WB ຫວຽດນາມມີໂອກາດທີ່ດີໃນການເພີ່ມປະສິດທິພາບຜົນຜະລິດ

07:07 | 25/09/2019

ຍສໝ - ເຖີງແມ່ນວ່າຫວຽດນາມຈະມີທ່າແຮງບົ່ມຊ້ອນທຸກດ້ານໃນການພັດທະນາໃຫ້ປະສົບຜົນສໍາເລັດ, ແຕ່ກໍ່ຍັງມີຄວາມຈຳເປັນທີ່ຈະຕ້ອງມີການປະຕິຮູບຢ່າງເຂັ້ມແຂງເພື່ອໃຫ້ປະເທດຊາດສາມາດຄ້ວາໂອກາດໃນອານາຄົດ ແລະ ຄຸ້ມຄອງປ້ອງກັນອັດຕາຄວາມສຽ່ງ, ອຳນວຍການຂອງທະນາຄານໂລກ (WB) ປະຈໍາຫວຽດນາມໄດ້ພິນິໄສໃນເວທີກອງປະຊຸມການພັດທະນາ ແລະ ປະຕິຮູບຫວຽດນາມ ປີ 2019 (VRDF) ໃນຕອນເຊົ້າຂອງວັນທີ່ 19/9 ທີ່ຜ່ານມານີ້.

WB ຫວຽດນາມມີໂອກາດທີ່ດີໃນການເພີ່ມປະສິດທິພາບຜົນຜະລິດ

ພາບປະກອບ

ທ່ານ: Ousmane Dione ເຊື່ອວ່າ: ການປ່ຽນແປງທາງດ້ານເຕັກໂນໂລຢີກຳລັງເກີດຂື້ນເຊີ່ງບໍ່ເຄີຍມີປາກົດການນີ້ມາກ່ອນ, ບັນດາການພັດທະນາເຫລົ່ານີ້ມີຄວາມສໍາຄັນຢ່າງຍີ່ງ, ສໍາລັບປະເທດຫວຽດນາມທີ່ເຄີຍເພີ່ງພາອາໄສການຄ້າໂລກເປັນໜື່ງໃນທ່າແຮງຜັກດັນສູ່ການຈະເລີນເຕີບໂຕ, ຮູບແບບເສດຖະກິດຂອງຫວຽດນາມກໍາລັງຜະເຊີນໜ້າກັບຄວາມທ້າທາຍຢູ່ພາຍໃນປະເທດເຊັ່ນ: ຕົວເລກປະຊາກອນຜູ້ສູງອາຍຸເພີ່ມຂື້ນ, ການສະສົມທືນຮອນ ແລະ ອັດຕາສ່ວນຜົນໄດ້ຮັບຈາກການລົງທືນຕໍ່າ, ການທົດຖອຍຂອງທືນທໍາມະຊາດ ແລະ ທືນຊັບພະຍາກອນມະນຸດອ່ອນແອ,ຄວາມສາມາດໃນການກວດສອບການເພີ່ມປະສິດທິພາບຜົນຜະລິດຍັງເຮັດບໍ່ທັນໄດ້ດີ.

ເນື່ອງຈາກປະເທດຫວຽດນາມມີຄວາມຕ້ອງການການປະຕິຮູບທີ່ເຂັ້ມແຂງເພື່ອຈະສາມາດກຳໄດ້ກາລະໂອກາດອໍານວຍການທະນາຄານໂລກ (WB) ຊີ້ແຈງວ່າ: ພາກສ່ວນທໍາອິດທີ່ຈະຕ້ອງໄດ້ປະຕິຮູບກໍ່ຄືຕ້ອງຊອກຫາວິທີການເພື່ອມາແກ້ໄຂຈຸດອ່ອນພື້ນຖານໃນຮູບແບບການຂະຫຍາຍຕົວຂອງປະຈຸບັນ, ທືນສ່ວນຫລາຍທີ່ໄປຂື້ນຢູ່ກັບການສະສົມປັດໄຈດ້ວຍການປະກອບສ່ວນເພື່ອເພີ່ມປະສິດທິພາບຜົນຜະລິດຍັງມີຈໍາກັດ.

ໃນສະພາບແວດລ້ອມການປະຕິວັດອຸດສາຫະກຳຍຸກ 4.0 ທີ່ກຳລັງພັດທະນາຢ່າງໄວວານີ້, ຫວຽດນາມມີໂອກາດທີ່ດີເພື່ອເພີ່ມປະສິດທິພາບຜົນຜະລິດດວ້ຍການຂະຫຍັບຕົວເຂົ້າໃກ້ຂອບເຂດເຕັກໂນໂລຢີໃນທົ່ວໂລກ, ດັ່ງນັ້ນຈໍາເປັນຕ້ອງໄດ້ມີການວາງແຜນນະໂຍບາຍເພື່ອກະຕຸ້ນການຂະຫຍາຍຕົວນະວັດຕະກຳໃໝ່, ນໍາມາປະດິດສ້າງ ແລະ ໝູນໃຊ້ຢ່າງເຕັມສ່ວນເຂົ້າໃນການປະຕິວັດອຸດສາຫະກຳຍຸກ 4.0.

ພາກສ່ວນທີ່ສອງຂອງການປະຕິຮູບກ່ຽວກັບສະຖາບັນການຕະຫລາດ, ເຖີງແມ່ນວ່າຈະມີຜົນງານໃນຫລາຍດ້ານທີ່ເປັນໜ້າເພີ່ງພໍໃຈ, ໃນຂະບວນວິວັດການປ່ຽນແປງທາງດ້ານເສດຖະກິດ, ຫວຽດນາມຍັງບໍ່ທັນໄດ້ສ້າງລະບົບການພັດທະນາສະຖາບັນການຕະຫລາດທີ່ມີປະສິດທິພາບ ແລະ ປະສິດທິຜົນ, ສີ່ງນີ້ໄດ້ກາຍເປັນອຸປະສັກກີດຂວາງຕໍ່ການພັດທະນາຂອງພາກສ່ວນເອກະຊົນພາຍໃນປະເທດ, ຕ້ອງຮັບປະກັນໃຫ້ມີການແຂ່ງຂັນຢ່າງຕັ້ງໜ້າ.

ຕາມການພິນິໄສຂອງທ່ານ: Ousmane Dione ຍຸດທະສາດການພັດທະນາເສດຖະກິດ-ສັງຄົມໄດ້ຖືກອອກແບບມາເປັນຢ່າງດີນັ້ນມັນມີຄວາມໝາຍຄວາມສໍາຄັນຫລາຍຕໍ່ກັບປະເທດຫວຽດນາມ, ດັ່ງນັ້ນ; ບັນດາບູລິມະສິດ ແລະ ການຈັດຕັ້ງປະຕິບັດຈີ່ງຈໍາເປັນຕ້ອງມີການກຳນົດໄວ້ຢ່າງສັດເຈນພ້ອມທັງມີຜົນບັງຄັບໃຊ້ໄດ້ໂດຍຕ້ອງຄໍານືງເຖີງສະພາບການຕົວຈີງຂອງທ້ອງຖີ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງ.

ພວກຂ້າພະເຈົ້າຕ້ອງການສັງລວມຕາມການພິຈາລະນາຮູບແບບວິທີທີ່ຫວຽດນາມຈັດລຽງ ແລະ ສ້າງວາລະການປະຕິຮູບເພື່ອການຈັດຕັ້ງປະຕິບັດຕົວຈີງໃນສັດຕະວັດຕໍ່ໄປ, ພວກເຮົາຈົ່ງມາພ້ອມກັນຄົ້ນຄິດການປ່ຽນແປງໃໝ່ຢ່າງປະດິດສ້າງ, ກ້າຫານທີ່ຈະເປີດກວ້າງ, ຖືຕົວຈີງເປັນສໍາຄັນ ແລະ ໃຫ້ກາຍເປັນຮູບປະທໍາຂື້ນມາ, ພວກເຮົາຕ້ອງຮັບປະກັນວ່າບັນດາມາດຕາການທີ່ພວກເຮົາວາງອອກໄປນັ້ນຈະສາມາດນໍາໄປຈັດຕັ້ງປະຕິບັດໃນຕົວຈີງໄດ້.

(ໄຊພອນ)

ເຫດການ
302 Found

Found

The document has moved here.