ງານຕະຫຼາດນັດການຄ້າລະຫວ່າງຫວຽດນາມ - ລາວ ປີ 2018

08:09 | 26/06/2018

ງານຕະຫຼາດນັດການຄ້າຫວຽດນາມ - ລາວ ປີ 2018 ການເຄື່ອນໄຫວນອນໃນຂອບເຂດການສົ່ງເສີມການຄ້າແຫ່ງຊາດ, ແມ່ນການເຄື່ອນໄຫວເສດຖະກິດ, ການເມືອງ - ສັງຄົມ ທີ່ສຳຄັນ ເພື່ອແນໃສ່ປັບປຸງ ແລະ ເພີ່ມທະວີການໂຄສະນາເຜີຍແຜ່ກ່ຽວກັບການພົວພັນສາມັກຄີ, ນ້ຳໃຈມິດຕະພາບແບບພິເສດລະຫວ່າງປະຊາຊົນສອງປະເທດຫວຽດນາມ - ລາວ.

ງານຕະຫຼາດນັດການຄ້າລະຫວ່າງຫວຽດນາມ - ລາວ ປີ 2018

​ງານ​ຖະ​ແຫຼງ​ຂ່າວ​ກ່ຽວ​ກັບ​ງານ​ຕະ​ຫຼາດ​ນັດ ຫວຽດ​ນາມ-ລາວ 2018.

ຕອນບ່າຍວັນທີ 25 ມິຖຸນາ, ຢູ່ນະຄອນຫຼວງວຽງຈັນ, ປະເທດລາວ. ກະຊວງປ້ອງກັນປະເທດຫວຽດນາມສົມທົບກັບກະຊວງອຸດສາຫະກຳ - ການຄ້າ ຫວຽດນາມ, ກະຊວງອຸດສາຫະກຳ - ການຄ້າ ແລະ ກະຊວງປ້ອງກັນປະເທດລາວ ຈັດຕັ້ງການປະຊຸມຂ່າວ ເພື່ອແຈ້ງໃຫ້ຊາບກ່ຽວກັບງານຕະຫຼາດນັດການຄ້າຫວຽດນາມ - ລາວ ປີ 2018.

ດ້ວຍຫົວຂໍ້ວ່າ “ຮ່ວມມື, ມິດຕະພາບ ແລະພັດທະນາ”, ງານຕະຫຼາດນັດການຄ້າຫວຽດນາມ - ລາວ ປີ 2018 ແມ່ນການເຄື່ອນໄຫວນອນໃນຂອບເຂດການສົ່ງເສີມການຄ້າແຫ່ງຊາດ, ແມ່ນການເຄື່ອນໄຫວເສດຖະກິດ, ການເມືອງ - ສັງຄົມ ທີ່ສຳຄັນ ເພື່ອແນໃສ່ປັບປຸງ ແລະ ເພີ່ມທະວີການໂຄສະນາເຜີຍແຜ່ກ່ຽວກັບການພົວພັນສາມັກຄີ, ນ້ຳໃຈມິດຕະພາບແບບພິເສດລະຫວ່າງປະຊາຊົນສອງປະເທດຫວຽດນາມ - ລາວ.

ງານຕະຫຼາດນັດມີການເຂົ້າຮ່ວມຂອງບັນດາຫົວໜ່ວຍ, ວິສາຫະກິດສອງປະເທດ ຫວຽດນາມ - ລາວ ກວ່າ 120 ແຫ່ງ, ດ້ວຍຮ້ານວາງສະແດງ ກວ່າ 200 ຮ້ານ ໄດ້ແນະນຳຮູບພາບກ່ຽວກັບສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງປະຊາຊົນສອງປະເທດ ຫວຽດນາມ - ລາວ ແລະ ຮູບພາບກອງທັບປະຊາຊົນ ຫວຽດນາມ ເຂົ້າຮ່ວມການອອກແຮງງານດຳເນີນການຜະລິດ, ສ້າງເສດຖະກິດ ແລະ ສ້າງສາປະເທດຊາດ. ງານຕະຫຼາດນັດຈະດຳເນີນແຕ່ວັນທີ 28 ມິຖຸນາ - 2 ກໍລະກົດ 2018 ຢູ່ສູນການຄ້າລາວ Itec ທີ່ນະຄອນຫຼວງວຽງຈັນ.

(ແຫຼ່ງ​ຂໍ້​ມູນ​: vov5)

ເຫດການ
302 Found

Found

The document has moved here.