ຄຳສັ່ງຫ້າມຫາປາຂອງຈີນຢູ່ເຂດທະເລຂອງຫວຽດນາມແມ່ນບໍ່ຖືກຕ້ອງ

11:36 | 12/05/2020

ຍສໝ - ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຢືນຢັນວ່າເລື່ອງ ຈີນປະກາດໃຊ້ຂໍ້ກໍານົດຫ້າມຈັບຫາປາ ທີ່ ຂຶ້ນກັບອະທິປະໄຕຂອງຫວຽດນາມໃນທະເລຕາເວັນອອກແມ່ນບໍ່ຖືກຕ້ອງ.    

ຄຳສ ງຫ າມຫາປາຂອງຈ ນຢ ເຂດທະເລຂອງຫວຽດນາມແມ ນບ ຖ ກຕ ອງ ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 12 ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XII
ຄຳສ ງຫ າມຫາປາຂອງຈ ນຢ ເຂດທະເລຂອງຫວຽດນາມແມ ນບ ຖ ກຕ ອງ ຄາດວ່າຈະນຳສົ່ງພົນລະເມືອງຫວຽດນາມ 300 ຄົນ ຢູ່ ອົດສະຕາລີ ກັບເມືອປະເທດໃນຕົ້ນເດືອນມິຖຸນານີ້
ຄຳສ ງຫ າມຫາປາຂອງຈ ນຢ ເຂດທະເລຂອງຫວຽດນາມແມ ນບ ຖ ກຕ ອງ
ພາບປະກອບ

ວັນທີ 11 ພຶດສະພາ, ກະຊວງກະສິກຳ ແລະພັດທະນາຊົນນະບົດ ໄດ້ສົ່ງເອກະສານເຖິງຄະນະກຳມະການປະຊາຊົນບັນດາແຂວງ ແລະ ນະຄອນແຄມທະເລກ່ຽວກັບເລື່ອງ ຈີນປະກາດໃຊ້ຂໍ້ກໍານົດຫ້າມຈັບຫາປາຢູ່ທະເລຕາເວັນອອກ ປີ 2020.

ສະມາຄົມອາຊີບການປະມົງຫວຽດນາມ ໃຫ້ຮູ້ວ່າ, ຕາມບັນດາເວັບໄຊສະໜອງຂໍ້ມູນຂ່າວສານແລ້ວ,ຈີນ ໄດ້ປະກາດ “ຂໍ້ກໍານົດຫ້າມຫາປາຢູ່ທະເລຕາເວັນອອກ, ບໍລິເວນຫ້າມຫາປາແມ່ນຈາກເຂດທະເລທາງທິດເໜືອຂອງທະເລຕາເວັນອອກ ຮອດຈຸດພິກັດ 12 ອົງສາເສັ້ນຂະໜານ ເໜືອ, ລວມທັງສ່ວນໜຶ່ງຂອງອ່າວພາກເໜືອ ແລະ ໝູ່ເກາະຮວ່າງຊາ ເຊິ່ງຂຶ້ນກັບອະທິປະໄຕຂອງຫວຽດນາມ, ໂດຍມີຜົນບັງຄັບໃຊ້ແຕ່ວັນທີ 01 ພຶດສະພາ 2020 ຫາວັນທີ 16 ສິງຫາ 2020”.

ດ້ວຍສະຖານະການຂ້າງເທິງ, ກະຊວງກະສິກຳ ແລະພັດທະນາຊົນນະບົດ ໄດ້ສະເເໜີໃຫ້ຄະນະກຳມະການປະຊາຊົນບັນດາແຂວງ ແລະ ນະຄອນແຄມທະເລ ແຈ້ງໃຫ້ຊາວປະມົງຊາບກ່ຽວກັບເລື່ອງນີ້ ແລະຢືນຢັນວ່າເລື່ອງ ຈີນປະກາດໃຊ້ຂໍ້ກໍານົດຫ້າມຈັບຫາປາ ທີ່ຂຶ້ນກັບອະທິປະໄຕຂອງຫວຽດນາມໃນທະເລຕາເວັນອອກແມ່ນບໍ່ຖືກຕ້ອງ.

ກະຊວງກະສິກຳ ແລະພັດທະນາຊົນນະບົດ ຕ້ອງອອກແຈ້ງການຂ້າງເທິງ ແລະ ສະເໜີບັນດາແຂວງ, ນະຄອນເພື່ອຊຸກຍູ້ໃຫ້ຊາວປະມົງສືບຕໍ່ດໍາເນີນເຄື່ອນໄຫວການຫາປາເປັນປົກກະຕິພາຍໃນເຂດນໍ້າແດນດິນຂອງຫວຽດນາມ; ຊີ້ນຳ ການຈັດຕັ້ງເປັນກຸ່ມ ແລະ ທີມງານໃນເວລາທີ່ດໍາເນີນເຄື່ອນໄຫວການຫາປາເພື່ອສະໜັບສະໜູນ ເຊິ່ງກັນ ແລະ ກັນ ຢູ່ກາງທະເລ.

ສຳລັບເຮືອຫາປາທີ່ມີໃບອະນຸຍາດຫາປາໃນເຂດການຫາປາທົ່ວໄປ ອ່າວພາກເໜືອ ໃນປີ 2019-2020, ກະຊວງກະສິກຳ ແລະພັດທະນາຊົນນະບົດ ໃຫ້ຂໍ້ກ່າວເຕື່ອນວ່າຈະບໍ່ຂຸດຄົ້ນຢູ່ເຂດທະເລທາງທິດຕາເວັນອອກຂອງເສັ້ນແບ່ງເຂດອ່າວພາກເໜືອ. ກະຊວງກະສິກຳ ແລະ ພັດທະນາຊົນນະບົດກໍ່ຮຽກຮ້ອງໃຫ້ບັນດາໜ່ວຍງານທີ່ກ່ຽວຂ້ອງເພີ່ມທະວີການຄຸ້ມຄອງ ແລະຕິດຕາມກວດກາການເຄື່ອນໄຫວຫາປາຂອງເຮືອຫາປາຢູ່ບັນດາເຂດທະເລ.

ບັນດາແຂວງ, ນະຄອນແຈ້ງເຕືອນເຫດການທີ່ບໍ່ຄາດຄິດເກີດຂື້ນຢູ່ກາງທະເລສຳລັບເຮືອຫາປາ ແລະ ຊາວປະມົງ ຫາສາຍດ່ວນຂອງກົມຄວບຄຸມການປະມົງ, ເບີໂທ: 024-62737323.

ກ່ອນໜ້ານັ້ນ, ວັນທີ 4 ພຶດສະພາ, ສະມາຄົມອາຊີບການປະມົງຫວຽດນາມ ໄດ້ຍື່ນເອກະສານເຖິງຫ້ອງວ່າການລັດຖະບານ, ກະຊວງກະສິກໍາ ແລະ ພັດທະນາຊົນນະບົດ, ກະຊວງການຕ່າງປະເທດ, ຄະນະພົວພັນຕ່າງປະເທດສູນກາງພັກ ກ່ຽວກັບການຄັດຄ້ານເລື່ອງ ຈີນປະກາດໃຊ້ຂໍ້ກໍານົດຫ້າມຈັບຫາປາຢູ່ທະເລຕາເວັນອອກ ປີ 2020.

ຄຳສ ງຫ າມຫາປາຂອງຈ ນຢ ເຂດທະເລຂອງຫວຽດນາມແມ ນບ ຖ ກຕ ອງ ສະຖານທູດຫວຽດນາມປະຈຳ ນິວຊີແລນ ພ້ອມກັບຊາວຫວຽດນາມ ຢູ່ ນິວຊີແລນ ຕໍ່ສູ້ຕ້ານກັບ ໂລກລະບາດ COVID-19

ຍສໝ - ສະຖານທູດຫວຽດນາມ ປະຈຳນິວຊີແລນ ໄດ້ເຜີຍແຜ່ແນວທາງ ແລະ ນະໂຍບາຍພາຍໃນປະເທດ, ກະຕຸກຊຸກຍູ້ໃຫ້ຊາວຫວຽດນາມ ຢູ່ ນິວຊີແລນ ຮູ້ສຶກປອດໄພໃນການດຳລົງຊີວິດເມື່ອນາຍົກລັດຖະມົນຕີ ປະເທດປະຈໍາຖິ່ນປະກາດວ່າ: "ນິວຊີແລນໄດ້ຊະນະໄວຣັດ Corona".

ຄຳສ ງຫ າມຫາປາຂອງຈ ນຢ ເຂດທະເລຂອງຫວຽດນາມແມ ນບ ຖ ກຕ ອງ ສາດສະດາຈານຄົນຫວຽດນາມໄດ້ຮັບລາງວັນທີ່ມີຊື່ສຽງຂອງສະມາຄົມຄະນິດສາດເອີຣົບ

ຍສໝ - ປະຈຸບັນ, ທ່ານ ຟານແທ່ງນາມ ເປັນສາດສະດາຈານ ມະຫາວິທະຍາໄລ Ludwig-Maximlians, ເຢຍລະມັນ, ນັກຄະນິດສາດຫນຸ່ມຫວຽດນາມທີ່ຫາກໍ່ໄດ້ຮັບລາງວັນ EMS ໂດຍສະມາຄົມຄະນິດສາດເອີຣົບ.

ຄຳສ ງຫ າມຫາປາຂອງຈ ນຢ ເຂດທະເລຂອງຫວຽດນາມແມ ນບ ຖ ກຕ ອງ HUFO ໄດ້ມອບຕູ້ເອທີເອັມເຂົ້າສານ ແລະ ເຂົ້າສານ 16 ໂຕນໃຫ້ປະຊາຊົນຜູ້ປະສົບກັບສະພາບການທີ່ຫຍຸ້ງຍາກຍ້ອນການລະບາດຂອງ Covid-19

ຍສໝ - ເມື່ອບໍ່ດົນມານີ້, ສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈີມິນ ໄດ້ປະສານສົມທົບກັບຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ຂອງເມືອງ ບິ່ງເຕິນ ເພື່ອ ມອບ ຕູ້ເອທີເອັມເຂົ້າສານ ເຊິ່ງໄດ້ຕິດຕັ້ງ ທີ່ 77/64, ຖະໜົນຝ້າມດັງຢານ, ບ້ານບີ່ງຮືງຮວ່າ, ເມືອງ ບິ່ງເຕິນ, ເພື່ອສະໜັບສະໜູນ ປະຊາຊົນຜູ້ປະສົບກັບສະພາບການທີ່ຫຍຸ້ງຍາກ ດ້ວຍມູນຄ່າທັງໝົດ ປະມານ 230 ລ້ານດົ່ງ, ຄາດວ່າຕູ້ເອທີເອັມເຂົ້າສານ ທີ 5 ...

ໄຊພອນ

ເຫດການ
302 Found

Found

The document has moved here.