ ນຊາວອ ງກ ດ
ພາບປະກອບ

ສຳນັກຂ່າວສານ Reuters (ອັງກິດ) ມີບົດໄຈ້ແຍກຢ່າງເລິກເຊິ່ງໂດຍຂຽນວ່າ: ນັກບິນເພດຊາຍແມ່ນຄົນເຈັບໜັກທີ່ສຸດຢູ່ຫວຽດນາມ, ເຊິ່ງລັດຖະບານຫວຽດນາມ ພວມປິ່ນປົວໂດຍບໍ່ຄິດຄ່າ. ບົດຂຽນໄດ້ຢ້ຳຄືນອີກຄັ້ງໜຶ່ງວ່າ, ຫວຽດນາມ ໄດ້ເຮັດຈົນສຸດຄວາມສາມາດເພື່ອກອບກູ້ເອົາຊີວິດໃຫ້ແກ່ນັກບິນອາຍຸ 43 ປີຄົນນີ້.

ວິທະຍຸກະຈາຍສຽງແຫ່ງຊາດອາເມລິກາ (NPR) ໄດ້ຍ້ອງຍໍຊົມເຊີຍບັນດາຄວາມມານະພະຍາຍາມຂອງຫວຽດນາມ ໃນວຽກງານຕໍ່ສູ້, ຕ້ານໂລກລະບາດໂຄວິດ- 19. ວິທະຍຸ NPR ກໍ່ເຕື້ອງເຖິງເລື່ອງ, ຊາວຫວຽດນາມ ໄດ້ບໍລິຈາກປອດໂດຍສະໝັກໃຈໃຫ້ແກ່ຊາວອັງກິດ. ບັນດາທ່ານໝໍຢູ່ນະຄອນໂຮ່ຈີມິນ ພວມມານະພະຍາຍາມທີ່ສຸດເພື່ອກອບກູ້ເອົາຊີວິດຂອງນັກບິນຊາວອັງກິດ ຄົນນີ້.

ໜັງສືພິມ New York Times ໄດ້ຕິດຕາມຄວາມມານະພະຍາຍາມຂອງຫວຽດນາມ ໃນການປິ່ນປົວໃຫ້ນັກບິນຊາວອັງກິດ ຢ່າງໃກ້ຊິດ. ບັນດາທ່ານໝໍຫວຽດນາມ ພວມຫວັງວ່າ, ການຜ່າຕັດປ່ຽນປອດຈະສາມາດກູ້ເອົາຊີວິດຂອງຄົນເຈັບດັ່ງກ່າວ.

ໄລ່ຮອດເວລາ 6 ໂມງຂອງວັນທີ 18 ພຶດສະພາ ຈາກຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໃຫ້ຮູ້ວ່າ ຫວຽດນາມ ໄດ້ກ້າວເຂົ້າມື້ທີ 32ທີ່ບໍ່ມີກໍລະນີຕິດເຊື້ອໂຄວິດ-19 ໃນວົງຄະນະຍາດ. ປະຈຸບັນ, ຍັງມີ 60 ກໍລະນີ ພວມໄດ້ຮັບການປິ່ນປົວຢູ່ 10 ໂຮງໝໍຂັ້ນສູນກາງ ແລະ ຂັ້ນແຂວງ. ບັນດາກໍລະນີດັ່ງກ່າວລ້ວນແຕ່ມີສຸຂະພາບເປັນປົກກະຕິ. ໃນນັ້ນມີ 14 ກໍລະນີມີຜົນການ ວິໄຈເປັນລົບຄັ້ງໜຶ່ງຂຶ້ນໄປສຳລັບໄວຣັດ SARS-CoV-2.

ໄລ່ຮອດເວລາ 8 ໂມງເຊົ້າ ວັນທີ 18 ພຶດສະພາ (ຕາມເວລາຫວຽດນາມ), ທົ່ວໂລກຢັ້ງຢືນວ່າມີຈຳນວນຜູ້ຕິດເຊື້ອ Covid – 19 ທັງໝົດແມ່ນ 4.801.510 ຄົນ, ໃນນັ້ນມີ 316.658 ຄົນເສຍຊີວິດ. ປັດຈຸບັນ, ໂລກລະບາດ Covid – 19 ພວມແຜ່ລະບາດອອກສູ່ 213 ປະເທດ ແລະ ເຂດແຄ້ວນໃນທົ່ວໂລກ. ຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 1.858.079 ຄົນ. ອາເມລິກາ ຍັງແມ່ນໃຈກາງແຜ່ລະບາດຫຼາຍທີ່ສຸດໃນໂລກດ້ວຍຈຳນວນຜູ້ຕິດເຊື້ອ Covid – 19 ແມ່ນ 1.527.664 ຄົນ ແລະມີຜູ້ເສຍຊີວິດ 90.978 ຄົນ. ຖັດຈາກອາເມລິກາ ແມ່ນລັດເຊຍ, ແອັດສະປາຍ, ອັງກິດ…

ໜ ງສ ພ ມຕ າງປະເທດໄດ ຮ ບຮອງເອ າຄວາມມານະພະຍາຍາມຂອງຫວຽດນາມ ໃນການກອບກ ຊ ວ ດຂອງນ ກບ ນຊາວອ ງກ ດ ໜັງສືພິມອົດສະຕາລີ: “ຜົນສຳເລັດໃນການສະກັດກັ້ນພະຍາດ Covid-19 ຂອງຫວຽດນາມ ແມ່ນສົມຄວນໃຫ້ມຸ່ງຫວັງ”

ຍສໝ - ເມື່ອບໍ່ດົນມານີ້, ໜັງສືພິມ ABC ຂອງອົດສະຕາລີ ໄດ້ລົງພິມບົດຂຽນ ກ່ຽວກັບຂະບວນການປ້ອງກັນ ແລະ ຕ້ານການລະບາດພະຍາດ Covid-19 ຂອງຫວຽດນາມ ທີ່ປະສົບຜົນສຳເລັດ. ມາຮອດປະຈຸບັນ, ຫວຽດນາມ ໄດ້ຮັກສາຈຳນວນກໍລະນີທີ່ຕິດ​ເຊື້ອຕ່ຳກວ່າ 300 ຄົນ ແລະ ຍັງບໍ່ມີຄົນເສຍຊີວິດ.

ໜ ງສ ພ ມຕ າງປະເທດໄດ ຮ ບຮອງເອ າຄວາມມານະພະຍາຍາມຂອງຫວຽດນາມ ໃນການກອບກ ຊ ວ ດຂອງນ ກບ ນຊາວອ ງກ ດ ສະຖານທູດຫວຽດນາມປະຈຳ ສະວິດເຊີແລນ ອອກແຈ້ງການດ່ວນກ່ຽວກັບການໜູນຊ່ວຍພົນລະເມືອງຫວຽດນາມ ທີ່ມີປາດຖະໜາ ຢາກກັບຄືນປະເທດ

ຍສໝ - ຕາມນັກຂ່າວ ຂອງສຳນັກຂ່າວສານຫວຽດນາມປະຈຳ Geneva, ສະຖານທູດຫວຽດນາມປະຈຳ ສະວິດເຊີແລນ ໄດ້ອອກແຈ້ງການດ່ວນກ່ຽວກັບການໜູນຊ່ວຍພົນລະເມືອງຫວຽດນາມ ທີ່ມີປາດຖະໜາ ຢາກກັບຄືນປະເທດ.

ໜ ງສ ພ ມຕ າງປະເທດໄດ ຮ ບຮອງເອ າຄວາມມານະພະຍາຍາມຂອງຫວຽດນາມ ໃນການກອບກ ຊ ວ ດຂອງນ ກບ ນຊາວອ ງກ ດ ຄຳສັ່ງຫ້າມຫາປາຂອງຈີນຢູ່ເຂດທະເລຂອງຫວຽດນາມແມ່ນບໍ່ຖືກຕ້ອງ

ຍສໝ - ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຢືນຢັນວ່າເລື່ອງ ຈີນປະກາດໃຊ້ຂໍ້ກໍານົດຫ້າມຈັບຫາປາ ທີ່ ຂຶ້ນກັບອະທິປະໄຕຂອງຫວຽດນາມໃນທະເລຕາເວັນອອກແມ່ນບໍ່ຖືກຕ້ອງ.

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.