ອຸດົມໄຊ ແລະ ດຽນບຽນ ມອບ-ຮັບອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ

16:24 | 08/01/2020

ຍສໝ - ໃນລະຫວ່າງວັນທີ 2-4 ມັງກອນນີ້, ຄະນະປະຕິບັດງານພິ ເສດລັດຖະບານ ລາວ ແລະ ແຂວງດຽນບຽນ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໄດ້ຈັດພິທີ ມອບ-ຮັບອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດ ເພື່ອປະ ຕິບັດໜ້າທີ່ສາກົນຢູ່ລາວກັບຄືນ ປະເທດ.

ຄະນະປະຕິບັດງານພິ ເສດລັດຖະບານ ລາວ ພ້ອມດ້ວຍ ຄະນະປະຕິບັດງານພິເສດແຂວງ ອຸດົມໄຊ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ແຂວງດຽນບຽນ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໄດ້ຮ່ວມກັນຈັດພິທີ ມອບ-ຮັບອັດຖິທະຫານອາສາ ສະໝັກ ແລະ ຊ່ຽວຊານຫວຽດ ນາມທີ່ເສຍສະຫຼະຊີວິດ ເພື່ອປະ ຕິບັດໜ້າທີ່ສາກົນຢູ່ລາວກັບຄືນ ປະເທດ ໃນລະຫວ່າງວັນທີ 2-4 ມັງກອນນີ້.

ອຸດົມໄຊ ແລະ ດຽນບຽນ ມອບ-ຮັບອັດຖິທະຫານອາສາສະໝັກ ແລະ  ຊ່ຽວຊານຫວຽດນາມ

ແຂວງອຸດົມໄຊ ແລະ ແຂວງດຽນບຽນ ມອບ-ຮັບອັດຖິທະຫານອາສາສະໝັກ ແລະ ຊ່ຽງຊານຫວຽດນາມ. (ພາບ: nhandan.vn)

ຕາງໜ້າຝ່າຍລາວ ນຳໂດຍ ສະຫາຍ ພົນຈັດຕະວາ ສີທາດວງມາລາ, ຫົວໜ້າກົມນະໂຍບາຍກົມໃຫຍ່ການເມືອງກອງທັບ , ຮອງປະທານຄະນະປະຕິບັດງານພິເສດລັດຖະບານລາວ, ພ້ອມດ້ວຍການນຳ 6 ແຂວງ ພາກເໜືອ, ຝ່າຍ ສສ ຫວຽດນາມ ນຳໂດຍ ສະຫາຍ ພົນຈັດຕະວາ ເຈິນງ໋ອກຕັວນ ຮອງຫົວໜ້າການເມືອງທະຫານເຂດ 2 ກອງທັບປະຊາຊົນ ຫວຽດນາມ ພ້ອມດ້ວຍຄະນະ. ເພື່ອປະຕິບັດຕາມຈຸດປະສົງ ຂອງສອງພັກ-ສອງລັດຖະບານກ່ຽວກັບການຊອກຫາ, ຂຸດຄົ້ນ ແລະ ນຳສົ່ງອັດຖິນາຍ ແລະ ພົນທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມກັບຄືນສູ່ພູມລຳເນົາຂອງຕົນ, ນັບແຕ່ປີ 1994 ມາຮອດປັດຈຸບັນ, ຄະນະປະຕິບັດງານພິເສດທະຫານເຂດ 2 ກອງທັບປະຊາຊົນ ຫວຽດນາມ ໄດ້ສົມທົບກັບຄະນະປະຕິບັດງານພິເສດລັດຖະບານລາວ ແລະ 6 ແຂວງພາກເໜືອ, ຊອກຫາ, ຂຸດຄົ້ນ ແລະ ທ້ອນໂຮມອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ 6 ແຂວງພາກເໜືອລາວໄດ້ທັງໝົດ 1.733 ອັດຖິໃນ 3.834 ຂ່າວສານ.

ໃນໄລຍະທີ 1 ສົກ 2019-2020 ອັດຖິທີ່ຂຸດຄົ້ນໄດ້ມີ 15 ອັດຖິ ແລະ ໄດ້ຈັດພິທີນຳສົ່ງອັດຖິຈຳນວນດັ່ງກ່າວຢູ່ເຂດສຸສານທະຫານເສຍສະຫຼະຊີວິດ ເພື່ອຊາດແຂວງດຽນບຽນ ສາທາລະນະລັດ ສັງຄົມນິຍົມຫວຽດນາມ, ໄປຍັງອົງການຈັດຕັ້ງກ່ຽວຂ້ອງ, ໃຫ້ເມືອຮອດບ້ານເກີດເມືອງນອນທີ່ແສນເຄົາລົບຮັກຂອງຕົນ, ເພື່ອໃຫ້ຄອບຄົວຍາດພີ່ນ້ອງໄດ້ຈັດພິທີຊາປະນະກິດສົບຕາມຮີດຄອງປະເພນີ.

(ຄຳຮຸ່ງ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.