ສໍາເລັດການຊ່ວຍບຸລະນະຜະລິດຕະພັນວິຈິດສິນໃຫ້ຫໍພິພິຕະພັນ ໄກສອນ ພົມວິຫານ

00:54 | 15/05/2019

ທ້າຍເດືອນທີ່ຜ່ານມາ, ທີ່ ຮ່າໂນ້ຍ, ຫໍພິພິຕະພັນວິຈິດສິນຫວຽດນາມ ໄດ້ຈັດຕັ້ງພິທີມອບ-ຮັບຜະລິດຕະພັນວິຈິດສິນທີ່ຫໍພິພິຕະພັນວິຈິດສິນຫວຽດນາມ ໄດ້ຊ່ວຍບຸລະນະ, ຮັກສາໃຫ້ຄະນະຮັບຜິດຊອບຫໍພິພິຕະພັນໄກສອນ ພົມວິຫານ (ລາວ).

ສໍາເລັດການຊ່ວຍບຸລະນະຜະລິດຕະພັນວິຈິດສິນໃຫ້ຫໍພິພິຕະພັນ ໄກສອນ ພົມວິຫານ

ພິທີມອບຮູບ “ຮູບສະເດັດເຈົ້າສຸພານຸວົງ”. (ພາບ: ສໍານັກຂ່າວສານຫວຽດນາມ)

ຕາມບົດບັນທຶກການເຮັດວຽກລະຫວ່າງສອງຫໍພິພິຕະພັນແຕ່ປີ 2017, ຫໍພິພິຕະພັນວິຈິດສິນຫວຽດນາມ ໄດ້ຊ່ວຍເຫຼືອປະເທດເພື່ອນມິດລາວປະຕິບັດວຽກງານບຸລະນະ, ຮັກສາບັນດາຜະລິດຕະພັນວິຈິດສິນທີ່ຖືກເປ່ເພຢ່າງຮ້າຍແຮງ. ລາຍລະອຽດແມ່ນ, ຫໍພິພິຕະພັນວິຈິດສິນຫວຽດນາມ ໄດ້ຮັບ 4 ຜະລິດຕະພັນວິຈິດສິນເພື່ອບຸລະນະ, ຮັກສາ, ລວມມີ: “ຮູບເລນິນ” (ປີ 1979), “ຮູບ Fidel Castro” (ປີ 1980), “ຮູບສະເດັດເຈົ້າສຸພານຸວົງ” (ປີ 1976) ແລະ “ຮູບອ່າວຮ້າລອງ” ຂອງຈິດຕະກອນ ເຈິ່ນດົງເລືອງ, ປີ 1976.

(ແຫຼ່ງ​ຂໍ້​ມູນ​: ທະນາພອນ/ກປ.ອອນໄລ)

302 Found

Found

The document has moved here.