ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 35: ວິວັດທະນາການເຈລະຈາສັນຍາ RCEP ບັນລຸໄດ້ບາດກ້າວບຸກທະລຸຢ່າງໃຫຍ່ຫຼວງ

06:37 | 05/11/2019

ຍສໝ - ການນໍາບັນດາປະເທດ ເຂ້ົາຮ່ວມກອງປະຊຸມສຸດຍອດ ອາຊຽນ + 3 ໄດ້ຕີລາຄາສູງຕໍ່ບາດກ້າວບຸກທະລຸໃນວິວັດທະນາການເຈລະຈາ ສັນຍາ RCEP, ພ້ອມກັນນັ້ນ ໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະລົງນາມໃນເອກະສານສະບັບດັ່ງກ່າວ ໃນປີ 2020.

ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 35: ວິວັດທະນາການເຈລະຈາສັນຍາ RCEP ບັນລຸໄດ້ບາດກ້າວບຸກທະລຸຢ່າງໃຫຍ່ຫຼວງ

ວິວັດທະນາການເຈລະຈາສັນຍາ RCEP ບັນລຸໄດ້ບາດກ້າວບຸກທະລຸຢ່າງໃຫຍ່ຫຼວງ.(ພາບ: TTXVN)

ຕອນບ່າຍວັນທີ 3 ພະຈິກ, ທ່ານລັດຖະມົນຕີກະຊວງການຄ້າ ແລະ ອຸດສາຫະກໍາສາກົນ ມາເລເຊຍ Darell Leiking ໃຫ້ຮູ້ວ່າ ບັນດາປະເທດ ອາຊຽນ ໄດ້ສິ້ນສຸດການປຶກສາຫາລືກ່ຽວກັນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP), ບັນດາປະເທດ ເຂົ້າຮ່ວມ RCEP ໄດ້ປືກສາຫາລືກ່ຽວກັບສັນຍາດັ່ງກ່າວ, ແຕ່ໄດ້ເຕື້ອງເຖິງພຽງແຕ່ບັນດາເນື້ອໃນໂດຍພື້ນຖານເທົ່ານັ້ນ ເພາະວ່າຍັງມີຫຼາຍບັນຫາລະອຽດຍັງບໍ່ທັນໄດ້ເຫັນດີເປັນເອກະພາບກັນເທື່ອ. ປັດຈຸບັນ, ບັນດາປະເທດ ອາຊຽນ ໄດ້ສິ້ນສຸດວິວັດທະນາການປຶກສາຫາລືກ່ຽວກັບສັນຍາສະບັບດັ່ງກ່າວ, ແຕ່ອາດຈະຍັງມີຫຼາຍປະເທດມີທັດສະນະ ແຕກຕ່າງກັນ ເມື່ອຖືວ່າ ເນື້ອໃນຂອງສັນຍາສະບັບດ່ັງກ່າວ ຍັງບໍ່ທັນຈະແຈ້ງເທື່ອ.

ຕາມບັນດາການນໍາທີ່ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ + 3 ເຊິ່ງລວມມີ 10 ປະເທດ ອາຊຽນ ພ້ອມກັບ ຈີນ, ຍີ່ປຸ່ນ ແລະ ຍີ່ປຸ່ນ ໃນວັນທີ 4 ພະຈິກ ຢູ່ ບາງກອກ, ປະເທດໄທ ແລ້ວ, ວິວັດທະນາການເຈລະຈາກ່ຽວກັບ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ໄດ້ບັນລຸໄດ້ບາດກ້າວບຸກທະລຸອັນໃຫຍ່ຫຼວງ. ທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີສຽນ ຊີ້ແຈ້ງວ່າ 15 ປະເທດສະມາຊິກຂອງ ສັນຍາ RCEP ໄດ້ສໍາເລັດວິວັດທະນາການເຈລະຈາດ້ວຍລາຍລັກອັກສອນ, ກໍຄື ສໍາເລັດບັນດາການເຈລະຈາກ່ຽວກັບບັນຫາສໍາຜັດກັບຕະຫຼາດ ໂດຍພື້ນຖານ.

ການນໍາບັນດາປະເທດ ເຂ້ົາຮ່ວມກອງປະຊຸມສຸດຍອດ ອາຊຽນ + 3 ໄດ້ຕີລາຄາສູງຕໍ່ບາດກ້າວບຸກທະລຸໃນວິວັດທະນາການເຈລະຈາ ສັນຍາ RCEP, ພ້ອມກັນນັ້ນ ໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະລົງນາມໃນເອກະສານສະບັບດັ່ງກ່າວ ໃນປີ 2020.

(ໄຊພອນ)

ເຫດການ
302 Found

Found

The document has moved here.