ນະຄອນດານັງ ສສ ຫວຽດນາມ ກັບ ບັນດາທ້ອງຖິ່ນຂອງລາວ ຍູ້ແຮງ ພັດທະນາການທ່ອງທ່ຽວ

14:34 | 22/08/2019

ຍສໝ - ຕອນບ່າຍວັນທີ 21 ສິງຫາ, ກຳມະການສູນກາງພັກ, ເລຂາຄະນະພັກນະຄອນ, ກຳມະການພັກພັກແຂວງ, ປະທານສະມາຊິກສະພານະຄອນ ກວ້າງຫງ໋າຍ ໄດ້ມີການພົບປະກັບຄະນະຜູ້ແທນສະພາແຫ່ງຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໂດຍ ກຳມະການສູນກາງພັກ ປະຊາຊົນປະຕິວັດລາວ, ຮອງປະທານສະພາແຫ່ງຊາດລາວ ທ່ານ ບຸນປອນ ທຳມະວົງ ເປັນຫົວໜ້າຄະນະ.

ນະຄອນດານັງ ສສ ຫວຽດນາມ ກັບ ບັນດາທ້ອງຖິ່ນຂອງລາວ ຍູ້ແຮງ ພັດທະນາການທ່ອງທ່ຽວ

ທ່ານ ກວ້າງຫງ໋າຍ (ຂວາ) ແລະ ທ່ານ ບຸນປອນ ທຳມະວົງ.(ພາບ: S.TRUNG)

ເຂົ້າຮ່ວມກອງປະຊຸມ ມີທ່ານປະທານສະພາປະຊາຊົນນະຄອນ ຫງວ໋ຽນ ຍໍ ຈຸງ, ເລຂາພັກເມືອງ ເຈົ້າເມືອງໆ ຫ໋າຍເຈົາ ທ່ານ ຫງວ໋ຽນ ແທັ່ງ ກວາງ, ຮອງປະທານຄະນະ ກຳມະການປະຊາຊົນນະຄອນ ເລ ຈຸງ ຈິ໋ງ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເຈືອງ ກວາງ ເຫງ໋ຍ ເລຂາພັກນະຄອນ ໄດ້ແນະນຳ ກັບຄະນະຜູ້ແທນ ກ່ຽວກັບສະພາບການພັດທະນາເສດຖະກິດ - ສັງຄົມຂອງນະຄອນ. ປະຈຸບັນ ດານັງ ພວມສຸມໃສ່ດຶງດູດການລົງທຶນ ແລະ ພັດທະນາໃນຂົງເຂດເຕັກໂນໂລຢີຂັ້ນສູງ, ການຂົນສົ່ງ, ສາທາລະນະສຸກ, ການສຶກສາ, ພິເສດແມ່ນການທ່ອງທ່ຽວ.

ທ່ານທ່ານ ເຈືອງ ກວາງ ເຫງ໋ຍ ເລຂາພັກນະຄອນ ຕີລາຄາສູງຄວາມສາມາດບົ່ມຊ້ອນຂອງການຮ່ວມມືໃນການພັດທະນາ ການທ່ອງທ່ຽວ ລະຫວ່າງ ນະຄອນດານັງ ແລະ ສປປ ລາວ; ທ່ານຍັງໄດ້ ນຳສະເໜີວ່າທັງສອງຝ່າຍຄວນ ຈັດຕັ້ງຖ້ຽວບິນໂດຍກົງ ຈາກດານັງ ກັບ ທ້ອງຖິ່ນທີ່ມີຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວ ຂອງສປປ ລາວເຊັ່ນ: ນະຄອນຫຼວງວຽງຈັນ ແລະ ນະຄອນຫຼວງເກົ່າ ຫຼວງພະບາງ.

ທ່ານ ເຈືອງ ກວາງ ເຫງ໋ຍ ເລຂາພັກນະຄອນ ຢືນຢັນວ່າ: ໃນວິວັດການພັດທະນາຂອງແຂວງ, ນະຄອນດານັງ ຍາມໃດກໍ່ເອົາໃຈໃສ່ເຖິງການຮ່ວມມື, ໜູນຊ່ວຍຢ່າງມີປະສິດທິຜົນໃຫ້ບັນດາທ້ອງຖິ່ນຂອງ ສປປ ລາວ, ພິເສດແມ່ນນະຄອນ ທີ່ໄດ້ເຊັນລົງນາມ ແລະ ປະຕິບັດໂຄງການຮ່ວມມືດ້ານການສຶກສາ ແລະ ບຳລຸງສ້າງ, ກະສິກຳ, ອຸດສາຫະ ກຳ …ກັບ 5 ແຂວງພາກໃຕ້-ກາງ ສປປ ລາວໄລຍະ 2017-2022 ດ້ວຍມູນຄ່າການຮ່ວມມືທັງໝົດ ແມ່ນ 100 ຕື້ດົງ. ໃນໄລຍະອີກ 9 ເດືອນ, ການນຳນະຄອນ ຈະໄປຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບ 5 ແຂວງນີ້ເພື່ອຕີລາຄາຜົນຂອງການຈັດຕັ້ງປະຕິບັດແຜນການ-ການຮ່ວມມື ລະຫວ່າງ ສອງຝ່າຍ.

ທ່ານ ບຸນປອນ ບຸດຕະນະວົງ, ຮອງປະທານສະພາແຫ່ງຊາດ ໄດ້ຕີລາຄາສູງຕໍ່ຜົນງານການພັດທະນາເສດຖະກິດ - ສັງຄົມຂອງນະຄອນດານັງ; ໃນນັ້ນປະກອບມີການທ່ອງທ່ຽວ. ທ່ານ ຮອງປະທານສະພາແຫ່ງຊາດລາວ ໄດ້ສະແດງຄວາມເຫັນດີຕໍ່ຂໍ້ສະ ເໜີ ຂອງທ່ານເລຂາພັກແຂວງ ເຈືອງ ກວາງ ເຫງ໋ຍ ຄືການສ້າງເສັ້ນທາງບິນໂດຍກົງ ລະຫວ່າງນະຄອນດານັງ ແລະ ບັນດາສະຖານທີ່ທ່ອງທ່ຽວ ທີ່ມີຊື່ສຽງຂອງສປປ ລາວ ເພື່ອສົ່ງເສີມການພັດທະນາການທ່ອງທ່ຽວຂອງທັງສອງປະເທດ. ຮອງປະທານສະພາແຫ່ງຊາດ ທ່ານ ບຸນປອນ ບຸດຕະນະວົງ ໄດ້ສະເໜີໃຫ້ນະຄອນ ດານັງ ຊຸກຍູ້ໃຫ້ບັນດານັກທຸລະກິດທ່ອງທ່ຽວຂອງນະຄອນ ຮ່ວມມືຢ່າງຕັ້ງໜ້າ ແລະ ເຊື່ອມຕໍ່ນັກທ່ອງທ່ຽວເຂົ້າມາລາວ.

ຮອງປະທານສະພາແຫ່ງຊາດ ທ່ານ ບຸນປອນ ບຸດຕະນະວົງ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງ ຕໍ່ໂຄງການຮ່ວມມື ແລະ ໜູນຊ່ວຍ ຂອງດານັງ ໃນຫຼາຍຂົງເຂດ ໃຫ້ແກ່ບັນດາແຂວງພາກໃຕ້-ພາກກາງຂອງລາວ. ແຜນການ-ການຮ່ວມມືນີ້ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປົກປັກຮັກສາ ແລະ ພັດທະນາສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອພິເສດ ລະຫວ່າງຫວຽດນາມ-ລາວ.

(ຫັດ​ທະ​ບູນ)

ເຫດການ