ກອງບັນຊາການທະຫານນະຄອນດາໜັງ ສສ.ຫວຽດນາມ ມອບອຸປະກອນການແພດ ໃຫ້ກອງບັນຊາການທະຫານ ແຂວງສາລະວັນ ສປປ.ລາວ

06:35 | 18/04/2020

ຍສໝ -  ເມື່ອບໍ່ດົນມານີ້, ກອງບັນຊາການທະຫານແຂວງ ສາລະວັນ ສປປ.ລາວ  ໄດ້ຮັບເຄື່ອງອຸປະກອນການແພດ ຈາກກອງບັນຊາການທະຫານ ນະຄອນດາໜັງ ສສ.ຫວຽດນາມ ເພື່ອປ້ອງກັນ ແລະ ສະກັດກັ້ນການລະບາດຂອງ ພະຍາດ Covid -19.

ກອງບ ນຊາການທະຫານນະຄອນດາໜ ງ ສສ ຫວຽດນາມ ມອບອ ປະກອນການແພດ ໃຫ ກອງບ ນຊາການທະຫານ ແຂວງສາລະວ ນ ສປປ ລາວ ຫວຽດນາມ - ລາວ: ກວດກາວຽກງານສົມທົບກັນປ້ອງກັນ, ຕ້ານເຊື້ອພະຍາດໂຄວິດ-19 ຢູ່ເຂດຊາຍແດນ
ກອງບ ນຊາການທະຫານນະຄອນດາໜ ງ ສສ ຫວຽດນາມ ມອບອ ປະກອນການແພດ ໃຫ ກອງບ ນຊາການທະຫານ ແຂວງສາລະວ ນ ສປປ ລາວ ທະຫານຊາຍແດນ ຫວຽດນາມ ໄດ້ມອບອຸປະກອນທາງການແພດ ລວມມູນຄ່າ 1 ຕື້ດົງ ໃຫ້ແກ່ທ້ອງຖິ່ນຕ່າງໆຂອງ ລາວ

ໃນຕອນເຊົ້າວັນທີ 16 ເມສາ, ຢູ່ທີ່ດ່ານຊາຍແດນສາກົນ ຕະອອ໋ກ ຂອງແຂວງສາລະວັນ ແລະ ແຂວງ ກວາງນາມ (ສສ.ຫວຽດນາມ) ໄດ້ຈັດຕັ້ງພິທີມອບຮັບອຸປະກອນການແພດ ໃຫ້ແກ່ກອງບັນຊາການທະຫານແຂວງສາລະວັນ ເພື່ອປ້ອງກັນ ແລະ ສະກັດກັ້ນການລະບາດ ພະຍາດ Covid-19.

ກອງບ ນຊາການທະຫານນະຄອນດາໜ ງ ສສ ຫວຽດນາມ ມອບອ ປະກອນການແພດ ໃຫ ກອງບ ນຊາການທະຫານ ແຂວງສາລະວ ນ ສປປ ລາວ
ທ່ານພັນເອກ ເລວັນຈິນ, ຮອງຫົວໜ້າການເມືອງ ກອງບັນຊາການທະຫານນະຄອນດາໜັງ ໄດ້ມອບອຸປະກອນການແພດໃຫ້ກອງບັນຊາການທະການແວງສາລະວັນ ເພື່ອປ້ອງກັນພະຍາດ Covid-19. (ພາບ: Lao Tholakhong)

ໃນພິທີມອບຮັບ, ທ່ານພັນເອກ ເລວັນຈິນ, ຮອງຫົວໜ້າການເມືອງ ກອງບັນຊາການທະຫານນະຄອນດາໜັງ ກອງທັບປະຊາຊົນຫວຽດນາມ ຕາງໜ້າໃຫ້ກອງບັນຊາການທະຫານນະຄອນດາໜັງ ໄດ້ມອບເຄື່ອງອຸປະກອນການແພດ ໃຫ້ແກ່ແຂວງສາລະວັນ, ລວມມີ: ຜ້າປິດປາກ N95 ຈໍານວນ 300 ອັນ, ຜ້າປິດປາກສຳຫຼັບແພດໝໍ 800 ອັນ, ຊຸດປ້ອງກັນເຊື້ອພະຍາດ 20 ຊຸດ, ນໍ້າຢາລ້າງມື 50 ຂວດ, ເຄື່ອງສີດຢາຂ້າເຊື້ອພະຍາດ 5 ໜ່ວຍ, ທາດລະລາຍຂ້າເຊື້ອ Clorin 200 kg, ແລະ ເຄື່ຶອງວັດແທກອຸນຫະພູມຮ່າງກາຍ 20 ໜ່ວຍ.

ທ່ານພັນໂທ ວິໄລ ພີມມະວົງ, ຄະນະພັກກອງບັນຊາການ ຫົວໜ້າຫ້ອງການບໍລິຫານ, ກອງບັນຊາການທະຫານ ແຂວງສາລະວັນ ໄດ້ສະແດງຄວາມຂອບໃຈນຳ ກອງບັນຊາການທະຫານນະຄອນ ດາໜັງ ແລະ ລັດຖະບານຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອ ຢ່າງແທດຈິງ ທັງໃນທາງດ້ານວັດຖຸ ແລະ ຈິດໃຈ ໃຫ້ກອງບັນຊາການທະຫານ ແຂວງສາລະວັນ ໃນຄັ້ງນີ້. ທ່ານພັນໂທ ວິໄລ ພີມມະວົງ ເນັ້ນໜັກວ່າ ການຊ່ວຍເຫຼືອຄັ້ງນີ້ ໄດ້ສະແດງໃຫ້ຫັນເຖິງຄວາມຮັກແພງຖານໝູ່ເພື່ອນ ລະຫວ່າງປະຊາຊົນຂອງສອງປະເທດຫວຽດນາມ - ລາວ, ແລະ ບົນພື້ນຖານເສີມຂະຫຍາຍສາຍພົວພັນຮ່ວມມືຮອບດ້ານ, ຄວາມສາມັກຄີແບບພິເສດລະຫວ່າງສອງຊາດ ຫວຽດນາມ - ລາວ ທີ່ຫາຍາກໃນໂລກ.

ພ້ອມກັນນັ້ນ, ທ່ານພັນໂທ ວິໄລ ພີມມະວົງ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະນຳເອົາເຄື່ອງອຸປະກອນການແພດ ຈຳນວນດັ່ງກ່າວ ໄປແຈກຢາຍໃຫ້ບັນດາພະນັກງານ, ນັກຮົບໃນທົ່ວກອງບັນຊາການທະຫານ ແລະ ນຳໃຊ້ເຂົ້າໃນການສະກັດກັ້ນການແຜ່ລະບາດ ຂອງພະຍາດ Covid-19 ໃຫ້ມີປະສິດທິຜົນ.

ກອງບ ນຊາການທະຫານນະຄອນດາໜ ງ ສສ ຫວຽດນາມ ມອບອ ປະກອນການແພດ ໃຫ ກອງບ ນຊາການທະຫານ ແຂວງສາລະວ ນ ສປປ ລາວ ທະຫານຊາຍແດນ ຫວຽດນາມ ໄດ້ມອບອຸປະກອນທາງການແພດ ລວມມູນຄ່າ 1 ຕື້ດົງ ໃຫ້ແກ່ທ້ອງຖິ່ນຕ່າງໆຂອງ ລາວ

ຍສໝ - ກອງບັນຊາການທະຫານ ແຂວງກອນຕູມ, ແຂວງບິງດິງ ແລະ ແຂວງກວາງຫງາຍ ຂອງຫວຽດນາມໄດ້ມອບເຄື່ອງອຸປະກອນທາງການແພດຫຼາຍຢ່າງ ໃຫ້ແກ່ກອງບັນຊາການທະຫານ ແຂວງຈຳປາສັກ ແລະ ແຂວງອັດຕະປືຂອງ ສປປ.ລາວ ເພື່ອສະກັດກັ້ນໂລກລະບາດ Covid-19.

ກອງບ ນຊາການທະຫານນະຄອນດາໜ ງ ສສ ຫວຽດນາມ ມອບອ ປະກອນການແພດ ໃຫ ກອງບ ນຊາການທະຫານ ແຂວງສາລະວ ນ ສປປ ລາວ ນັກສຶກສາຫວຽດນາມ ຢູ່ ອັງກິດໄດ້ສ້າງຄວາມປະທັບໃຈໃຫ້ແກ່ປະຊາຄົມອອນລາຍໃນການແຕ້ມຮູບກ່ຽວກັບຊີວິດປະຈໍາວັນໃນເຂດແຍກຕົວ

ຍສໝ - ຊຸດພາບແຕ້ມໄດ້ບັນທຶກການເຄື່ອນໄຫວຂອງ ທ້າວ ກວາງ, ເພື່ອນຮ່ວມຫ້ອງຂອງລາວ, ແລະ ທະຫານ, ແພດໝໍ ໃນໄລຍະທີ່ປະຕິບັດການແຍກຕົວ, ເຊິ່ງຜູ້ແຕ້ມໄດ້ລົງໃນເຄືອຂ່າຍສັງຄົມ ແລະ ກໍ່ໄດ້ຮັບຄຳຍ້ອງຍໍຈາກປະຊາຄົມອອນລາຍ.

ກອງບ ນຊາການທະຫານນະຄອນດາໜ ງ ສສ ຫວຽດນາມ ມອບອ ປະກອນການແພດ ໃຫ ກອງບ ນຊາການທະຫານ ແຂວງສາລະວ ນ ສປປ ລາວ ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໄດ້ມອບອຸປະກອນການແພດ ໃຫ້ ສປປ.ລາວ ປ້ອງກັນພະຍາດ COVID-19

ຍສໝ - ເມື່ອບໍ່ດົນມານີ້, ທີ່ສະຖານທູດ ສປປ.ລາວ ປະຈຳຫວຽດນາມ, ທ່ານ ຫງວຽນຈີ່ຢູ້ງ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ, ປະທານຄະນະກຳມາທິການຮ່ວມມື ຫວຽດນາມ-ລາວ ໄດ້ມອບອຸປະກອນການແພດມີມູນຄ່າ 10,000 ໂດລາສະຫະລັດ ໃຫ້ສະຖານທູດລາວ ປ້ອງກັນພະຍາດ COVID-19

ຄຳຮຸ່ງ

ທ່ານອາດຈະມັກ

302 Found

Found

The document has moved here.