ການຮ່ວມມືຮອບດ້ານລະຫວ່າງ ອົງການໄອຍະການຫວຽດນາມ ແລະ ອົງການໄອຍະການລາວ

16:47 | 09/01/2020

ຍສໝ - ວັນທີ 7 ມັງກອນນີ້, ຢູ່ນະຄອນຫຼວງວຽງຈັນ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ເລມິງຈິ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຢາມນັບ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງວໍລະຈິດ ແລະ ປະທານສະພາແຫ່ງຊາດລາວ ທ່ານນາງ ປານີ ຢາທໍ່ຕູ້.

ທີ່ການຕ້ອນຮັບ, ປະທານປະເທດລາວ ບຸນຍັງ ວໍລະຈິດ ແລະ ປະທານສະພາແຫ່ງຊາດລາວ ທ່ານນາງ ປານີ ຢາທໍ່ຕູ້ ໄດ້ຕີລາຄາສູງວ່າ ຄວາມຖືກຕ້ອງຂອງສອງປະເທດ ໃນການລົງນາມໃນສັນຍາການຊ່ວຍເຫຼືອດ້ານກົດໝາຍອາຍາ ໃນວັນທີ 8 ມັງກອນ, ແທນໃຫ້ສັນຍາເກົ່າທີ່ໄດ້ລົງນາມຕັ້ງແຕ່ປີ 1998; ຢືນຢັນວ່າສິ່ງນີ້ຈະສ້າງພື້ນຖານດ້ານກົດໝາຍທີ່ດີ, ບໍ່ພຽງແຕ່ຕອບສະໜອງຄວາມຮຽກຮ້ອງຕ້ອງການຕົວຈິງ, ແຕ່ກໍ່ປະກອບສ່ວນສຳເລັດການສ້າງກອບກົດໝາຍ ກ່ຽວກັບການໜູນຊ່ວຍດ້ານໄອຍະການເຊິ່ງກັນ ແລະ ກັນລະຫວ່າງສອງປະເທດໃນໄລຍະຈະມາເຖິງ.

ການຮ່ວມມືຮອບດ້ານລະຫວ່າງ ອົງການໄອຍະການຫວຽດນາມ ແລະ ອົງການໄອຍະການລາວ

ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ເລມິງຈິ ແລະ ປະທານປະເທດລາວ ບຸນຍັງວໍລະຈິດ. (ພາບ: baotintuc.vn)

ທ່ານ ເລມິງຈິ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຫວຽດນາມ ໃຫ້ຮູ້ວ່າ, ໃນຊຸມປີມໍ່ໆມານີ້, ເພື່ອເພີ່ມທະວີການພົວພັນຮ່ວມມືໂດຍກົງ ລະຫວ່າງອົງການໄອຍະການບັນດາແຂວງ ທີ່ມີຊາຍແດນລວມຂອງສອງປະເທດ, ອົງການໄອຍະການ ຫວຽດນາມ - ລາວ ໄດ້ສ້າງຕັ້ງກົນໄກກອງປະຊຸມ ບັນດາອົງການໄອຍະການແຂວງທີ່ມີຊາຍແດນລວມຂອງສອງປະເທດຫວຽດນາມ - ລາວ, ຜ່ານນັ້ນຍົກສູງປະສິດທິຜົນໃນການແກ້ໄຂຄຳຮຽກຮ້ອງການຊ່ວຍເຫຼືອດ້ານຍຸດຕິທຳ, ຄະດີປ້ອງກັນ ແລະ ຕ້ານອາດຊະຍາກຳຂ້າມຊາດ. ພ້ອມກັນນັ້ນ, ອົງການໄອຍະການປະຊາຊົນສູງສຸດ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ເຖິງການເພີ່ມທະວີການຮ່ວມມືກັບ ອົງການໄອຍະການປະຊາຊົນສູງສຸດ ລາວ ໃນການຝຶກອົບຮົມ ແລະ ບຳລຸງເພື່ອຍົກສູງຄວາມສາມາດໃຫ້ແກ່ພະນັກງານໄອຍະກອນຂອງລາວ.

(ຄຳຮຸ່ງ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.