ຍິນດີຕ້ອນຮັບການຢ້ຽມຢາມເປັນທາງການ ສປປ ລາວ ຂອງປະ­ທານ​ປະ­ເທດ​ສັງຄົມ​ນິ­ຍົມຫວຽດ­ນາມ ​ຫງ​ວຽນ ​ຝູ໋ ຈ້ອງ

00:54 | 14/05/2019

ການ​ມາ​ຢ້ຽມ­ຢາມ​ມິດ­ຕະ­ພາບ​ຢ່າງເປັນ​ທາງ​ການສາ­ທາ­ລະ­ນະ​ລັດປະ­ຊາຊົນ​ລາວຄັ້ງ​ທຳ­ອິດເຊິ່ງ​ຖື​ເປັນ​ຄັ້ງ​ປະຫວັດ​ສາດ​ຂອງ​ເລ­ຂາ­ທິ­ການ​ໃຫຍ່, ກຳ­ມະ­ການ​ສູນ​ກາງ​ພັກກອມ​ມູ​ນິດ​ຫວຽດ­ນາມ, ປະ­ທານ​ປະເທດ​ສັງຄົມ​ນິ­ຍົມຫວຽດ­ນາມ ​ຫງ​ວຽນ ​ຝູ໋ ຈ້ອງ ໃນ​ນາມ​ເລ­ຂາ­ທິ­ການ​ໃຫຍ່​ກຳ​ມະການ​ສູນ​ກາງ​ພັກກອມ​ມູ​ນິດ​ຫວຽດນາມ, ປະ­ທານ​ປະເທດ​ສັງ­ຄົມ​ນິ­ຍົມຫວຽດ­ນາມ.

ຍິນດີຕ້ອນຮັບການຢ້ຽມຢາມເປັນທາງການ ສປປ ລາວ ຂອງປະ­ທານ​ປະ­ເທດ​ສັງຄົມ​ນິ­ຍົມຫວຽດ­ນາມ ​ຫງ​ວຽນ ​ຝູ໋ ຈ້ອງ

ປະ­ທານ​ປະ­ເທດ​ສັງຄົມ​ນິ­ຍົມຫວຽດ­ນາມ ​ຫງ​ວຽນ ​ຝູ໋ ຈ້ອງ

ຕາມ​ຄຳ​ເຊີນ​ຂອງ​ເລ­ຂາ­ທິ­ການໃຫຍ່ ກຳ­ມະ­ການ​ສູນ​ກາງ​ພັກ​ປະ­ຊາ­ຊົນ ປະ­ຕິ­ວັດ​ລາວ, ປະ­ທານ​ປະ­ເທດ ສາ​ທາລະ­ນະ​ລັດ ປະ­ຊາ­ທິ­ປະ­ໄຕ ປະ­ຊາ­ຊົນ​ລາວ ສະ­ຫາຍ ບຸນ​ຍັງ ວໍ­ລະ​ຈິດ ແລະ ພັນ​ລະ​ຍາ, ສະ­ຫາຍ ຫ​ງວຽນ ຝູ໋ ຈ້ອງ ເລ­ຂາ­ທິ­ການ​ໃຫຍ່ ກຳ­ມະ­ການ​ສູນກາງ​ພັກກອມ​ມູ​ນິດຫວຽດ­ນາມ, ປະ­ທານ​ປະ­ເທດ​ສັງ­ຄົມ​ນິ­ຍົມ ຫວຽດ­ນາມ ພ້ອມດ້ວຍ​ຄະ­ນະ​ຜູ້​ແທນພັກ​ຂັ້ນ​ສູງປະ­ເທດ​ສາ­ທາ­ລະ­ນະ​ລັດສັງ­ຄົມ​ນິ­ຍົມ​ຫວຽດນາມເລີ່ມ​ຕົ້ນ​ມາ​ຢ້ຽມ­ຢາມ​ມິດ­ຕະ­ພາບຢ່າງ​ເປັນ​ທາງ​ການສາ­ທາລະ­ນະ​ລັດ​ປະ­ຊາ­ທິ­ປະ­ໄຕ ປະ­ຊາ­ຊົນ​ລາວ ນັບ​ແຕ່ ວັນ​ທີ 24-25/2/2019 ເຊິ່ງ​ແມ່ນການ​ມາ​ຢ້ຽມ­ຢາມ​ມິດ­ຕະ­ພາບ​ຢ່າງເປັນ​ທາງ​ການສາ­ທາ­ລະ­ນະ​ລັດ ປະ­ຊາຊົນ​ລາວຄັ້ງ​ທຳ­ອິດເຊິ່ງ​ຖື​ເປັນ​ຄັ້ງ​ປະຫວັດ​ສາດ​ຂອງ​ເລ­ຂາ­ທິ­ການ​ໃຫຍ່, ກຳ­ມະ­ການ​ສູນ​ກາງ​ພັກກອມ​ມູ​ນິດ​ຫວຽດ­ນາມ, ປະ­ທານ​ປະ­ເທດ​ສັງຄົມ​ນິ­ຍົມຫວຽດ­ນາມ ​ຫງ​ວຽນ ​ຝູ໋ ຈ້ອງ ໃນ​ນາມ​ເລ­ຂາ­ທິ­ການ​ໃຫຍ່​ກຳ​ມະການ​ສູນ​ກາງ​ພັກກອມ​ມູ​ນິດ​ຫວຽດນາມ, ປະ­ທານ​ປະ­ເທດ​ສັງ­ຄົມ​ນິ­ຍົມຫວຽດ­ນາມ.

ການ​ມາ​ຢ້ຽມ­ຢາມ ສາ­ທາ­ລະ­ນະ​ລັດ ປະ­ຊາ­ທິ­ປະ­ໄຕ ປະ­ຊາ­ຊົນ​ລາວ ຄັ້ງ​ນີ້ ເລ­ຂາ­ທິ­ການ​ໃຫຍ່, ປະ­ທານ​ປະ­ເທດ ​ຫງ​ວຽນ ​ຝູ໋ ຈ້ອງ ແມ່ນ​ເຫດ­ການ-​ການເມືອງ​ສຳຄັນ​ພິ­ເສດ, ສືບ­ຕໍ່​ຢືນ­ຢັນ​ສາຍ ພົວ­ພັນ​ມິດ­ຕະ­ພາບ​ອັນ​ຍິ່ງ​ໃຫຍ່, ສາ​ມັກ ຄີ​ພິ­ເສດ ແລະ ຮ່ວມ​ມື​ຮອບ­ດ້ານ ລາວ-​ຫວຽດນາມ ເຊິ່ງ​ແມ່ນ​ປະ­ທານ ໂຮ່​ຈີ່​ມິງ ຜູ້ນຳ​ຍິ່ງ​ໃຫຍ່, ປະ­ທານ ໄກ­ສອນ ພົມ­ວິ­ຫານ ແລະ ປະ­ທານ ສຸ­ພາ​ນຸ​ວົງ ທີ່​ເຄົາ­ລົບ​ຮັກ​ໄດ້​ກໍ່​ຕັ້ງ​ຂຶ້ນເຊິ່ງ​ບັນ­ດາ​ການ​ນຳ ແຕ່​ລະ​ຍຸກ, ແຕ່​ລະ­ສະ​ໄໝ​ຂອງ​ສອງ​ພັກ, ສອງ​ຊາດ ແລະ ປະ­ຊາ­ຊົນ​ສອງ​ຊາດ ຮ່ວມ​ແຮງ, ຮ່ວມ​ໃຈ, ເພ່ີມ​ພູມ​ຄູນ​ສ້າງ ໄດ້​ກາຍ­ເປັນ​ຊັບ​ສົມ­ບັດ​ລວມ​ບໍ່​ມີ​ສິ່ງ​ໃດ​ປະ​ເມີນ​ລາ­ຄາ​ໄດ້, ເປັນ​ປັດ​ໄຈ​ພັກ​ດັນ, ຮັບປະກັນ​ການ​ຄົງ​ຕົວ ແລະ ຂະ­ຫຍາຍ­ຕົວ​ຂອງ​ສອງ​ຊາດ. ສອງ​ພັກ, ສອງ​ປະ­ເທດ ແລະ​ປະ­ຊາ­ຊົນ​ສອງ​ຊາດ ຮ່ວມ​ກັນ​ມີ​ຄວາມ​ຮັບ­ຜິດ­ຊອບ​ຮັກ­ສາ, ບໍ່​ຢຸດ​ຢັ້ງ, ​ເພ່ີມ​ພູນ​ຄູນ​ສ້າງ​ໃຫ້​ກາຍ​ພົວ­ພັນ​ມິດ­ຕະ­ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ­ມັກ­ຄີ​ພິ­ເສດ​ແບບ​ບໍ່​ຢຸດ​ຢັ້ງ ແລະ ການ​ຮ່ວມ​ມື​ສາ ມັກ​ຄີ​ລາວ - ຫວຽດ­ນາມ ຂະ­ຫຍາຍ­ຕົວ​ກ້າວ​ຂຶ້ນ​ໃນ​ລະ­ດັບ​ໃຫຍ່​ທີ່​ສູງ​ຂຶ້ນ. ພ້ອມ​ດຽວ​ກັນ​ນັ້ນ, ລາວ-​ຫວຽດນາມ ຢືນ­ຢັນຕະ­ຫລອດ​ໄປ​ວ່າ​ຈະ​ຮ່ວມ​ບົນ​ເສັ້ນ­ທາງປະ­ຊາ­ທິ­ປະ­ໄຕເປັນ​ເຈົ້າ​ຕົນ​ເອງ​ຂອງສັງຄົມ, ຮ່ວມ​ກັນ​ກໍ່­ສ້າງ​ປະ­ເທດ​ຊາດໃຫ້​ມີ​ຄວາມ​ສັນ­ຕິ­ພາບ ແລະ ສີ​ວິ​ໄລ.

ໄລ­ຍະ​ເວ­ລາ​ທີ່​ຜ່ານ​ມາ ພັກ-​ລັດ ແລະ ປະ­ຊາ­ຊົນ​ລາວ​ມີ​ຄວາມ​ປິ​ຕິ​ຊົມ­ຊື່ນ ເຫັນ​ໄດ້​ສາຍ​ພົວ­ພັນ​ມິດ­ຕະ­ພາບອັນ​ຍິ່ງ​ໃຫຍ່​ສາ­ມັກ­ຄີ​ແບບ​ພິ­ເສດ​ຮ່ວມ​ມື​ຮອບ­ດ້ານ ລາວ-​ຫວຽດນາມ, ຫວຽດ­ນາມ-​ລາວ ສືບ­ຕໍ່​ຂະ­ຫຍາຍ­ຕົວ​ດີ​ໄດ້​ຮັບ​ຄວາມ ໄວ້​ວາງ­ໃຈ​ທາງ​ດ້ານ​ຍຸດ­ທະ­ສາດ ແລະ ຄວາມ​ສະ​ນິດ​ຕິດ​ພັນ​ລະ­ຫວ່າງ​ສອງ​ຊາດ, ໄດ້​ສືບ​ຕໍ່​ເພ່ີມ​ທະ­ວີ ຢ່າງ​ແໜ້ນ​ແຟ້ນ​ການ​ພົວ­ພັນ​ດ້ານ​ການປ້ອງ​ກັນ​ຊາດ-​ປ້ອງ​ກັນ​ຄວາມ​ສະ­ຫງົບໄດ້​ສືບ­ຕໍ່​ໃນ​ບັນ­ຫາ​ຫລັກ​ທີ່​ສຳ­ຄັນ​ຂອງວຽກ​ງານ​ພົວ­ພັນ​ຮ່ວມ​ມື​ລະຫວ່າງ​ສອງ​ຊາດ, ປະ­ກອບ​ສ່ວນ​ເຂ້ົ້າ​ໃນ​ວຽກ​ງານ​ຮັກ­ສາ​ຄວາມ​ເສ­ລີ­ພາບ​ທາງ​ການ­ເມືອງ, ຄວາມ​ສະ­ຫງົບ, ຄວາມ​ປອດ​ໄພທົ່ວ​ສັງ­ຄົມ​ໃນ​ແຕ່​ລະ​ປະ­ເທດໃນ​ວຽກ ງານ​ຮ່ວມ​ມື​ທາງ​ເສດ­ຖະ­ກິດ ສອງ​ລັດຖະ​ບານ​ໄດ້​ເອົາ­ໃຈ­ໃສ່​ປະ­ສານ​ສົມ­ທົບ ຊີ້​ນຳ​ດຳ­ເນີນ​ການ​ປະ­ຕິ­ບັດ​ບັນ­ດາ​ສົນ ທິ​ສັນ­ຍາ​ທີ່​ສອງ​ການ​ນຳ​ໄດ້​ລົງ​ນາມ​ຮ່ວມ​ກັນ ລາວ-​ຫວຽດນາມ ໃນ​ປີ 2018 ການ​ນຳ​ພັກ​ລັດ​ຂອງ​ສອງ​ຊາດ ແລະ ລັດ­ຖະ­ບານ​ສອງ​ປະ​ເທດ. ພິ­ເສດ​ໄດ້ເອົາ­ໃຈ­ໃສ່​ກ່ຽວ​ກັບ​ວຽກ​ງານ​ເສດ­ຖະກິດ, ໂດຍ​ການ​ປະ­ສານ​ສົມ­ທົບ​ຊີ້​ນຳ, ຈິງ​ຈັງ​ເດັດ­ຂາດ​ເພື່ອ​ຜັນ​ຂະ­ຫຍາຍ​ເຂົ້າ​ໃນ​ແຜນ​ພັດ­ທະ­ນາ​ຂອງ​ສອງ​ຊາດ, ສອງ​ພັກ ແລະ ປະ­ຊາ­ຊົນ​ຂອງ​ສອງ​ຊາດຮ່ວມ​ກັນ​ມີ​ຄວາມ​ຮັບ­ຜິດ­ຊອບ​ຮັກ­ສາ ແລະ ​ເພ່ີມ​ພູນ​ຄູນ​ສ້າງ​ໃຫ້​ສາຍ​ພົວ­ພັນ ມິດ­ຕະ­ພາບ, ຄວາມ​ສາ­ມັກ­ຄີ​ແບບ​ພິ ເສດ ແລະ ການ​ພົວ­ພັນ​ຮ່ວມ​ມື​ຮອບ­ດ້ານ ລາວ-​ຫວຽດນາມ ຂະ­ຫຍາຍ­ຕົວ​ໃນ​ລະດັບ​ສູງ​ອັນ​ໃຫຍ່. ພ້ອມ​ດຽວ​ກັນ, ລາວ ແລະ ຫວຽດ­ນາມ ຢືືືນ​ຢັນ​ວ່າ​ຈະ​ຮ່ວມເສັ້ນ­ທາງ​ເອ­ກະ­ລາດ ແລະ ສັງ­ຄົມ​ນິຍົມ, ຮ່ວມ​ກັນ​ກໍ່­ສ້າງ​ປະ­ເທດ​ຊາດ, ສັນ­ຕິພາບ, ສີ­ວິ­ໄລ​ຕະ­ຫລອດ​ໄປ.

ເວ­ລາ​ທີ່​ຜ່ານ​ມາ, ການ​ພົວ­ພັນ​ດ້ານ​ການ­ເມືອງ, ການ​ຕ່າງ­ປະ­ເທດສືບ­ຕໍ່​ຂະ­ຫຍາຍ­ຕົວ​ດີ​ຄວາມ​ເຊື່ອ​ໝັ້ນ​ດ້ານ​ການ­ເມືອງ, ຍຸດ­ທະ­ສາດ​ການ​ຮ່ວມ​ມື​ລະ­ຫວ່າງ​ສອງ​ປະ­ເທດ​ໄດ້ຮັບ​ການ​ປັບ­ປຸງ​ຢ່າງ​ໜັກ​ແໜ້ນ. ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ-​ປ້ອງ​ກັນ​ຄວາມ​ສະ­ຫງົບແມ່ນ​ໃນ​ບັນ­ຫາ​ສຳ­ຄັນ​ໃນ​ສາຍ​ພົວ­ພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ­ເທດ​ປະ­ກອບ­ສ່ວນ​ເຂົ້າ​ໃນ​ວຽກ​ງານ​ຮັກ­ສາ​ຄວາມ​ສະ­ຖຽນ​ລະ​ພາບ, ຄວາມ​ປອດ​ໄພ​ຄວາມ​ສະ­ຫງົບ​ໃນ​ສັງ­ຄົມໃນ​ແຕ່​ລະ​ປະ​ເທດ. ໃນ​ວຽກ​ງານ​ຮ່ວມ​ມື​ເສດ­ຖະ­ກິດ​ສອງ​ລັດ​ໄດ້​ເອົາ­ໃຈ­ໃສ່​ປະ­ສານ​ສົມ­ທົບ​ຊີ້​ນຳ​ດຳ­ເນີນ​ການ​ປະ­ຕິ­ບັດ​ບັນ­ດາ​ສົນ­ທິ­ສັນ­ຍາ​ທີ່​ໄດ້​ລົງ​ນາມ ລະຫວ່າງ ​ການ​ນຳ​ຂັ້ນ​ສູງ​ຂອງສອງ​ຊາດ ແລະ ເນື້ອ​ໃນ​ບົດ​ບັນ­ທຶກ​ລົງ​ນາມ​ຄັ້ງ​ທີ 40 ຂອງ​ຄະ­ນະ​ກຳ­ມະ­ການ​ຮ່ວມ​ລັດ​ຖະ ບານ ລາວ - ຫວຽດ­ນາມ, ປີ 2018 ການ​ນຳ​ພັກ-​ລັດ­ຖະ­ບານຂອງ​ສອງ​ຊາດ. ພິເສດ​ໄດ້​ປະ­ສານ​ສົມ­ທົບ​ຊີ້​ນຳ​ເດັດ­ຂາດ ເພື່ອ​ໃຫ້­ການ​ຈັດ​ຕັ້ງ​ປະ­ຕິ­ບັດ​ໂຄງ­ການຮ່ວມ​ມື​ຮັບ­ປະ­ກັນ​ຄຸນ​ນະ​ພາບ, ໝາກ­ຜົນ​ຕາມ​ໄລ­ຍະ​ກຳ­ນົດ​ເວ­ລາ​ຫລີກ​ລ່ຽງ​ການ​ຟູມ­ເຟືອຍ, ພ້ອມ​ດຽວ​ກັນ​ສາ­ມາດ​ແກ້​ໄຂ​ຢ່າງ​ເດັດ­ຂາດ​ບາງ​ບັນ­ຫາ​ຫຍຸ້ງຍາກ​ສັບ­ສົນ​ໃນ​ການ​ຮ່ວມ​ມື​ເສດ­ຖະ­ກິດ ລະ­ຫວ່າງ​ ສອງ​ຊາດ​ໃນ​ໄລ­ຍະ​ຜ່ານມາ. ໃນ​ວຽກ​ງານ​ຮ່ວມ​ມື​ທາງ​ການ​ຄ້າຮ່ວມ​ກັນ​ສອງ​ທິດ ລາວ-​ຫວຽດນາມ ໄດ້​ມີ​ບາດ­ກ້າວ​ເລີ່ມ​ຕົ້ນ​ສົດ​ໃຈ​ລະ­ດັບການ​ຂະ­ຫຍາຍ­ຕົວ​ມີ​ທ່າ​ກ້າວ, ສິນ­ຄ້າ​ຂາ​ເຂົ້າ-​ຂາ​ອອກ​ມີ​ການ​ປ່ຽນ­ແປງ ດ້ວຍ​ຫລາຍ​ຮູບ​ການ​ດີ​ຂຶ້ນ​ກວ່າ​ເກົ່າ. ຜົນ​ໄດ້​ຮັບ​ທາງ​ການ​ຄ້າ ລາວ-​ຫວຽດນາມ ໃນ 9 ເດືອນ​ຕົ້ນ​ປີ 2019 ບັນ­ລຸ​ໄດ້ 734,1 ລ້ານ​ໂດ​ລາ​ສະຫະ­ລັດ ເພີ່ມ​ຂຶ້ນ 12,9% ທຽບ­ໃສ່​ປີ​ຜ່ານ​ມາ. ການ​ພົວ ພັນ​ການ​ສຶກ­ສາ​ກໍ່­ສ້າງ​ວັດ­ທະ­ນະ­ທຳ ລັດ­ຖະ­ບານ​ສອງ​ຊາດ​ໄດ້​ສືບ­ຕໍ່​ໃຫ້ ຄວາມ​ສົນ­ໃຈ​ປະ­ສານ​ສົມ­ທົບ​ດຳເນີນການ​ໄດ້​ດີ​ບັນ­ດາ​ເປົ້າ​ໝາຍ​ທີ່​ວາງ​ໄວ້, ຍົກ​ສູງ​ຄຸນ​ນະ​ພາບ ແລະ ຜົນ​ໄດ້​ຮັບ​ການຮ່ວມ​ມື​ລະ­ຫວ່າງ ລາວ-​ຫວຽດນາມ ໃນ​ຂອບ​ເຂດ​ການ​ສຶກ­ສາ ແລະ ຜັນ​ຂະ­ຫຍາຍ​ຊັບ­ພະ­ຍາ­ກອນ​ມະ­ນຸດໄລ­ຍະ​ປີ 2011-2020, ປີ 2018 ຫວຽດ­ນາມ ມອບ​ທຶນ​ການ​ສຶກ­ສາ​ໃຫ້​ລາວ ແມ່ນ 1.271 ທຶນ ​ລວມ​ຈຳ­ນວນ​ນັກ­ຮຽນ-​ນັກ​ສຶກ­ສາ​ລາວ​ກຳ­ລັງ​ຮຽນ​ຢູ່ ສສ ຫວຽດ­ນາມ ແມ່ນ 14.656 ຄົນ ​ລວມ ຈຳ­ນວນ​ນັກ​ສຶກ­ສາ​ຫວຽດ­ນາມ ກຳ­ລັງ ສຶກ­ສາ​ຢູ່ ສປປ ລາວ ແມ່ນ 260 ຄົນ. ວຽກ​ງານ​ການ­ທ່ອງ­ທ່ຽວ​ທັງ​ສອງ​ຝ່າຍ ໄດ້​ເພ່ີມ​ທະ­ວີ​ປະ­ກອບ­ສ່ວນ​ສາຍ​ພົວພັນ​ຈົງ​ຮັກ​ພັກ­ດີ​ຕິດ​ພັນ​ສະ­ໜິດ​ແໜ້ນ ລາວ - ຫວຽດ­ນາມ ແລະ ຄວາມ​ເຂົ້າ­ໃຈ ຂອງ​ປະຊາຊົນ​ສອງ​ຊາດ.

ໃນ​ເວ­ລາ​ຢ້ຽມ­ຢາມ​ມິດ­ຕະ­ພາບ ຢ່າງ​ເປັນ​ທາງ​ການ ​ສປປ ລາວ ເລ­ຂາ­ທິ­ການ​ໃຫຍ່, ປະ­ທານ​ປະ­ເທດ ​ຫງ​ວຽນ ​ຝູ໋ ຈ້ອງ ຂອງ​ຄະ­ນະ​ຜູ້​ແທນ​ຂັ້ນ​ສູງ​ພັກລັດ­ຖະບານ ​ສສ ຫວຽດ­ນາມ ເຊິ່ງ​ໄດ້ ມີ​ການ­ເຄື່ອນ­ໄຫວ​ອັນ​ສຳ­ຄັນ ໃນ​ນັ້ນ​ມີ​ສອງ​ເລ­ຂາ­ທິ­ການ​ໃຫຍ່ ປະ­ທານ​ປະເທດ ລາວ-​ຫວຽດນາມ ໄດ້​ດຳ­ເນີນ​ການ ພົບ​ປະ​ເຈ­ລະຈາ​ກ່ຽວ​ກັບ​ບັນ­ຫາ​ສາຍ ພົວ­ພັນ​ແລກ­ປ່ຽນ ແລະ ແບ່ງ​ເບົາ​ສະ ຖາ­ນະ​ການ​ຂອງ​ແຕ່​ລະ​ປະ­ເທດ ຫລາຍ ບັນ­ຫາ​ກ່ຽວ​ກັບ​ສາ­ກົນ ແລະ ພາກ​ພື້ນ​ທີ່​ມີ​ຄວາມ​ໝາຍ​ຄວາມ​ສຳ­ຄັນ​ຕໍ່​ກັບ​ສັນ­ຕິ­ພາບ, ຄວາມ​ສະ­ຫງົບ​ສຸກ​ການ​ຮ່ວມ ມື ແລະ ການ​ຂະ­ຫຍາຍ­ຕົວ​ໃນ​ຂົງ­ເຂດ ແລະ ໃນ​ໂລກ. ເລ­ຂາ­ທິ­ການ​ໃຫຍ່​ປະ ທານ​ປະ­ເທດ ​ຫງ​ວຽນ ​ຝູ໋ ຈ້ອງ ໄດ້​ມີ​ຄຳ​ຫັນ​ໃນ​ທ່ີ​ຊຸມ­ນຸມ​ຕໍ່​ບັນ­ດາ​ການ​ນຳ ​ຂັ້ນ​ສູງ​ຂອງ​ພັກ​ປະ­ຊາ­ຊົນ ປະ­ຕິ­ວັດ​ລາວ ສອງ​ຝ່າຍ​ຕ້ອງ​ໄດ້​ປະ­ຕິ­ບັດ​ຕາມ​ສັນ­ຍາ​ໃນ​ບາງ​ບັນ­ຫາ​ຂອງ​ບົດ​ບັນ­ທຶກ​ສັນ­ຕິ­ພາບ​ຮ່ວມ​ມື ລະ­ຫວ່າງ​ສອງ​ຊາດ​ທີ່​ມີ​ຄວາມ​ໝາຍ, ຄວາມ​ສຳ­ຄັນ​ທີ່​ເປັນ​ພື້ນ­ຖານ ໂດຍ​ສະ­ເພາະ ຂອບ​ເຂດ​ເສດ­ຖະ­ກິດ, ການ​ລົງ­ທຶນ ແລະ ການ​ຄ້າ​ຕ່າງ​ປະ​ເທດ. ສິ້ນ​ສຸດ​ການ​ຢ້ຽມ­ຢາມ​ສອງ ຝ່າຍ​ຈະ​ໄດ້​ອອກ​ຖະ­ແຫລງ­ການ​ຮ່ວມ ລາວ-​ຫວຽດ­ນາມ.

ການ​ຢ້ຽມ­ຢາມ​ມິດ­ຕະ­ພາບ​ເປັນ​ທາງ​ການ ​ສປປ ລາວ ຂອງ​ເລ­ຂາ­ທິ­ການ ໃຫຍ່, ປະ­ທານ​ປະ­ເທດ ​ຫງ​ວຽນ ​ຝູ໋ ຈ້ອງ ແລະ ພັນ​ລະ​ຍາ ມີ​ຄວາມ​ໝາຍສຳ­ຄັນ​ທາງ​ປະ­ຫວັດ­ສາດ​ນີ້ຈະ​ປະ­ກອບ­ສ່ວນ​ສືບ­ຕໍ່​ເຮັດ​ໃຫ້​ສາຍ​ພົວ­ພັນ ມິດ­ຕະ­ພາບ​ອັນ​ຍິ່ງ​ໃຫຍ່, ຄວາມ​ສາ­ມັກ­ຄີ​ພິ­ເສດ ແລະ ຮ່ວມ​ມື​ຮອບ­ດ້ານ ລາວ-​ຫວຽດນາມ ນັບ​ມື້​ນັບ​ຂະ­ຫຍາຍ­ຕົວ​ທາງ​ລວງ​ເລິກ​ແທດ­ເໝາະ ແລະ ໄດ້​ຮັບ​ໝາກ­ຜົນ​ສູງ ເພື່ອ​ຜົນ​ປະ­ໂຫຍດ ຂອງ​ປະ­ຊາ­ຊົນ ແຕ່​ລະ​ປະ­ເທດ ເພື່ອ​ສັນ­ຕິ­ພາບ, ສະ­ຖຽນ​ລະ​ພາບ, ໝັ້ນ­ຄົງ, ການ​ຮ່ວມ​ມື ແລະ ຂະ­ຫຍາຍ­ຕົວ​ໃນ​ຂົງ­ເຂດ​ພາກ​ພື້ນ ແລະ ໃນ​ທົ່ວ​ໂລກ.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ເຫດການ
302 Found

Found

The document has moved here.