ກອງບັນຊາການທະຫານເຂດ 4 ສສ.ຫວຽດນາມ ມອບເຄື່ອງຊ່ວຍເຫຼືອໃຫ້ກອງທັບປະຊາຊົນລາວ

11:44 | 25/04/2020

ຍສໝ​ - ໃນວັນທີ 23 ເມສາ, ຢູ່ດ່ານຊາຍແດນສາກົນ ລາວບາວ, ຕັ້ງຢູ່ເຂດພູດອຍຂອງເມືອງ ເຫຶ່ອງຫ່ວາ, ແຂວງກວາງຈິ, ກອງບັນຊາການທະຫານເຂດ 4 (ກະຊວງປ້ອງກັນປະເທດ ສສ.ຫວຽດນາມ) ໄດ້ຈັດຕັ້ງການມອບຮັບເຄື່ອງອຸປະກອນການແພດໃຫ້ກອງທັບປະຊາຊົນລາວເພື່ອຊ່ວຍເຫຼືອ ໃນການປ້ອງກັນ ແລະ ຕ້ານການລະບາດຂອງພະຍາດ COVID-19.

ກອງບ ນຊາການທະຫານເຂດ 4 ສສ ຫວຽດນາມ ມອບເຄ ອງຊ ວຍເຫ ອໃຫ ກອງທ ບປະຊາຊ ນລາວ ກອງບັນຊາການທະຫານແຂວງກວາງບິ່ງ (ຫວຽດນາມ) ໄດ້ມອບເຄື່ອງອຸປະກອນການແພດໃຫ້ແກ່ແຂວງຄຳມ່ວນເພື່ອຕ້ານການລະບາດຂອງພະຍາດ Covid - 19
ກອງບ ນຊາການທະຫານເຂດ 4 ສສ ຫວຽດນາມ ມອບເຄ ອງຊ ວຍເຫ ອໃຫ ກອງທ ບປະຊາຊ ນລາວ 78 ອົງການ FNG ໄດ້ຕີລາຄາສູງບັນດາມາດຕະການ ປ້ອງກັນ ແລະ ຄວບຄຸມ ໂລກລະບາດ COVID-19 ຂອງຫວຽດນາມ

ທີ່ພິທີ, ທ່ານພົນຈັດຕະວາຮ່າ ຮ່າເຕີນຕຽນ, ຮອງຫົວໜ້າບັນຊາການທະຫານເຂດ 4 ໄດ້ມອບເຄື່ອງອຸປະກອນການແພດ ເພື່ອຊ່ວຍເຫຼືອໃນສະກັດກັ້ນ ແລະ ປ້ອງກັນການລະບາດຂອງພະຍາດ COVID-19. ທ່ານພົນຈັດຕະວາຮ່າ ຮ່າເຕີນຕຽນ ກ່າວວ່າ, ອຸປະກອນການແພດທີ່ມອບໃນຄັ້ງນີ້ ແມ່ນການປະກອບສ່ວນຂອງບັນດານັກຮົບທະຫານເຂດ 4 ແລະ ອົງການປົກຄອງແຂວງກວາງຈິ, ມີມູນຄ່າທັງ ໝົດແມ່ນ 2 ຕື້ດົງ ໃນນັ້ນມີ: ສານເຄມີ chlorine 2.000 ກິໂລ, ຊຸດປ້ອງກັນ 4000 ຊຸດ, ຜ້າບັງປາກດ້ານການແພດ 80,000 ແຜ່ນ, ຜ້າບັງປາກຜ້າແພ 72,000 ແຜ່ນ, ຜ້າບັງປາກ N95 ຈຳນວນ 800 ແຜ່ນ, ນໍ້າຢາຂ້າເຊື້ອ 3.600 ຂວດ, ເຄື່ອງສີດຢາ 16 ໂຕ.

ກອງບ ນຊາການທະຫານເຂດ 4 ສສ ຫວຽດນາມ ມອບເຄ ອງຊ ວຍເຫ ອໃຫ ກອງທ ບປະຊາຊ ນລາວ

ກອງບັນຊາການທະຫານເຂດ 4 (ສສ.ຫວຽດນາມ) ມອບເຄື່ອງຊ່ວຍເຫຼືອການແພດໃຫ້ກອງທັບປະຊາຊົນລາວ. (ພາບ: TTXVN)

ທ່ານພັນເອກ ຄຳຍໍ ສົນຟູ່ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ກອງບັນຊາການທະຫານເຂດ 4 ແຂວງກວາງຈິ ເຊິ່ງຍາມໃດກໍ່ມີຄວາມເປັນຫ່ວງເປັນໃຍ ຕໍ່ກອງທັບປະຊາຊົນລາວ.

ພ້ອມດຽວກັນນີ້, ທ່ານພັນເອກ ຄຳຍໍ ສົນຟູ່ ຢັ້ງຢືນວ່າ ອຸປະກອນການແພດເຫຼົ່ານີ້ມີຄວາມໝາຍ ທີ່ສຳຄັນ, ໄດ້ປະກອບສ່ວນຊ່ວຍເຫຼືອພັກ, ລັດຖະບານ, ກອງທັບ ແລະ ປະຊາຊົນລາວ ໃນການປ້ອງກັນ ແລະ ຕ້ານການລະບາດຂອງພະຍາດ Covid-19. ນີ້ກໍ່ແມ່ນກິດຈະກຳ ສະແດງໃຫ້ເຫັນການເສີມຂະຫຍາຍສາຍພົວພັນຮ່ວມມືຮອບດ້ານ, ຄວາມສາມັກຄີແບບພິເສດ ລະຫວ່າງສອງພັກ, ລັດຖະບານ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ.

ກອງບ ນຊາການທະຫານເຂດ 4 ສສ ຫວຽດນາມ ມອບເຄ ອງຊ ວຍເຫ ອໃຫ ກອງທ ບປະຊາຊ ນລາວ ກອງບັນຊາການທະຫານແຂວງກວາງບິ່ງ (ຫວຽດນາມ) ໄດ້ມອບເຄື່ອງອຸປະກອນການແພດໃຫ້ແກ່ແຂວງຄຳມ່ວນເພື່ອຕ້ານການລະບາດຂອງພະຍາດ Covid - 19

ຍສໝ​ - ເມື່ອບໍ່ດົນມານີ້, ທີ່ດ່ານສາກົນນາເພົ້າ ແຂວງຄຳມ່ວນ ແລະ ດ່ານຈາຫລໍ ແຂວງກວາງບິ່ງ ສສ ຫວຽດນາມ ໄດ້ຈັດຂຶ້ນພິທີມອບຮັບເຄື່ອງອຸປະກອນການແພດ ເພື່ອຊ່ວຍເຫຼືອກອງບັນຊາການທະຫານ ແຂວງຄຳມ່ວນ ໃນການປ້ອງກັນ ແລະ ຕ້ານພະຍາດ Covid-19.

ກອງບ ນຊາການທະຫານເຂດ 4 ສສ ຫວຽດນາມ ມອບເຄ ອງຊ ວຍເຫ ອໃຫ ກອງທ ບປະຊາຊ ນລາວ ສະມາຄົມຊາວຫວຽດນາມ Löbau-Zittau ຕັດຫຍິບຜ້າອັດປາກ 7,000 ອັນ ເພື່ອສະໜັບສະໜູນ ປະຊາຊົນປະເທດ ເຢຍລະມັນໃນການປ້ອງກັນການລະບາດຂອງພະຍາດ ໂຄວິດ - 19

ຍສໝ - ວັນທີ 23 ເມສາ, ປະທານສະມາຄົມຫວຽດນາມ Löbau-Zittau ໃຫ້ຮູ້ວ່າ, ພາຍໃນເວລາເກືອບໜຶ່ງເດືອນຂອງການເປີດຕົວ, ສະມາຄົມໄດ້ຕັດຫຍິບຜ້າອັດປາກ 7,000 ອັນ ເພື່ອສະໜັບສະໜູນ ປະຊາຊົນປະເທດ ເຢຍລະມັນ ໃນການປ້ອງກັນການລະບາດຂອງພະຍາດ ໂຄວິດ - 19.

ກອງບ ນຊາການທະຫານເຂດ 4 ສສ ຫວຽດນາມ ມອບເຄ ອງຊ ວຍເຫ ອໃຫ ກອງທ ບປະຊາຊ ນລາວ ປະຊາຄົມຊາວຫວຽດນາມ ຢູ່ ອາເມລິກາແຈກຢາຍຜ້າອັດປາກ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນໄລຍະເກີດພະຍາດລະບາດ COVID-19

ຍສໝ - ຕໍ່ໜ້າສະພາບການແຜ່ລະບາດຂອງ COVID-19 ໃນສະຫະລັດອາເມລິກາ, ປະຊາຄົມຊາວຫວຽດນາມ ຢູ່ ສະຫະລັດອາເມລິກາ ກໍ່ໄດ້ປະກອບສ່ວນ ຢ່າງສຸດຄວາມສາມາດໃນການປ້ອງກັນການລະບາດຂອງພະຍາດດັ່ງກ່າວໂດຍການກະທຳຕົວຈິງ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.