ແຂວງ ເທືອທຽນເຫວ້ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າ 300 ລ້ານດົງໃຫ້ແກ່ແຂວງສະຫວັນນະເຂດ

17:44 | 05/05/2020

ຍສໝ - ວັນທີ 4 ພຶດສະພານີ້, ແຂວງ ເທືອທຽນເຫວ້ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ໃຫ້ອຳນາດການປົກຄອງ ແລະ ປະຊາຊົນ ແຂວງສະຫວັນນະເຂດ, ລວມມີຜ້າບັງປາກທາງການແພດຈຳນວນ 50.000 ແຜ່ນ, ຊຸດປ້ອງກັນການລະບາດຈຳນວນ 800 ຊຸດ, ນໍ້າຢາຂ້າເຊື້ອຈຳນວນ 250 ລິດ ດ້ວຍມູນຄ່າທັງໝົດປະມານ 300 ລ້ານດົງ.

ແຂວງ ເທ ອທຽນເຫວ ໄດ ມອບເຄ ອງມ ແລະ ອ ປະກອນການແພດ ລວມມ ນຄ າ 300 ລ ານດ ງໃຫ ແກ ແຂວງສະຫວ ນນະເຂດ ພົນລະເມືອງຫວຽດນາມ ຈຳນວນເກືອບ 300 ຄົນ ຢູ່ UAE ໄດ້ກັບຄືນປະເທດຢ່າງປອດໄພ
ແຂວງ ເທ ອທຽນເຫວ ໄດ ມອບເຄ ອງມ ແລະ ອ ປະກອນການແພດ ລວມມ ນຄ າ 300 ລ ານດ ງໃຫ ແກ ແຂວງສະຫວ ນນະເຂດ ແຂວງ ເຊີນລາ ສສ. ຫວຽດນາມ ມອບຜ້າອັດປາກ ໃຫ້ແຂວງ ຫົວພັນ ແລະ ແຂວງ ຫລວງພະບາງ ສປປ. ລາວ

ໃນວັນທີ 4 ພຶດສະພາ, ທີ່ດ່ານຊາຍແດນສາກົນລາວບາວ (ແຂວງກວາງຈີ້), ທ່ານ ບູ່ຍແທັງຮ່າ - ຮອງເລຂາຜູ້ປະຈຳການ ຄະນະພັກແຂວງ ເທື່ອທຽນ - ເຫ້ວ ໄດ້ນຳໜ້າຄະນະຜູ້ແທນແຂວງ ຈັດຕັ້ງພິທີມອບຮັບເຄື່ອງອຸປະກອນການແພດ ເພື່ອປ້ອງກັນ ແລະ ຕ້ານໂລກລະບາດ COVID-19 ໃຫ້ອຳນາດການປົກຄອງ ແຂວງສະຫວັນນະເຂດ, ປະເທດລາວ.

ທີ່ພິທີມອບຮັບ, ຝ່າຍແຂວງສະຫວັນນະເຂດມີທ່ານ ໂພໄຊ ໄຊຍະສອນ - ກຳມະການສູນກາງພັກປະຊາຊົນປະຕິວັດລາວ, ຮອງເລຂາ, ຮອງເຈົ້າແຂວງແຂວງສະຫວັນນະເຂດ.

ແຂວງ ເທ ອທຽນເຫວ ໄດ ມອບເຄ ອງມ ແລະ ອ ປະກອນການແພດ ລວມມ ນຄ າ 300 ລ ານດ ງໃຫ ແກ ແຂວງສະຫວ ນນະເຂດ
ແຂວງ ເທືອທຽນເຫວ້ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າ 300 ລ້ານດົງໃຫ້ແກ່ແຂວງສະຫວັນນະເຂດ. (ພາບ: TTXVN)

ທີ່ພິທີ, ຜູ້ນຳຂອງສອງແຂວງ ເທື່ອທຽນ - ເຫ້ວ ແລະ ແຂວງສະຫວັນນະເຂດ ໄດ້ແລກປ່ຽນຂໍ້ມູນກ່ຽວກັບສະພາບການພະຍາດ ແລະ ປະສົບການໃນການປ້ອງກັນ ແລະ ຄວບຄຸມພະຍາດ COVID-19; ເຫັນດີເພີ່ມທະວີການຮ່ວມມື, ແບ່ງປັນຂໍ້ມູນຂ່າວສານ ເພື່ອປະຕິບັດວຽກງານປ້ອງກັນ ແລະ ຄວບຄຸມພະຍາດ COVID-19 ຢ່າງສຳເລັດ, ບໍ່ໃຫ້ແຜ່ລະບາດພະຍາດຢູ່ເຂດຊາຍແດນ.

ທ່ານ ບູ່ຍແທັງຮ່າ - ຮອງເລຂາຜູ້ປະຈຳການ ຄະນະພັກແຂວງ ເທື່ອທຽນ - ເຫ້ວ ໄດ້ເນັ້ນໜັກວ່າ ການລະບາດຂອງພະຍາດ COVID-19 ຍັງມີຄວາມສັບສົນໃນຫຼາຍພື້ນທີ່ຂອງໂລກ, ສະນັ້ນຕ້ອງສືບຕໍ່ປະຕິບັດມາດຕະການຕ່າງໆ ເພື່ອຄວບຄຸມ ແລະ ປ້ອງກັນພະຍາດດັ່ງກ່າວ, ສະກັດກັ້ນການລະບາດຂອງພະຍາດ.

ໃນໄລຍະຈະມາເຖິງ, ແຂວງເທື່ອທຽນ - ເຫວ້ ຈະສືບຕໍ່ສົມທົບຢ່າງແໜ້ນແຟ້ນ ກັບແຂວງສະຫວັນນະເຂດ ໃນການປ້ອງກັນ ແລະ ຄວບຄຸມໂລກລະບາດ; ສືບຕໍ່ເອົາໃຈໃສ່ ແລະ ຕິດຕາມສະພາບການຂອງນັກຮຽນ ແຂວງສະຫວັນນະເຂດ ທີ່ກຳລັງສຶກສາຮ່ຳຮຽນ ຢູ່ ແຂວງເທື່ອທຽນ - ເຫວ້. ພ້ອມດຽວກັນນີ້, ທ່ານ ບູ່ຍແທັງຮ່າ ກໍ່ສະເໜີໃຫ້ແຂວງສະຫວັນນະເຂດ ໄດ້ເອົາໃຈໃສ່ ແລະ ໂຄສະນາເຜີຍແຜ່ໃຫ້ປະຊາຊົນຊາວຫວຽດນາມ ທີ່ອາໄສ ແລະ ເຮັດວຽກຢູ່ແຂວງສະຫວັນນະເຂດ ໃຫ້ປະຕິບັດຕາມການຊີ້ນຳຂອງອຳນາດການປົກຄອງທ້ອງຖິ່ນ, ສະຖຽນລະພາບຊີວິດ, ສະກັດກັ້ນ ແລະ ຕ້ານການລະບາດຂອງພະຍາດ COVID-19 ຢ່າງໄວວາ, ຈຳກັດການເຄື່ອນໄຫວໄປມາ.

ທ່ານ ໂພໄຊ ໄຊຍະສອນ - ກຳມະການສູນກາງພັກປະຊາຊົນປະຕິວັດລາວ, ຮອງເລຂາ, ຮອງເຈົ້າແຂວງສະຫວັນນະເຂດ ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ນ້ຳໃຈອັນລ້ຳຄ່າຂອງອໍານາດການປົກຄອງ ແລະ ປະຊາຊົນແຂວງເທື່ອທຽນ - ເຫວ້ ທີ່ສະຫງວນໃຫ້ແກ່ແຂວງສະຫວັນນະເຂດ. ທ່ານ ໂພໄຊ ໄຊຍະສອນ ເນັ້ນໜັກວ່າ ນີ້ບໍ່ພຽງແຕ່ແມ່ນການສະໜັບສະໜູນດ້ານວັດຖຸເທົ່ານັ້ນ, ແຕ່ຍັງແມ່ນການໃຫ້ກຳລັງໃຈໃຫ້ແກ່ແຂວງສະຫວັນນະເຂດ ຈັດຕັ້ງປະຕິບັດວຽກງານປ້ອງກັນ ແລະ ຄວບຄຸມພະຍາດ COVID-19 ໃຫ້ດີໃນໄລຍະຈະມາເຖິງ.

ແຂວງ ເທ ອທຽນເຫວ ໄດ ມອບເຄ ອງມ ແລະ ອ ປະກອນການແພດ ລວມມ ນຄ າ 300 ລ ານດ ງໃຫ ແກ ແຂວງສະຫວ ນນະເຂດ ຫວຽດນາມ ແບ່ງປັນປະສົບການ ກັບສາກົນ ໃນການສະກັດກັ້ນການລະບາດຂອງພະຍາດ COVID-19

ຍສໝ​ - ວັນທີ 30 ເມສາ, ຫວຽດນາມໄດ້ຕາງໜ້າສຳນັກງານ ອົງການອະນາໄມໂລກ WHO ຢູ່ ເຂດທິດຕາເວັນຕົກປາຊີຟິກ ເຊິ່ງໄດ້ກ່າວບົດສະເໜີກ່ຽວກັບປະສົບການໃນການປ້ອງກັນ ແລະ ສະກັດກັ້ນພະຍາດ COVID-19, ກໍ່ຄື ອະທິບາຍສະແດງໃຫ້ເຫັນວ່າເປັນຫຍັງໃນ 14 ວັນທີ່ຜ່ານມາ, ຫວຽດນາມບໍ່ໄດ້ບັນທຶກກໍລະນີຕິດເຊື້ອຢູ່ໃນຊຸມຊົນ.

ແຂວງ ເທ ອທຽນເຫວ ໄດ ມອບເຄ ອງມ ແລະ ອ ປະກອນການແພດ ລວມມ ນຄ າ 300 ລ ານດ ງໃຫ ແກ ແຂວງສະຫວ ນນະເຂດ ທະຫານຊາຍແດນແຂວງກວ໋າງນາມ ຫວຽດນາມ ໄດ້ມອບເຂົ້າສານ 1,7 ໂຕນ ໃຫ້ແກ່ກໍາລັງປົກປັກຮັກສາຊາຍແດນແຂວງເຊກອງ ລາວ

ຍສໝ - ເມື່ອບໍ່ດົນມານີ້, ທີ່ເຂດຫຼັກໝາຍຊາຍແດນເລກທີ 666 ຂຶ້ນກັບການຄຸ້ມຄອງຂອງຄ້າຍທະຫານຊາຍແດນອາເດີດ ຄະນະປະຕິບັດງານຂອງກອງບັນຊາການທະຫານຊາຍແດນແຂວງ ກວ໋າງນາມ ໄດ້ຈັດຕັ້ງພິທີມອບ-ຮັບສະບຽງອາຫານ ແລະອຸປະກອນການແພດໃຫ້ແກ່ກໍາລັງປົກປັກຮັກສາຊາຍແດນແຂວງເຊກອງ.

ແຂວງ ເທ ອທຽນເຫວ ໄດ ມອບເຄ ອງມ ແລະ ອ ປະກອນການແພດ ລວມມ ນຄ າ 300 ລ ານດ ງໃຫ ແກ ແຂວງສະຫວ ນນະເຂດ ຫວຽດນາມ ໄດ້ມອບເງິນຈຳນວນ 1,5 ຕື້ດົ່ງ ເພື່ອຊ່ວຍເຫຼືອປະຊາຊົນກູບາ ໃນການຕໍ່ສູ້ກັບພະຍາດ Covid-19

ຍສໝ - ຕອນບ່າຍວັນທີ 27 ເມສາ, ຢູ່ສຳນັກງານໃຫຍ່ສະຫະພັນບັນດາອົງການມິດຕະພາບຫວຽດນາມ, ສະມາຄົມມິດຕະພາບຫວຽດນາມ - ກູບາ ແລະ ສະໂມສອນອະດີດນັກສຶກສາ ຫວຽດນາມ ຢູ່ ກູບາ ໄດ້ມອບຂອງຂວັນແມ່ນ ຈຳນວນເງິນຫຼາຍກວ່າ 1.5 ຕື້ດົງ ແລະ 2000 ຕຸກ ນໍ້າຢາຂ້າເຊື້ອ ໃຫ້ແກ່ ປະຊາຊົນກູບາ ເພື່ອຕ້ານ ...

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.