ຫວຽດນາມ ຍູ້ແຮງການຮ່ວມມືກັບ ລາວ

09:56 | 09/12/2019

ຍສໝ - ຕົ້ນປີ 2019, ຫວຽດນາມ ໄດ້ອຸປະຖຳແນວພັນເຂົ້າ 300 ໂຕນໃຫ້ແກ່ ລາວ ເພື່ອໜູນຊ່ວຍປະຊາຊົນຟື້ນຟູການຜະລິດພາຍຫລັງຖືກໄພພິບັດທຳມະຊາດ. ຫວຽດນາມ ກໍ່ໄດ້ສະໜອງທຶນການສຶກສາກ່ວາ 1000 ທຶນໃຫ້ແກ່ນັກຮຽນ ລາວ ໄປຮ່ຳຮຽນຢູ່ ຫວຽດນາມ.

ຫວຽດນາມ ຍູ້ແຮງການຮ່ວມມືກັບ ລາວ

ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ເປັນປະທານກອງປະຊຸມ. (ພາບ: VGP)

ມາຮອດປັດຈຸບັນ, ການລົງທຶນຂອງວິສາຫະກິດຫວຽດນາມ ເຂົ້າລາວ ມີ 413 ໂຄງການດ້ວຍທຶນທັງໝົົດແມ່ນ 4,22 ຕື້ໂດລາສະຫະລັດ, ຢືນອັນດັບ 3 ດ້ວຍບັນດາກິດຈະກໍາພົ້ນເດັ່ນທີ່ກໍາລັງດໍາເນີນທຸລະກິດບັນລຸໝາກຜົນທີ່ຕັ້ງໜ້າ ຄື: ການຮ່ວມທຸລະກິດໂທະຄົມມະນາຄົມຂອງ Viettel, ບັນດາໂຄງການຂອງກຸ່ມບໍລິສັດໃຫຍ່ຢາງພາລາ, ໂຮງແຮມເມືອງແທງ, ທະນາຄານຮ່ວມທຸລະກິດລາວ-ຫວຽດ, ໂຮງງານໄຟຟ້ານໍ້າຕົກເຊກະໝານ 1 ທີ່ກໍາລັງເຄື່ອນໄຫວຢ່າງມີປະສິດທິຜົນ... ຫວຽດນາມ ໄດ້ເຫັນດີຊື້ໄຟຟ້າຂອງລາວ 1.200MW, ລື່ນກາຍແຜນການທີ່ໄດ້ວາງອອກແມ່ນ 1.000 MW ຂອງປີ 2020 ແລະຈະຊື້ຕື່ມ 5.000MW ເຖິງປີ 2030, ສ້າງເງື່ອນໄຂສະດວກໃຫ້ ລາວ ພັດທະນາເສດຖະກິດ-ສັງຄົມ. ປີ 2019, ມີປະມານ 5 ໂຄງການຊ່ວຍເຫຼືອໄດ້ສໍາເລັດ, ບັນລຸຄຸນນະພາບ, ແລະໄດ້ນໍາໃຂ້ຢ່າງເປັນທາງການ, ມີ 2 ໂຄງການໃໝ່; ກິດຈະການຫໍສະພາແຫ່ງຊາດລາວ ກໍາລັງຜັນຂະຫຍາຍຢ່າງຕັ້ງໜ້າ, ບັນລຸຄວາມຄືບໜ້າຕາມແຜນການທີ່ໄດ້ວາງອອກ...

ຕົ້ນປີ 2019, ຫວຽດນາມ ໄດ້ອຸປະຖຳແນວພັນເຂົ້າ 300 ໂຕນໃຫ້ແກ່ ລາວ ເພື່ອໜູນຊ່ວຍປະຊາຊົນຟື້ນຟູການຜະລິດພາຍຫລັງຖືກໄພພິບັດທຳມະຊາດ. ຫວຽດນາມ ກໍ່ໄດ້ສະໜອງທຶນການສຶກສາກ່ວາ 1000 ທຶນໃຫ້ແກ່ນັກຮຽນ ລາວ ໄປຮ່ຳຮຽນຢູ່ ຫວຽດນາມ. ໃນ 10 ເດືອນຜ່ານມາ, ການຮ່ວມມືດ້ານການຄ້າ ແມ່ນຈຸດພົ້ນເດັ່ນ ດ້ວຍວົງເງິນການຄ້າ 2 ປະເທດບັນລຸ 940 ລ້ານ USD, ຄາດຄະເນວ່າ ທັງປີ 2019 ຈະບັນລຸ 1,1 – 1,2 ຕື້ USD. ຕົວເລກດັ່ງກ່າວເພີ່ມຂຶ້ນ 12,6%, ລື່ນກາຍຄາດໝາຍເຊິ່ງ 2 ລັດຖະບານໄດ້ວາງອອກແມ່ນ 1 ຕື້ USD ແລະ ເພີ່ມຂຶ້ນ 10%/ປີ. ໃນນັ້ນ, ລາວ ສົ່ງອອກເກືອບ 400 ລ້ານໂດລາສະຫະລັດ (ເພີ່ມຂຶ້ນ 16%), ນີ້ແມ່ນຄວາມພະຍາຍາມອັນໃຫຍ່ຫຼວງ, ສະແດງໃຫ້ເຫັນກໍາລັງ ແກ່ງແຍ້ງຂອງເສດຖະກິດລາວ ໃນສະພາບການແກ່ງແຍ້ງທີ່ນັບມື້ນັບຂ້ຽວຂາດ.

ທີ່ກອງປະຊຸມ, ນາຍົກລັດຖະມົນຕີ ແລະຄະນະປະຈໍາລັດຖະບານ ໄດ້ໃຫ້ທິດຊີ້ນໍາແກ້ໄຂຄວາມຫຍຸ້ງຍາກເພື່ອຊຸກຍູ້ການຜັນຂະຫຍາຍ, ກະກຽມໃຫ້ແກ່ກອງປະຊຸມຄະນະກໍາມະການລະຫວ່າງລັດຖະບານຫວຽດນາມ - ລາວ ໂດຍ ນາຍົກລັດຖະມົນຕີສອງປະເທດ ເປັນປະທານໃນຕົ້ນໄຕມາດທີ I-2020, ເປີດທິດທາງຮ່ວມມືໃໝ່ເພື່ອນໍາການພົວພັນອ້າຍນ້ອງທີ່ສະໜິດສະໜົມ ຫວຽດນາມ - ລາວ ເຂົ້າສູ່ລວງເລິກ, ແທດຈິງ ແລະມີປະສິດທິຜົນ.

(ໄຊພອນ)

ເຫດການ
302 Found

Found

The document has moved here.