ກອງປະຊຸມຄະນະວິຊາການອານຸສັນຍາການຮ່ວມມືລະຫວ່າງສອງກອງທັບ ລາວ-ຫວຽດນາມ

11:53 | 09/12/2019

ຍສໝ - ກອງປະຊຸມຄະນະວິຊາການອະນຸສັນຍາການຮ່ວມມືລະຫວ່າງ ສອງກອງທັບ ລາວ-ຫວຽດນາມ ຈັດຂຶ້ນໃນທ້າຍເດືອນພະຈິກນີ້, ທີ່ ກົມພົວພັນຕ່າງປະເທດ.

ໂດຍການເປັນປະທານຮ່ວມຝ່າຍລາວ ມີສະຫາຍ ພົນຈັດຕະວາ ແກ່ນຈັນ ນັນທະລັງສີ ຫົວໜ້າກົມພົວພັນຕ່າງປະເທດ, ຝ່າຍຫວຽດນາມ ມີສະຫາຍ ພັນເອກ ຫງວຽນດ້າຍໂຮຍ ຮອງຫົວໜ້າກົມພົວພັນຕ່າງປະເທດ ກະຊວງປ້ອງກັນ ປະເທດຫວຽດນາມ, ບັນດາກົມກອງທີ່ກ່ຽວຂ້ອງ ແລະ ຄະນະວິຊາການສອງຝ່າຍເຂົ້າຮ່ວມ.

ກອງປະຊຸມສອງຝ່າຍໄດ້ແຈ້ງສະພາບການເຄື່ອນໄຫວວຽກງານຂອງຕົນໃຫ້ກັນຊາບ ແລະ ສະຫຼຸບຕີລາຄາຄືນການຈັດຕັ້ງປະຕິບັດອະນຸສັນຍາການຮ່ວມມື ລະຫວ່າງສອງກອງທັບລາວ-ຫວຽດນາມ ໃນໄລຍະຜ່ານມາເຫັນວ່າ ໃນຫຼາຍວຽກງານທີ່ສອງຝ່າຍຮ່ວມມືກັນ ແມ່ນໄດ້ຮັບໝາກຜົນສູງ, ສອງຝ່າຍມີການພົວພັນແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເປັນປົກກະຕິໃນດ້ານວຽກງານພັກ, ວຽກງານການເມືອງ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ເສີມຂະຫຍາຍມູນເຊື້ອສາຍພົວພັນລະຫວ່າງກອງທັບ ລາວ-ຫວຽດນາມ ກ້າວຂຶ້ນເລື້ອຍໆ.

ກອງປະຊຸມຄະນະວິຊາການອານຸສັນຍາການຮ່ວມມືລະຫວ່າງສອງກອງທັບ ລາວ-ຫວຽດນາມ

ກອງປະຊຸມຄະນະວິຊາການອານຸສັນຍາການຮ່ວມມືລະຫວ່າງສອງກອງທັບ ລາວ-ຫວຽດນາມ. (ພາບ: qdnd.vn)

ພ້ອມດຽວກັນນີ້, ສອງຝ່າຍຍັງໄດ້ປຶກສາຫາລືກັນໃນການສ້າງອະນຸສັນຍາການຮ່ວມມືຂອງສອງກອງທັບ ລາວ-ຫວຽດນາມ ປີ 2020 ເຊິ່ງຈະໄດ້ສືບຕໍ່ຮ່ວມມືເຊິ່ງກັນ ແລະ ກັນໃນຫຼາຍວຽກງານໃຫ້ໄດ້ຮັບຜົນສຳ ເລັດດີຂຶ້ນກວ່າເກົ່າ.

ສະຫາຍ ພົນຈັດຕະວາ ແກ່ນຈັນ ນັນທະລັງສີ ໄດ້ຕີລາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງຄະນະວິຊາການກອງທັບຫວຽດນາມ ເປັນການຮັດແໜ້ນໃນວຽກງານທີ່ສອງຄະນະວິຊາການຮັບຜິດຊອບ ແລະ ເຮັດໃຫ້ແຜນວຽກງານໃນການຮ່ວມມືໃນອະນຸສັນຍາສອງກອງທັບ ລາວ-ຫວຽດນາມ ໃນຕໍ່ໜ້າມີປະສິດທິພາບສູງ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.