50 ປີແຫ່ງການສະສົມວັດຖຸສິ່ງຂອງທີ່ເປັນຫຼັກຖານພະຍານຄວາມຮັກຕໍ່ປະເທດ ລາວ

00:06 | 06/09/2022

ຍສໝ - 50 ປີ​ທີ່​ຜ່ານ​ມາ, ທ່ານ​ໄດ້​ແບ່ງ​ຄວາມ​ກະຕືລືລົ້ນ, ຊັບ​ສິນ ​ແລະ ​ເວລາ​ສ່ວນໃຫຍ່ຂອງຕົນ​ເພື່ອ​ສະສົມ, ເກັບຮັກສາ ​ແລະ ເຮັດໃຫ້​ບັນດາວັດຖຸພັນທີ່ເຕັມໄປດ້ວຍນໍ້າໃຈ​ມິດຕະພາບ ຫວຽດນາມ - ລາວ ກັບມາມີຊີວິດຄືນໃໝ່. ທ່ານ​ຊື່ວ່າ ເລແຣວ, ອາຍຸ 78 ປີ, ດຳລົງ​ຊີວິດ​ຢູ່​ຕາ​ແສງ ເຢິນກວ່ຽນ, ​ເມືອງ ຈ້ຽວເຊີນ, ແທັງຮວ່າ.

ຫວຽດນາມ ແລະອາເມລິກາ ມຸ່ງໄປເຖິງການສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ ແລະອາເມລິກາ ມຸ່ງໄປເຖິງການສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານ
ງານວາງສະແດງ ຮວ່າງຊາ, ເຈື່ອງຊາແມ່ນຂອງຫວຽດນາມ: ບັນດາພະຍານຫຼັກຖານປະຫວັດສາດ ແລະນິຕິກໍາ ງານວາງສະແດງ ຮວ່າງຊາ, ເຈື່ອງຊາແມ່ນຂອງຫວຽດນາມ: ບັນດາພະຍານຫຼັກຖານປະຫວັດສາດ ແລະນິຕິກໍາ

ທ່ານ ເລແຣວ ເປັນນັກຮົບອາສາສະໝັກຊ່ວຍການປະຕິວັດລາວ. ຕັ້ງແຕ່ມື້ທຳອິດທີ່ເຂົ້າເປັນທະຫານ, ທ່ານມີນິໄສການເກັບຮັກສາແຕ່ລະບົດຂ່າວ, ເຈ້ຍ ຫຼື ວັດຖຸສິ່ງຂອງທີ່ຄົນລາວມອບໃຫ້. ເພື່ອນຮ່ວມກົມກອງຂອງທ່ານເວົ້າວ່າ ທ່ານ ປ້ຳໆ ເປີ໋ໆ, ແຕ່ສໍາລັບເພິ່ນມັນແມ່ນຄວາມຮັກ.

"ພິພິທະພັນ" ແຫ່ງຄວາມຮັກຕໍ່ປະເທດລາວ

​ໃນ​ຕອນ​ຄ່ຳ​ຂອງ​ເດືອນ​ສິງຫາ, ຜົວເມຍທ່ານ ເລແຣວ ​ຍັງ​ອອກ​ແຮງ​ຈັດ​​ສິ່ງ​ຂອງທີ່​ຫຫຍຸ້ງເຫຍີງ​ຢູ່​ໃນ​ເຮືອນ​ນ້ອຍໆ.

ເຮືອນຂອງເພິ່ນ, ມີເນື້ອທີ່ທັງໝົດປະມານ 60-70m2, ແບ່ງອອກເປັນ 5 ຫ້ອງ. ຍົກເວັ້ນເຮືອນຄົວ, ພື້ນທີ່ທີ່ຍັງເຫຼືອຂອງເຮືອນສ່ວນຫຼາຍແມ່ນວາງສະແດງວັດຖຸ ແລະ ສໍາເນົາສເອກະສານ ເບິ່ງຄືວ່າລຽບງ່າຍ ແລະ ເກົ່າແກ່, ຖືກຈັດປະເພດຢ່າງລະອຽດ, ແຕ່ບໍ່ແມ່ນສໍາລັບການນໍາໃຊ້, ເຊິ່ງເພື່ອວາງສະແດງ.

ເຮືອນທີ່ລຽບງ່າຍ ຄ້າຍຄືຫ້ອງສະຫມຸດຂະຫນາດນ້ອຍ. ຢູ່​ທີ່​ນີ້​ໄດ້​ເກັບ​ຮັກ​ສາ​ວັດຖຸພັນເກືອບ 60 ຢ່າງ, ປຶ້ມ​ເກືອບ 1.000 ເຫຼັ້ມ ​ແລະ ໜັງສືພິມ 10.000 ກວ່າ​ສະບັບ​ກ່ຽວ​ກັບ​ລາວ, ​ໃນ​ນັ້ນ​ມີ​ປຶ້ມ​ທີ່ລໍ້າຄ່າ ຄື: “ປະຫວັດສາດ​ການ​ພົວພັນແບບ​ພິ​ເສດ​ຫວຽດນາມ - ລາວ” ​ຫຼື ປຶ້ມ​ສອງ​ພາສາ​ກ່ຽວ​ກັບ​ການ​ພົວພັນ​ຫວຽດນາມ - ລາວ. ທັງໝົດຖືກຈັດລຽງຢ່າງເປັນລະບຽບຮຽບຮ້ອຍຢູ່ເທິງຕູ້ໜັງສືຂະໜາດໃຫຍ່ 3 ໜ່ວຍ, ສູງ 6 ຊັ້ນ, ແຕ່ລະຊັ້ນຖືກໝາຍໄວ້ຢ່າງລະມັດລະວັງດ້ວຍແຜ່ນເຈ້ຍນ້ອຍໆ, ຄືກັບ “ສາລະບານ” ຂອງຫໍສະໝຸດ ເພື່ອສະດວກໃນການຊອກຄົ້ນຫາ. ນັ້ນແມ່ນສິ່ງທີ່ເພິ່ນຖືວ່າ ເປັນຊັບສິນທີ່ລໍ້າຄ່າໃນຊີວິດ ຂອງຕົນ.

ຫວນຄືນເຖິງວັນເວລາທີ່ເພິ່ນໄດ້ມາຕັ້ງຖານທັບຢູ່ເທດສະບານຊຳເໜືອ, ປະເທດລາວ ໃນກາງປີ 1965, ເພິ່ນພ້ອມກັບເພື່ອນຮ່ວມກົມກອງ ດຳລົງຊີວິດຢູ່ໃນຄວາມອຶດຫິວຫຼາຍມື້. ທ່ານຄິດຄືນ “ເມື່ອເຫັນພວກທະຫານຈ່ອຍເຫຼືອງ ແລະ ຈືດ, ແມ່ຊາວລາວ ຢູ່ບ້ານສົງສານ ຈຶ່ງບອກລູກສາວ ເອົາເຂົ້າໜຽວຮ້ອນໆມາໃຫ້ກິນ. ພໍ່ແມ່ປະຊາຊົນຍັງໄດ້ຝາກໄປໃຫ້ເພື່ອນຮ່ວມກົມກອງຂອງເພິ່ນຕື່ມອີກ”. ນັບ​ແຕ່​ນັ້ນ​ມາ, ເພິ່ນ​ຈຶ່ງ​ຮັກສາ​ຕີບເຂົ້າ​ເປັນ​ເຄື່ອງ​ທີ່​ລະນຶກ​ ແລະ ​ນຳ​ມາ​ວາງ​ສະ​ແດງ​ຢູ່​ໃນ​ເຮືອນ​ຢ່າງ​ສະຫງ່າ​ງາມ.

50 ປີແຫ່ງການສະສົມວັດຖຸສິ່ງຂອງທີ່ເປັນຫຼັກຖານພະຍານຄວາມຮັກຕໍ່ປະເທດ ລາວ
ທ່ານ ເລແຣວ ກັບວັດຖຸພັນທີ່ສະສົມໄວ້. ພາບ: ຫວູລານ

ແຕ່ຫຼັງຈາກເຫດການທີ່ນາລ້ອງ ເພິ່ນຈຶ່ງໄດ້ສະໝັກໃຈຢ່າງຈິງຈັງກາຍເປັນຜູ້ຮັກສາຄວາມຊົງຈໍາວັດຖຸພັນກ່ຽວກັບເພື່ອນຮ່ວມກົມກອງຂອງເພິ່ນ ແລະ ປະເທດຊາດ ປະຊາຊົນລາວ.

“ນາລ້ອງ ປີ 1968, ເພື່ອນຮ່ວມກົມກອງຂອງຂ້າພະເຈົ້າມີພະນັກງານ, ນັກຮົບເສຍສະຫຼະຊີວິດເພື່ອຊາດ 100 ກວ່າຄົນ, ລ້ວນແຕ່ມີອາຍຸແຕ່ 19-20 ປີ. ເຫດການ​ນີ້​ເຮັດ​ໃຫ້​ນາຍ​ພົນ​ຄົນ​ໜຶ່ງຕ້ອງ​ລົ້ມຂຸ​ເຂົ່າ​ລົງ​ຕໍ່ໜ້າ​ສົບ​ຂອງ​ເພື່ອນຮ່ວມກົມກອງ​ຂອງ​ຂ້າພະ​ເຈົ້າ​ ແລະ​ ຮ້ອງ​ໄຫ້,” ລາວ​ເລົ່າ​ຄືນ.

ການສະສົມວັດຖຸພັນໄວ້ກັບເພິ່ນຄືດັ່ງຟ້າເຮັດໃຫ້ເພິ່ນ, ເພິ່ນບໍ່ຫວາດຫວັ່ນຕໍ່ແດດ ແລະ ຝົນ, ກິ້ງເກືອກໄປທົ່ວທຸກແຫ່ງເພື່ອຊອກຫາວັດຖຸພັນຂອງສະໜາມຮົບເກົ່າ ເພື່ອເຮັດກິດຈະກຳອັນໃຫຍ່ຫຼວງຂອງຕົນ. ລຽບຕາມບັນດາແຂວງ, ນະຄອນເທິງແຜ່ນດິນຮູບຕົວໜັງສື S, ບ່ອນໃດມີເພື່ອນຮ່ວມກົມກອງພວມເກັບຮັກສາເຄື່ອງທີ່ລະນຶກ, ເພິ່ນລ້ວນແຕ່ໄປເຖິງບ່ອນ, ນໍາເອົາມາວາງສະແດງ ແລະ ເກັບຮັກສາເອງ.

ທ່ານ​ ເລົ່າ​ວ່າ: “​ໃນ​ຕົ້ນ​ປີ 2022, ​ເມື່ອ​ຂ້າພະ​ເຈົ້າ​ໄດ້​ຍິນ​ຂ່າວ​ຢູ່​ເມືອງ ເກິມຖຸຍ (​ແທັງ​ຮວ່າ), ມີ​ເພື່ອນ​ຮ່ວມກົມກອງ​ຮັກສາວັດຖຸພັັນຫຼາຍຢ່າງ, ​ເຖິງ​ວ່າ​ອາກາດ​ໜາວ​ເຢັນ​ກໍ່ຕາມ, ຂ້າພະ​ເຈົ້າ​ຍັງ​ໄປ​ຊອກ​ຫາ​ອີກ.

ແຕ່ 5 ໂມງເຊົ້າ, ຂ້າພະເຈົ້າພ້ອມກັບເມຍ ຖືກ້ອງຖ່າຍຮູບ, ຂີ່ລົດ Cup 50 ເກົ່າໆ ແລະ ເດີນທາງຜ່ານກວ່າ 70 ກິໂລແມັດເພື່ອຊອກຫາເຮືອນຂອງເພື່ອນຮ່ວມກົມກອງ. ຫຼັງ​ຈາກນັ້ນ ກໍເຊີນໃຫ້ຜົວເມຍຂ້າພະເຈົ້າ​ກິນ​ອາ​ຫານ​ທ່ຽງ, ເພື່ອນຮ່ວມກົມກອງໄດ້ມອບ​ກະ​ຕຸກໃສ່ນໍ້າ, ມີດພັບທີ່ເພື່ອນຮ່ວມກົມກອງໄດ້ເກັບຮັກສານັບແຕ່ຊຸມເດືອນປີໃນສະ​ຫນາມ​ຮົບ ໃຫ້ກັບ​ຂ້າ​ພະ​ເຈົ້າ​.

ກໍມີບັນດາເພື່ອນຮ່ວມກົມກອງທີ່ໄວ້ໃຈໄດ້ມາເຮືອນຂອງເພິ່ນ ເພື່ອມອບວັດຖຸພັນໃຫ້ເພິ່ນເກັບຮັກສາໄວ້. “ຫງວຽນວັນທີ (ປະຈຸບັນ, ອາຍຸ 82 ປີ, ຢູ່ເມືອງ ຈ້ຽວເຊີນ) ໄດ້ໃຊ້ຜ້າຫົ່ມຕຸ້ມໃຫ້ເພື່ອນຮ່ວມກົມກອງໄດ້ຮັບບາດເຈັບໜັກ, ຈາກນັ້ນກໍ່ຊ່ວຍຊີວິດຂອງທ່ານ ທີ ຜ່ານຜ່າພະຍາດໄຂ້ຍຸງຮ້າຍແຮງ, ເຊິ່ງແກ່ຍາວເປັນເວລາ 1 ເດືອນ. ມັນ​ເປັນ​ໝອນ​ຫົວ​ຕຽງ​ຂອງ​ທ່ານ ທີ ມາ​ເປັນ​ເວລາ​ຫຼາຍ​ປີ​ແລ້ວ, ແຕ່​ຍ້ອນ​ວ່າ​ເພິ່ນນັບຖືນ້ຳ​ໃຈ​ຂອງ​ເພື່ອນ​ຮ່ວມກົມກອງ, ທ່ານ ທິ ຈຶ່ງ​ແບ່ງປັນ​ໃຫ້​ຂ້າພະເຈົ້າ​ເຄິ່ງໜຶ່ງ”, ທ່ານ ແຣວ ເລົ່າ.

​ກໍ່ເປັນຄືແນວນັ້ນ, ​ໃນຕະຫຼອດ​ໄລຍະ​ເດີນທາງ​ໄປ​ເກັບສະສົມ​ເຄື່ອງ​ທີ່​ລະນຶກ ​ໄດ້​ນຳ​ເອົາ​ວັດຖຸ​ພັນ​ອັນ​ລ້ຳ​ຄ່າ​ເປັນ​ຈຳນວນ​ຫຼາຍ​ຄື: ປຶ້ມບັນທຶກ​ການສູ້​ຮົບ, ​ຊຸດທະຫານ, ​ຫຼຽນກາ ​ແລະ ຫຼຽນ​ໄຊ​ທີ່​ລັດຖະບານ​ລາວ​ ມອບ​ໃຫ້.

ສິ່ງ​ທີ່​ແປກ​ປະຫຼາດ​ທີ່​ສຸດ​ແມ່ນ ​ໃນ​ເຮືອນ​ທີ່​ລຽບ​ງ່າຍ​ນັ້ນ, ທຸກ​ສິ່ງ​ທຸກ​ຢ່າງ​ລ້ວນ​ແຕ່​ລຽບ​ງ່າຍ ແຕ່ທ່ານ ແຣວ ຍັງ​ລະ​ມັດ​ລະ​ວັງ, ດູ​ແລ​ວັດຖຸພັນ​ຊອງແຕ່​ລະ​ຄົນ​​ເປັນພິ​ເສດ. ເຮືອນບໍ່ມີເຄື່ອງປັບອາກາດ, ບໍ່ມີລໍາໂພງວິທະຍຸ, ໂທລະພາບທີ່ທັນສະໄຫມ, ຕຽງເກົ່າ, ພັດລົມໄຟຟ້າ 91 2 ໜ່ວຍ ເປີດຢູ່ໃນຫ້ອງຮັບແຂກ, ແຕ່ເພິ່ນຕິດຕັ້ງພັດລົມໃຫຍ່ 2 ໜ່ວຍເປັນພິເສດ, ເປີດຢ່າງຕໍ່ເນື່ອງເພື່ອໃຫ້ປຶ້ມ, ໜັງສືພິມ, ເອກະສານບໍ່ຕົກໂໝກ. ທ່ານກ່າວວ່າ, ເງິນທັງຫມົດ (ເງິນບໍານານແມ່ນ ກ່ວາ 8 ລ້ານດົ່ງຕໍ່ເດືອນ), ເຫື່ອແຮງ ແລະ ເວລາ ຜົວເມຍທ່ານລ້ວນແຕ່ໄດ້ໃຊ້ໃນການເດີນທາງຊອກຫາ, ເກັບສະສົມ, ປົກປັກຮັກສາ ວັດຖຸພັນ.

ຂີງເຜັດ, ເກືອເຄັມ... “ໃນເສັ້ນທາງແຫ່ງຄວາມຮັກ”

ຈິດໃຈຂອງຜົົວເມຍເພິ່ນແມ່ນບໍ່ແມ່ນໃຜກໍ່ເຂົ້າໃຈ, ເຂົາເຈົ້າເວົ້າວ່າເພິ່ນປໍ້າໆເປີ໋ໆ, ເຮັດໃນສິ່ງທີ່ບໍ່ຮູ້ອັນໃດເປັນອັນໃດ, ຄວນເກັບເງິນໄວ້ເມື່ອເຈັບປ່ວຍ ແລະ ເຖົ້າແກ່. ຢ່າງໃດກໍ່ຕາມ, ເພິ່ນລ້ວນແຕ່ປັດປ່າຍອອກ ເພື່ອບັນລຸຄວາມປາຖະຫນາຂອງຕົນ.

ທ່ານ ແຣວ ແບ່ງປັນວ່າ “ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ຢາກ​ເກັບ​ຮັກ​ສາ​ໄວ້​ແມ່ນ​ຄວາມ​ຊົງ​ຈຳ, ວັດຖຸພັນຂອງ​ເພື່ອນ​ຮ່ວມ​ກົມກອງ. ຜ່ານນັ້ນ ກໍຫວນຄືນເຖິງສະໄໝທີ່ຂ້າພະເຈົ້າໄດ້ດຳລົງຊີວິດ ແລະ ຕໍ່ສູ້ຢູ່ໃນປະເທດເພື່ອນລາວ. ຖ້າວ່າ ປະຈຸບັນຂ້າພະເຈົ້າບໍ່ຄົ້ນຫາ ແລະ ເກັບຮັກສາວັດຖຸພັນໄວ້, ປ່ອຍໃຫ້ສູນເສຍໄປແລ້ວ ຈະບໍ່ສາມາດຊອກຫາຄືນໄດ້ອີກ”.

50 ປີແຫ່ງການສະສົມວັດຖຸສິ່ງຂອງທີ່ເປັນຫຼັກຖານພະຍານຄວາມຮັກຕໍ່ປະເທດ ລາວ
ແຕ່​ລະ​ມື້, ທ່ານ​ ເລແຣວ ຍັງໝົກໝຸ້ນ​ຄົ້ນຄວ້າ​ບັນດາ​ເອກະສານ​ທີ່​ບັນທຶກ​ຢູ່​ສະໜາມ​ຮົບ​ເກົ່າ. ພາບ: ຫວູລານ

ໂຊກດີໃນການເດີນທາງຊອກຫາວັດຖຸພັນນັ້ນ, ເພິ່ນລ້ວນແຕ່ໄດ້ຮັບການສະຫນັບສະຫນູນຈາກເມຍຊື່ ໂດ໊ທິອຽນ (76 ປີ). ແມ່ເຖົ້າ ອຽນ ເລົ່າວ່າ “ເພື່ອ​ໃຫ້ເພິ່ນ​ມີ​ຄ່າ​ໃຊ້​ຈ່າຍ​ໃນ​ການ​ເດີນ​ທາງ, ຂ້າ​ພະ​ເຈົ້າ​ຕ້ອງ​ຄິດ​ໄລ່​ຄ່າ​ໃຊ້​ຈ່າຍ​, ການ​ກິນ​​ຢູ່​ໃນ​ເຮືອນ. ​ມີ​ຈຸດເວລາ, ​ເງິນ​ບຳນານ​ແມ່ນ​ກວ່າ 8 ລ້ານ​ດົ່ງ/​ເດືອນ, ສອງ​ເຖົ້າ​ ​ກໍ່​ມີ​ພຽງ​ພໍ​ສຳລັບ​ການ​ເດີນທາງ”.

ຄວາມໄຝ່ຝັນໃນໃຈ

ການ​ເຂົ້າ​ຮ່ວມ​ການ​ປະ​ກວດ “ໃຫ້ຂອງລະນຶກເລົ່າເລື່ອງ” ສໍາລັບທ່ານ ເລແຣວ, ນັ້ນຍັງແມ່ນວິທີເພື່ອ​ປະ​ຕິ​ບັດ​ຄວາມ​ມຸ່ງ​ຫວັງ​ອີກ​ຢ່າງ​ໜຶ່ງ. ໃນ​ບັນ​ດາວັດຖຸພັນ 60 ຢ່າງທີ່ເຂົ້າຮ່ວມການປະກວດ​, ມີ 4 ຫຼຽນໄຊອິດສະຫຼະ ​ຊັ້ນ​ຫນຶ່ງ​​.

50 ປີແຫ່ງການສະສົມວັດຖຸສິ່ງຂອງທີ່ເປັນຫຼັກຖານພະຍານຄວາມຮັກຕໍ່ປະເທດ ລາວ
ເອກະສານຈໍານວນຫຼາຍທີ່ສອງເຖົ້າເກັບຮັກສາໄວ້ ແມ່ນມີຄຸນຄ່າຫຼາຍທີ່ສຸດ. ພາບ: ຫວູລານ

ຫຼຽນໄຊ ໂດຍທ່ານ ເລກວາງເທິ່ຍ ​ (ກວາງ​ເຊືອງ, ແທັງ​ຮວ່າ) ​ມອບໃຫ້​ທ່ານ ກ່ອນທີ່ຈະໄປດໍາລົງຊີວິດຢູ່ພາກ​ໃຕ້.

ໃນຕະຫຼອດໄລຍະ 20 ປີຜ່ານມາ, ເພິ່ນພ້ອມດ້ວຍ ເພື່ອນຮ່ວມກົມກອງ ໄດ້ຊອກຫາຂໍ້ມູນເພື່ອສົ່ງຫຼຽນໄຊ 4 ຫຼຽນ ໃຫ້ແກ່ຍາດຕິພີ່ນ້ອງຂອງ 4 ນັກຮົບເສຍສະຫຼະຊີວິດເພື່ອຊາດ.

ທ່ານ ແຣວ ແບ່ງປັນວ່າ “ຂ້າ​ພະ​ເຈົ້າ​ຫວັງ​ວ່າ​ມື້​ຫນຶ່ງ​ຄອບ​ຄົວ​ຂອງ 4 ນັກຮົບເສຍສະຫຼະຊີວິດເພື່ອຊາດ ຈະ​​ຮູ້​ຂໍ້​ມູນ​ຂ່າວ​ ​ແລະ ​ມາຊອກຫາ​ເພື່ອຕ້ອນ​ຮັບເອົາຄວາມເປັນ​ກຽດ ​ແລະ ​ພາກ​ພູມ​ໃຈ​ກັບເມືອໃຫ້ລູກຫຼານ​ຂອງ​ຕົນ. ດັ່ງນັ້ນ, ຂ້າພະເຈົ້າໄດ້ນໍາເອົາວັດຖຸພັນທັງຫມົດທີ່ຂ້າພະເຈົ້າພວມມີເຂົ້າຮ່ວມການປະກວດ”.

ໃຫຍ່ກວ່າໝູ່ໝົດ, ຄວາມປາຖະຫນາຂອງເພິ່ນແມ່ນຢາກມີຫໍພິພິທະພັນ ເພື່ອເກັບຮັກສາວັດຖຸພັນຂອງເພິ່ນທີ່ອອກເຫື່ອເທແຮງເກັບສະສົມ.

ທ່ານ ແຣວ ແບ່ງປັນວ່າ “ຂ້າ​ພະ​ເຈົ້າ​ປາດ​ຖະ​ໜາ​ວ່າ ຜ່ານ​ບັນ​ດາ​ວັດຖຸພັນ, ເອກະສານທີ່ໄດ້ເກັບສະສົມ ເພື່ອແຜ່ຂະຫຍາຍສາຍໃຈເພື່ອນຮ່ວມກົມກອງ, ເພື່ອນມິດສະຫາຍ, ຄວາມ​ກ້າ​ຫານ​ໃນ​ການ​ຕໍ່​ສູ້, ການ​ເສຍ​ສະ​ຫຼະ​ຂອງ​ບັນ​ດາ​ນັກ​ຮົບ​ເກົ່າທະຫານອາສາສະໝັກ ​ຫວຽດ​ນາມ ຢູ່ປະເທດລາວ ໃຫ້ໄປໄກກວ່າອີກ. ແລະໄປໄກກວ່າ​ນັ້ນ, ທ່ານກໍ​ປາດ​ຖະ​ໜາ​ວ່າ ​ນ້ຳ​ໃຈ​ຮັກ​ແພງການ​ປະ​ຕິ​ວັດ​ຈະສືບ​ຕໍ່​ໄດ້​ຮັບ​ການ​ເພີ່ມພູນຄູນສ້າງ, ນໍ້າໃຈມິດຕະພາບ, ຄວາມ​ສາ​ມັກ​ຄີ​ຫວຽດ​ນາມ - ລາວ ຈະໄດ້ຮັບການ​ເພີ່ມພູນຄູນສ້າງໃຫ້ເລິກ​ເຊິ່ງກວ່າອີກ”.

​ເພື່ອ​ຕອບ​ຄືນ​ຄວາມ​ຮັກ​ແພງ ​ແລະ ຄວາມ​ພະຍາຍາມ​ຂອງຜົວເມຍ​ ທ່ານ ແຣວ ໃນຫຼາຍ​ປີຜ່ານມາ, ບັນດາ​ເພື່ອນ​ລາວ​ໄດ້​ສະ​ແດງ​ຄວາມຮູ້ບຸນຄຸນ. ປີ 2019, ​ໂດຍ​ໄດ້​ຮັບ​ຮູ້​ເຖິງ​ການ​ປະກອບສ່ວນ​ຂອງຜົວເມຍເພິ່ນ ​ໃນ​ພາລະກິດ​ປະຕິວັດ​ລາວ, ການ​ນຳ​ແຂວງ​ຫົວພັນ ​ໄດ້​ເປັນ​ປະທານຈັດ​ພິທີງານແຕ່ງດອງ​ຄໍາ (50 ປີ) ​ໃຫ້​ຜົວເມຍທ່ານ ເລແຣວ ​ແລະ 4 ຄູ່ຜົວ​ເມຍ​ນັກຮົບ​ອາສາ​ສະໝັກ​ອື່ນອີກ, ​ໂດຍ​ຈັດຕາມຮີດພິທີແຕ່ງດອງຂອງຄົນລາວ.

“ນັ້ນ​ເປັນ​ຄວາມ​ຊົງ​ຈໍາ, ຄວາມເປັນກຽດ​ ແລະ ​ຄວາມ​ສຸກ​ທີ່​ບໍ່​ອາດ​ລືມ​ໄດ້. ການນໍາແຂວງຫົວພັນ ໄດ້ເປັນຜູ້ຕາງໜ້າ (ເຈົ້າພາບ) ໃນພິທີແຕ່ງດອງໃຫ້ພວກຂ້າພະເຈົ້າ, ໄດ້ຫົດນ້ຳດ້ວຍ “ຫອຍສັງ” ແລະ ບາສີສູ່ຂວັນ, ກິນໄຂ່ຕົ້ມ...” ທ່ານ ແຣວ ເລົ່າຄືນ ແລະ ສະແດງຄວາມປາດຖະໜາວ່າ: ​ພິທີແຕ່ງດອງເພັດພອຍຂອງປູ່ຜົວເມຍ​ທ່ານຈະຈັດຂຶ້ນໃນປະເທດລາວ.

ປີ 1965, ທ່ານ ເລແຣວ ໄດ້ອອກສະໜາມຮົບ, ເປັນພະນັກງານໂຄສະນາອົບຮົມຢູ່ກອງພັນໃຫຍ່ 217 ທະຫານຊ່າງແສງ. ກົມກອງ​ຂອງ​ເພິ່ນ​ໄດ້​ໄປຕັ້ງທັບ​ຢູ່​ຊຳເໜືອ​, ແຂວງຫົວພັນ ແລະ ​ແຂວງ​ຊຽງ​ຂວາງ (ສາທາລະນະ​ລັດ ​ປະຊາທິປະ​ໄຕ​ ປະຊາຊົນ​ ລາວ).

ປີ 1969, ເພິ່ນໄດ້​ແຕ່ງ​ງານ​ກັບ​ທ່ານ​ນາງ ໂດ໊ທິອຽນ ເຊິ່ງເປັນເພື່ອນຮ່ວມກົມກອງຂອງເພິ່ນ ແລະ ເປັນນາງພະຍາບານທີ່ດູແລເພິ່ນເປັນປະຈຳ. ປີ 1975, ທ່ານ​ໄດ້​ອອກ​ຈາກ​ປະ​ເທດ​ລາວ ​ແລະ ​ກັບ​ຄືນ​ເມືອ​ແຂວງ​ແທັງ​ຮວ່າ ​ເພື່ອ​ດຳລົງ​ຊີວິດ​ ແລະ​ ເຮັດ​ວຽກ.

ທ່ານ​ຮອງ​ເອກ​ອັກຄະ​ລັດຖະທູດວິສາມັນຜູ້​ມີ​ອຳນາດ​ເຕັມແຫ່ງ ສປປ ລາວ ປະຈຳ ຫວຽດນາມ ຈັນ​ທະ​ພອນ ​ຄຳ​ມະນີຈັນ ​ໃຫ້​ຄຳສັງເກດວ່າ: “​ໃນ​ບັນດາ​ວັດຖຸພັນ​ທີ່ຜົວເມຍ​ນັກຮົບ​ເກົ່າ ເລແຣວ ​ມອບໃຫ້, ມີ​ບັນດາ​ວັດຖຸພັນ​ທີ່​ໄດ້​ຮັບ​ການ​ຮັກສາ​ມາ​ເປັນ​ເວລາ​ກວ່າ​ເຄິ່ງສະຕະວັດ, ຕິດ​ພັນ​ກັບສາຍພົວພັນ​ຫວຽດນາມ ​ລາວ ​ແລະ ຊຸມເດືອນປີສົງຄາມ​ອັນ​ລຳບາກ​​ຂອງ​​ນັກຮົບເກົ່າ ທະຫານອາສາສະໝັກ ຫວຽດນາມ. ຖ້າບໍ່ມີວັດຖຸພັນຂອງເຂົາເຈົ້າ, ຄົນຮຸ່ນຫຼັງຈະບໍ່ສາມາດ ຮູ້ໄດ້ວ່າ ເຂົາເຈົ້າຕໍ່ສູ້ ແລະ ຊ່ວຍເຫຼືອການປະຕິວັດລາວ ຄືແນວໃດ?”.

ຫວູລານ

ເຫດການ