ກອງບັນຊາການທະຫານແຂວງວຽງຈັນມາຢ້ຽມຢາມ ແລະ ອວຍພອນປີໃໝ່ປະຈໍາຊາດຫວຽດນາມ 2019 ໃຫ້ແກ່ກອງບັນຊາການທະຫານແຂວງເງ້ອານ

00:54 | 13/05/2019

ຍສໝ-ໃນຕອນບ່າຍຂອງວັນທີ 25 ມັງກອນ, ຄະນະຜູ້ແທນກອງບັນຊາການທະຫານແຂວງວຽງຈັນ ສປປ ລາວໄດ້ມາຢ້ຽມຢາມ ແລະ ອວຍພອນປີໃໝ່ປະຈໍາຊາດຫວຽດນາມ 2019 ໃຫ້ແກ່ກອງບັນຊາການທະຫານແຂວງເງ້ອານ.

  

ກອງບັນຊາການທະຫານແຂວງວຽງຈັນມາຢ້ຽມຢາມ ແລະ ອວຍພອນປີໃໝ່ປະຈໍາຊາດຫວຽດນາມ 2019 ໃຫ້ແກ່ກອງບັນຊາການທະຫານແຂວງເງ້ອານ

ກອງບັນຊາການທະຫານແຂວງວຽງຈັນມາຢ້ຽມຢາມ ແລະ ອວຍພອນປີໃໝ່ປະຈໍາຊາດຫວຽດນາມ 2019 ໃຫ້ແກ່ກອງບັນຊາການທະຫານແຂວງເງ້ອານ

ທີ່ສໍານັກງານກອງບັນຊາການທະຫານແຂວງເງ້ອານ, ສະຫາຍ ພົນຈັດຕະວາ ບູນມາ ວົງດາລາແສງ, ກໍາມະການຄະນະປະຈໍາພັກແຂວງ, ຫົວໜ່້າການເມືອງກອງບັນຊາການທະຫານແຂວງວຽງຈັນໄດ້ແຈ້ງກ່ຽວກັບສະພາບການດ້່ານການພັດທະນາເສດຖະກິດ-ສັງຄົມຂອງແຂວງວຽງຈັນໃຫ້ແກ່ການນໍາກອງບັນຊາການທະຫານແຂວງເງ້ອານໄດ້ຊາບ; ພ້ອມກັນນັ້ນ ສະຫາຍ ບູນມາ ວົງດາລາແສງ ກໍ່ໄດ້ກ່າວຄໍາອວຍພອນປີໃໝ່ປະຈໍາຊາດຫວຽດນາມ 2019 ຈົ່ງມີຄວາມຈະເລີນຮຸ່ງເຮືອງກ້າວໜ້າ, ວັດທະນາຖາວອນ, ມອບຂອງຂວັນທີ່ເປັນເອກະລັກດ້ານວັດທະນະທໍາຂອງປະເທດລ້ານຊ້າງໃຫ້ແກ່ພະນັກງານ, ນາຍທະຫານກອງບັນຊາການທະຫານແຂວງເງ້ອານເນື່ອງໃນໂອກາດໃນການກະກຽມຕອນຮັບປີໃໝ່ປະຈໍາຊາດຫວຽດນາມ. 
ໃນການຕອນຮັບຄະນະຜູ້ແທນກອງບັນຊາການທະຫານແຂວງວຽງຈັນໃນຄັ້ງນີ້, ສະຫາຍ ພັນເອກ ເວືອງ ກີມ ຂາຍ, ຮອງຫົກໜ້າການເມືອງກອງບັນຊາການທະຫານແຂວງເງ້ອານໄດ້ແຈ້ງສະພາບການກ່ຽວກັບການພັດທະນາດ້ານເສດຖະກິດ-ສັງຄົມທີ່ຕິດພັນກັບວຽກງານການປັບປຸງດ້ານການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງແຂວງເງ້ອານໃນປີ 2018 ໃຫ້ຄະນະຜູ້ແທນກອງບັນຊາການທະຫານແຂວງວຽງຈັນໄດ້ຮັບຊາບ. ໂດຍສະເພາະໃນປີທີ່ຜ່ານມາ, ແຂວງເງ້ອານ ແລະ ແຂວງວຽງຈັນ ໄດ້ຮ່ວມມືຢ່າງໃກ້ຊິດ ແລະ ໄດ້ຮັບຜົນສໍາເລັດໃນການຄົ້ນຫາ, ການເກັບກໍາອິດຖິຂອງທະຫານອາສາສາໝັກຫວຽດນາມທີ່ໄດ້ເສຍສະຫຼະຢູ່ ສປປ ລາວ.
ສະຫາຍ ພັນເອກ ເວືອງ ກີມ ຂາຍ, ຮອງຫົກໜ້າການເມືອງກອງບັນຊາການທະຫານແຂວງເງ້ອານມີຄວາມຫວັງວ່າໃນໄລຍະຕໍ່ໜ້າການພົວພັນແບບສາມັກຄີລະຫວ່າງກອງບັນຊາການທະຫານແຂວງເງ້ອານ ແລະ ກອງບັນຊາການທະຫານແຂວງວຽງຈັນ ສືບຕໍ່ເຂົ້າໃນຄວາມເລີກ, ເຊິ່ງເພີ່ມທະວີຄວາມສາມັກຄີມິດຕະພາບ ລະຫວ່າງ ປະຊາຊົນສອງປະເທດ, ສອງພັກ, ສອງລັດ,  ກອງທັບຂອງສອງປະເທດຫວຽດນາມ - ລາວໃຫ້ຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນຊົ່ວກາລະນານ.

(ໄຊພອນ)

ເຫດການ
302 Found

Found

The document has moved here.