ແຂວງທ໊າຍບິ່ງ-ໄຊຍະບູລີ ເຊັນຂໍ້ຕົກລົງຮ່ວມມືຜ່ານລະບົບທາງໄກ

14:11 | 07/11/2021

ວັນທີ 4 ພະຈິກ, ຄະນະກໍາມະການປະຊາຊົນແຂວງທ໊າຍບິ່ງ ແລະແຂວງໄຊຍະບູລີ ໄດ້ຈັດພິທີເຊັນຂໍ້ຕົກລົງຮ່ວມມືມິດຕະພາບລະຫວ່າງສອງແຂວງໄລຍະ 2021-2026.

ການນໍາແຂວງກວ້າງນິງ ພົບປະເຈລະຈາ ກັບ ການນໍາແຂວງຫຼວງພະບາງ, ຫົວພັນ ແລະ  ໄຊຍະບູລີ ການນໍາແຂວງກວ້າງນິງ ພົບປະເຈລະຈາ ກັບ ການນໍາແຂວງຫຼວງພະບາງ, ຫົວພັນ ແລະ ໄຊຍະບູລີ
ຄະນະຜູ້ແທນແຂວງ ໄຊຍະບູລີ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງ ຫວິ໋ງຟຸ໋ກ ຄະນະຜູ້ແທນແຂວງ ໄຊຍະບູລີ ຢ້ຽມຢາມ ແລະ ເຮັດວຽກ ຢູ່ ແຂວງ ຫວິ໋ງຟຸ໋ກ
ແຂວງທ໊າຍບິ່ງ-ໄຊຍະບູລີ ເຊັນຂໍ້ຕົກລົງຮ່ວມມືຜ່ານລະບົບທາງໄກ
ບັນຍາກາດທີ່ພິທີເຊັນຂໍ້ຕົກລົງລະຫວ່າງຄະນະກຳມະການປະຊາຊົນແຂວງທ໊າຍບິ່ງ ແລະອໍານາດການປົກຄອງແຂວງໄຊຍະບູລີ. ພາບ: ຫງວຽນຢາງ.

ຕາມນັ້ນແລ້ວ, ແຂວງທ໊າຍບິ່ງ ຊ່ວຍເຫຼືອໃຫ້ແຂວງໄຊຍະບູລີ ເງິນຈໍານວນ 5 ຕື້ດົ່ງເພື່ອກໍ່ສ້າງໂຮງຮຽນມັດທະຍົມຕອນປາຍພັດທະນາ, ພ້ອມທັງມອບທຶນສຶກສາແຕ່ 8-10 ທຶນໃຫ້ນັກຮຽນປະສົບກັບຄວາມຫຍຸ້ງຍາກມາຮຽນຢູ່ມະຫາວິທະຍາໄລ, ວິທະຍາໄລໃນບໍລິເວນແຂວງ; ແຂວງໄຊຍະບູລີ ກໍ່ມອບທຶນສຶກສາ 2 ທຶນໃຫ້ນັກຮຽນທີ່ໄດ້ຮຽນຈົບມັດທະຍົມຕອນປາຍຂອງແຂວງທ໊າຍບິ່ງ ໄປຮຽນຢູ່ມະຫາວິທະຍາໄລ ສຸພານຸວົງ, ແຂວງຫຼວງພະບາງ, ລາວ.

ສອງແຂວງໄດ້ເຫັນດີເປັນເອກະພາບສ້າງເງື່ອນໄຂໃຫ້ຂະແໜງການແພດສອງທ້ອງຖິ່ນແລກປ່ຽນຄະນະຜູ້ແທນ ເພື່ອຮໍ່າຮຽນ, ແບ່ງປັນບົດຮຽນ. ນອກຈາກນັ້ນ, ສອງຝ່າຍກໍ່ເຊັນຂໍ້ຕົກລົງຮ່ວມມືມິດຕະພາບດ້ວຍເນື້ອໃນກ່ຽວກັບ: ກະສິກໍາ, ອຸດສາຫະກໍາ ແລະກໍ່ສ້າງ...

ກ່າວຄໍາເຫັນທີ່ພິທີ: ທ່ານ ຫງວຽນຄັ໊ກເທິ້ນ ປະທານຄະນະກໍາມະການປະຊາຊົນແຂວງທ໊າຍບິ່ງ ຢັ້ງຢືນວ່າ ເລື່ອງສອງແຂວງໄດ້ເຊັນຂໍ້ຕົກລົງຮ່ວມມືມິດຕະພາບຄັ້ງນີ້ແມ່ນມີຄວາມໝາຍອັນໃຫຍ່ຫຼວງໃນການພົວພັນສອງປະເທດເວົ້າລວມ ແລະສອງແຂວງເວົ້າສະເພາະ.

ກໍ່ໃນພິທີ, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໆໄຊຍະບູລີ ກໍ່ສະແດງຄວາມປາດຖະໜາວ່າ ໃນອະນາຄົດ, ສອງຝ່າຍຈະຈັດສົ່ງຄະນະຜູ້ແທນໄປພົບປະ, ແລກປ່ຽນບົດຮຽນ, ຢື້ຢາມຖາມຂ່າວເຊິ່ງກັນ ແລະກັນ, ສ້າງເງື່ອນໄຂ ແລະຊ່ວຍກັນພັດທະນາໃນທຸກດ້ານ, ປະກອບສ່ວນປັບປຸງ, ເພີ່ມທະວີການພົວພັນ, ນໍ້າໃຈສາມັກຄີມິດຕະພາບລະຫວ່າງສອງປະເທດເວົ້າລວມ, ສອງແຂວງເວົ້າສະເພາະກວ່າອີກ.

la.qdnd.vn

ເຫດການ
302 Found

Found

The document has moved here.