ປະເທດລາວ ກຳລັງຈະມີຂົວມິດຕະພາບແຫ່ງທີ 5 ທີ່ໄດ້ຜ່ານແມ່ນໍ້າຂອງ

12:13 | 10/02/2020

ຍສໝ - ຕາມນັ້ນແລ້ວ, ຂົວມິດຕະພາບແຫ່ງທີ 5 ໄດ້ຜ່ານແມ່ນໍ້າຂອງ ຈະເຊື່ອມຕໍ່ 2 ແຂວງບຶງການ (ປະເທດໄທ) ກັບແຂວງ ບໍລິຄຳໄຊ ຂອງລາວ.

ຂໍ້ຕົກລົງການຊ່ວຍເຫຼືອທີ່ມີມູນຄ່າ 1,38 ຕື້ບາດ, ເທົ່າກັບ 46 ລ້ານໂດລາ ທີ່ຫາກໍ່ເຊັນກັນລະຫວ່າງກະຊວງການເງິນຂອງລາວ ແລະ ອົງການຮ່ວມມືພັດທະນາເສດຖະກິດກັບຕ່າງປະເທດ (NEDA) ຂອງໄທ, ເພື່ອສະໜັບສະໜູນ ລາວ ໃນການກໍ່ສ້າງຂົວມິດຕະພາບແຫ່ງທີ 5 ຂ້າມແມ່ນໍ້າຂອງ.

ຕາມນັ້ນແລ້ວ, ຂົວມິດຕະພາບ ແຫ່ງທີ 5 ຂ້າມແມ່ນ້ຳຂອງ ຈະເຊື່ອມຕໍ່ 2 ແຂວງບຶງການ (ປະເທດໄທ) ກັບແຂວງບໍລິຄຳໄຊ ຂອງລາວ. ຂົວມິດຕະພາບແຫ່ງນີ້ມີຄວາມຍາວ 1,350 m, ໄດ້ຮັບການກໍ່ສ້າງຢູ່ສະຖານທີ່ຫ່າງຈາກເມືອງປາກຊັນ - ເທດສະບານແຂວງບໍລິຄຳໄຊປະມານ 10 ກິໂລແມັດທາງທິດເໜືອ, ແລະເສັ້ນທາງຖະໜົນຫຼວງແຫ່ງຊາດທີ 13 ໄປສູ່ບັນດາແຂວງພາກໃຕ້ຂອງລາວຍາວ 2,5 ກິໂລແມັດ.

ປະເທດລາວ ກຳລັງຈະມີຂົວມິດຕະພາບແຫ່ງທີ 5 ທີ່ໄດ້ຜ່ານແມ່ນໍ້າຂອງ

ຂົວມິດຕະພາບແຫ່ງທີ 3 ເຊື່ອມຕໍ່ ແຂວງນະຄອນພະນົມ ຂອງປະເທດໄທ ກັບແຂວງຄຳມ່ວນ ຂອງລາວ. (ພາບ: vov)

ນີ້ໄດ້ຮັບຖືວ່າແມ່ນເສັ້ນທາງຂົນສົ່ງທີ່ສຳຄັນ ເພື່ອເພີ່ມທະວີການຄ້າ ແລະ ການລົງທຶນລະຫວ່າງລາວ, ໄທ ແລະ ຫວຽດນາມ. ຈາກແຂວງບຶງການຂອງປະເທດໄທ, ສິນຄ້າຈະເດີນທາງພຽງແຕ່ 150 ກິໂລແມັດຕາມຖະໜົນຫຼວງແຫ່ງຊາດທີ 8 ຈາກແຂວງບໍລິຄຳໄຊຂອງລາວ, ໂດຍຜ່ານປະຕູດ່ານຊາຍແດນສາກົນ ເກົ່າແຈ່ວ ເຖິງ ແຂວງຮ່າຕິ້ງ ແລະ ແຂວງເງ້ອານ, ຫຼັງຈາກນັ້ນເດີນທາງຕາມຖະໜົນຫຼວງແຫ່ງຊາດທີ 1A ເຖິງ ຮ່າໂນ້ຍແລ້ວເຂົ້າດານັງ ແລະ ບັນດາທ້ອງຖິ່ນອື່ນໆຂອງຫວຽດນາມ.

ຂົວມິດຕະພາບສ້າງສຳເລັດຄາດວ່າຈະເຮັດໃຫ້ແຂວງບໍລິຄຳໄຊກາຍເປັນສູນກາງການຂົນສົ່ງ ແລະ ການຄ້າທີ່ສຳຄັນສຳລັບລາວ ແລະ ພາກພື້ນ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.