ເຊກອງ-ກວາງນາມ ຖອດຖອນບົດຮຽນວຽກງານກວດກາລັດ

08:46 | 26/06/2018

ມື້​ວານນີ້, ທີ່ ແຂວງ​ເຊ​ກອງ ອົງການກວດກາລັດແຂວງເຊກອງ ສປປ ລາວ ​ແລະ ອົງ ການກວດກາລັດແຂວງກວາງນາມ ສສ ຫວຽດນາມ ໄດ້ມີການພົບປະ ຖອດຖອນແລກປ່ຽນບົດ ຮຽນກ່ຽວກັບ ວຽກງານກວດກາລັດ .

ເຊກອງ-ກວາງນາມ ຖອດຖອນບົດຮຽນວຽກງານກວດກາລັດ

ກອ​ງ​ປະ​ຊຸມ ຖອດຖອນແລກປ່ຽນບົດ ຮຽນກ່ຽວກັບ ວຽກງານກວດກາລັດ ເຊກອງ-ກ້​ວາງ​ນາມ.(ພາບ : ສັນຍາ)

ໃນວັນທີ 25 ມິຖຸນາ 2018 ອົງການກວດກາລັດແຂວງເຊກອງ ສປປ ລາວ ​ແລະ ອົງ ການກວດກາລັດແຂວງກວາງນາມ ສສ ຫວຽດນາມ ໄດ້ມີການພົບປະ ຖອດຖອນແລກປ່ຽນບົດ ຮຽນກ່ຽວກັບ ວຽກງານກວດກາລັດ ຊຶ່ງນຳໂດຍທ່ານ ຫີນເພັດ ແກ້ວຫົງສາ ຮອງປະທານກວດກາພັກ, ພ້ອມ​ດ້ວຍທ່ານ ອ່ອນມະນີວັນ ຈັນດາວົງ ຮອງປະທານກວດກາລັດ ​ແລະ ທ່ານ ມາຍ ວັນຕາມ ຮອງປະທານ ກວດກາລັດ ຕະຫລອດຮອດຄະນະວິຊາການ ທັງສອງຝ່າຍເຂົ້າຮ່ວມ.

ທ່ານ ອ່ອມະນີວັນ ຈັນດາວົງ ໄດ້ລາຍງານສະພາບລວມ ແລະ ການເຄື່ອນໄຫວວຽກງານ ໃຫ້ອົງການ ກວດກາລັດແຂວງກວາງນາມໄດ້ຊາບ ຊຶ່ງມີຫລາຍບັນຫາທີ່ພົ້ນເດັ່ນ ໂດຍສະເພາະ ແມ່ນ ໄດ້ຕິດຕາມປະສານສົມທົບ ແລະ ຊຸກຍູ້ການແກ້ໄຂ ບາງປະກົດການຫຍໍ້ທໍ້ເຂດຊາຍແດນຄື: ແກ້ໄຂ ບັນຫາການລັກລອບຂຸດຄົ້ນ ແລະ ເຄື່ອນຍ້າຍຊັບພະຍາກອນທຳມະຊາດ, ບັນຫາການຕັ້ງພູມລຳເນົາ ຕາມລຳພັງໃຈຂອງປະຊາຊົນ ແລະ ການສ້າງ ຄອບຄົວບໍ່ຖືກຕາມກົດໝາຍ ຢູ່ລຽບຊາຍ ແດນ ລາວ-ຫວຽດນາມ ໂດຍສະເພາະ ແມ່ນຊາຍແດນແຂວງເຊກອງ ກັບແຂວງກວາງນາມ. ຈາກນັ້ນ ທ່ານ ມາຍ ວັນຕາມ ໄດ້ລາຍງານ ການປະຕິບັດວຽກງານກວດກາລັດ ແຂວງກວາງນາມໃຫ້ໄດ້ຊາບ. ໃນກອງປະຊຸມທັງສອງອົງການກວດກາ ຍັງໄດ້ມີການປຶກສາຫາລື, ປະກອບຄຳຄິດຄຳເຫັນ ຖອດ ຖອນ ແລະ ແລກປ່ຽນບົດຮຽນທີ່ສຳຄັນເຊັ່ນ: ສືບຕໍ່ຮ່ວມມືໃນການຂະຫຍາຍຄວາມສຳພັນ ແລະ ຄວາມສາມັກຄີແບບພິເສດ ໂດຍສອງຝ່າຍຫາລື ກ່ຽວກັບການແກ້ໄຂບັນຫາ ຂ້າງ​ເທິງໃຫ້ຖືກຕ້ອງ ສອດຄ່ອງກັບແນວທາງ ການເມືອງທີ່ສອງພັກ-ສອງລັດວາງ ອອກຢ່າງເຂັ້ມງວດ.

ການມາຢ້ຽມຢາມ ແລະ ຮ່ວມເຮັດວຽກຂອງຄະນະ ຜູ້ແທນອົງການກວດກາລັດ ແຂວງກວາງ ນາມຄັ້ງນີ້ ແມ່ນມີຄວາມໝາຍສຳຄັນຢ່າງຍິ່ງ ໃນການເພີ່ມທະວີສາຍພົວພັນມິດຕະພາບ ແລະ ການ ຮ່ວມມືແບບ ພິເສດລະຫວ່າງ ສອງແຂວງ ໂດຍສະເພາະ ແມ່ນສອງອົງການກວດກາລັດຂັ້ນແຂວງ ໃຫ້ ແໜ້ນ ແຟ້ນ ຍິ່ງຂຶ້ນ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ເຫດການ
302 Found

Found

The document has moved here.