WHO ຮຽກຮ້ອງໃຫ້ໂລກກຽມພ້ອມຮັບມືກັບຄວາມສາມາດກາຍເປັນໂລກລະບາດ

11:30 | 29/02/2020

ຍສໝ - ກ່າວຄຳເຫັນຕໍ່ໜ້າວົງການນັກຂ່າວຢູ່ເຊີແນວ, ປະເທດສະວິດ, ທ່ານ Tedros Adhanom Ghebreyesus, ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO) ເນັ້ນໜັກວ່າ, ທຸກໆປະເທດໃນໂລກຄວນຮັບປະກັນວ່າ ລະບົບສາທາລະນະສຸກຂອງເຂົາເຈົ້າກຽມພ້ອມການຮັບມືກັບສະພາບເຊື້ອໄວຣັດ Covid – 19 ແຜ່ລະບາດ.

WHO ຮຽກຮ້ອງໃຫ້ໂລກກຽມພ້ອມຮັບມືກັບຄວາມສາມາດກາຍເປັນໂລກລະບາດ

ທ່ານ Tedros Adhanom Ghebreyesus, ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO).(ພາບ: AFP)

ວັນທີ 27 ກຸມພາ, ທ່ານ Tedros Adhanom Ghebreyesus, ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO) ເນັ້ນໜັກວ່າ ໂລກລະບາດອັກເສບປອດ Covid – 19 ພວມຢູ່ໃນ “ຈຸດເວລາຕັດສິນ” ໃນທົ່ວໂລກ, ພ້ອມທັງກະຕຸກຊຸກຍູ້ບັນດາປະເທດຖືກຜົນສະທ້ອນ “ມີການກະທຳຢ່າງວ່ອງໄວ” ເພື່ອສະກັດກັ້ນການແຜ່ລະບາດຂອງໂລກລະບາດ. ທີ່ກອງປະຊຸມຄະນະປະຈຳກົມການເມືອງສູນກາງພັກກອມມູນິດ ຈີນ, ຈັດຕັ້ງໃນຕອນເຊົ້າວັນທີ 26 ກຸມພາ ຢູ່ບັກກິງ, ທ່ານປະທານປະເທດ ຈີນ ສີຈິ້ນຜິງ ໄດ້ຮຽກຮ້ອງໃຫ້ປະເທດນີ້ ປັບປຸງບັນດາໝາກຜົນທີ່ບັນລຸໄດ້, ບໍ່ໄດ້ປະໝາດຕໍ່ຄວາມສ່ຽງຂອງໂລກລະບາດ Covid-19 ອາດຈະເກີດຂຶ້ນຄືນໃໝ່. ທ່ານ ສີຈິ້ນຜິງ ເນັ້ນໜັກວ່າ: ປັດຈຸບັນ, ທ່າອ່ຽງຕັ້ງໜ້າຂອງວຽກງານປ້ອງກັນ, ຄວບຄຸມໂລກລະບາດ Covid-19 ຢູ່ ຈີນ ພວມເປີດກ້ວາງ, ເສດຖະກິດສັງຄົມພວມໄດ້ຮັບການຟື້ນຟູຢ່າງວ່ອງໄວ, ເຖິງຢ່າງໃດກໍ່ຕາມ ສະພາບໂລກລະບາດຢູ່ ຮູເປີ່ຍ ແລະ ອູຫັ້ນ ຍັງ “ສັບສົນ, ຮ້າຍແຮງ”, ຕ້ອງຄິດໄລ່ເຖິງຄວາມສ່ຽງຍ້ອນໂລກພະຍາດອາດຈະກັບມາແຜ່ລະບາດຄືນໃໝ່ຢູ່ບັນດາເຂດອື່ນ.

ວັນທີ 27 ກຸມພາ, ໃນຂອບເຂດການແລກປ່ຽນເປັນປະຈຳກັບບັນດາອົງການສາທາລະນະສຸກຂອງ ອາເມລິກາ, ສະຖານທູດ ຫວຽດນາມ ປະຈຳ ອາເມລິກາ ໄດ້ຈັດຕັ້ງກອງປະຊຸມອອນລາຍ (telecomference) ກັບກະຊວງການຕ່າງປະເທດ, ກະຊວງສາທາລະນະສຸກ ແລະ ບໍລິການເພື່ອຊີວິດມະນຸດ, ສູນຄວບຄຸມ ແລະ ສະກັດກັ້ນໂລກພະຍາດຂອງ ອາເມລິກາ (CDC). ບັນດາຜູ້ຕາງໜ້າຂອງ CDC ແລະ ຫ້ອງການບັນດາບັນຫາທົ່ວໂລກ, ຫ້ອງການອາຊີ - ປາຊີຟິກຂອງກະຊວງສາທາລະນະສຸກ ແລະ ບໍລິການຊີວິດເພື່ອມະນຸດ ອາເມລິກາ ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມຂອງລັດຖະບານ ຫວຽດນາມ ໃນວຽກງານປ້ອງກັນ, ຕ້ານໂລກລະບາດອັກເສບປອດ Covid-19 ເຊິ່ງບັນລຸໄດ້ໝາກຜົນຢ່າງຕັ້ງໜ້າ, ວຽກງານຕິດຕາມກວດກາ, ການແຍກຕົວ ແລະ ປິ່ນປົວໄດ້ຮັບການຜັນຂະຫຍາຍຢ່າງຄົບຊຸດ. ບົນພື້ນຖານການຕີລາຄາສະພາບຕົວຈິງນັ້ນ, CDC ໄດ້ຕົກລົງເອົາຊື່ ຫວຽດນາມ ອອກຈາກບັນຊີລາຍຊື່ບັນດາສະຖານທີ່ມີຄວາມສາມາດຕິດແປດໄວຣັດ SARS-CoV-2 ອອກສູ່ວົງຄະນະຍາດ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.