ສະຫະພາບເອີຣົບ ໄດ້ລົງທຶນ 3,5 ລ້ານເອີໂຣ ໃນດ້ານ ຊີວະວິທະຍາຄວາມປອດໄພໃນອາຊຽນ

16:39 | 17/03/2020

ຍສໝ - ສະຫະພາບເອີຣົບ (ອີຢູ) ຫາກໍ່ໄດ້ເລີ່ມດຳເນີນໂຄງການລະດັບພາກພື້ນ ມີຄຸນຄ່າ 3.5 ລ້ານເອີໂຣ ເພື່ອສະໜັບສະໜູນການປັບປຸງໃນດ້ານຊີວະວິທະຍາຄວາມປອດໄພ ໃນເຂດອາຊີຕາເວັນອອກສ່ຽງໃຕ້.

ສະຫະພາບເອີຣົບ (ອີຢູ) ຫາກໍ່ໄດ້ເລີ່ມດຳເນີນໂຄງການລະດັບພາກພື້ນ ມີຄຸນຄ່າ 3.5 ລ້ານເອີໂຣ ເພື່ອສະໜັບສະໜູນການປັບປຸງໃນດ້ານຊີວະວິທະຍາຄວາມປອດໄພ ໃນເຂດອາຊີຕາເວັນອອກສ່ຽງໃຕ້. ປະຈຸບັນ, ການແຜ່ລະບາດທົ່ວໂລກ Covid-19 ມີຄວາມຄືບໜ້າຢ່າງວ່ອງໄວ, ສະແດງໃຫ້ເຫັນເຖິງຄວາມສຳຄັນຂອງການຮ່ວມມືຂ້າມຊາຍແດນຢ່າງປະສິດຕິຜົນ ແລະ ລະບົບການຄຸ້ມຄອງຄວາມສ່ຽງດ້ານຊີວະວິທະຍາຢ່າງປະສິດຕິຜົນ ເພື່ອຮັບມືກັບພະຍາດ ແລະ ການລະບາດຕ່າງໆຂອງພະຍາດຕິດແປດຢ່າງອັນຕະລາຍ.

ສະຫະພາບເອີຣົບ ໄດ້ລົງທຶນ 3,5 ລ້ານເອີໂຣ ໃນດ້ານ ຊີວະວິທະຍາຄວາມປອດໄພໃນອາຊຽນ

ສະຫະພາບເອີຣົບ ລົງທຶນ 3,5 ລ້ານເອີໂຣ ໃນດ້ານປອດໄພຊີວະວິທະຍາໃນອາຊຽນ. (ພາບປະກອບ: TTXVN)

ໃນວັນທີ 10-12 ມີນາ, ມີບັນດາຜູ້ຊ່ຽວຊານ 40 ຄົນ ຈາກຫຼາຍປະເທດ, ເຊັ່ນ: ກຳປູເຈຍ, ມາເລເຊຍ, ມຽນມາ, ສິງກະໂປ ແລະ ຫວຽດນາມ ໄດ້ການແລກປ່ຽນເຊິ່ງກັນ ແລະ ກັນ, ເພື່ອເປີດໂຄງການຮ່ວມມືເປັນເວລາ 3 ປີ, ຮ່ວມມືກັບບັນດາລັດຖະບານ ໃນຂົງເຂດການຄຸ້ມຄອງຄວາມສ່ຽງດ້ານ ປອດໄພຊີວະວິທະຍາ, ເພີ່ມທະວີການຮ່ວມມື ແລະ ແລກປ່ຽນຂໍ້ມູນ, ກວດກາ ແລະ ນຳໃຊ້ກົດໝາຍທີ່ກ່ຽວຂ້ອງກັບປອດໄພຊີວະວິທະຍາ…

ເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈຳ ມຽນມາ, ທ່ານນາງ Kristian Schmidt ໄດ້ກ່າວຄຳປາໄສກ່ຽວກັບໂຄງການ BIOSEC - ສ້າງຄວາມເຂັ້ມແຂງປອດໄພຊີວະວິທະຍາ ໃນອາຊີຕາເວັນອອກສຽງໃຕ້. ທ່ານນາງ Kristian Schmidt ໄດ້ກ່າວວ່າ ການປອດໄພຊີວະວິທະຍາ ແມ່ນເພື່ອຊ່ວຍຊູມະນຸດ ແລະ ສະຫະພາບເອີຣົບມີຄວາມດີໃຈ ທີ່ຈະຂະຫຍາຍການສະໜັບສະໜູນ ແລະ ການຮ່ວມມືຢ່າງທັນການກັບບັນດາປະເທດ ໃນພາກຕາເວັນອອກສ່ຽງໃຕ້.

ໂຄງການນີ້ ແມ່ນສ່ວນໜຶ່ງຂອງສູນຄົ້ນຄວ້າຫຼຸດຜ່ອນຄວາມສ່ຽງດ້ານເຄມີ, ຊີວະສາດ, ລັງສີ ແລະ ນິວເຄຼຍ ຂອງສູນສະຫະພາບເອີຣົບ. ບັນດາສູນດັ່ງກ່າວເຮັດວຽກກັບ 10 ປະເທດ ໃນອາຊີຕາເວັນອອກສ່ຽງໃຕ້ ແລະ 51 ປະເທດຄູ່ຮ່ວມມືໃນ 7 ຂົງເຂດ ເພື່ອແກ້ໄຂຄວາມສ່ຽງດ້ານເຄມີ, ຊີວະພາບ, ລັງສີ ແລະ ນິວເຄຼຍ.

(ຄຳຮຸ່ງ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.