ນໍ້າໃຈມິດຕະພາບ ແລະ ສາມັກຄີແບບພິເສດ ຫວຽດນາມ – ລາວ

10:33 | 01/09/2018

ຍສໝ - ໃນຕອນຄໍ່າວັນທີ 31 ສິງຫາ 2018ນີ້ທີ່ນະຄອນ ຫລວງວຽງຈັນ, ທ່ານ ຫງວຽນ ບ໋າ ຮຸ່ງ ເອກອັກຄະລັດ ຖະທູດ ວິສາມັນຜູ້ມີອໍານາດເຕັມແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ໄດ້ຈັດງານລ້ຽງສະຫລອງວັນຊາດຄົບ ຮອບ 73 ປີ (2/9/ 1945-2/9/ 2018).

ນໍ້າໃຈມິດຕະພາບ ແລະ ສາມັກຄີແບບພິເສດ ຫວຽດນາມ – ລາວ

ທ່ານ ຫງວຽນບ໋າຮຸ່ງ ພ້ອມກັບບັນດາການນໍາລາວ ຊົມເຊີຍ ວັນຊາດຫວຽດນາມ.

ໂດຍມີທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວສ້າງຊາດ, ທ່ານສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫລວງວຽງຈັນ,ມີບັນດາລັດຖະມົນຕີ-ຮອງລັດຖະມົນ, ທູຕານຸທູດ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ, ທ່ານ ຫວູຮົ່ງ ນາມ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດຫວຽດນາມ, ຫົວໜ້າຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ.

ນໍ້າໃຈມິດຕະພາບ ແລະ ສາມັກຄີແບບພິເສດ ຫວຽດນາມ – ລາວ

ທ່ານ ຫງວຽນບ໋າຮຸ່ງ, ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ.

ໃນສູນທອນພົດກ່າວທີ່ພິທີ, ທ່ານ ຫງວຽນບ໋າຮຸ່ງ, ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ລາວ ເນັ້ນໜັກວ່າ ຫວຽດນາມ ມີຄວາມປິຕິຊົມຊື່ນ ແລະທະນົງໃຈທີ່ສຸດໃນຊຸມປີຜ່ານມາ, ສາຍພົວພັນມິດຕະພາບ, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງຫວຽດນາມ – ລາວ ພັດທະນາຢ່າງຕໍ່ເນື່ອງ, ພວມເຂົ້າສູ່ລວງເລິກ ແລະມີປະສິດທິຜົນກວ່າ. ການພົວພັນດ້ານການເມືອງ, ການທູດນັບມື້ນັບສະໜິດຕິດພັນ, ຄວາມໄວ້ເນື້ອເຊື່ອໃຈນັບມື້ນັບໄດ້ຮັບການປັບປຸງ ແລະເພີ່ມທະວີ.

ທ່ານ ຫງວຽນບ໋າຮຸ່ງ ຢືນຢັນວ່າ, ພັກ, ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍ່ຮັບຮູ້ຢ່າງເລິກເຊິ່ງວ່າໃນພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດຂອງຕົນ, ໄປຄຽງຄູ່ກັບບັນດາຄວາມມານະພະຍາຍາມຂອງຕົນ, ຫວຽດນາມ ຍາມໃດກໍ່ໄດ້ຮັບການສະໜັບສະໜູນ, ການຊ່ວຍເຫຼືອອັນລໍ້າຄ່າຂອງເພື່ອນມິດສາກົນ, ພິເສດແມ່ນການຊ່ວຍເຫຼືອອັນໃຫຍ່ຫຼວງ, ສຸດຈິດສຸດໃຈ ຂອງພັກ, ລັດ ແລະປະຊາຊົນລາວອ້າຍນ້ອງ.

ຕາງໜ້າພັກ, ລັດ ແລະປະຊາຊົນຫວຽດນາມ, ທ່ານ ຫງວຽນບ໋າຮຸ່ງ ສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງ ແລະຂອບໃຈຢ່າງຈິງໃຈໄປຍັງພັກ, ລັດ ແລະປະຊາຊົນລາວອ້າຍນ້ອງເຊິ່ງຍາມໃດກໍ່ສາມັກຄີ, ສະໜັບສະໜູນ ແລະຊ່ວຍເຫຼືອຫວຽດນາມ; ຂອບໃຈບັນດາປະເທດ, ເພື່ອນມິດສາກົນຍາມໃດກໍ່ແບ່ງປັນ, ຊ່ວຍເຫຼືອຫວຽດນາມກໍ່ຄືສະໜັບສະໜູນໃຫ້ພາລະກິດພັດທະນາຂອງການພົວພັນຫວຽດນາມ – ລາວ.


ນໍ້າໃຈມິດຕະພາບ ແລະ ສາມັກຄີແບບພິເສດ ຫວຽດນາມ – ລາວ


ນໍ້າໃຈມິດຕະພາບ ແລະ ສາມັກຄີແບບພິເສດ ຫວຽດນາມ – ລາວ

ບັນຍາການງານລ້ຽງສະເຫຼີມສະຫຼອງວັນຊາດ ຫວຽດນາມ.

(ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.