ຄະນະຜູ້ແທນແຂວງ ໄຊຍະບູລີ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງ ຫວິ໋ງຟຸ໋ກ

00:54 | 15/05/2019

ຍສໝ - ຕອນບ່າຍຂອງວັນທີ 14 ມີນາ 2019 , ຄະນະຜູ້ແທນແຂວງບໍລິຄຳໄຊ ນຳໂດຍ ສະຫາຍ ພົງສະຫວັນ ສິດທະວົງ, ກຳມະການສູນກາງພັກ, ກຳມະການພັກແຂວງເຈົ້າແຂວງ ໄຊຍະບູລີ ໄປຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງຫວິ໋ງຟຸ໋ກ. ຕ້ອນຮັບ ແລະ ເຮັດວຽກກັບຄະນະມີສະຫາຍ ຫງວ໋ຽນ ວັນຈີ່ ຮອງເຈົ້າແຂວງ ປະທານກຳມະການປະຊາຊົນແຂວງ, ບັນດາການນຳຂອງພະແນກການ, ຫ້ອງການ, ຂະແໜງການຕ່າງໆຂອງແຂວງ.

ຄະນະຜູ້ແທນແຂວງ ໄຊຍະບູລີ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງ ຫວິ໋ງຟຸ໋ກ

ສະຫາຍ ຫງວ໋ຽນ ວັນຈີ່ ຮອງເຈົ້າແຂວງ ປະທານກຳມະການປະຊາຊົນແຂວງຫວິ໋ງຟຸ໋ກ ມອບຊໍ່ດອກໄມ້ໃຫ້ແກ່ ສະຫາຍ ພົງສະຫວັນ ສິດທະວົງ, ກຳມະການສູນກາງພັກ, ກຳມະການພັກແຂວງເຈົ້າແຂວງ ໄຊຍະບູລີ.(ພາບ:ແຄັ໋ງລິງ/baovinhphuc.com.vn)

ກ່າວຄຳຊົມເຊີຍຄະນະມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງຫວິ໋ງຟຸ໋ກ, ປະທານກຳມະການປະຊາຊົນແຂວງຫງວ໋ຽນ ວັນ ຈີ່ ໄດ້ລາຍງານໂດຍຫຍໍ້ກ່ຽວກັບທ່າແຮງ, ທີ່ຕັ້ງພູມສັນຖານ, ຄວາມສາມາດບົ່ມຊ້ອນຂອງການພັດທະນາອຸດສະຫະກຳ, ດຶງດູດນັກລົງທືນ, ທ່ອງທ່ຽວ ແລະ ບໍລິການ ຂອງແຂວງ.

ສະຫາຍໄດ້ກ່າວວ່າ: ໃນຊຸມປີທີ່ຜ່ານມາ ແຂວງຫວິ໋ງຟຸ໋ກ ໄດ້ມີຄວາມມານະພະຍາຍາມເພື່ອປະກອບສ່ວນເພີ່ມທະວີສາຍພົວພັນພິເສດ ລະຫວ່າງ ຫວຽດນາມກັບລາວ, ໂດຍສະເພາະແມ່ນ ກັບບັນດາແຂວງພາກເໜືອຂອງລາວ. ແຂວງຫວິ໋ງຟຸ໋ກ ກຳລັງແຮກສ່ຽວກັບແຂວງຫຼວງນຳ້ທາ ແລະ ມີສາຍພົວພັນຮ່ວມມືກັບຫຼາຍແຂວງພັກເໜືອຂອງລາວ. ໃນອານາຄົດແຂວງຈະສືບຕໍ່ຈັດຕັ້ງຄະນະປະຕິບັດງານ ໄປຢ້ຽມຢາມ ບັນດາແຂວງພາກເໜືອຂອງລາວ ເພື່ອເພີ່ມທະວີສາຍພົວພັນຮ່ວມມື, ຊ່ວຍເຫຼືອຮ່ວມກັນພັດທະນາ; ເພີ່ມທະວີການໂຄສະນາ ພາບລັກຂອງແຂວງຫວິ໋ງຟຸ໋ກ ເພື່ອດຶງດູດນັກລົງທືນຂອງລາວ.

ສະຫາຍປະທານກຳມະການປະຊາຊົນແຂວງ ຫງວ໋ຽນ ວັນ ຈີ່ ຫວັງເປັນຢ່າງຍິ່ງວ່າ ດ້ວຍຄວາມສາມາດບົ່ມຊ້ອນ, ທ່າແຮງສະເພາະຂອງສອງແຂວງ, ໃນອານາຄົດ, ທັງສອງແຂວງຈະເພີ່ມທະວີການແລກປ່ຽນຄະນະ, ແນະນຳ, ຊ່ວຍເຫຼືອເຊິ່ງກັນແລະກັນ ໃນວຽກງານໂຄສະນາ, ເຜີຍແຜ່ເພື່ອດືງດູດນັກລົງທືນໃຫຍ່ຂອງແຂວງ ໄຊຍະບູລີ ມາລົງທືນຢູ່ແຂວງຫວິ໋ງຟຸ໋ກ ແລະ ປີ້ນກັນ, ຫວິ໋ງຟຸ໋ກ ຈະມາລົງທືນ, ຜລິດ, ດຳເນີນທຸລະກິດ ຢ່າງມີປະສິດທິຜົນ ຢູ່ ແຂວງ ໄຊຍະບູລີ.

ຂອບໃຈຕໍ່ຄວາມເອົາໃຈໃສ່ ແລະ ຕ້ອນຮັບຢ່າງອົບອຸ່ນຂອງການນຳແຂວງຫວິ໋ງຟຸ໋ກ ທີ່ມອບໃຫ້ຄະນະ, ສະຫາຍ ພົງສະຫວັນ ສິດທະວົງ ເຈົ້າແຂວງແຂວງ ໄຊຍະບູລີ ໄດ້ກ່າວວ່າ: ໄຊຍະບູລີ ແມ່ນ 1 ໃນ 8 ແຂວງພາກເໜືອຂອງລາວ, ທີ່ມີເນື້ອທີ່ທຳມະຊາດ 16.389 ຕາກິໂລແມັດ, ມີພົນລະເມືອງທັງໝົດ 390.000ຄົນ, ປະກອບມີ8 ຊົນເຜົ່າອ້າຍນ້ອງ. ເພື່ອເສີມຂະຫຍາຍທ່າແຮງ, ໂດຍສະເພາະແມ່ນຄວາມໄດ້ປຽບຄື ມີດ່ານສາກົນ 3 ແຫ່ງ ແລະ ດ່ານຊາຍແດນຫຼັກກັບ ປະເທດໄທ, ໃນຊຸມປີທີ່ຜ່ານມາ ແຂວງໄດ້ຜັນຂະຫຍາຍຢ່າງມີປະສິດທິຜົນ ພະລັງງານນຳ້, ທີ່ດິນ ແລະ ດ່ານຊາຍແດນ ເພື່ອຊຸກຍູ້ເສດຖະກິດ-ສັງຄົມ ພັດທະນາ.

ສະຫາຍ ພົງສະຫວັນ ສິດທະວົງ ໄດ້ກ່າວຕື່ມອີກວ່າ: ພາຍຫຼັງການຢ້ຽມຢາມນີ້ ແຂວງໄຊຍະບູລີ ຈະເຮັດບົດລາຍງານໃຫ້ລັດຖະບານ ລາວ ເພື່ອສ້າງສາຍພົວພັນມິດຕະພາບກັບແຂວງຫວິ໋ງຟຸ໋ກ. ສະຫາຍຫວັງເປັນຢ່າງຍິ່ງວ່າ ແຂວງຫວິ໋ງຟຸ໋ກ ຈະສືບຕໍ່ເອົາໃຈໃສ່, ຊ່ວຍເຫຼືອແຂວງໄຊຍະບູລີ ໃນວຽກງານກໍ່ສ້າງຊັບພະຍາກອນມະນຸດ; ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ບັນດານັກທຸລະກິດແຂວງໄຊຍະບູລີ ໄປຊອກຫາໂອກາດລົງທືນ, ຜລິດ, ດຳເນີນທຸລະກິດ ຢ່າງມີປະສິດທິຜົນ ຢູ່ ແຂວງ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.