ສະມາຄົມຫວຽດນາມ - ລາວ ແລະ ແພດໝໍອາສາສະໝັກແຂວງກວ້າງນາມ ເຄື່ອນໄຫວດ້ານມະນຸດສະທຳ ຢູ່ແຂວງເຊກອງ

00:54 | 15/05/2019

ຍສໝ - ໃນເວລາຜ່ານມາ, ສະມາຄົມມິດຕະພາບຫວຽດນາມ - ລາວ, ສະມາຄົມບັນດາອົງການຈັດຕັ້ງມິດຕະພາບແຂວງກວ້າງນາມ, ທ່ານຫມໍຂອງໂຮງຫມໍສູນກາງກວາງນາມ, ບັນດາຜູ້ອຸປະທໍາ, ແພດໝໍອາສາສະຫມັກຂອງແຂວງກວາງນາມ, ນະຄອນໂຮ່ຈີມີງ ທີ່ໄດ້ມີການເຄື່ອນໄຫວເປັນມະນຸດສະທໍາທີ່ແຂວງເຊກອງ ລາວ.

ສະມາຄົມຫວຽດນາມ - ລາວ ແລະ ແພດໝໍອາສາສະໝັກແຂວງກວ້າງນາມ ເຄື່ອນໄຫວດ້ານມະນຸດສະທຳ ຢູ່ແຂວງເຊກອງ

ກວດກາ ແລະ ຜ່າຕັດຕາໃຫ້ແກ່ປະຊາຊົນແຂວງເຊກອງ

ທີ່ເມືອງດັກຈືງ ແລະ ເມືອງທ່າແຕ່ງ, ທີມງານໄດ້ມີການກວດພະຍາດ ແລະ ແຈກຢາທີ່ບໍ່ເສຍຄ່າໃຫ້ແກ່ປະຊາຊົນຫຼາຍກວ່າ 2.000 ຄົນ ແລະ ຜ່າຕັດຕາໃຫ້ປະຊາຊົນ 101 ຄົນ, ມອບຂອງຂວັນໃຫ້ແກ່ປະຊາຊົນຜູ້ທີມີຄວາມທຸກຍາກ 150 ຄົນ.

ສະມາຄົມຫວຽດນາມ - ລາວ ແລະ ແພດໝໍອາສາສະໝັກແຂວງກວ້າງນາມ ເຄື່ອນໄຫວດ້ານມະນຸດສະທຳ ຢູ່ແຂວງເຊກອງ

ທິມງານມອບຂອງຂວັນໃຫ້ແກ່ປະຊາຊົນແຂວງເຊກອງ

ທີມງານຍັງໄດ້ໄປຢ້ຽມຢາມ ແລະ ໄດ້ມອບຂອງຂວັນໃຫ້ທ່່ານນາງ ການເຈຍ (ຊື່ຫຼີ້ນແມ່ນຊື່ຮີນ), ອາໃສຢູ່ເມືອງ ຫຼ້າມ່າມ. ທ່່ານນາງ ການເຈຍ ເປັນຜູ້ທີ່ໄດ້ເອົານໍ້ານົມຂອງຕົນເພື່ອຊ່ວຍເຫລືອທະຫານອາສາສະໝັກຫວຽດນາມຄົນໜຶ່ງໃນລະຫວ່າງສົງຄາມກັບປະເທດຝຣັ່ງ. 

ສະມາຄົມຫວຽດນາມ - ລາວ ແລະ ແພດໝໍອາສາສະໝັກແຂວງກວ້າງນາມ ເຄື່ອນໄຫວດ້ານມະນຸດສະທຳ ຢູ່ແຂວງເຊກອງ

ພິມີເຊັນບົດບັນທຶກກ່ຽວກັບການປະສານງານດ້ານການພົວພັນທາງການທູດຂອງປະຊາຊົນໄລຍະ 2019 - 2024

ມູນຄ່າທັງຫມົດຂອງສະມາຄົມມິດຕະພາບຫວຽດນາມ - ລາວ ແຂວງກວາງນາມ ແລະ ສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງໄດ້ມີການບໍລິຈາກເງິນດ້ວຍຈໍານວນເງິນຫຼາຍກວ່າ 600 ລ້ານດົ່ງ ເພື່ອຮັບໃຊ້ໃນການຈັດຕັ້ງປະຕິບັດລາຍການນີ້. ໃນໂອກາດດັ່ງກ່າວ, ສະມາຄົມມິດຕະພາບຫວຽດນາມ - ລາວ ແຂວງ ກວາງນາມ ແລະ ສະມາຄົມມິດຕະພາບລາວ - ຫວຽດນາມ ແຂວງເຊກອງໄດ້ເຊັນບົດບັນທຶກກ່ຽວກັບການປະສານງານດ້ານການພົວພັນທາງການທູດຂອງປະຊາຊົນໄລຍະ 2019 - 2024.

(ໄຊພອນ)

ເຫດການ
302 Found

Found

The document has moved here.