ສະມາຄົມມິດຕະພາບຫວຽດນາມ - ລາວ ແຂວງແທງຮວາ: ຊຸກຍູ້ການພົວພັນມິດຕະພາບຫວຽດນາມ - ລາວ

16:17 | 03/01/2020

ຍສໝ - ຕອນເຊົ້າວັນທີ 3 ມັງກອນ, ສະມາຄົມມິດຕະພາບຫວຽດນາມ - ລາວແຂວງແທງຮວາ ໄດ້ຈັດກອງປະຊຸມສະຫຼຸບວຽກງານຂອງສະມາຄົມໃນປີ 2019 ແລະ ຜັນຂະຫຍາຍພາລະກິດດັ່ງກ່າວໃນປີ 2020.

ໃນປີ 2019, ບັນດາການເຄື່ອນໄຫວຂອງສະມາຄົມມິດຕະພາບຫວຽດນາມ - ລາວຢູ່ແຂວງແທງຮວາບັນລຸໄດ້ໝາກຜົນດີຢ່າງຕັ້ງໜ້າ. ໃນຖານະເປັນຕົ້ນຕໍ, ສະມາຄົມແຂວງໄດ້ເຂົ້າຮ່ວມຢ່າງເຕັມສ່ວນ, ຕັ້ງໜ້າ ແລະ ປະສົບຜົນສຳເລັດໃນໜ້າທີ່ ທີ່ໄດ້ຮັບມອບໝາຍຈາກສະມາຄົມສູນກາງ, ຄະນະກຳມະການປະຊາຊົນແຂວງ, ພະແນກການຕ່າງປະເທດ ແລະ ສະຫະພັນອົງການມິດຕະພາບແຂວງ.

ສະມາຄົມມິດຕະພາບຫວຽດນາມ - ລາວ ແຂວງແທງຮວາ: ຊຸກຍູ້ການພົວພັນມິດຕະພາບຫວຽດນາມ - ລາວ

ທ່ານຫງວຽນວັນຕວນ, ປະທານສະມາຄົມມິດຕະພາບຫວຽດນາມ - ລາວ, ແຂວງແທງຮວາໄດ້ກ່າວປາໄສຕໍ່ກອງປະຊຸມ. (ພາບ: baothanhhoa.vn)

ບັນດາສະມາຊິກຂອງຄະນະກຳມະການບໍລິຫານ ແລະ ຫົວໜ້າສາຂາສະມາຄົມ ໄດ້ປະຕິບັດວຽກງານຂອງປີຢ່າງມີປະສິດທິຜົນ, ປະກອບສ່ວນຍົກສູງປະສິດທິຜົນວຽກງານການຕ່າງປະເທດຂອງປະຊາຊົນ ໃນສະພາບການໃໝ່.

ເນື່ອງໃນໂອກາດບຸນປະເພນີບຸນປະເພນີຂອງສາທາລະນະລັດປະຊາທິປະໄຕປະຊາຊົນ ລາວ, ປະທານຄະນະກຳມະການແນວໂຮມແຫ່ງຊາດຫວຽດນາມ ແຂວງ, ປະທານສະມາຄົມມິດຕະພາບ ຫວຽດນາມ - ລາວແຂວງແທງຮວາ ໄດ້ມາອວຍພອນປີໃໝ່ ແລະ ເຮັດວຽກກັບຄະນະກຳມະການແນວລາວສ້າງຊາດແຂວງຫົວພັນ; ຈັດຕັ້ງການພົບປະ ແລະ ແລກປ່ຽນກັບນັກສຶກສາລາວ 40 ຄົນ ມີຜົນງານດ້ານການສຶກສາ ແລະ ການບຳລຸງສ້າງທີ່ດີທີ່ສຸດ, ເຊິ່ງເປັນຕົວແທນໃຫ້ແກ່ນັກຮຽນລາວ 635 ຄົນຢູ່ແທງຮວາໃນສົກຮຽນ 2018-2019.

ນອກຈາກນັ້ນ, ສະມາຄົມມິດຕະພາບຫວຽດນາມ - ລາວຢູ່ແຂວງແທງຮວາ ໄດ້ເຂົ້າຮ່ວມພິທີເປີດການກໍ່ສ້າງຫໍພັກນັກສຶກສາໃຫ້ແກ່ນັກສຶກສາ ແລະ ພະນັກງານລາວ ຢູ່ແຂວງແທງຮວາເພື່ອໄປຮຽນ ມະຫາວິທະຍາໄລຫົງດຶກ; ໄດ້ສົ່ງສະມາຊິກ 40 ຄົນເຂົ້າຮ່ວມຊຸດອົບຮົມກ່ຽວກັບວຽກງານການຕ່າງປະເທດຂອງປະຊາຊົນ ທີ່ຈັດໂດຍສະຫະພັນບັນດາອົງການມິດຕະພາບ ແທງຮວາ; ຜັນຂະຫຍາຍແຜນການກອງປະຊຸມໃຫຍ່ຄັ້ງທີ 3, ອາຍຸການ 2020-2025.

ສະມາຄົມມິດຕະພາບຫວຽດນາມ - ລາວ ແຂວງແທງຮວາ: ຊຸກຍູ້ການພົວພັນມິດຕະພາບຫວຽດນາມ - ລາວ

ພິທີເຊັນສັນຍາຮ່ວມມືເສດຖະກິດ - ສັງຄົມ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບລະຫວ່າງແຂວງແທງຮວາ, ສາທາລະນະລັດສັງຄົມນິຍົມຫວຽດນາມ ແລະ ແຂວງຫົວພັນ, ສປປລາວ ປີ 2018.

(ພາບ: truyenhinhthanhhoa.vn)

ປີ 2020, ສະມາຄົມມິດຕະພາບຫວຽດນາມ - ລາວຢູ່ແຂວງແທງຮວາ ສຸມໃສ່ບັນດາການເຄື່ອນໄຫວເພື່ອດຳເນີນກອງປະຊຸມໃຫຍ່ຄັ້ງທີ 3, ໄລຍະ 2020-2025 ຕາມກຳນົດທີ່ຈະຈັດຂຶ້ນໃນເດືອນມີນາ 2020; ຜັນຂະຫຍາຍບັນດາເນື້ອໃນຂອງມະຕິກອງປະຊຸມໃຫຍ່ຄັ້ງທີ 3; ສືບຕໍ່ຮັກສາການເຄື່ອນໄຫວຂອງສາຂາສະມາຄົມຕ່າງໆ; ເຂົ້າຮ່ວມບັນດາການເຄື່ອນໄຫວຈັດຂຶ້ນ ໂດຍສະມາຄົມສູນກາງ ແລະ ສະຫະພັນບັນດາອົງການມິດຕະພາບແຂວງແທງຮວາ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.