ທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ມີຄຳສັ່ງໃຫ້ກະຊວງສຶກສາທິການ ແລະ ກິລາ ປິດໂຮງຮຽນລ້ຽງເດັກ ແລະ ໂຮງຮຽນອານຸບານຊົ່ວຄາວ

12:28 | 18/03/2020

ນັບແຕ່ມີການແຜ່ລະບາດ ຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ຢູ່ເມືອງອູຮັນ ແຂວງຫູເປີ່ຍ ສປ ຈີນ ເມື່ອເດືອນທັນວາ 2019 ຜ່ານມາ, ຊຶ່ງໄດ້ແຜ່ລະບາດໄປຍັງຫລາຍປະເທດ ໃນທົ່ວໂລກ ອັນໄດ້ສົ່ງຜົນກະທົບຕໍ່ເສດຖະກິດ ແລະ ສ້າງຄວາມເສຍຫາຍ ຕໍ່ຊີວິດຂອງ ປະຊາຊົນຈຳນວນ ຫລວງຫລາຍ.

ຕະຫລອດໄລຍະ ສາມເດືອນກວ່າ ທີ່ມີການລະບາດຂອງພະຍາດໂຄວິດ-19 ຜ່ານມາ, ລັດຖະ ບານ ກໍຄື ກະຊວງສາທາລະນະສຸກ ໄດ້ມີມາດຕະການເຝົ້າລະວັງ ຫລາຍຈຸດທີ່ມີຄວາມສ່ຽງ ເປັນຕົ້ນ ສະໜາມບິນສາກົນ ວັດໄຕ, ສະໜາມສາກົນ ຫລວງພະບາງ ແລະ ດ່ານສາກົນອີກຫລາຍແຫ່ງ; ພ້ອມທັງຊີ້ນຳສື່ມວນຊົນລາວທຸກຂະແໜງການ ເອົາໃຈໃສ່ໂຄສະນາເຜີຍແຜ່ ຂໍ້ມູນ-ຂ່າວສານ ໃຫ້ກວ້າງຂວາງ ໂດຍສະເພາະການປະຕິບັດ ຫລັກອະນາໄມ ແລະ ວິທີການປ້ອງກັນ ໂຄວິດ-19 ຢ່າງຕໍ່ເນື່ອງ.

ທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ມີຄຳສັ່ງໃຫ້ກະຊວງສຶກສາທິການ ແລະ ກິລາ ປິດໂຮງຮຽນລ້ຽງເດັກ ແລະ ໂຮງຮຽນອານຸບານຊົ່ວຄາວ

ພາບປະກອບ

ທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ມີຄຳສັ່ງໃຫ້ກະຊວງສຶກສາທິການ ແລະ ກິລາ ປິດໂຮງຮຽນລ້ຽງເດັກ ແລະ ໂຮງຮຽນອານຸບານຊົ່ວຄາວ, ທັງມີການຄົ້ນຄວ້າ ເພື່ອດຳເນີນປິດໂຮງຮຽນລະດັບຊັ້ນປະຖົມ, ມັດທະຍົມ ແລະ ມະຫາວິທະຍາໄລຕໍ່ໄປ; ຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດໂຄວິດ-19 ໄດ້ຍົກລະດັບມາດຕະການ ກັນ ແລະ ຄວບຄຸມການລະບາດ ຂອງພະຍາດໂຄວິດ-19 ເພື່ອຫລຸດຜ່ອນຄວາມສ່ຽງທີ່ອາດເກີດການຕິດເຊື້ອ ແລະ ການແຜ່ລະບາດຂອງ ໂຄວິດ-19 ມາສູ່ ສປປ ລາວ ເນື່ອງຈາກປະເທດເພື່ອນບ້ານ ໃກ້ຄຽງມີການ ລະບາດແລ້ວ. ສໍາລັບບັນດາມາດຕະການ ທີ່ໄດ້ຮັບການຍົກລະດັບປະກອບ ມີ: ທຸກຄົນທີ່ເດີນ ທາງເຂົ້າມາ ສປປ ລາວ ຫາກມີອາການໄຂ້, ໄອ ຫລື ຫາຍໃຈຍາກ ແລະ ມີປະ ຫວັດການເດີນທາງມາຈາກເຂດທີ່ມີການລະບາດ ຫລື ມີປະຫວັດການສຳຜັດ ກັບຜູ້ທີ່ໄດ້ຮັບການຢັ້ງຢືນວ່າຕິດເຊື້ອ ຕ້ອງໄດ້ຮັບການແຍກປ່ຽວ ຢູ່ໂຮງໝໍມະໂຫສົດ, ເສດຖາທິລາດ, ໂຮງໝໍມິດຕະພາບ, ໂຮງໝໍ 103 ແລະ ໂຮງໝໍແຂວງທົ່ວປະເທດ; ທຸກຄົນທີ່ເດີນທາງເຂົ້າມາ ສປປ ລາວ ຫາກມີອາການເຂົ້າກັບເງື່ອນໄຂ ເຊັ່ນ: ມາຈາກປະເທດທີ່ມີຊາຍແດນຕິດຈອດ ຫລື ບໍ່ມີຊາຍແດນຕິດຈອດກັບ ສປປ ລາວ, ລວມທັງບຸກຄົນທີ່ມີປະຫວັດການສຳຜັດກັບຜູ້ ທີ່ໄດ້ຮັບການຢັ້ງຢືນວ່າຕິດເຊື້ອ ຕ້ອງປະຕິບັດມາດຕະການ ຈຳກັດບໍລິເວນ ຢູ່ສະຖານທີ່ພັກເຊົາຂອງຕົນເອງເປັນເວລາ 14 ວັນ; ທຸກຄົນທີ່ເດີນທາງເຂົ້າມາ ສປປ ລາວ ຫາກບໍ່ມີອາ ການ ແລະ ບໍ່ເຂົ້າກັບເງື່ອນໄຂແຍກປ່ຽວ ລວມທັງການຈຳກັດບໍລິເວນ ແມ່ນໃຫ້ປະຕິບັດ ມາດຕະການຕິດຕາມຕົນເອງ 14 ວັນ.

ຢູ່ ສປປ ລາວ ສາມາດໄປກວດໄດ້ຢູ່ໄສຖ້າສົງໄສ ຕິດເຊື້ອພະຍາດ COVID-19 ແລະ ກວດໄດ້ແທ້ບໍ່? ຕໍ່ກັບຄໍາຖາມດັ່ງກ່າວ, ດັ່ງທີ່ເຄີຍແຈ້ງ ແລະ ຖະແຫລງຂ່າວໄປຫລາຍເທື່ອແລ້ວວ່າ ຢູ່ ສປປ ລາວ ເຮົາມີຫ້ອງວິເຄາະແຫ່ງຊາດ ທີ່ສາມາດກວດວິເຄາະຊອກຫາ ເຊື້ອພະຍາດ COVID-19 ທີ່ໄດ້ຕາມມາດຖານສາກົນ ຄື: ສູນວິເຄາະ ແລະ ລະບາດວິທະຍາແຫ່ງຊາດ, ຫ້ອງວິເຄາະສະຖາບັນປັດສະເຕີລາວ, ຫ້ອງວິເຄາະ LOMWRU ໂຮງໝໍມະໂຫສົດ ແລະ ສູນວິໄຈພະຍາດ ຊືມເຊື້ອເມລີເອີ, ສຳລັບແຂວງພາກເໜືອ ມີ ຫ້ອງວິເຄາະ 02 ແຂວງ ທີ່ສາມາດກວດໄດ້ ຄື ແຂວງຫລວງພະບາງ ແລະ ຫລວງນ້ຳທາ ສ່ວນແຂວງພາກໃຕ້ ທີ່ເຮົາຈະໄດ້ ສົ່ງເຄື່ອງກວດໄປເພີ່ມແມ່ນ ແຂວງຈໍາປາສັກ ແລະ ແຂວງສະຫວັນນະເຂດ, ທ່ານ ດຣ.ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາ ລະນະສຸກ ໄດ້ຖະແຫລງຂ່າວໃນວັນທີ 16 ມີນາ 2020 ທີ່ກະຊວງສາທາລະນະສຸກ ນະຄອນຫລວງວຽງຈັນ. ກະຊວງສາທະລະນະສຸກ ຢືນຢັນຢ່າງໜັກແໜ້ນວ່າ: ເຄື່ອງກວດຫາເຊື້ອ ພະຍາດໂຄວິດ-19 ແບບໄວ(Rapid Test) ທີ່ຫລາຍຄົນກໍາລັງໃຫ້ຄວາມສົນໃຈ ໃນໂລກອອນລາຍໃນປັດຈຸບັນນີ້ ແມ່ນຍັງບໍ່ທັນໄດ້ຖືກ ຮັບຮອງຈາກ ອົງການອະນາໄມໂລກ ກໍຄືຈາກກະຊວງສາທາ ລະນະສຸກຂອງລາວ ເພາະຜົນກວດອອກມາ ຍັງບໍ່ທັນແນ່ນອນ, ຖ້າບຸກຄົນ, ນິຕິບຸກຄົນໃດນຳເຂົ້າ ຫລື ມີໄວ້ຄອບຄອງ ແມ່ນຜິດກົດໝາຍ ຂອງ ສປປ ລາວ.

ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໃຫ້ສຳພາດ ໃນວັນທີ 17 ມີນາ ນີ້ວ່າ: ປັດຈຸນີ້ ມີບາງກຸ່ມຄົນພະຍາຍາມ ຈະເອົາເຄື່ອງດັ່ງກ່າວເຂົ້າມາ ສປປ ລາວ ເພື່ອຂາຍ ຫລື ນຳເຂົ້າເພື່ອມາບໍລິການກວດຫາເຊື້ອ ໂຄວິດ-19, ໃນຄວາມເປັນຈິງແລ້ວ ເຄື່ອງດັ່ງກ່າວ ຍັງບໍ່ທັນໄດ້ຂຶ້ນທະບຽນຢູ່ໃນ ສປປ ລາວ ເທື່ອ. ເຖິງວ່າທ່ານໄດ້ເຄື່ອງມາແລ້ວກໍຕາມ ກໍຖືວ່າບໍ່ຖືກຕ້ອງຕາມກົດໝາຍ. ດ້ວຍເຫດນັ້ນ, ຜົນກວດທີ່ອອກມາ ຈະບໍ່ມີຄວາມແນ່ນອນ 100%, ໝາຍຄວາມວ່າ ບາງເທື່ອຄົນເຈັບມີເຊື້ອ ແຕ່ວ່າຜົນບອກວ່າບໍ່ມີເຊື້ອ ຫລື ວ່າບຸກຄົນນັ້ນບໍ່ມີເຊື້ອ ຜົນພັດບອກວ່າພົບເຊື້ອ ອັນນີ້ແມ່ນອັນຕະລາຍທີ່ສຸດ. ສຳລັບການ ຢັ້ງຢືນຜົນກວດຫາເຊື້ອ ໂຄວິດ-19 ມີພຽງແຕ່ 4 ສູນເທົ່ານັ້ນທີຖືວ່າ ເປັນທາງການ ແລະ ສາກົນຍອມຮັບ ຄື: ສູນວິເຄາະ ແລະ ລະບາດວິທະຍາແຫ່ງຊາດ, ຫ້ອງວິເຄາະສະຖາບັນປັດສະເຕີລາວ, ຫ້ອງວິເຄາະ LOMWRU ໂຮງໝໍມະໂຫສົດ ແລະ ສູນວິໄຈພະຍາດ ຊຶມເຊື້ອເມລີເອີ.

(ໄຊພອນ)

ເຫດການ
302 Found

Found

The document has moved here.