78 ອົງການ FNG ໄດ້ຕີລາຄາສູງບັນດາມາດຕະການ ປ້ອງກັນ ແລະ ຄວບຄຸມ ໂລກລະບາດ COVID-19 ຂອງຫວຽດນາມ

13:08 | 24/04/2020

ຍສໝ - ເມື່ອບໍ່ດົນມານີ້, ມີ 78 ອົງການ ໃນນັ້ນມີ 77 ອົງການທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ ແລະ ສູນຂໍ້ມູນ FNG ໄດ້ສົ່ງຈົດໝາຍເຖິງຜູ້ນຳ ຫວຽດນາມ ແລະ ອົງການທີ່ກ່ຽວຂ້ອງຂອງຫວຽດນາມ ເພື່ອສະແດງຄວາມຮູ້ບຸນຄຸນ, ຕີລາຄາສູງ ແລະ ສະໜັບສະໜຸນບັນດາມາດຕະການຕ້ານການລະບາດ ຢ່າງມີປະສິດທິຜົນ ແລະ ນະໂຍບາຍທີ່ຖືກຕ້ອງຂອງລັດຖະບານຫວຽດນາມ ໃນການຕໍ່ສູ້ຕ້ານພະຍາດ COVID-19.

78 ອ ງການ fng ໄດ ຕ ລາຄາສ ງບ ນດາມາດຕະການ ປ ອງກ ນ ແລະ ຄວບຄ ມ ໂລກລະບາດ covid 19 ຂອງຫວຽດນາມ ດ້ຽນບຽນ ແລະ ກວາງຈີ້ ໄດ້ມອບເຂົ້າສານ ແລະ ອຸປະກອນການແພດເພື່ອສະໜັບ ສະໜູນ ລາວ ໃນການຕໍ່ສູ້ກັບ ໂລກລະບາດ COVID-19
78 ອ ງການ fng ໄດ ຕ ລາຄາສ ງບ ນດາມາດຕະການ ປ ອງກ ນ ແລະ ຄວບຄ ມ ໂລກລະບາດ covid 19 ຂອງຫວຽດນາມ ບັນດາປະເທດ ອາຊຽນ ສະໜັບສະໜູນຂໍ້ລິເລີ່ມ ຂອງຫວຽດນາມ ກ່ຽວກັບການຮັບມືກັບໂລກລະບາດໂຄວິດ - 19
78 ອ ງການ fng ໄດ ຕ ລາຄາສ ງບ ນດາມາດຕະການ ປ ອງກ ນ ແລະ ຄວບຄ ມ ໂລກລະບາດ covid 19 ຂອງຫວຽດນາມ
ChildFund ປະຕິບັດການສະໜັບສະໜູນ COVID-19 ຢູ່ເມືອງ ກິມໂບຍ ແລະ ເຕີນລາກ ແຂວງ ຮວ່າບີ່ງ.

ບັນດາອົງການຈັດຕັ້ງໄດ້ສະແດງຄວາມຂອບອົກຂອບໃຈ ແລະ ສະໜັບສະໜູນຢ່າງສູງຕໍ່ຄະນະຊີ້ນຳລະດັບຊາດກ່ຽວກັບ ການປ້ອງກັນ ແລະ ຄວບຄຸມ ໂລກລະບາດ COVID-19, ສະຫະພັນບັນດາອົງການມິດຕະພາບຫວຽດນາມ ແລະ ບັນດາສະມາຊິກໃນຄະນະກຳມາທິການ ປະຕິບັດງານກ່ຽວກັບບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ, ອົງການກາແດງຫວຽດນາມ, ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ, ບັນດາອົງການ ແລະ ອຳນາດການປົກຄອງ ກ່ຽວຂ້ອງ ໄດ້ເຂົ້າຮ່ວມການຕໍ່ສູ້ຢ່າງທັນການ, ມີປະສິດທິຜົນ ແລະ ໂປ່ງໃສໃນການຕໍ່ສູ້ເພື່ອຍູ້ຖອຍໂລກລະບາດ COVID-19.

ບັນດາອົງການຈັດຕັ້ງກ່າວວ່າພວກເຂົາຮູ້ສຶກປະທັບໃຈຕໍ່ມາດຕະການທີ່ຫວຽດນາມໄດ້ປະຕິບັດເພື່ອຕ້ານການລະບາດຂອງພະຍາດ COVID-19 ໃນໄລຍະທີ່ຜ່ານມາ.

78 ອ ງການ fng ໄດ ຕ ລາຄາສ ງບ ນດາມາດຕະການ ປ ອງກ ນ ແລະ ຄວບຄ ມ ໂລກລະບາດ covid 19 ຂອງຫວຽດນາມ
ອົງການ Plan International ຫວຽດນາມຮ່ວມກັບຄູ່ຮ່ວມມືໂຄງການ Cycad ແລະ Codes ໄດ້ບໍລິຈາກເງິນ 66 ລ້ານດົ່ງເພື່ອສະໜັບສະໜູນ 431 ຄອບຄົວທີ່ທຸກຍາກ ຢູ່ ເຫວ້.

ດ້ວຍປະຊາກອນຫຼາຍກ່ວາ 95 ລ້ານຄົນ, ລັດຖະບານຫວຽດນາມ ໄດ້ປະຕິບັດມາດຕະການທີ່ມີປະສິດທິຜົນໂດຍໄວເພື່ອຍູ້ຖອຍໂລກລະບາດ COVID-19 ແລະ ໄດ້ຮັບການຍອມຮັບ ແລະ ຍ້ອງຍໍ ຈາກປະເທດຕ່າງໆໃນທົ່ວໂລກ. ບັນດາໂຮງໝໍ ແລະ ສຸກສາລາໃນປະເທດຫວຽດນາມ ໄດ້ຖືສໍາຄັນການແບິ່ງແຍງດູແລສຸຂະພາບ ແລະ ຄວາມປອດໄພຂອງປະຊາຊົນ”

ໃນຈົດໝາຍ, ບັນດາອົງການຈັດຕັ້ງໄດ້ຫວນຄືນການກະທຳທີ່ວ່ອງໄວ, ຂ້ຽວຂາດ ແລະ ເໝາະສົມຂອງລັດຖະບານຫວຽດນາມ ໃນການປ້ອງກັນການລະບາດເພື່ອຈຳກັດການແຜ່ລະບາດຂອງພະຍາດ. ປະຊາຊົນທຸກຄົນລ້ວນແຕ່ໄດ້ຮັບການບໍລິການດູແລສຸຂະພາບທີ່ເປັນມືອາຊີບ ແລະ ມະນຸດສະທຳ ບໍ່ວ່າຈະເປັນຄົນຫວຽດນາມ ແລະ ຄົນຕ່າງປະເທດ.

ເຫັນດີກັບຄຳຖະແຫຼງຂອງນາຍົກລັດຖະມົນຕີວ່າລັດຖະບານ “ມີຄວາມຕັ້ງໃຈທີ່ຈະປົກປ້ອງສຸຂະພາບຊຸມຊົນເຖິງວ່າຈະເສຍຜົນປະໂຫຍດທາງເສດຖະກິດໄລຍະສັ້ນ”, ບັນດາອົງການຈັດຕັ້ງຕ່າງໆຢືນຢັນວ່າພວກເຂົາຈະສະໜັບສະໜູນລັດຖະບານຫວຽດນາມ ຢ່າງແຮງ ໃນການສະໜັບສະໜູນ ຄົນທຸກຍາກ, ຜູ້ດ້ອຍໂອກາດທີ່ສຸດໃນສັງຄົມກໍ່ຄືປະຊາຊົນທຸກຄົນທີ່ໄດ້ຮັບຜົນກະທົບຈາກພະຍາດນີ້.

78 ອ ງການ fng ໄດ ຕ ລາຄາສ ງບ ນດາມາດຕະການ ປ ອງກ ນ ແລະ ຄວບຄ ມ ໂລກລະບາດ covid 19 ຂອງຫວຽດນາມ
East Meets West (EMWF) ສົມທົບກັບສູນກາງສະມາຄົມສະຫະພັນແມ່ຍິງຫວຽດນາມ ແລະ ອຳນາດການປົກຄອງທ້ອງຖິ່ນຂອງ 5 ແຂວງ ຄື: ຮວ່າບີ່ງ, ແທງຮວາ, ເຫງ້ອານ, ຮ່າຕີ້ງ ແລະ ເບັນແຈ ໄດ້ປະຕິບັດການຊ່ວຍເຫຼືອທີ່ມີມູນຄ່າຫຼາຍກ່ວາ 2,4 ຕື້ດົ່ງ ເພື່ອຊ່ວຍໃຫ້ແມ່ຍິງຜູ້ດ້ອຍໂອກາດໄດ້ເຂົ້າເຖິງນ້ຳສະອາດ, ປ້ອງກັນ ແລະ ຄວບຄຸມ ໂລກລະບາດ COVID-19 ແລະ ຮັບມືກັບໄພແຫ້ງແລ້ງ ແລະ ນໍ້າທະເລຊືມ.

"ເມື່ອການລະບາດຂອງ COVID-19 ເກີດຂື້ນ, ພວກເຮົາໄດ້ສືບຕໍ່ເຮັດວຽກເພື່ອສະໜັບສະໜູນຊຸມຊົນທີ່ມີຄວາມສ່ຽງ. ພວກເຮົາຈະພ້ອມກັບປະຊາຊົນຫວຽດນາມສະເໝີ, ພ້ອມທີ່ຈະສະໜັບສະໜູນ ຄວາມພະຍາຍາມຂອງລັດຖະບານ ໃນການຕໍ່ສູ້ກັບ COVID-19”, ບັນດາອົງການທີ່ໄດ້ເນັ້ນໜັກ.

78 ອົງການຈັດຕັ້ງກອງເລຂາ, ຕາງໜ້າບັນດາອົງການທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ ແລະ ບັນດາອົງການພັດທະນາທີ່ພວມຈັດຕັ້ງປະຕິບັດໂຄງການໃນ 63 ແຂວງ/ນະຄອນ ໃນທົ່ວປະເທດຫວຽດນາມ, ຍັງໄດ້ໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ຮັກສາການຮ່ວມມືສາກົນ ແລະ ຄວາມສາມັກຄີໃນ ຊ່ວງເວລາທີ່ບໍ່ເຄີຍມີມາກ່ອນໃນປະຫວັດສາດນີ້.

ພ້ອມກັນນັ້ນ, ບັນດາອົງການຈັດຕັ້ງກໍ່ມີຄວາມຕັ້ງໃຈສະໜອງການຊ່ວຍເຫຼືອຕ່າງປະເທດບໍ່ພຽງແຕ່ຄືໃນປະຈຸບັນເທົ່ານັ້ນ, ຫາກຍັງສືບຕໍ່ສະໜັບສະໜູນ ຫວຽດນາມເມື່ອໂລກລະບາດສິ້ນສຸດລົງ. ບັນດາອົງການຈັດຕັ້ງກ່າວວ່າພວກເຂົາຈະແບ່ງປັນກ່ຽວກັບນະໂຍບາຍ ແລະ ໝາກຜົນທີ່ດີເຊິ່ງລັດຖະບານຫວຽດນາມບັນລຸໄດ້ຕໍ່ປະຊາຄົມສາກົນ ແລະ ຊ່ວຍໃຫ້ຫວຽດນາມຜ່ານຜ່າໄລຍະເວລາທີ່ຫຍຸ້ງຍາກ ແລະ ທ້າທາຍນີ້.

ລາຍຊື່ບັນດາອົງການທີ່ບໍ່ຂຶ້ນກັບລັດຖະບານຕ່າງປະເທດ ທີ່ເຊັນຈົດໝາຍ:

Action on Poverty, ActionAid Vietnam, ADRA in Vietnam, Aide et Action Vietnam, American Red Cross Vietnam, Animals Asia, BIDMC-HAIVN, Bread for the World, Care for Children, CARE International in Vietnam, Catholic Relief Services Vietnam, CBM Vietnam, Chemonics International Inc. in Vietnam, ChildFund Vietnam, Clinton Health Access Initiative, CWS, DGRV German Cooperative and Raiffeisen Confederation, East Meets West Foundation, Eye Care Foundation, Fauna & Flora Interational, FHI360, Football for All in Vietnam, Foundation for International Development Relief, Friedrich Ebert Foundation Vietnam Office, German Red Cross, Golden West, Habitat for Humanity in Vietnam, Hagar International in Vietnam, Hannah's Promise Intemational Aid, Hanns Seidel Stiftung Vietnam, HealthBidge Foundation of Canada, Helen Keller International, HELVETAS Vietnam, Hope Unending, Hue Help, Humanity & Inclusion, Konrad-Adenauer-Stiftung, Loreto Vietnam, MAG Vietnam, MCC Vietnam, MCNV Vietnam, MDF Training & Consultancy Vietnam, Mekong Plus, Merry Year International, Netherlands Development Organization-SNV, Norwegian Mission Alliance Vietnam, Norvegian People's Aid, Operation Smile Inc., Asia Pacific, Orbis Intemational - Vietnam Office, Oxfam in Vietnam, PATH, Plan International Vietnam, PSI in Vietnam, Rikolto in Vietnam, Room to Read, Rosa-Luxemburg-Stiftung Southeast Asia Saigon Children's Charity CIO, Samaritan's Purse, Save the Children, Swiss Red Cross in Vietnam, Taiwan Fund for Children and Families, The Asia Foundation, The Fred Hollows Foundation in Vietnam, The International Center, The Woolcock Institute of Medical Research, TRAFFIC Vietnam, Union Aid Abroad APHEDA in Vietnam, Veterans For Peace Chapter 160, Vets With A Mission, VinaCapital Foundation, VNAH Vietnam Assistance for the Handicapped, VUFO-NGO Resource Centre, VVOB Vietnam, WCS Wildlife Conservation Society, Winrock International, World University Service of Canada, World Vision Vietnam, WWF Vietnam.

78 ອ ງການ fng ໄດ ຕ ລາຄາສ ງບ ນດາມາດຕະການ ປ ອງກ ນ ແລະ ຄວບຄ ມ ໂລກລະບາດ covid 19 ຂອງຫວຽດນາມ ສະມາຄົມຊາວຫວຽດນາມ Löbau-Zittau ຕັດຫຍິບຜ້າອັດປາກ 7,000 ອັນ ເພື່ອສະໜັບສະໜູນ ປະຊາຊົນປະເທດ ເຢຍລະມັນໃນການປ້ອງກັນການລະບາດຂອງພະຍາດ ໂຄວິດ - 19

ຍສໝ - ວັນທີ 23 ເມສາ, ປະທານສະມາຄົມຫວຽດນາມ Löbau-Zittau ໃຫ້ຮູ້ວ່າ, ພາຍໃນເວລາເກືອບໜຶ່ງເດືອນຂອງການເປີດຕົວ, ສະມາຄົມໄດ້ຕັດຫຍິບຜ້າອັດປາກ 7,000 ອັນ ເພື່ອສະໜັບສະໜູນ ປະຊາຊົນປະເທດ ເຢຍລະມັນ ໃນການປ້ອງກັນການລະບາດຂອງພະຍາດ ໂຄວິດ - 19.

78 ອ ງການ fng ໄດ ຕ ລາຄາສ ງບ ນດາມາດຕະການ ປ ອງກ ນ ແລະ ຄວບຄ ມ ໂລກລະບາດ covid 19 ຂອງຫວຽດນາມ ປະຊາຄົມຊາວຫວຽດນາມ ຢູ່ ອາເມລິກາແຈກຢາຍຜ້າອັດປາກ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນໄລຍະເກີດພະຍາດລະບາດ COVID-19

ຍສໝ - ຕໍ່ໜ້າສະພາບການແຜ່ລະບາດຂອງ COVID-19 ໃນສະຫະລັດອາເມລິກາ, ປະຊາຄົມຊາວຫວຽດນາມ ຢູ່ ສະຫະລັດອາເມລິກາ ກໍ່ໄດ້ປະກອບສ່ວນ ຢ່າງສຸດຄວາມສາມາດໃນການປ້ອງກັນການລະບາດຂອງພະຍາດດັ່ງກ່າວໂດຍການກະທຳຕົວຈິງ.

78 ອ ງການ fng ໄດ ຕ ລາຄາສ ງບ ນດາມາດຕະການ ປ ອງກ ນ ແລະ ຄວບຄ ມ ໂລກລະບາດ covid 19 ຂອງຫວຽດນາມ ບັນດາວິສາຫະກິດຫວຽດນາມ ຢູ່ ສິງກະໂປ ສະໜັບສະໜູນອາຫານໂດຍບໍ່ເສຍຄ່າ ໃຫ້ແກ່ ຊາວຫວຽດນາມ ແລະ ບັນດາທ່ານໝໍ ຂອງປະເທດປະຈໍາຖິ່ນ

ຍສໝ - ໂດຍປະເຊີນ​​ໜ້າກັບສະຖານະການໂລກລະບາດ COVID-19, ສະຖານທູດຫວຽດນາມ ປະຈຳ ສິງກະໂປ ໄດ້ຂົນຂວາຍທຸລະກິດ ຫວຽດນາມ ແລະ ສິງກະໂປ ເພື່ອຮ່ວມກັນສະໜັບສະໜູນອາຫານໂດຍບໍ່ເສຍຄ່າ, ແບ່ງປັນຄວາມຫຍຸ້ງຍາກ ແລະ ຄວາມລຳບາກກັບທີມແພດ ແລະ ສະໜັບສະໜູນ ພົນລະເມືອງຫວຽດນາມປະສົບກັບຄວາມຫຍຸ້ງຍາກ.

ໄຊພອນ

ເຫດການ
302 Found

Found

The document has moved here.