ສືບຕໍ່ພັດທະນາການພົວພັນມິດຕະພາບລະຫວ່າງແຂວງ ຫວີງຟຸກ (ຫວຽດນາມ) - Pernik (ບູນກາລີ)

11:08 | 17/01/2024

ຍສໝ - ວັນ​ທີ 14 ມັງກອນ​ນີ້, ສະມາຄົມ​ມິດຕະພາບ​ ຫວຽດນາມ - ບຸນ​ກາຣີ ​ແຂວງ ຫວີງຟຸກ ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່ຜູ້​ແທນ​ຄັ້ງ​ທີ 3 ອາຍຸການ 2023-2028.

ສະມາຄົມມິດຕະພາບຫວຽດນາມ - ລາວ ໄດ້ສົມທົບກັນໃນການຊຸກຍູ້ການຮ່ວມມືລະຫວ່າງນັກທຸລະກິດໜຸ່ມຂອງ 2 ປະເທດ ສະມາຄົມມິດຕະພາບຫວຽດນາມ - ລາວ ໄດ້ສົມທົບກັນໃນການຊຸກຍູ້ການຮ່ວມມືລະຫວ່າງນັກທຸລະກິດໜຸ່ມຂອງ 2 ປະເທດ
ຫວີງຟຸກ: ການພົບປະແລກປ່ຽນມິດຕະພາບເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ ແລະ ບູນກາລີ ຫວີງຟຸກ: ການພົບປະແລກປ່ຽນມິດຕະພາບເພື່ອສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ ແລະ ບູນກາລີ

ກ່າວ​ຄຳປາໄສ​ທີ່​ພິທີ, ທ່ານ ຕະກວາງ​ແຄ໋ງ, ປະທານ​ສະມາຄົມ​ມິດຕະພາບ​ຫວຽດນາມ - ບຸນ​ກາຣີ ແຂວງ ຫວີງຟຸກ ໃຫ້​ຮູ້​ວ່າ ປະຈຸ​ບັນ, ສະມາຄົມ​ມີ​ສະມາຊິກ 120 ຄົນ, ດຳເດີນຊີວິດ​ຢູ່ 6 ສາຂາສະມາຄົມ. ໃນແຕ່ລະປີ, ສະມາຄົມໄດ້ມີການຈັດຕັ້ງສະຫຼຸບເບື້ອງຕົ້ນ, ສະຫຼຸບ ເພື່ອຕີລາຄາຜົນສຳເລັດການເຄື່ອນໄຫວ ແລະ ກໍານົດທິດທາງສໍາລັບປີຕໍ່ໄປ; ຮັກສາ​ການ​ພົບ​ປະ​ປະຈຳ​ປີ, ລະດົມ​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​​ທາງ​ດ້ານ​ຈິດ​ໃຈ ​ແລະ ວັດຖຸ; ຈັດ​ຕັ້ງ​ການ​ໄປຢ້ຽມ​ຢາມ​, ປຸກລະດົມສະ​ມາ​ຊິກ​ໃນ​ເວ​ລາ​ທີ່​ເຈັບ​ປ່ວຍ, ເຮືອນດີ ແລະ ເຮືອນດອງ, ອວຍພອນໃຫ້ອາຍຸໝັ້ນຂວັນຍືນ...

ສືບຕໍ່ພັດທະນາການພົວພັນມິດຕະພາບລະຫວ່າງແຂວງ ຫວີງຟຸກ (ຫວຽດນາມ) - Pernik (ບູນກາລີ)

ສະມາຄົມ​ມິດຕະພາບ​ ຫວຽດນາມ - ບຸນ​ກາຣີ ​ແຂວງ ຫວີງຟຸກ ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່ຜູ້​ແທນ​ຄັ້ງ​ທີ 3 ​ອາຍຸການ 2023-2028.

ໃນອາຍຸການ 2018-2023, ສະມາຄົມ ໄດ້ຕັ້ງໜ້າຜັນຂະຫຍາຍຫຼາຍການເຄື່ອນໄຫວຢ່າງແທດຈິງ, ປະຕິບັດວຽກງານການທູດປະຊາຊົນເປັນຢ່າງດີ, ປະກອບສ່ວນເຂົ້າໃນຜົນງານລວມໃນການປັບປຸງ, ຮ່ວມມືກັບເພື່ອນມິດທີ່ເປັນມູນເຊື້ອ. ການນຳສະມາຄົມ ໄດ້ເຂົ້າຮ່ວມຊຸດເຝິກອົບຮົມກ່ຽວກັບວຽກງານການຕ່າງປະເທດ ໂດຍພະແນກພົວພັນຕ່າງປະເທດ, ສະຫະພັນບັນດາອົງການມິດຕະພາບ ຈັດຕັ້ງຂຶ້ນປະຈໍາປີ ຢ່າງຄົບຊຸດ.

ສະມາຄົມ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ຊຸກຍູ້​ການ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ເພື່ອ​ແນ​ໃສ່​ສ້າງ​ຕັ້ງ​ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ລະຫວ່າງ​ແຂວງ ຫວີງຟຸກ ກັບ​ແຂວງ Pernik (ບູນກາລີ) ​ໃນ​ປີ 2023, ​ເນື່ອງ​ໃນ​ໂອກາດ​ການໄປຢ້ຽມຢາມ ບູນກາລີ ​ຢ່າງເປັນ​ທາງ​ການ​ຂອງ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດຫວຽດນາມ ​ໂດຍ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ເຫວືອງດິງເຫ້ວ ນຳ​ໜ້າຄະນະ.

​ເຫດການ​ດັ່ງກ່າວ​ເປັນ​ຂີດ​ໝາຍ​ສຳຄັນ, ຊ່ວຍ​ໃຫ້ອຳນາດການປົກຄອງ, ປະຊາ​ຄົມ​ວິ​ສາ​ຫະກິດ ​ແລະ ປະຊາຊົນ​ສອງ​ແຂວງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ແລກປ່ຽນ​ໃນ​ບັນດາ​ຂົງ​ເຂດ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ພິ​ເສດ​ແມ່ນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສົ່ງ​ເສີມ​ການ​ລົງທຶນ, ຊອກ​ຫາ​ວິ​ສາ​ຫະກິດ​ທີ່ມີຄວາມຕ້ອງການລົງທຶນ​ຜະລິດ, ເຮັດທຸລະກິດ; ກະສິກຳເຕັກໂນຢີໂລສູງ, ອຸດສາຫະກຳປຸງແຕ່ງສະບຽງອາຫານ; ການ​ແລກປ່ຽນ​ດ້ານ​ການ​ຄ້າ​ທີ່​ແຕ່ລະ​ຝ່າຍ​ມີທ່າແຮງ; ປົກປັກຮັກສາສິ່ງແວດລ້ອມ ແລະ ພັດທະນາແຫຼ່ງພະລັງງານ, ໂດຍສະເພາະ ແມ່ນພະລັງງານທົດແທນ; ແລກປ່ຽນດ້ານວິທະຍາສາດ ແລະ ເຕັກໂນໂລຢີ; ຈັດຕັ້ງການພົບປະແລກປ່ຽນວັດທະນະທໍາ; ພັດທະນາ​ການ​ບໍລິການ​ທ່ອງ​ທ່ຽວ ​ແລະ ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ທີ່​ມີ​ຄຸນ​ນະພາ​ບສູງ... ຈາກນັ້ນ ກໍ່ປະກອບສ່ວນ​ເຂົ້າ​ໃນການ​ເສີມສ້າງສາຍພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ລະຫວ່າງ ຫວຽດນາມ ​ແລະ ບຸນ​ກາຣີ.

ທ່ານ ຕະກວາງແຄ໋ງ ​ໃຫ້​ຮູ້​ວ່າ ອາຍຸການ 2023-2028, ສະມາຄົມ​ ຈະ​ສືບ​ຕໍ່​ຮັກສາ​ການ​ພົວພັນ​ອັນ​ດີງາມ​ກັບ​ສະຖານທູດ​ ບຸນ​ກາຣີ ປະຈຳ ​ຮ່າ​ໂນ້ຍ; ຍູ້​ແຮງການປະຕິບັດວຽກງານທາງ​ການ​ທູດ​ປະຊາຊົນ, ສຸມ​ໃສ່​ການເປີດກ້ວາງ ແລະ ພັດທະນາ​ສາຍ​ພົວພັນ​ມິດຕະພາບ ​ຫວຽດນາມ - ບຸນ​ກາຣີ, ພິ​ເສດ​ແມ່ນ​ແຂວງ Pernich; ປະຕິບັດບັນດາການເຄື່ອນໄຫວໂດຍສະຫະພັນບັນດາອົງການຈັດຕັ້ງ​ມິດຕະພາບ​ແຂວງ ລິເລີ່ມ, ຈັດ​ຕັ້ງໃຫ້ເປັນຢ່າງ​ດີ​ ...

ທີ່​ກອງ​ປະຊຸມໃຫຍ່, ບັນດາ​ຜູ້​ແທນ ​ໄດ້​ເລືອກ​ຕັ້ງ 11 ສະຫາຍ​ເຂົ້າ​ຮ່ວມ​ຄະນະ​ບໍລິຫານງານ​ສະມາຄົມ​ມິດຕະພາບ ຫວຽດນາມ - ບຸນ​ກາຣີ ອາຍຸການ2023-2028.

ມິງດຶກ

ເຫດການ
302 Found

Found

The document has moved here.