ລາວ-ຫວຽດນາມ ແລກປ່ຽນວັດທະນະທຳ ສິລະປະການສະແດງ

11:47 | 08/01/2020

ວັນ​ທີ 6 ມັງ­ກອນ 2020 ທີ່​ໂຮງ­ຮຽນ​ສິ­ລະ​ປະ​ແຫ່ງ​ຊາດ ກະ­ຊວງ​ຖະ­ແຫຼງ​ຂ່າວ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ ຮ່ວມ​ກັບ​ສະ­ມາ­ຄົມ​ຜູ້​ສູງ​ອາ­ຍຸ ສສ ຫວຽດ­ນາມ ໄດ້​ຈັດ​ການ­ສະ­ແດງ​ສິ­ລະ​ປະ​ວັດ­ທະ­ນະ­ທຳ​ຂອງ​ຄະ­ນະ 19 ພຶດ­ສະ­ພາ ສສ ຫວຽດ­ນາມ ເພື່ອ​ເປັນ​ການ​ແລກ­ປ່ຽນ​ວັດ­ທະ­ນະ­ທຳ ທັງ​ເປັນ​ການ​ຕ້ອນ­ຮັບ​ປີ​ໃໝ່​ສາ­ກົນ ແລະ ປີ​ໃໝ່​ປະ­ຈຳ​ຊາດ​ຫວຽດ­ນາມ​ທີ່​ໝູ­ນວຽນ​ມາ​ອີກ​ຄັ້ງ​ໜຶ່ງ ມີ​ທ່ານ ບົວ​ເງິນ ຊາ​ພູ​ວົງ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ຖະ­ແຫຼງ​ຂ່າວ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ ທ່ານ ໂດ ຄັດ ທຽນ ຫົວ­ໜ້າ​ຄະ­ນະ​ສິ­ລະ​ປະ 19 ພຶດ­ສະ­ພາ ສສ ຫວຽດ­ນາມ ພ້ອມ​ດ້ວຍ​ການ​ນຳ​ກະ­ຊວງ ແລະ ພະ­ນັກ­ງານ​ຈາກ​ຂະ­ແໜງ­ການ​ຕ່າງໆ ເຂົ້າ​ຮ່ວມ.

ລາວ-ຫວຽດນາມ ແລກປ່ຽນວັດທະນະທຳ ສິລະປະການສະແດງ

ລາວ-ຫວຽດນາມ ແລກປ່ຽນວັດທະນະທຳ ສິລະປະການສະແດງ

ທ່ານ ດວງ​ຈຳ­ປີ ວຸ​ທິ​ສຸກ ຮອງ​ຫົວ­ໜ້າ​ກົມ​ສິ­ລະ​ປະ​ການ­ສະ­ແດງ ກະ­ຊວງ​ຖະ­ແຫຼງ​ຂ່າວ ວັດ­ທະ­ນະ­ທຳ ແລະ ທ່ອງ​ທ່ຽວ ໄດ້​ມີ​ຄຳ​ເຫັນ​ສະ­ແດງ​ການ​ຕ້ອນ­ຮັບ​ຄະ­ນະ​ສິ­ລະ​ປະ 19 ພຶດ­ສະ­ພາ ສສ ຫວຽດ­ນາມ​ທີ່​ໄດ້​ນຳ​ເອົາ 17 ລາຍ ການ­ສະ­ແດງ​ທີ່​ເຕັມ​ໄປ​ດ້ວຍ​ມູນ­ເຊື້ອ​ອັນ​ເກົ່າ​ແກ່ ແລະ ອຸ­ດົມ­ສົມ­ບູນ​ຂອງ​ປະ­ຊາ­ຊົນ​ຫວຽດ­ນາມ ມາ​ຮອດ​ມາ​ເຖິງ​ປະ­ຊາ­ຊົນ​ລາວ ເຊິ່ງ​ເປັນ​ການ​ແລກ­ປ່ຽນ​ຮຽນ​ຮູ້​ວັດ­ທະ­ນະ­ທຳ​ຂອງ​ກັນ ແລະ ກັນ​ອີກ​ຄັ້ງ​ໜຶ່ງ​ທີ່​ສຳ­ຄັນ ປະ­ກອບ­ສ່ວນ​ເພີ່ມ​ພູນ​ຄູນ​ສ້າງ​ຄວາມ​ສາ­ມັກ­ຄີ​ອັນ​ຍິ່ງ​ໃຫຍ່ ມິດ­ຕະ­ພາບ​ແບບ​ພິ­ເສດ ແລະ ການ​ຮ່ວມ​ມື​ຮອບ­ດ້ານ​ລະ­ຫວ່າງ​ປະ­ຊາ­ຊົນ​ສອງ​ຊາດ ໃຫ້​ນັບ​ມື້​ແຕກ​ດອກ​ອອກ​ຜົນ​ຍິ່ງ​ຂຶ້ນ​ໄປ ທັງ​ເປັນ​ການ​ແລກ­ປ່ຽນ​ຮຽນ​ຮູ້​ວັດ­ທະ­ນະ­ທຳ​ຂອງ​ກັນ ແລະ ກັນ​ອີກ​ຄັ້ງ​ໜຶ່ງ​ທີ່​ສຳ­ຄັນ.

ລາວ ແລະ ຫວຽດ­ນາມ ເຄີຍ​ມີ​ມູນ­ເຊື້ອ​ແຫ່ງ​ຄວາມ​ສາ­ມັກ­ຄີ​ມິດ­ຕະ­ພາບ​ແບບ​ພິ­ເສດ​ມາ​ໄດ້​ຫຼາຍ​ຍຸກ​ຫຼາຍ​ສະ­ໄໝ ທີ່​ເຄີຍ​ອຸ້ມ​ຊູ​ຍູ້​ໜູນ​ເຊິ່ງ​ກັນ ແລະ ກັນ ໃນ​ການ​ຕໍ່­ສູ້​ຍາດ​ເອົາ​ຄວາມ​ເປັນ​ເອ­ກະ­ລາດ ອິດ­ສະ­ຫຼະ­ພາບ​ມາ­ສູ່​ມາ­ຕຸ­ພູມ​ຂອງ​ຕົນ ກໍ​ຄື ໃນ​ການ​ປົກ​ປັກ​ຮັກ­ສາ ແລະ ສ້າງ­ສາ​ພັດ­ທະ­ນາ​ປະ­ເທດ​ຊາດ​ໃນ​ປັດ­ຈຸ­ບັນ.

ນອກ­ຈາກ​ນີ້ ໃນ​ຕອນ​ຄ່ຳ​ວັນ​ທີ 7 ມັງ­ກອນ 2020 ຄະ­ນະ​ສິ­ລະ​ປະ 19 ພຶດ­ສະ­ພາ ສສ ຫວຽດ­ນາມ ຍັງ​ໄດ້​ສືບ­ຕໍ່​ສະ­ແດງ​ສິ­ລະ​ປະ​ຢູ່​ທີ່​ສູ­ນວັດ­ທະ­ນະ­ທຳ ສສ ຫວຽດ­ນາມ ປະ­ຈຳ​ລາວ ຫຼັງ​ໃໝ່ (ເສັ້ນ­ທາງ 450 ປີ) ຕື່ມ​ອີກ.

(ແຫຼ່ງ​ຂໍ້​ມູນ​: vientianemai.net)

ເຫດການ
302 Found

Found

The document has moved here.