ການເສັງບັນລະຍາຍດ້ວຍ ພາສາຫວຽດ ໃຫ້ແກ່ນັກສຶກສາລາວພວມຮຽນຢູ່ ຫວຽດນາມ ສົກປີ 2019 - ເຂດທາງພາກເໜືອ ຢູ່ມະຫາວິທະຍາໄລ ຊົນລະປະທານ

10:47 | 13/10/2019

ຍສໝ - ຕອນເຊົ້າວັນທີ 11 ຕຸລາ, ຢູ່ຮ່າໂນ້ຍ, ກະຊວງການສຶກສາ ແລະ ບຳລຸງສ້າງ ຫວຽດນາມ ໄດ້ສົມທົບກັບສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ ຈັດຕັ້ງຮອບຄັດເລືອກການເສັງບັນລະຍາຍດ້ວຍ ພາສາຫວຽດ ໃຫ້ແກ່ນັກສຶກສາລາວພວມຮຽນຢູ່ ຫວຽດນາມ ສົກປີ 2019 - ເຂດທາງພາກເໜືອ ຢູ່ມະຫາວິທະຍາໄລ ຊົນລະປະທານ.

ເຂົ້າຮ່ວມພິທີມີ ທ່ານ ຫງວຽນວັນໝີ໋, ຮອງປະທານສູນກາງສະມາຄົມມິດຕະພາບ ຫວຽດນາມ - ລາວ, ຮອງຫົວໜ້າຄະນະຊີ້ນຳການເສັງ; ຮອງສາດສະດາຈານ ຝ້າມກ່ວາງຮືງ, ຫົວໜ້າກົມຮ່ວມມືສາກົນ, ກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ. ຝ່າຍລາວ ມີການເຂົ້າຮ່ວມຂອງທ່ານ ອຸໄທ ບັນນາວົງ, ເລຂາທິການສະຖານທູດລາວປະຈຳຫວຽດນາມ.

ການເສັງບັນລະຍາຍດ້ວຍຫົວຂໍ້ວ່າ “ຂ້ອຍຮັກປະເທດຫວຽດນາມ”, ການເສັງຄັ້ງນີ້ດ້ວຍຈຸດປະສົງແມ່ນສົ່ງເສີມພວກນ້ອງນັກຮຽນລາວແບ່ງປັນຄວາມຮູ້ຄວາມເຂົ້າໃຈກ່ຽວກັບປະເທດຊາດ, ຊາວຫວຽດນາມ ແລະ ວັດທະນະທຳ ຫວຽດນາມ, ບັນດາອະນຸສອນໃນການດຳລົງຊີວິດ, ການຮ່ຳຮຽນ ແລະ ດຳເນີນຊີວິດ ຢູ່ ຫວຽດນາມ.

ການເສັງບັນລະຍາຍດ້ວຍ ພາສາຫວຽດ ໃຫ້ແກ່ນັກສຶກສາລາວພວມຮຽນຢູ່ ຫວຽດນາມ ສົກປີ 2019 - ເຂດທາງພາກເໜືອ ຢູ່ມະຫາວິທະຍາໄລ ຊົນລະປະທານ

ທ່ານ ຟ້າມກວາງຮຶງ ກ່າວຄຳເຫັນທີ່ພິທີໄຂ. (ພາບ: thoidai.com.vn)

ກ່າວຄຳເຫັນທີ່ພິທີໄຂ, ທ່ານຟ້າມກວາງຮຶງ, ຫົວໜ້າກົມຮ່ວມມືສາກົນ, ກະຊວງການສຶກສາ ແລະ ບຳລຸງສ້າງ, ກຳມະການຜູ້ປະຈຳການຄະນະຊີ້ນຳການເສັງໃຫ້ຮູ້ວ່າ: ຂ້າພະເຈົ້າເຊື່ອໝັ້ນວ່າ “ຜ່ານການເສັງບັນລະຍາຍຄັ້ງນີ້, ນັກສຶກສາລາວທຸກຄົນຈະບໍ່ພຽງແຕ່ມີຄວາມດຶງດູດໃຈຢາກຮຽນພາສາຫວຽດເທົ່ານັ້ນ, ຫາກຍັງ ແມ່ນ ໂອກາດເພື່ອໃຫ້ພວກເພື່ອນເຂົ້າໃຈ, ຮັກປະເທດຊາດ, ວັດທະນະທຳ ແລະ ຊາວ ຫວຽດນາມຕື່ມອີກ”. ຂ້າພະເຈົ້າຫວັງວ່າ ບັນດາທິມແຂ່ງຂັນທັງໝົດຈະສະແດງໃຫ້ເຫັນກຳລັງຄວາມສາມາດຂອງຕົນຢ່າງສຸດຂີດດ້ວຍບັນດາຄຸນຄ່າດ້ານຈິດໃຈທີ່ ສອງປະເທດຮ່ວມແຮງຮ່ວມໃຈກັນກໍ່ສ້າງ ແລະ ເພີ່ມພູນຄູນສ້າງ, ການເສັງນີ້ແນ່ນອນວ່າ ຈະແຜ່ຂະຫຍາຍຢ່າງເລິກເຊິ່ງກ້ວາງແຂວງ ແລະ ອາດເຂົ້າໃຈວ່າ ພວກເຮົາທຸກໆຄົນລ້ວນແຕ່ເປັນຜູ້ຊະນະ.

ການເສັງບັນລະຍາຍດ້ວຍ ພາສາຫວຽດ ໃຫ້ແກ່ນັກສຶກສາລາວພວມຮຽນຢູ່ ຫວຽດນາມ ສົກປີ 2019 - ເຂດທາງພາກເໜືອ ຢູ່ມະຫາວິທະຍາໄລ ຊົນລະປະທານ

ການແຂ່ງຂັນໄດ້ຮັບການລະດົມກຳລັງໃຈ ຢ່າງສຸດໃຈຈາກຜູ້ຊົມຂອງນັກສຶກສາຈາກຫວຽດນາມ ແລະ ລາວ. (ພາບ: thoidai.com.vn)

ຕາງໜ້າໃຫ້ມະຫາວິທະຍາໄລຄົມມະນາຄົມ ແລະ ຂົນສົ່ງ, ນາງ ວິພາວະດີ ອິນທະປະຖາ ແມ່ນນັກສຶກສາປີທີ 4 ໄດ້ເຂົ້າຮ່ວມການເສັງບັນລະຍາຍດ້ວຍຫົວຂໍ້ວ່າ “ປະເທດຫວຽດນາມ - ຄວາມຝັນຂອງຂ້ອຍ”. ບົດເສັງບັນລະຍາຍຂອງ ນາງ ວິພາວະດີ ອິນທະປະຖາ ກໍ່ໄດ້ຮັບການຕີລາຄາສູງຈາກຜູ້ພິພາກສາ ຍ້ອນວ່າ ນາງ ວິພາວະດີ ອິນທະປະຖາ ມີຄວາມສາມາດໃນການເວົ້ົ້າພາສາຫວຽດນາມທີດີ, ສຽງທີ່ມີຄວາມສະເທືອນໃຈ ແລະ ການສະແດງສິລະປະເພີ່ມເຕີມທີ່ສົດໃສ ຂອງບັນດານັກສຶກສາລາວ ກຳລັງຮຽນຢູ່ມະຫາວິທະຍາໄລຄົມມະນາຄົມ ແລະ ຂົນສົ່ງ.

ການເສັງບັນລະຍາຍດ້ວຍ ພາສາຫວຽດ ໃຫ້ແກ່ນັກສຶກສາລາວພວມຮຽນຢູ່ ຫວຽດນາມ ສົກປີ 2019 - ເຂດທາງພາກເໜືອ ຢູ່ມະຫາວິທະຍາໄລ ຊົນລະປະທານ

ການເສັງບັນລະຍາຍດ້ວຍຫົວຂໍ້ວ່າ “ປະເທດຫວຽດນາມ - ຄວາມຝັນຂອງຂ້ອຍ” ຂອງມະຫາວິທະຍາໄລຄົມມະນາຄົມ ແລະ ຂົນສົ່ງ. (ພາບ: thoidai.com.vn)

ການເສັງຮອບຄັດເລືອກໄດ້ຈັດຕັ້ງຢູ່ 3 ພາກ ໃນເດືອນຕຸລານີ້, ພາກເໜືອ (ຢູ່ຮ່າໂນ້ຍ ແມ່ນວັນທີ 11 ຕຸລາ ຢູ່ ມະຫາວິທະຍາໄລຊົນລະປະທານ), ພາກກາງ ແມ່ນວັນທີ 18 ຕຸລາ ຢູ່ ມະຫາວິທະຍາໄລ ສ້າງຄູ - ມະຫາວິທະຍາໄລເຫ້ວ, ພາກໃຕ້ ແມ່ນໃນວັນທີ 25 ຕຸລາ ຢູ່ ມະຫາວິທະນາໄລສ້າງຄູນະຄອນໂຮ່ຈີມິນ. ການເສັງຮອບຊີງຊະນະເລີດຈະໄດ້ດຳເນີນໃນວັນທີ 8 ພະຈິກຢູ່ມະຫາວິທະຍາໄລ ທ້າຍງວຽນ.

ບັນດາຮູບຕ່າງໆຮອບຄັດເລືອກການເສັງບັນລະຍາຍດ້ວຍ ພາສາຫວຽດ:

ການເສັງບັນລະຍາຍດ້ວຍ ພາສາຫວຽດ ໃຫ້ແກ່ນັກສຶກສາລາວພວມຮຽນຢູ່ ຫວຽດນາມ ສົກປີ 2019 - ເຂດທາງພາກເໜືອ ຢູ່ມະຫາວິທະຍາໄລ ຊົນລະປະທານ

ບັນດາຜູ້ແທນໄດ້ມອບຂອງຂວັນທີ່ລະນຶກ. (ພາບ: thoidai.com.vn)


ການເສັງບັນລະຍາຍດ້ວຍ ພາສາຫວຽດ ໃຫ້ແກ່ນັກສຶກສາລາວພວມຮຽນຢູ່ ຫວຽດນາມ ສົກປີ 2019 - ເຂດທາງພາກເໜືອ ຢູ່ມະຫາວິທະຍາໄລ ຊົນລະປະທານ

ການເສັງບັນລະຍາຍ ຂອງມະຫາວິທະຍາໄລຄົມມະນາຄົມ ແລະ ຂົນສົ່ງໄດ້ລາງວັນທີສອງ. (ພາບ: thoidai.com.vn)

ການເສັງບັນລະຍາຍດ້ວຍ ພາສາຫວຽດ ໃຫ້ແກ່ນັກສຶກສາລາວພວມຮຽນຢູ່ ຫວຽດນາມ ສົກປີ 2019 - ເຂດທາງພາກເໜືອ ຢູ່ມະຫາວິທະຍາໄລ ຊົນລະປະທານ

ການເສັງບັນລະຍາຍ ຂອງສະຖາບັນການເງິນ. (ພາບ: thoidai.com.vn)

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.