![]() |
| ພາບປະກອບ. |
ກ້າວເຂົ້າສູ່ໄລຍະແຫ່ງການພັດທະນາໃໝ່, ໂດຍສະເພາະແມ່ນພາຍຫຼັງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ, ຄວາມຮຽກຮ້ອງຕ້ອງການໃນການປ່ຽນແປງໃໝ່ການຈັດຕັ້ງ ແລະ ການເຄື່ອນໄຫວຂອງບັນດາສະມາຄົມ ບໍ່ແມ່ນພຽງແ່ວັນຫາດ້ານເຕັກນິກການຈັດຕັ້ງອີກຕໍ່ໄປ, ແຕ່ໄດ້ກາຍເປັນຄວາມຮຽກຮ້ອງຕ້ອງການທີ່ມີລັກສະນະຍຸດທະສາດ, ຕິດພັນໂດຍກົງກັບການປັບປຸງ “ທ່າສະໜາມຮົບຈິດໃຈປະຊາຊົນ”, ເສີມຂະຫຍາຍກຳລັງແຮງສັງລວມຂອງທົ່ວສັງຄົມໃນຍຸກສະໄໝແຫ່ງການພັດທະນາໃໝ່.
ຢືນຢັນບົດບາດໃນລະບົບການເມືອງ ແລະ ຊີວິດສັງຄົມ
ຕົວຈິງໃນໄລຍະຜ່ານມາສະແດງໃຫ້ເຫັນວ່າ, ບັນດາສະມາຄົມມະຫາຊົນ ທີ່ພັກ ແລະ ລັດມອບໝາຍໜ້າທີ່ໃຫ້ ນັ້ນ ໄດ້ເສີມຂະຫຍາຍບົດບາດຂອງຕົນຢ່າງຈະແຈ້ງໃນຫຼາຍດ້ານ. ນັບແຕ່ວຽກງານໂຄສະນາ, ຂົນຂວາຍປະຊາຊົນປະຕິບັດແນວທາງຂອງພັກ, ນໂຍບາຍກົດໝາຍຂອງລັດ; ໄປຮອດການເຂົ້າຮ່ວມໃຫ້ຄຳປຶກສາ, ວິຈານສັງຄົມ; ນັບແຕ່ການເຄື່ອນໄຫວມະນຸດສະທຳ, ສະຫວັດດີການສັງຄົມ ໄປຮອດການພັດທະນາວິທະຍາສາດ – ເຕັກໂນໂລຊີ, ວັດທະນະທຳ – ສິລະປະ, ການຕ່າງປະເທດປະຊາຊົນ... ບັນດາສະມາຄົມລ້ວນແຕ່ມີການປະກອບສ່ວນຢ່າງແທດຕົວຈິງ.
ໂດຍສະເພາະ, ໃນສະພາບການທີ່ປະເທດຊາດຊຸກຍູ້ການຫັນເປັນດີຈີຕອນ, ພັດທະນາເສດຖະກິດພູມປັນຍາ ແລະ ການເຊື່ອມໂຍງສາກົນຢ່າງກວ້າງຂວາງ, ບັນດາສະມາຄົມໄດ້ກາຍເປັນບ່ອນເຕົ້າໂຮມຖັນແຖວປັນຍາຊົນ, ຊ່ຽວຊານ, ນັກສິລະປິນ, ນັກທຸລະກິດ – ເຊິ່ງແມ່ນກຳລັງທີ່ມີບົດບາດນັບມື້ນັບສຳຄັນໃນການພັດທະນາປະເທດຊາດ. ຫຼາຍສະມາຄົມໄດ້ເຂົ້າຮ່ວມຢ່າງຕັ້ງໜ້າໃນວິວັດທະນາການສ້າງນໂຍບາຍ, ປະກອບສ່ວນຫຼາຍສິບພັນຄຳເຫັນວິຈານ, ໃຫ້ຄຳປຶກສາແກ່ບັນດາຮ່າງເອກະສານນິຕິກຳ ແລະ ບັນດາແຜນງານພັດທະນາເສດຖະກິດ – ສັງຄົມ.
ເອກະສານກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ສືບຕໍ່ຢືນຢັນວ່າ: ການເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ ແມ່ນໜ້າທີ່ຍຸດທະສາດ, ແມ່ນກຳລັງຊຸກດັນ ແລະ ແຫຼ່ງທຶນສຳຄັນເພື່ອພັດທະນາປະເທດຊາດໃຫ້ໄວ ແລະ ຍືນຍົງ. ໃນພາບລວມນັ້ນ, ລະບົບແນວໂຮມປະເທດຊາດ ຫວຽດນາມ ແລະ ບັນດາອົງການຈັດຕັ້ງສະມາຊິກ, ໃນນັ້ນມີບັນດາສະມາຄົມມະຫາຊົນ, ຖືບົດບາດເປັນແກນກາງໃນການເຕົ້າໂຮມ, ສາມັກຄີ, ເສີມຂະຫຍາຍກຳລັງແຮງຂອງບັນດາຊັ້ນຄົນໃນສັງຄົມ.
ການປັບໂຄງສ້າງການຈັດຕັ້ງ – ບາດກ້າວທີ່ຫຼີກເວັ້ນບໍ່ໄດ້ຈາກຄວາມຮຽກຮ້ອງຕ້ອງການຕົວຈິງ
ໃນສະພາບການນັ້ນ, ການປັບປຸງ, ເພີ່ມເຕີມ, ປະກາດໃຊ້ ແລະ ຜັນຂະຫຍາຍຂໍ້ຕົກລົງສະບັບເລກທີ 118-QĐ/TW ຂອງຄະນະເລຂາທິການ, ພ້ອມກັບແຈ້ງການສະຫຼຸບສະບັບເລກທີ 230-KL/TW ລົງວັນທີ 05 ມັງກອນ 2026 ຂອງກົມການເມືອງ, ຄະນະເລຂາທິການ ກ່ຽວກັບການຈັດສັນ, ປັບປຸງໃຫ້ກະທັດຮັດບັນດາສະມາຄົມມະຫາຊົນ ໄດ້ສ້າງຂອບເຂດການເມືອງ – ນິຕິກຳທີ່ສຳຄັນ ເພື່ອປັບໂຄງສ້າງລະບົບສະມາຄົມຕາມທິດທາງກະທັດຮັດ, ມີສັກສີ ແລະ ປະສິດທິຜົນ.
ຕາມນັ້ນແລ້ວ, ລະບົບບັນດາສະມາຄົມຢູ່ສູນກາງໄດ້ຮັບການກວດກາ, ປັບປຸງຄືນຍັງເຫຼືອ 29 ສະມາຄົມ, ພ້ອມທັງປະຕິບັດການໂຮມເຂົ້າກັນ, ຈັດສັນຄືນບາງການຈັດຕັ້ງພາຍໃນຕາມທິດທາງຫຼຸດຜ່ອນຂອດຂັ້ນ, ແກ້ໄຂການເຮັດວຽກຊ້ຳຊ້ອນ, ຍົກສູງປະສິດທິຜົນການເຄື່ອນໄຫວ. ນີ້ບໍ່ພຽງແຕ່ແມ່ນການປັບປຸງດ້ານຈຳນວນເທົ່ານັ້ນ, ແຕ່ສຳຄັນກວ່ານັ້ນແມ່ນການຫັນປ່ຽນດ້ານຈິນຕະນາການການຈັດຕັ້ງ, ຈາກ “ການຂະຫຍາຍຂະໜາດ” ໄປສູ່ “ການຍົກສູງຄຸນນະພາບ ແລະ ປະສິດທິຜົນຕົວຈິງ”.
ການປັບປຸງບັນດາການຈັດຕັ້ງພັກຂອງສະມາຄົມ ໃຫ້ມາຂຶ້ນກັບຄະນະພັກແນວໂຮມປະເທດຊາດ, ບັນດາອົງການຈັດຕັ້ງມະຫາຊົນສູນກາງ ຍັງໄດ້ໝາຍເຖິງບາດກ້າວຫັນປ່ຽນສຳຄັນໃນວິທີການນຳພາຂອງພັກ, ຮັບປະກັນການນຳພາທີ່ລວມສູນ, ເປັນເອກະພາບ, ທັງເພີ່ມທະວີລັກສະນະກຳນົດທິດທາງການເມືອງຕໍ່ກັບການເຄື່ອນໄຫວຂອງບັນດາສະມາຄົມ.
ເຖິງຢ່າງໃດກໍຕາມ, ຫາກເບິ່ງຢ່າງພາວະວິໄສ, ວິວັດທະນາການຈັດສັນໃນປັດຈຸບັນ ຈຳເປັນຕ້ອງສືບຕໍ່ປັບປຸງໃຫ້ສອດຄ່ອງກັບສະພາບການໃໝ່. ຮູບແບບການຈັດຕັ້ງຂອງຫຼາຍສະມາຄົມຍັງຄົງຄົງເຄືອ; ຈຳນວນຫົວໜ່ວຍຂຶ້ນກັບຍັງມີຫຼາຍ; ໜ້າທີ່ ແລະ ພາລະບົດບາດຂອງບາງສະມາຄົມຍັງມີຂໍ້ຄົງຄ້າງ; ປະສິດທິຜົນການເຄື່ອນໄຫວຍັງບໍ່ທັນຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຕົວຈິງ.
ບັນດາວັນຫາທີ່ຕັ້ງຂຶ້ນຈາກຕົວຈິງ
ໜຶ່ງໃນບັນດາວັນຫາທີ່ພົ້ນເດັ່ນໃນປັດຈຸບັນແມ່ນ ກົນໄກການເຄື່ອນໄຫວຂອງບັນດາສະມາຄົມ ຍັງບໍ່ທັນກ້າວທັນກັບຄວາມຮຽກຮ້ອງຕ້ອງການແຫ່ງການພັດທະນາຢ່າງແທ້ຈິງ. ກົນໄກການມອບໝາຍໜ້າທີ່ຍັງມີລັກສະນະບໍລິຫານ, ບໍ່ທັນຕິດພັນຢ່າງແໜ້ນແຟ້ນກັບຜະລິດຕະພັນຜົນໄດ້ຮັບ ແລະ ປະສິດທິຜົນຕົວຈິງ. ໃນຂະນະນັ້ນ, ແຫຼ່ງທຶນການເງິນຊ້ຳພັດອີງໃສ່ງົບປະມານແຫ່ງລັດເປັນຕົ້ນຕໍ, ເຮັດໃຫ້ຂາດລັກສະນະເປັນເຈົ້າການ ແລະ ສ້າງສັນຂອງການຈັດຕັ້ງສະມາຄົມ.
ຕົວຈິງສະແດງໃຫ້ເຫັນວ່າ, ໃນໄລຍະ 2021–2025, ງົບປະມານແຫ່ງລັດທີ່ໄດ້ແບ່ງປັນໃຫ້ແກ່ການເຄື່ອນໄຫວຂອງບັນດາສະມາຄົມຍັງມີຈຳນວນຂ້ອນຂ້າງຫຼາຍ, ແຕ່ກົນໄກການແບ່ງປັນຍັງບໍ່ທັນຕິດພັນກັບປະສິດທິຜົນຢ່າງແທ້ຈິງ, ບໍ່ທັນສ້າງກຳລັງຊຸກດັນທີ່ແຮງພໍ ເພື່ອໃຫ້ບັນດາສະມາຄົມປ່ຽນແປງໃໝ່ວິທີການເຄື່ອນໄຫວ.
ນອກຈາກນັ້ນ, ຂີດຄວາມສາມາດໃນການບໍລິຫານພາຍໃນ, ໂດຍສະເພາະແມ່ນການຄຸ້ມຄອງບັນດາຫົວໜ່ວຍຂຶ້ນກັບ ຂອງບາງສະມາຄົມຍັງມີຂໍ້ຈຳກັດ; ການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ, ການຫັນເປັນດີຈີຕອນ ຍັງບໍ່ທັນເປັນເອກະພາບ; ວິທີການເຕົ້າໂຮມ, ຂົນຂວາຍສະມາຊິກຍັງປ່ຽນແປງໃໝ່ຊັກຊ້າ, ບໍ່ທັນສອດຄ່ອງກັບສະພາບການສັງຄົມດີຈີຕອນ ແລະ ເສດຖະກິດດີຈີຕອນ.
ຂໍ້ຈຳກັດເຫຼົ່ານີ້, ຫາກບໍ່ໄດ້ຮັບການແກ້ໄຂຢ່າງທັນການ, ຈະເຮັດໃຫ້ບົດບາດຂອງບັນດາສະມາຄົມໃນລະບົບການເມືອງ ແລະ ຊີວິດສັງຄົມຫຼຸດນ້ອຍຖອຍລົງ.
ທິດທາງການປ່ຽນແປງໃໝ່ຕາມຈິດໃຈກອງປະຊຸມໃຫຍ່ ຄັ້ງທີ XIV ແລະ ມະຕິ 80
ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກ ໄດ້ວາງຄວາມຮຽກຮ້ອງຕ້ອງການວ່າ ຕ້ອງສືບຕໍ່ປ່ຽນແປງໃໝ່ຢ່າງແຂງແຮງ ວິທີການເຄື່ອນໄຫວຂອງແນວໂຮມປະເທດຊາດ ແລະ ບັນດາອົງການຈັດຕັ້ງການເມືອງ – ສັງຄົມ, ບັນດາສະມາຄົມມະຫາຊົນ ຮັບປະກັນຄວາມແທດຕົວຈິງ, ມີປະສິດທິຜົນ, ຫັນລົງສູ່ຮາກຖານຢ່າງແຂງແຮງ, ເອົາປະຊາຊົນເປັນໃຈກາງ.
ໃນແນວຄິດດຽວກັນນັ້ນ, ມະຕິສະບັບເລກທີ 80-NQ/TW ກ່ຽວກັບການພັດທະນາວັດທະນະທຳໃນໄລຍະໃໝ່ ໄດ້ເນັ້ນໜັກເຖິງຄວາມຮຽກຮ້ອງຕ້ອງການ ເສີມຂະຫຍາຍບົດບາດຂອງບັນດາອົງການຈັດຕັ້ງສັງຄົມ, ບັນດາສະມາຄົມວິຊາຊີບ ໃນການສ້າງລະບົບຄຸນຄ່າວັດທະນະທຳ ແລະ ຄົນຫວຽດນາມ, ປຸກລະດົມຄວາມມຸ່ງຫວັງພັດທະນາປະເທດຊາດ.
ອີງຕາມພາບລວມນັ້ນ, ການປ່ຽນແປງໃໝ່ການຈັດຕັ້ງ ແລະ ການເຄື່ອນໄຫວຂອງບັນດາສະມາຄົມ ຈຳເປັນຕ້ອງໄດ້ຮັບການກຳນົດທິດທາງຕາມບາງແກນຫຼັກຄື:
ທີໜຶ່ງ: ສືບຕໍ່ກວດກາ, ປັບປຸງຮູບແບບການຈັດຕັ້ງໃຫ້ສົມບູນຕາມທິດທາງກະທັດຮັດ, ຫຼຸດຜ່ອນຂັ້ນຕອນປານກາງ, ຮັບປະກັນພາລະບົດບາດ ແລະ ໜ້າທີ່ໃຫ້ຈະແຈ້ງ, ຫຼີກເວັ້ນການເຮັດວຽກຊ້ຳຊ້ອນ. ການຮັກສາໄວ້ ຫຼື ຍຸບເລີກບັນດາຫົວໜ່ວຍຂຶ້ນກັບ ຕ້ອງອີງໃສ່ມາດຖານປະສິດທິຜົນຕົວຈິງ, ຖືກຕ້ອງຕາມຈຸດປະສົງ ແລະ ອຸດົມການ.
ທີສອງ: ຫັນປ່ຽນຢ່າງແຂງແຮງໄປສູ່ກົນໄກ “ສັ່ງຈອງ – ມອບໝາຍໜ້າທີ່” ຕິດພັນກັບຜະລິດຕະພັນລະອຽດ, ມີການຕີລາຄາຜົນໄດ້ຮັບຢ່າງຈະແຈ້ງ. ງົບປະມານແຫ່ງລັດຈຳເປັນຕ້ອງໄດ້ແບ່ງປັນຕາມຫຼັກການປະສິດທິຜົນ, ໂປ່ງໃສ, ພ້ອມທັງຊຸກຍູ້ໃຫ້ບັນດາສະມາຄົມຄ່ອຍໆກຸ້ມຕົນເອງດ້ານການເງິນ, ເພີ່ມທະວີການຫັນເປັນຂອງສັງຄົມ.
ທີສາມ: ປ່ຽນແປງໃໝ່ວິທີການເຄື່ອນໄຫວຕາມທິດທາງທັນສະໄໝ, ເປັນມືອາຊີບ, ເອົາສະມາຊິກ ແລະ ປະຊາຊົນເປັນໃຈກາງໃນການບໍລິການ. ຊຸກຍູ້ການຫັນເປັນດີຈີຕອນໃນການບໍລິຫານ ແລະ ຄຸ້ມຄອງ; ພັດທະນາບັນດາພື້ນຖານໂຄງລ່າງເພື່ອເຊື່ອມຕໍ່ສະມາຊິກ; ຍົກສູງຄຸນນະພາບການໃຫ້ຄຳປຶກສາ ແລະ ວິຈານສັງຄົມ.
ທີສີ່: ເສີມຂະຫຍາຍບົດບາດຂອງບັນດາສະມາຄົມຢ່າງແຂງແຮງ ໃນການກຳແໜ້ນ ແລະ ສະທ້ອນຄວາມມຸ່ງມາດປາດຖະໜາຂອງປະຊາຊົນ; ເຂົ້າຮ່ວມການສ້າງສາພັກ, ລັດ; ປະກອບສ່ວນປັບປຸງຄວາມເຫັນດີເຫັນພ້ອມໃນສັງຄົມ – ເຊິ່ງແມ່ນປັດໄຈຫຼັກແຫຼ່ງຂອງ “ທ່າສະໜາມຮົບຈິດໃຈປະຊາຊົນ”.
ການປ່ຽນແປງໃໝ່ການຈັດຕັ້ງ ແລະ ການເຄື່ອນໄຫວຂອງບັນດາສະມາຄົມມະຫາຊົນ ທີ່ພັກ ແລະ ລັດມອບໝາຍໜ້າທີ່ໃຫ້ ແມ່ນວິວັດທະນາການທີ່ຫຼີກເວັ້ນບໍ່ໄດ້, ເຊິ່ງເລີ່ມມາຈາກຄວາມຮຽກຮ້ອງຕ້ອງການແຫ່ງການພັດທະນາຂອງປະເທດຊາດໃນໄລຍະໃໝ່. ນີ້ບໍ່ພຽງແຕ່ແມ່ນບັນຫາການຈັດຕັ້ງກົງຈັກເທົ່ານັ້ນ, ແຕ່ແມ່ນບັນຫາການຍົກສູງຄຸນນະພາບ, ປະສິດທິຜົນການເຄື່ອນໄຫວ, ການກຳນົດຕຳແໜ່ງບົດບາດຂອງບັນດາສະມາຄົມຄືນໃໝ່ ໃນລະບົບການເມືອງ ແລະ ຊີວິດສັງຄົມ.
ເມື່ອໄດ້ຮັບການຈັດຕັ້ງຢ່າງເໝາະສົມ, ດຳເນີນງານຢ່າງມີປະສິດທິຜົນ ແລະ ຕິດພັນຢ່າງແໜ້ນແຟ້ນກັບຜົນປະໂຫຍດຂອງປະຊາຊົນ, ບັນດາສະມາຄົມຈະສືບຕໍ່ແມ່ນກຳລັງສຳຄັນ ປະກອບສ່ວນເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ, ປັບປຸງຄວາມເຊື່ອໝັ້ນໃນສັງຄົມ, ສ້າງກຳລັງຊຸກດັນໃຫ້ແກ່ການພັດທະນາທີ່ໄວ ແລະ ຍືນຍົງ – ຖືກຕ້ອງຕາມຈິດໃຈທີ່ກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກໄດ້ກຳນົດໄວ້.
| ກອງປະຊຸມຄັ້ງທີ 7 ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ X: ເປັນເອກະພາບດ້ານເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ XI, ຕົກລົງເຫັນດີແຕ່ງຕັ້ງຮອງປະທານ 3 ທ່ານ ຍສໝ - ວັນທີ 12 ເມສາ ຢູ່ ຮ່າໂນ້ຍ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ສະໄໝທີ X ໄດ້ຈັດກອງປະຊຸມຄັ້ງທີ 7 ເພື່ອສົນທະນາ, ປະກອບຄຳເຫັນໃສ່ບາງເນື້ອໃນວຽກງານຕາມຂອບເຂດສິດ, ຈຸດສຸມແມ່ນວຽກງານຫັນກຽມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI, ອາຍຸການ 2026-2031. |
| ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI ຄາດວ່າຈະຈັດຂຶ້ນແຕ່ວັນທີ 11-13 ພຶດສະພາ 2026 ຍສໝ - ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ XI ຄາດວ່າຈະຈັດຂຶ້ນແຕ່ວັນທີ 11-13/5/2026 ວັນທີ 12 ເມສາ ຢູ່ ຮ່າໂນ້ຍ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຈັດກອງປະຊຸມຄະນະປະທານ ຄັ້ງທີ 7, ສະໄໝທີ X ແນໃສ່ສົນທະນາ, ປະກອບຄຳເຫັນໃສ່ບາງເນື້ອໃນສຳຄັນ ເພື່ອຫັນກຽມໃຫ້ແກ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ແນວໂຮມປະເທດຊາດ ... |
