ການຝຶກອົບຮົມວິຊາສະເພາະ ໃຫ້ຄະນະສິລະປະກອນກອງທັບປະຊາຊົນລາວ

16:18 | 30/10/2019

ຕອນບ່າຍວັນທີ 28 ຕຸລາ, ຢູ່ຮ່າໂນ້ຍ, ມະຫາວິທະຍາໄລວັດທະນະທໍາສິລະປະກອງທັບຫວຽດນາມ ໄດ້ຈັດຕັ້ງພິທີປິດຊຸດຝຶກອົບຮົມວິຊາສະເພາະໃຫ້ຄະນະສິລະປະກອນກອງທັບປະຊາຊົນລາວ ປີ 2019.

ການຝຶກອົບຮົມວິຊາສະເພາະ ໃຫ້ຄະນະສິລະປະກອນກອງທັບປະຊາຊົນລາວ

ລາຍການສະແດງສິລະປະທີ່ພິທີປິດຊຸດຝຶກອົບຮົມ. ພາບ: qdnd.vn.

ເຂົ້າຮ່ວມຊຸດຝຶກອົບຮົມໃນໄລຍະ 3 ເດືອນນີ້, ມີພະນັກງານ, ນັກສະແດງ ແລະພາລະກອນຂອງຄະນະສິລະປະກອນກອງທັບປະຊາຊົນລາວທັງໝົດ 30 ຄົນ. ເນື້ອໃນຝຶກອົບຮົມລວມມີວິຊາຕ່າງໆເພື່ອແນໃສ່ຍົກສູງວິຊາສະເພາະໃຫ້ແຕ່ລະຂະແໜງສິລະປະອາຊີບ, ວິທີການສິດສອນຮ້ອງເພງ, ດົນຕີ, ເຕັກນິກສຽງ-ແສງ, ການຄຸ້ມຄອງວິຊາການຫໍສະໝຸດ... ໃນຊຸດຝຶກອົບຮົມ, ບັນດານັກສໍາມະນາກອນລາວ ທັງໄດ້ຮັບການບໍາລຸງບັນດາວິຊາທີ່ຮັບໃຊ້ໃຫ້ແກ່ການຍົກສູງວິຊາສະເພາະ, ທັງໄດ້ຮັບການບໍາລຸງກ່ຽວກັບວິທີການສິດສອນ ແລະຖ່າຍທອດຄວາມຮູ້ກ່ຽວກັບວິຊາສະເພາະຂອງຕົນ.

ການຝຶກອົບຮົມວິຊາສະເພາະ ໃຫ້ຄະນະສິລະປະກອນກອງທັບປະຊາຊົນລາວ

ທ່ານພັນເອກພິເສດ ຫງວຽນຊວນທຸຍ ອະທິການບໍດີມະຫາວິທະຍາໄລວັດທະນະທໍາສິລະປະກອງທັບຫວຽດນາມ ມອບໃບຢັ້ງຢືນໃຫ້ແກ່ບັນດານັກສໍາມະນາກອນ. (ພາບ: qdnd.vn)

ທ່ານພັນເອກພິເສດ ຫງວຽນຊວນທຸຍ ອະທິການບໍດີມະຫາວິທະຍາໄລວັດທະນະທໍາສິລະປະກອງທັບຫວຽດນາມ ຕີລາຄາວ່າ ຊຸດຝຶກອົບຮົມໄດ້ສໍາເລັດເປົ້າໝາຍທີ່ໄດ້ວາງອອກເປັນຢ່າງດີ, ພ້ອມທັງຕີລາຄາສູງຄວາມຮັບຜິດຊອບຂອງຖັນແຖວຄູອາຈານ ແລະນັກສໍາມະນາກອນໃນການປະກອບສ່ວນເຂົ້າໃນຜົນສໍາເລັດລວມຂອງຊຸດຝຶກອົບຮົມ. ພ້ອມທັງປາດຖະໜາວ່າບັນດາພະນັກງານ, ນັກສະແດງ ແລະພາລະກອນຂອງຄະນະສິລະປະກອນກອງທັບປະຊາຊົນລາວ ຈະນໍາໃຊ້ບັນດາບົດຮຽນທີ່ຖອດຖອນມາໄດ້ຈາກຊຸດຝຶກອົບຮົມຢູ່ຫວຽດນາມ ເປັນຢ່າງດີ, ເພື່ອຮັບໃຊ້ກອງທັບ ແລະປະເທດລາວ ໃຫ້ນັບມື້ນັບດີກວ່າ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.