ຫວຽດນາມ ຊ່ວຍເຫຼືອ ລາວ ກໍ່ສ້າງລະບົບຄຸ້ມຄອງລັດດ້ວຍເອເລັກໂຕນິກ

00:54 | 15/05/2019

ວັນທີ 15 ມີນາ, ຢູ່ນະຄອນຫຼວງວຽງຈັນ, ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະການສື່ສານລາວ ໄດ້ສົມທົບກັບກຸ່ມບໍລິສັດໄປສະນີ, ໂທລະຄົມມະນາຄົມຫວຽດນາມ (VNPT) ຈັດຕັ້ງພິທີເປີດນໍາໃຊ້ລະບົບຄຸ້ມຄອງເອກະສານເອເລັກໂຕນິກ (E-Office).

ຫວຽດນາມ ຊ່ວຍເຫຼືອ ລາວ ກໍ່ສ້າງລະບົບຄຸ້ມຄອງລັດດ້ວຍເອເລັກໂຕນິກ

ພິທີເປີດນໍາໃຊ້ລະບົບຄຸ້ມຄອງເອກະສານເອເລັກໂຕນິກ. (ພາບ ທຸຍກິ່ງ)

ນີ້ແມ່ນຂີດໝາຍການຮ່ວມມືສໍາຄັນລະຫວ່າງກະຊວງໄປສະນີ, ໂທລະຄົມມະນາຄົມ ແລະການສື່ສານລາວ ແລະກຸ່ມບໍລິສັດ VNPT ບົນພື້ນຖານບົດບັນທຶກຊ່ວຍຈໍາທີ່ສອງຝ່າຍໄດ້ລົງນາມໃນເດືອນເມສາ 2017 ກ່ຽວກັບການນໍາໃຊ້ລັດຖະບານເອເລັກໂຕນິກ.

ກ່າວຄໍາເຫັນທີ່ພິທີເປີດນໍາໃຊ້, ທ່ານ ທັນສະໄໝ ກົມມະສິດ, ລັດຖະມົນຕີກະຊວງໄປສະນີ, ໂທລະຄົມມະນາຄົມ ແລະການສື່ສານລາວ ເນັ້ນໜັກເຖິງເລື່ອງພັດທະນາລະບົບຄຸ້ມຄອງລັດດ້ວຍເອເລັກໂຕນິກບໍ່ພຽງແຕ່ຊ່ວຍປັບປຸງຄຸນນະພາບ, ປະສິດທິຜົນຂອງການຄຸ້ມຄອງລັດເທົ່ານັ້ນ, ຫາກຍັງສ້າງກາລະໂອກາດໃຫ້ທຸກພາກສ່ວນໃນສັງຄົມໄດ້ສໍາຜັດກັບການບໍລິການພາກລັດຜ່ານລະບົບເອເລັກໂຕນິກ ແລະດີຈີຕອນອີີກດ້ວຍ.

ເລື່ອງຜັນຂະຫຍາຍມາດຕະການ E-Office ໃຫ້ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະການສື່ສານລາວ ແມ່ນບາດກ້າວເດີນຂອງ VNPT ໃນການນໍາບັນດາຜະລິດຕະພັນດີຈີຕອນຂອງຕົນອອກສູ່ຕະຫຼາດສາກົນ, ຢັ້ງຢືນຄຸນນະພາບຂອງບັນດາຜະລິດຕະພັນເຕັກໂນໂລຢີຂໍ້ມູນຂ່າວສານຂອງ VNPT ກໍຄື ກໍາລັງຄວາມສາມາດຂອງກຸ່ມບໍລິສັດໃນການຜັນຂະຫຍາຍບັນດາໂຄງການໃຫຍ່. ເຫດການນີ້ກໍ່ໄດ້ຂີດໝາຍບາດກ້າວໃໝ່ໃນຍຸດທະສາດຫັນທິດຈາກບໍລິສັດສະໜອງບໍລິການທຳມະດາເປັນບໍລິສັດສະໜອງບໍລິການດີຈີຕອນຂອງ VNPT ຕາມຍຸດທະສາດ VNPT 4.0.

ກ່ອນໜ້ານັ້ນ, ໃນຂອບເຂດການຢ້ຽມຢາມ ແລະເຮັດວຽກກັບກະຊວງໄປສະນີ, ໂທລະຄົມມະນາຄົມ ແລະການສື່ສານລາວ ຂອງທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະສື່ສານຫວຽດນາມ ແຕ່ວັນທີ 11 ຫາວັນທີ 13 ມີນາ. ໃນວັນທີ 12 ມີນາ, ກຸ່ມບໍລິສັດ VNPT ແລະກະຊວງໄປສະນີ, ໂທລະຄົມມະນາຄົມ ແລະການສື່ສານລາວ ໄດ້ລົງນາມໃນສັນຍາສະໜອງບໍລິການ E-Office ຂອງ VNPT ໃຫ້ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະການສື່ສານລາວ ດ້ວຍການເປັນສັກຂີພະຍານຂອງລັດຖະມົນຕີສອງທ່ານ.

(ແຫຼ່ງ​ຂໍ້​ມູນ​: ເຈິ່ນຮວ່ຽນ/ກປ.ອອນໄລ)

302 Found

Found

The document has moved here.